|
ຫ້ອງການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຫສວ) ສ້າງຕັ້ງຂື້ນພາຍໃຕ້ ດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 42/ນຍ, ລົງວັນທີ 20 ເມສາ 2004 ວ່າດ້ວຍການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດ້ນອຍ ແລະ ກາງ. ຈຸດປະສົງໃນການສ້າງຕັ້ງ ຫສວ ແມ່ນເພື່ອຈັດຕັ້ງປະຕິບັດ ດຳລັດ ຫຼື ນະໂຍບາຍ ຂອງລັດຖະບານໃນການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປ ລາວ ໃຫ້ຍືນຍົງ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ນອກຈາກນີ້ ຫສວ ຍັງມີໜ້າທີ່ເປັນກອງເລຂາ ໃຫ້ແກ່ຄະນະກຳມະການສົ່ງເສີມ ແລະ ພັດທະນາ ວນກ.
ພາຍໃຕ້ດຳລັດເລກທີ 42/ນຍ ດັ່ງກ່າວ, ນອກຈາກການສ້າງຕັ້ງ ຫສວ ແລ້ວ, ຄະນະກຳມະການສົ່ງເສີມ ແລະ ພັດທະນາ ວນກ ກໍ່ໄດ້ຖຶກສ້າງຕັ້ງຂື້ນ ຕາມຂໍ້ຕົກລົງ ຂອງນາຍົກລັດຖະມົນຕີສະບັບເລກທີ 23/ນຍ, ລົງວັນທີ 8 ມີນາ 2005. ຄະນະກຳມະການດັ່ງກ່າວ ມີໜ້າທີ່ໃຫ້ຄຳປຶກສາ ໂດຍກົງແກ່ລັດຖະບານ ໃນການສົ່ງເສີມ ແລະ ພັດທະນາ ວນກ, ມີສະມາຊິກທັງໝົດ 26 ທ່ານ, ມາຈາກພາກລັດ 11 ທ່ານ ແລະ ພາກທຸລະກິດ 15 ທ່ານ ແລະ ເປັນປະທານໂດຍ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ນອກຈາກນີ້ແລ້ວ ຄະນະປະຈຳຫ້ອງການ ສົ່ງເສີມ ແລະ ພັດທະນາ ວນກ ກໍ່ຍັງໄດ້ຖຶກສ້າງຕັ້ງຂື້ນ ເພື່ອເຮັດ ໜ້າທີ່ຊີ້ນຳ/ຄຸ້ມຄອງຫ້ອງການສົ່ງເສີມ ແລະ ພັດທະນາ ວນກ. ສະມາຊິກຂອງຄະນະກຳມະການປະຈຳດັ່ງກ່າວມີທັງ ໝົດ 9 ທ່ານ ຊື່ງຖຶກຄັດເລຶອກມາຈາກ ຄະນະກຳມະການສົ່ງເສີມ ແລະ ພັດທະນາ ວນກ.
ຄະນະກຳມະການສົ່ງເສີມ ແລະ ພັດທະນາ ວນກ ໄດ້ຈັດກອງປະຊຸມ ສາມັນຄັ້ງທີ I ຂອງຕົນຂື້ນ ໃນວັນທີ 8 ເມສາ 2005 (ເບິ່ງບັດບັນທຶກກອງປະຊຸມ) ແລະ ກອງປະຊຸມສາມັນຂື້ນໃນວັນທີ 17 ກໍລະກົດ 2005 (ເບິ່ງບົດບັນ ທຶກກອງປະຊຸມ)
ກອງປະຊຸມສາມັນຄັ້ງທີ I ທີ່ໄດ້ຈັດຂື້ນໃນວັນທີ 8 ເມສາ 2005 ໄດ້ຮັບຮອງເອົາ ບັນດານິຕິກຳ ແລະ ວຽກງານຈຳນວນໜື່ງດັ່ງນີ້:
- ລະບຽບການເຄື່ອນໄຫວ ຂອງຄະນະກຳມະການສົ່ງເສີມ ແລະ ພັດທະນາ ວນກ.
- ຄັດເລຶອກ ແລະ ແຕ່ງຕັ້ງຄະນະກຳມະການປະຈຳຫ້ອງການສົ່ງເສີມ ແລະ ພັດທະນາ ວນກ
- ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງການສົ່ງເສີມ ແລະ ພັດທະນາ ວນ
ກອງປະຊຸມວິສາມັນ ທີ່ຈັດຂື້ນໃນວັນທີ 17 ກໍລະກົດ 05 ໄດ້ພິຈາລະນາວຽກງານຕ່າງໆດັ່ງລຸ່ມນີ້:
- ແຜນປະຕິບັດງານ ຂອງ ຫສວ ປະຈຳປີ 2005 – 2006
- ຮ່າງກົດລະບຽບພາຍໃນ ຂອງ ຫສວ
- ການຈັດຕັ້ງກອງທຶນສົ່ງເສີມ ແລະ ພັດທະນາ ວນກ
- ກາໝາຍ (Logo) ຂອງ ຫສວ
ໃນວັນທີ 17 ສິງຫາ 2005, ທ່ານລັດຖະມົນຕີ ວ່າການກະຊວງອຸດສາຫະກຳ ແລະ ຫັດຖະກຳ, ປະທານຄະ ນະກຳມະການສົ່ງເສີມ ແລະ ພັດທະນາ ວນກ ໄດ້ລົງລາຍເຊັນຮັບຮອງເອົາຂໍ້ກຳນົດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງການສົ່ງເສີມ ແລະ ພັດທະນາ ວນກ
ໃນວັນທີ 22 ສິງຫາ 2005, ທ່ານລັດຖະມົນຕີ ວ່າການກະຊວງອຸດສາຫະກຳ ແລະ ຫັດຖະກຳ, ປະທານຄະ ນະກຳມະການສົ່ງເສີມ ແລະ ພັດທະນາ ວນກ ໄດ້ລົງລາຍເຊັນ ແຕ່ງຕັ້ງພະນັກງານ 11 ຄົນ ໄປປະຕິບັດວຽກ ງານຢູ່ ຫສວ.
ໄດ້ແຕ່ງຕັ້ງ ທ່ານ ສົມດີ ອິນມີໄຊ, ເປັນຫົວໜ້າຫ້ອງການສົ່ງເສີມ ແລະ ພັດທະນາ ວນກ ຕາມດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 141/ນຍ, ລົງວັນທີ 2 ມິຖຸນາ
ທີ່ຕັ້ງ ຂອງ ຫສວ ຖະໜົນໜອງບອນ, ບ້ານຝາຍ, ເມຶອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ, ຕິດກັບກະຊວງ ພະລັງງານ ແລະ ບໍ່ແຮ່.
|