|
ຄຳສັ່ງແນະນຳ
ຂອງລັດຖະມົນຕີວ່າການກະຊວງການຄ້າ ກ່ຽວກັບ
ການແບ່ງຂັ້ນຄຸ້ມຄອງຂື້ນທະບຽນວິສາຫະກິດ ”
ເຖິງ: ພະແນກການຄ້າ ແຂວງ,ນະຄອນຫລວງວຽງຈັນ
ແລະ ເຂດພິເສດ.
ເລື່ອງ:
ກ່ຽວກັບການແບ່ງຂັ້ນຄຸ້ມຄອງ,ຂື້ນທະບຽນວິສາຫະກິດ,ການລົງພາຍໃນແລະການລົງທືນຕ່າງປະເທດ
ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ.
ອີງຕາມກົດໝາຍວ່າດ້ວຍທຸລະກິດສະບັບເລກທີ03/94/ສພຊ,ລົງວັນທີ18/7/94
-
ອີງຕາມດຳລັດວ່າດ້ວຍການຈັດຕັ້ງແລະເຄື່ອນໄຫວ ຂອງກະຊວງການຄ້າ
ສະບັບ ເລກ
ທີ 78 / ນຍ, ລົງວັນທີ 14 ມິຖຸນາ 2002
-
ອີງຕາມດຳລັດ ສະບັບເລກທີ 46/ນຍ,ລົງວັນທີ
23/3/2001 ກ່ຽວກັບການຈັດຕັ້ງປະຕິບັດກົດ
ໝາຍວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຕ່າງປະເທດ.
ກະຊວງການຄ້າ ໄດ້ອອກບົດແນະນຳ ແນໃສ່ເພື່ອສືບຕໍ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທຸລະກິດ
ແລະ ລະບຽບກົດ
ໝາຍກ່ຽວຂ້ອງອື່ນໆ
ກ່ຽວກັບການຂື້ນທະບຽນວິສາຫະກິດຂອງການລົງທຶນພາຍໃນແລະຕ່າງປະເທດຜ່ານປະຕູດຽວ
ນຳຂະແໜງການຄ້າໃຫ້ມີຄວາມເປັນເອກະພາບ ແນໃສ່ເພື່ອຊຸກຍູ້ສົ່ງເສີມ
ການສ້າງຕັ້ງ ແລະ ດຳເນີນທຸລະກິດ
ຂອງວິສາຫະກິດ ໃຫ້ມີຄວາມສະດວກ,ງ່າຍດາຍ,ວ່ອງໄວ, ໂປ່ງໃສ,
ຮັດກຸມແລະສົ່ງເສີມ, ພັດທະນາດຶງດູດ
ວຽກງານການລົງທຶນພາຍໃນແລະຕ່າງປະເທດໃຫ້ເພີ້ມທະວີຂື້ນ.
ຈິ່ງໄດ້ແບ່ງຂັ້ນຄູ້ມຄອງລະຫ່ວາງຂັ້ນສູນກາງ
ແລະຂັ້ນທ້ອງຖີ່ນ ເພື່ອຈັດຕັ້ງປະຕີບັດ ດັ່ງນີ້:
I.) ການຂື້ນທະບຽນວິສາຫະກິດ
ການລົງທຶນຕ່າງປະເທດ:
ກ.) ຂັ້ນສູນກາງ(ກະຊວງການຄ້າ ,ກົມການຄ້າພາຍໃນ)
ອະນຸມັດແລະຂື້ນທະບຽນວິສາຫະກິດຕາມເງື່ອນໄຂດັ່ງນີ້:
1.) ຜູ້ທີ່ໄດ້ຮັບໃບອະນຸຍາດລົງທຶນ ຈາກລັດຖະບານ ສ ປ ປ ລາວ
ຫຼື ປະທານ ຄະນະກຳມະ ການແຜນການແລະການລົງທຶນ ຂອງຂັ້ນສູນກາງ
ທີ່ມີທຶນຈົດທະບຽນວິສາຫະກິດ ແຕ່ມູນ ຄ່າ:10.000.000. ໂດລາສະຫະລັດ
ຂື້ນໄປ ແລະ 10.000.000.ໂດລາສະຫະລັດລົງມາ.
2.) ຜູ້ທີ່ໄດ້ຮັບໃບອະນຸຍາດລົງທຶນຈາກ ຄະນະ
ກຳມະການແຜນການແລະການລົງທຶນ
ຂອງຂັ້ນທ້ອງຖິ່ນ,ອະນຸຍາດດຳເນີນທຸລະກິດໃນຂະແໜງການຄ້າ
ທີ່ມີການສົ່ງອອກ,ນຳເຂົ້າ ເພື່ອມາຈຳ
ໜ່າຍພາຍໃນ(ລວມທັງຢູ່ໃນຮ້ານທີ່ເປັນຂອງວິສາຫະກິດ)
ປະເພດສີນຄ້າດັ່ງນີ້:
-ສົ່ງອອກ:
ສິນຄ້າປະເພດໄມ້,ຜະລິດຕະພັນໄມ້
ທຸກໆປະເພດແລະວັດຖຸມີຄ່າເປັນຮູບປະພັນທີ່ສາກົນນຳໃຊ້ເປັນພາຫະນະຊຳລະ
ແກ້ວປະເສິດ,ໂລຫະປະເສີດສຳເລັດ
ຮູບແລະເຄີ່ງສຳເລັດຮູບທຸກໆປະເພດ.
- ນຳເຂົ້າ:
ສິນຄ້າປະເພດນ້ຳມັນເຊື້ອໄຟ,ນ້ຳມັນຫຼໍ່ລື້ນ,ພາຫານະແລະສິນຄ້າຟຸມເຟືອຍ,
ວັດຖຸມີຄ່າທີ່ສາກົນນຳໃຊ້
ເປັນພາຫະນະຊຳລະ,ແກ້ວປະເສິດ,ໂລຫະປະເສີດສຳເລັດຮູບແລະເຄີ່ງສຳເລັດຮູບທຸກໆປະເພດ
ເພື່ອຜະລິດ
ແລະຈຳໜ່າຍພາຍໃນ.
ຂ.)
ຂັ້ນທ້ອງຖີ່ນ(ບັນດາພະແນກການຄ້າແຂວງ,ນະຄອນຫລວງວຽງຈັນແລະເຂດພິເສດ):ມີສິດດັ່ງນີ້:
ຂື້ນທະບຽນວິສາຫະກິດໃຫ້ແກ່
ຜູ້ທີ່ໄດ້ຮັບອະນຸຍາດລົງທຶນຈາກຄະນະກຳມະການແຜນ ແລະ ການລົງທຶນ
ຂອງຂັ້ນທ້ອງຖິ່ນຕົນ ທີ່ມີທຶນຈົດທະບຽນວິສາຫະກິດ ແຕ່ມູນຄ່າ
1.000.000.ໂດລາລົງມາ ແລະ 2.000.000.ໂດລາລົງມາ ສະເພາະ 04ແຂວງ ເຊັ່ນ:
ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ຫລວງພະບາງ (
ຕາມບັນຊີກິດຈະການສົ່ງເສີມການລົງທຶນ ຂອງດຳລັດ 46/ນຍ,
ລົງວັນທີ23/4/2003)
ຖ້າຫາກວ່າມີໃບອະນຸຍາດລົງທຶນໃບໃດທີ່ມີມູນຄ່າທຶນຈົດທະບຽນເກີນນີ້
ແມ່ນໃຫ້ສະເໜີລາຍງານຂໍຄຳເຫັນນຳກົມການຄ້າພາຍໃນ ເພື່ອຈະເປັນບ່ອນອີງໃນການຂໍຄຳເຫັນນຳກົມສົ່ງເສີມ
ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ຂອງຂັ້ນສູນກາງກ່ອນ
ຈິ່ງຈະແນະນຳຈັດຕັ້ງ ປະຕິບັດໄດ້.
II .)
ການຂື້ນທະບຽນວິສາຫະກິດທຸກໆປະເພດທຸລະກິດທີ່ມີການການລົງທຶນຢູ່ພາຍໃນປະເທດ.
ຜູ້ທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດ ໂດຍພື້ນຖານແມ່ນອີງຕາມກົດໝາຍວ່າດ້ວຍວິສາຫະກິດ
ໃນເບື້ອງຕັ້ນຕ້ອງໄດ້
ຂໍຄຳເຫັນການສ້າງຕັ້ງວິສາຫະກິດນຳຂະແໜງການທີ່ຈະດຳເນີນທຸລະກິດ,ຂື້ນທະບຽນວິສາຫະກິດນຳຂະແໜງການຄ້າ
ແລະ ຂໍອະນຸຍາດດຳເນີນທຸລະກິດ ນຳຂະແໜງການກ່ຽວຂ້ອງ.
ສຳລັບການອະນຸຍາດສ້າງຕັ້ງວິສາຫະກິດທີ່ຈະດຳເນີນທຸລະກິດຂະແໜງການຄ້າກ່ຽວກັບການສົ່ງອອກ,
11/10/2001
ນຳເຂົ້າເພື່ອມາຈຳໜ່າຍພາຍໃນ(ຢູ່ໃນຮ້ານທີ່ເປັນຂອງວິສາຫະກິດ)ແລະທຸລະກິດການຈຳໜ່າຍສີນຄ້າຢູ່
ພາຍໃນ ໃຫ້ຈັດຕັ້ງປະຕິບັດຕາມ ດຳລັດ ສະບັບເລກທ ີ205/ນຍ ,206/ນຍ,
ລົງວັນທີ 11/10/2001 ແລະ ແຈ້ງການຂອງລັດຖະມົນຕີວ່າການກະຊວງການຄ້າ
ກ່ຽວກັບບັນຊີລາຍການສີນຄ້າເກືອດຫ້າມຈຳໜ່າຍ,ບໍ່ສົ່ງເສີມ
ອອກທະບຽນສີນຄ້າມີເງື່ອນໃຂດ້ານໂຄງລ່າງແລະຄຸນວຸດທິຂອງບຸກຄະລະກອນ
ທີ່ຈະໄດ້ກຳນົດອອກເປັນແຕ່ລະປີ
ເປັນພື້ນຖານໃນການຈັດຕັ້ງປະຕິບັດ(ສະເພາະການດຳເນີນທຸລະກິດຂະແໜງການຄ້າ)
ຈື່ງໄດ້ແບ່ງຂັ້ນຄຸ້ມຄອງດັ່ງນີ້:
ກ.) ຂັ້ນກະຊວງຄຸ້ມຄອງ (ກົມການຄ້າພາຍໃນ)
ອະນຸມັດຂື້ນທະບຽນວິສາຫະກິດ ໃນຂະແໜງການທີ່ຈະ:ດຳເນີນ
ທຸລະກິດດັ່ງນີ້:
1. ຂະແໜງການຄ້າ:
ການດຳເນີນທຸລະກິດ ທີ່ມີການສົ່ງອອກ,ນຳເຂົ້າເພື່ອມາຈຳໜ່າຍພາຍໃນ:
(ລວມທັງຢູ່ໃນຮ້ານ ທີ່ເປັນຂອງວິສາຫະກິດ) ປະເພດສີນຄ້າເຊັ່ນ:
-
ສົ່ງອອກ:
ສິນຄ້າປະເພດໄມ້,ຜະລິດຕະພັນໄມ້
ທຸກໆປະເພດແລະວັດຖຸມີຄ່າເປັນຮູບປະພັນທີ່ສາກົນນຳໃຊ້ເປັນພາຫະນະຊຳລະ
ແກ້ວປະເສິດ,ໂລຫະປະເສີດສຳເລັດຮູບແລະເຄີ່ງສຳເລັດຮູບທຸກໆປະເພດ.
-
ນຳເຂົ້າ:
ສິນຄ້າປະເພດນ້ຳມັນເຊື້ອໄຟ,ນ້ຳມັນຫຼໍ່ລື້ນ,ພາຫານະແລະສິນຄ້າຟຸມເຟືອຍ,
ວັດຖຸມີຄ່າເປັນຮູບປະພັນ,ແກ້ວປະເສິດ,ໂລຫະປະເສີດສຳເລັດຮູບແລະເຄີ່ງສຳເລັດຮູບທຸກໆປະເພດ
ເພື່ອຈຳໜ່າຍພາຍໃນ.
2.
ບັນດາວິສາຫະກິດຂອງລັດແລະລັດວິສາຫະກິດປະສົມທຸກປະເພດການດຳເນີນທຸລະກິດ
ທີ່ຂັ້ນສູນກາງເຫັນດີສ້າງຕັ້ງຂື້ນ.
3.
ການສະເຫນີສ້າງຕັ້ງ,ດຳເນີນທຸລະກິດທີ່ເປັນທຸລະກິດໃຫ່ຍແລະຂັ້ນທອ້ງຖີ່ນບໍ່ສາມາດອະນຸມັດຂື້ນທະບຽນ
ໄດ້ເນື່ອງຈາກວ່າມີການຕິດພັນກັບການຄຸ້ມຄອງຂອງຂະແໜງການອື່ນໆແລະຂະແໜງການກ່ຽວຂ້ອງນັ້ນກໍຍັງບໍ່ທັນ
ແບ່ງຂັ້ນຄຸ້ມຄອງໃຫ້ຂັ້ນທ້ອງຖີ່ນຮັບຜິດຊອບໄດ້. .ນອກຈາກນັ້ນແມ່ນມອບໃຫ້ຂັ້ນທ້ອງຖີ່ນຮັບຜີດຊອບສືບ
ຕໍ່ຈັດຕັ້ງປະຕີບັດຕາມການແບ່ງຂັ້ນຄຸ້ມຄອງນີ້
ຂ.) ຂັ້ນທ້ອງຖິ່ນ ( ພະແນກການຄ້າແຂວງ,
ນະຄອນຫລວງວຽງຈັນ ແລະ ເຂດພິເສດ ).
ອະນຸມັດຂື້ນທະບຽນວິສາຫະກິດ
ຂະແໜງກະສີກຳ,ອຸດສາຫະກຳ,ການຄ້າແລະການບໍລີການ
ສະເພາະແຕ່ການສະເຫນີສ້າງຕັ້ງວິສາຫະກິດທີ່ເປັນຮູບການບໍລິສັດ,ຖ້າເປັນຮູບການວິສາຫະກິດສ່ວນບຸກຄົນຕ້ອງເປັນ
ປະພດການດຳເນີນທຸລະກິດທີ່ຂະແໜງການກ່ຽວຂ້ອງຍັງບໍ່ທັນໄດ້ມອບໂອນໃຫ້ຂັ້ນ:ເມືອງຮັບຜີດຊອບຄຸ້ມຄອງ
ລະອຽດດັ່ງນີ້:
-
ຜູ້ມີຈຸດປະສົງຢາກສ້າງຕັ້ງວິສາຫະກິດ
ທີ່ຕີດພັນກັບການຄຸ້ມຄອງແລະອະນຸຍາດດຳເນີນທຸລະກິດຂອງ
ທຸກໆຂະແໜງການກ່ຽວຂ້ອງ (ບໍ່ແມ່ນທຸລະກິດຂະແໜງການຄ້າ) ແມ່ນໃຫ້ໄປພົວພັນສະເຫນີອະນຸຍາດສ້າງຕັ້ງ
ວິສາຫະກິດນຳຂະແໜງການກ່ຽວຂ້ອງໂລດ,
ຖ້າຂະແໜງການກ່ຽວຂ້ອງໃດມີການຢັ້ງຢືນເຫັນດີ ເປັນທາງການ
ໃຫ້ແກ່ການສ້າງຕັ້ງ ວິສາຫະກິດໃດ ຫຼື
ມີໃບອະນຸຍາດດຳເນີນທຸລະກິດ ຈື່ງປະກອບເອກະການ,ລະບຸເນື້ອໃນຕາມ
ແບບຟອມການຂື້ນທະບຽນວິສາຫະກິດນຳຂະແໜງການຄ້າ,ຖ້າຄົບຖ້ວນແລ້ວ
ອະນຸມັດ ຂື້ນທະບຽນວິສາຫະກິດ
ໃຫ້ສຳເລັດພາຍໃນ ວັນໃມງລັດຖະການ
-
ອະນຸມັດຂື້ນທະບຽນວິສາຫະກິດໃຫ້ແກ່ຜູ້ສະເຫນີສ້າງຕັ້ງແລະດຳເນີນທຸລະກີດຂະແໜງການຄ້າ
ໃນດ້ານການ
ສົ່ງອອກສີນຄ້າ,ນຳເຂົ້າສີນຄ້າມາເພື່ອຈຳໜ່າຍຢູ່ພາຍໃນປະເທດ
ນອກຈາກປະເພດສີນຄ້າທີ່ບໍ່ແມ່ນຂັ້ນກະຊວງ
(ກົມການຄ້າພາຍໃນ)
ອະນຸມັດ,ຖ້າຫາກຂັ້ນຄຸ້ມຄອງໃດໄດ້ຂື້ນທະບຽນວິສາຫະກິດ
ທີ່ລະບຸມີການຈຳໜ່າຍສີນຄ້າຢູ່ພາຍໃນແລ້ວ
ຂັ້ນຄຸ້ມຄອງຫຼຸດລົງມາບໍ່ໃຫ້ຂື້ນທະບຽນວິສາຫະກິດການຈຳໜ່າຍສີນຄ້າຂອງວິສາຫະກິດນັ້ນຕື່ມອີກ,ຈະແມ່ນການຈຳ
ໜ່າຍປະເພດສີນຄ້າທີ່ຜະລິດຢູ່ພາຍໃນປະເທດ ຫຼື
ສີນຄ້ານຳເຂົ້າຈາກຕ່າງປະເທດກໍຕາມ,ໃນກໍລະນີມີຮູບການຈຳ
ໜ່າຍຂອວິສາຫະ ກິດໃດຫນື່ງ ທີ່ມີການໂອນກຳມະສີດ
ສີນຄ້າເທື່ອທີ່ຫນື່ງ ຫຼື ການຂາຍເທື່ອສຸດທ້າຍໃຫ້ແກ່ບຸກຄົນຫຼື
ນິຕີບຸກຄົນໃດຫນື່ງຈະເປັນການຂາຍຍົກ ຫຼືການຂາຍຍ່ອຍກໍຕາມ
ທີ່ມີຈຸດປະສົງມຸງ
ຫາຜົນກຳໄລທີ່ດຳເນີນທຸລະກິດຈຳໜ່າຍສີນຄ້າຈະຕ້ອງໄດ້ຂື້ນທະບຽນວິສາຫະກິດການຈຳໜ່າຍຕາມຮູບການວິສາ
ຫະກິດແລະລະບຽບການກ່ຽວຂ້ອງກຳນົດໄວ້.
-
ການອະນຸມັດສ້າງຕັ້ງ,ຂື້ນທະບຽນວິສາຫະກິດການດຳເນີນທຸລະກິດການປຸງແຕ່ງຜະລິດແລະຈຳໜ່າຍວັດຖຸມີຄ່າທີ່
ເປັນຮູບປະພັນ,ແກ້ວປະເສີດແລະໂລຫະປະເສີດ.
-
ທຸກການສະເໜີສ້າງຕັ້ງວິສາຫະກິດຂອງລັດແລະລັດວິສາຫະກິດປະສົມ
ທີ່ຂັ້ນທ້ອງຖິ່ນເປັນຜູ້ອະນຸມັດສ້າງຕັ້ງ,ແຕ່ຖ້າເປັນທຸລະກິດຂະແໜງການຄ້າ
ທີ່ຢູ່ໃນຂັ້ນກະຊວງ(ກົມການຄ້າພາຍໃນ)
ອະນຸມັດແມ່ນໃຫ້ເຮັດສະໂນດນຳສົ່ງຫາກະຊວງເປັນຜູ້ອະນຸມັດສ້າງຕັ້ງແລະຂື້ນທະບຽນວິສາຫະກິດ.
-
ຖ້າຫາກມີຫ້ອງການຄ້າເມືອງໃດມີເງື່ອນໃຂເໝາະສົມສາມາດຄຸ້ມຄອງ,ຕີດຕາມແລະກວດກາໃນການສະເຫນີສ້າງ
ຕັ້ງວິສາຫະກິດທີ່ເປັນ ຮູບການ ວິສາຫະກິດສ່ວນບຸກຄົນ ແລະການອອກອະນຸຍາດດຳເນີນທຸລະກີດຂອງບັນດາຂະແໜງການທີ່ກ່ຽວຂ້ອງຢູ່ໃນຂັ້ນເມືອງຮັບຜີດຊອບ
ແມ່ນໃຫ້ປະສານສົມທົບກັບຂະແໜງການກ່ຽວຂ້ອງກ່ອນຖ້າຫາກເຫັນດີ ແລ້ວຈື່ງມອບໂອນວຽກງານເພີ້ມເຕີມໃຫ້ບັນດາຫ້ອງການຄ້າເມືອງ
ຮັບຜິດຊອບແລະຄຸ້ມຄອງຕີ່ມ.
ຄ.) ຂັ້ນຫ້ອງການຄ້າເມືອງໃນ
ຂອບເຂດທົ່ວປະເທດ .
ອະນຸມັດຂື້ນທະບຽນວິສາຫະກິດ ໃຫ້ແກ່ຜູ້ສະເໜີສ້າງຕັ້ງວິສາຫະກິດ
ທີ່ເປັນຮູບການວິສາຫະກິດສ່ວນບຸກຄົນດຳເນີນທຸລະ
ກິດທີ່ຂະແໜງການກ່ຽວຂ້ອງໄດ້ມອບໂອນໃຫ້ ຂັ້ນເມືອງຮັບຜິດຊອບ
ສ່ວນຂະແໜງການຄ້າ ແມ່ນຮັບຜິດຊອບອະນຸຍາດ ການຂື້ນທະບຽນວິສາຫະກິດ
ທຸລະກິດການຈຳໜ່າຍສິນຄ້າທຸກປະເພດສີນຄ້າ(ສະເພາະແຕ່ປະເພດສີນຄ້າທີ່ບໍ່
ຢູ່ໃນບັນຊີເກືອດຫ້າມການຈຳໜ່າຍ),ຮ້ານສັບພະສິນຄ້າຂະໜາດນ້ອຍ,ການຈຳໜ່າຍແບບເຄື່ອນທີ່
ແລະ ລວມທັງຮ້້ານຕັດຜົມ, ຮ້ານເສີມສວຍ ,ຮ້ານບໍລິການສ້ອມແປງ,ຈອດຢາງລົດທຸກປະເພດ
, ຮ້ານບໍລິການ ກິລາກາຍະກຳ ແລະ ຮ້ານອາຫານເຄື່ອງດື່ມຂະໜາດນ້ອຍ.
ນອກຈາກນັ້ນ ແມ່ນຮັບຜິດຊອບເພີ້ມເຕີມບາງປະເພດການດຳເນີນທຸລະກິດ
ທີ່ຂັ້ນພະແນກການຄ້າແຂວງ,ນະຄອນຫຼວງ
ແລະເຂດພີເສດ
ຈະໄດ້ມອບໂອນການຂື້ນທະບຽນວິສາຫະກິດເປັນບາງປະເພດວິສາຫະກິດໃຫ້ແຕ່ລະຫ້ອງການຄ້າ
ເມືອງຮັບຜິດຊອບ ໂດຽອີງຕາມສະພາບເງື່ອນໃຂຂອງແຕ່ລະຫ້ອງການຄ້າເມືອງທີ່ມີຄວາມເໝາະສົມໃນການຄຸ້ມຄອງ
ແລະຈັດຕັ້ງປະຕິບັດ.
ເອກະສານປະກອບຂໍສະເຫນີຂື້ນທະບຽນວິສາຫະກິດ:
ຂະແໜງການຄ້າຈະຮັບເອົາເອກະສານ
ຖ້າຫາກຜູ້ປະກອບການໄດ້ປະກອບຄົບຖ້ວນແລະຄົ້ນຄ້ວາຂື້ນທະບຽນວິສາຫະ
ກິດໃຫ້ສຳເລັດພາຍໃນ02ວັນ ໃນໂມງລັດຖະການ
ທຸກໆການສະເຫນີຂື້ນທະບຽນວິສາຫະກິດຈະຕ້ອງໄດ້ປະກອບ
ເອກະສານດັ່ງນີ້ຄື
-
ສຳເນົາໃບອະນຸຍາດລົງທຶນ,ຖ້າແມ່ນການລົງທຶນຕ່າງປະເທດ
ສຳລັບຜູ້ປະກອບການ ການລົງທືນ ພາຍໃນຕ້ອງ
ມີໃບຢັ້ງຢືນເຫັນດີໃຫ້ສ້າງຕັ້ງວິສາຫະກິດ ຫຼື
ມີໃບອະນຸຍາດດຳເນີນທຸລະກິດຈາກ ຂະແໜງການທີ່ກ່ຽວຂ້ອງ.
-
ການລົງທືນຕ່າງປະເທດຕ້ອງມີກົດລະບຽນຂອງວິສາຫະກິດໂດຽຜ່ານການຢັ້ງຢືນຮັບຮອງເອົາກົດລະບຽບຂອງ
ວິສາຫະກິດນຳຂັ້ນທີ່ອອກໃບອະນຸຍາດລົງທີນ,ປະກອບສຳເນົາຂື້ນທະບຽນອາກອນ,ເສຍຄ່າທຳນຽມການ
ຂື້ນທະບຽນວິສາຫະກິດນຳຂະແໜງການເງີນແລ້ວ
ຈື່ງປະກອບສຳເນົາກົດລະບຽບໃຫ້ຂະແໜງການຄ້າໃນເວລາ
ມາສະເຫນີ ຂໍໃບອະນຸຍາດຄ້ວດກາປະທັບນຳຂະແໜງການຄ້າ.
ຖ້າເປັນການລົງທືນພາຍໃນສະເຫນີສ້າງຕັ້ງວິສາຫະກິດ,ເປັນຮູບການບໍລິສັດ
ຈະຕ້ອງມີກົດລະບຽບເປັນຂອງ
ວິສາຫະກິດແລະຂັ້ນທີ່ອອກທະບຽນວິສາຫະກິດຈະຕ້ອງຢັ້ງຢືນຮັບຮອງເອົາ
ກົດລະບຽບຂອງວິສາຫະກິດ(ສຳລັບຮູບການວິສາຫະກິດສ່ວນບຸກຄົນບໍ່ໃຫ້ມີກົດລະບຽບ).
-
ປະກອບເອກະສານແລະຕື່ມເນື້ອໃນ
ຕາມຮ່າງແບບຟອມຂອງຂະແໜງການຄ້າກຳນົດໄວ້, ຊຶ່ງຜູ້ມາພົວພັນສາ
ມາດປະກອບໄດ້ກັບທີ່ ນຳໜ່ວຍງານຂື້ນທະບຽນ ວິສາຫະກິດ
ຕາມແຕ່ລະຂັ້ນ ຮັບຜິດຊອບ ໂດຍມີເອກະສານ
ປະກອບຄື:
ຄຳຮ້ອງຂໍຂື້ນທະບຽນວິສາຫະກິດ,ໃບຊີວະປະຫວັດຫຍໍ້,ໃບແຈ້ງຊັບສົມບັດພ້ອມທັງສຳເນົາເອກະສານຢັ້ງຢືນກຳມະ
ສີດ,ໃບມອບສິດໃນການ
ພົວພັນເອກະສານ(ຖ້າຜູ້ລົງທຶນບໍ່ສາມາດມາພົວພັນໄດ້),ຮູບຂະໜາດ
3x4 ຈຳນວນ02ໃບ (ຮູບຖ່າຍບໍ່ໃຫ້ເກີນ 3 ເດືອນ) ,
ສຳເນົາປາສະປອດ,
ສຳລັບຄົນຕ່າງປະເທດ(ຖ້າເປັນຜູ້ຈັດການຫຼືເຈົ້າຂອງວິສາຫະກິດ),ຖ້າເປັນຄົນລາວຈະຕ້ອງມີໃບແຈ້ງໂທດເລກ
3 ແລະສຳເນົາບັດປະຈຳຕົວ.
ສ່ວນການຂື້ນທະບຽນວິສາຫະກິດຂັ້ນຫ້ອງການຄ້າເມືອງຖ້າການສະເຫນີສ້າງຕັ້ງຮູບການເປັນວິສາຫະກິດສ່ວນບຸກຄົນບໍ່ມີໃບ
ແຈ້ງໂທດເລກ 3
ກໍໄດ້,ແຕ່ການຈັດຕັ້ງປະຕິບັດຖ້າຫາກຫ້ອງການຄ້າເມືອງໃດ
ບໍ່ມີເງື່ອນໃຂແລະຜູ້ປະກອບການ
ຢູ່ຫ່າງໄກກໍສາມາດໄປອອກໃຫ້ກັບທີ່ກໍໄດ້.
IV.) ການອອກອະນຸຍາດຄວັດກາປະທັບ
ປະຕິບັດຕາມດຳລັດ04/ນຍ,ລົງວັນທີ07/01/98
ກ່ຽວກັບການຄຸ້ມຄອງແລະນຳໃຊ້ກາປະທັບ, ໂດຍຂະແໜງການຄ້າ
ເປັນຜູ້ຄົ້ນຄ້ວາແລະອອກໃບອະນຸຍາດຄວັດກາປະທັບໃຫ້ຫົວໜ່ວຍທຸລະກິດ
ທຸກພາກສ່ວນທີ່ລະບຸໄວ້ໃນກົດໝາຍ
ວ່າດ້ວຍທຸລະກິດ,ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄວັດ,ອອກໃບອະນຸຍາດນຳໃຊ້
, ຄຸ້ມຄອງແລະກວດ
ກາການນຳໃຊ້ກາປະທັບ.
ຂັ້ນກະຊວງແລະບັນດາພະແນກການຄ້າແຂວງ,
ນະຄອນຫລວງວຽງຈັນ ແລະ ເຂດພິເສດ ຈະເປັນຜູ້
ອອກໃບອະນຸຍາດຄວັດກາປະທັບໃຫ້ບັນດາຫົວໜ່ວຍທຸລະກິດ
ສະເພາະແຕ່ວິສາຫະກິດທີ່ຂື້ນທະບຽນວິສາຫະກິດນຳຂັ້ນຕົນ
ເອງຮັບຜິດຊອບເທົ່ານັ້ນລວມທັງຫົວໜ່ວຍວິສາຫະກິດທີ່ຂັ້ນຫ້ອງການຄ້າເມືອງຂື້ນທະບຽນວິສາຫະກິດແມ່ນໃຫ້ມາຂໍ
ໃບອະນຸຍາດຄັວດກາປະທັບລວມສູນປະຕູດຽວນຳຂັ້ນພະແນກການຄ້າທີ່ຫ້ອງການຄ້າເມືອງຂື້ນກັບ,ສ່ວນເອກະສານປະກອບ
ເພື່ອອະນຸຍາດຄວັດກາປະທັບປະກອບມີ: ໃບທະບຽນວິສາຫະກິດ,ໃບທະບຽນອາກອນ
(ພ້ອມໃບຮັບເງິນຄ່າທຳນຽມ
ຄວັດກາປະທັບຈາກຂະແໜງການເງີນ)
ແລະໃບອະນຸຍາດດຳເນີນທຸລະກິດຂອງຂະແໜງການກ່ຽວຂ້ອງ,ຖ້າບໍ່ມີໃບອະ
ນຸຍາດດຳເນີນທຸລະກິດຂອງຂະແໜງການກ່ຽວຂ້ອງແຕ່ສາມາດລະບຸຊື່ຂອງ
ຂະແໜງການຮັບຜິດຊອບໃນການຄຸ້ມຄອງ,
ຕິດຕາມກວດກາການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດໃສ່ເບື້ອງເທິງຂອງກາປະທັບໄດ້
ກໍສາມາດ
ອອກໃບອະນຸຍາດຄວັດກາປະທັບໃຫ້ບັນດາຫົວໜ່ວຍວິສາຫະກິດໄດ້,ສຳລັບກາປະທັບຂອງ
ກຸ່ມ ຫຼື ສາມາຄົມ ຕ່າງໆ ແມ່ນໃຫ້ພະແນກການຄ້າກ່ຽວຂ້ອງເຮັດສະໂນດນຳສົ່ງໃຫ້ຂັ້ນກະຊວງອອກອະນຸມັດລວມສູນຢູ່ຂັ້ນກະຊວງປະຕູດຽວ,
ເອກະສານປະກອບມີ :
ຂໍ້ຕົກລົງຂອງອົງກອນລັດທີ່ກ່ຽວຂ້ອງກັບການຄຸ້ມຄອງການສ້າງຕັ້ງ,ພ້ອມທັງຮັບຮອງເອົາກົດ
ລະບຽບຂອງກຸ່ມຫຼືສາມາຄົມ.
IV.) ການເກັບຄ່າທຳນຽມ
ການເກັບຄ່າທຳນຽມ
ຂື້ນທະບຽນວິສາຫະກິດແລະໃບອະນຸຍາດຄວັດກາປະທັບ
ນຳບັນດາຫົວໜ່ວຍວິສາຫະກິດແມ່ນອີງຕາມລັດຖະບັບຍັດຂອງປະທານປະເທດສະບັນເລກທີ
02/ສປປລ,ລົງວັນທີ27/11/2002 ແລະ ອີງຕາມຄຳແນະນຳສະບັບເລກທີ 031/ກງ,ລົງວັນທີ
21/2/2003 ວ່າດ້ວຍການເກັບຄ່າທຳນຽມແລະບໍລິການຕ່າງໆ
ຂອງກະຊວງການເງິນ.ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຂະແໜງ
ການຄ້າຈະເຮັດສະໂນດນຳສົ່ງແຈ້ງໃຫ້ຂະແໜງການເງິນຮັບຜິດຊອບໃນການເກັບເງິນຕົວຈິງ
ນຳຫົວໜ່ວຍວິສາຫະກິດ
ທີ່ໄດ້ຂື້ນທະບຽນວິສາຫະກີດເຂົ້າງົບປະມານລວມສູນປະຕູດຽວ
ຊຶ່ງຂະແໜງການຄ້າມີແຕ່ຄິດໄລ່ການເກັບຄ່າທຳນຽມ
ຂອງແຕ່ລະຫົວໜ່ວຍການຂື້ນທະບຽນວິສາຫະກິດແລ້ວ ເຮັດສະໂນດນຳສົ່ງແຈ້ງໃຫ້ຂະແໜງການເງິນຮັບຜິດ
ຊອບໃນການເກັບເງິນຕົວຈິງ
ນຳຫົວໜ່ວຍວິສາຫະກິດເຂົ້າງົບປະມານລວມສູນປະຕູດຽວ ແລ້ວສະຫຼຸບລາຍງານຕົວເລກ
ການເກັບຄ່າທຳນຽມການຂື້ນທະບຽນວິສາຫະກິດ ໃຫ້ຂະແໜງການເງິນ
ເປັນງວດແລະປີ.
V.) ການຈັດຕັ້ງປະຕິບັດ ເພື່ອອອກໃບຢັ້ງຢືນສືບຕໍ່ນຳໃຊ້ທະບຽນວິສາຫະກິດ
ແລະ ການຕິດຕາມກວດກາ
ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໃນແຕ່ລະປີ :
ເລີ້ມແຕ່ທຸກໆເດືອນຕຸລາຂອງແຕ່ລະປີ ໃຫ້ບັນດາຫົວໜ່ວຍວິສາຫະກິດມາແຈ້ງສືບຕໍ່ເພື່ອນຳໃຊ້ທະ
ບຽນວິສາຫະກິດນຳຂັ້ນທີ່ຂື້ນທະບຽນວິສາຫະກິດ,ແຕ່ກ່ອນຈະອອກໃບຢັ້ງຢືນສືບຕໍ່ໃນແຕ່ລະປີ
ໜ່ວຍງານຄຸ້ມຄອງທະບຽນວິສາຫະກິດຈະຕ້ອງໄດ້
ລົງຕິດຕາມກວດກາການຂອງທຸກໆຫົວໜ່ວຍວິສາຫະ
ກິດເປັນແຕ່ລະປີ,ຖ້າຫົວໜ່ວຍວິສາຫະກິດໃດບໍ່ມາແຈ້ງສືບຕໍ່ນຳໃຊ້ທະບຽນວິສາຫະກິດ.ໃນສົກປີຕໍ່ໄປ
ຖ້າຮອດກຳນົດ1ປິ
ນັບແຕ່ມື້ໄດ້ຮັບອະນຸຍາດສ້າງຕັ້ງຂື້ນທະບຽນວິສາຫະກິດ
ຫົວໜ່ວຍວິສາຫະກິດນັ້ນຈະຖືກລົບລ້າງທະບຽນ,ແລະທະບຽນວິສາຫະກິດຈະຕົກໄປ
ຕາມທີ່ໄດ້ກຳນົດໄວ້ໃນມາດຕາ19 ຂອງກົດໝາຍວ່າດ້ວຍທຸລະກິດ,
ເວັ້ນເສັຍແຕ່ໄດ້ມາແຈ້ງເຫດຜົນໃຫ້ໜ່ວຍງານຄຸ້ມຄອງທະບຽນຮັບຊາບລ່ວງໜ້າກ່ອນ01ເດືອນ.
ຖ້າຫົວໜ່ວຍວິສາຫະກິດໃດບໍ່ໄດ້ມາແຈ້ງສືບຕໍ່ນຳໃຊ້ທະບຽນວິສາຫະກິດໃນສົກປີຜ່ານມາຈະຕ້ອງໄດ້ແຈ້ງອອກສູ່ຊື່ມວນ
ຊົນຮັບຊາບພາຍໃນ 30 ວັນ ແລ້ວຍັງບໍ່ມາພົວພັນຂະແໜງການຄ້າຈະຖືເປັນບ່ອນອີງແຈ້ງໃຫ້ຂະແໜງການ
ເງິນບໍ່ອອກໃບທະບຽນອາກອນໃນສົກປີຕໍ່ໄປ ແລະ ແຈ້ງໃຫ້ທຸກຂະແໜງການກ່ຽວຂ້ອງ
ບໍ່ອອກໃບອະນຸຍາດດຳເນີນທຸລະກິດໃນສົກປີຕໍ່ໄປ,ພ້ອມທັງລົບລ້າງທະບຽນວິສາຫະກິດດັ່ງກ່າວ
ຖ້າຫາກວິສາຫະກິດ
ໃດມີການດຳເນີນທຸລະກິດດ້ານຂະແໜງການຄ້າ ແມ່ນໃຫ້ທຸກພາກສ່ວນຂອງຂະແໜງການຄ້າບໍ່ໃຫ້ອອກ
ໃບອະນຸຍາດຕ່າງໆ,ແຕ່ມີເງື່ອນໃຂໃນການປະກອບເອກະສານຂໍຂື້ນທະບຽນວິສາຫະກິດໃໝ່ນຳຂະແໜງການຄ້າຕາມລະ
ບຽບການກຳນົດໄວ້ .
VI.):ການສະຫລຸບລາຍງານຜົນການຈັດຕັ້ງປະຕິບັດ:
ການຄຸ້ມຄອງ,ຂື້ນທະບຽນ,ຕິດຕາມກວດກາ ບັນດາຫົວໜ່ວຍວິສາຫະກິດ ໃຫ້ສະຫລຸບສັງລວມລາຍງານປະຈຳງວດແລະປີ,
ສົ່ງໃຫ້ກົມການຄ້າພາຍໃນ ເພື່ອສັງລວມສະຖິຕິ
ການຄຸ້ມຄອງຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດ.
ບົດແນະນຳສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັ່ນນີ້ເປັນຕົ້ນໄປແລະຄຳສັ່ງແນະນຳຈັດຕັ້ງປະຕີບັດກ່ຽວກັບການຄຸ້ມຄອງ,
ຂື້ນທະບຽນວິສາຫະກິດຜ່ານມາລ້ວນແຕ່ຖືກຍົກເລີກ.
ລັດຖະມົນຕີ ກະຊວງ ການຄ້າ
ສຳເນົານຳສົ່ງ:
- ຫ້ອງວ່າການ ສູນກາງພັກ “ເພື່ອລາຍງານ”
- ຫ້ອງວ່າການສຳນັກງານນາຍົກ “ເພື່ອລາຍງານ”
- ຄະນະກຳມະການ ແຜນການແລະການລົງທຶນ “ເພື່ອລາຍງານ”
- ກະຊວງການເງິນ “ເພື່ອຊາບ”
- ບັນດາກະຊວງແລະຂະແໜງການກ່ຽວຂ້ອງ “ເພື່ອຊາບ”
- ບັນດາກົມອ້ອມຂ້າງກະຊວງ “ເພື່ອຊາບ”
- ສຳເນົາ
|