www.smepdo.org       
 
Lao Eng
 

ການນຳເຂົ້າ ແລະ ສົ່ງອອກ > ການຂື້ນທະບຽນອະນຸຍາດການນຳເຂົ້າ ແລະສົ່ງອອກ > ລະບົບນຳເຂົ້າ ແລະ ສົ່ງອອກທີ່ກ່ຽວຂ້ອງເຂດການຄ້າເສລີ

 
 

ລະບົບການ ນຳເຂົ້າ ແລະ ການສົ່ງອອກ

ຂັ້ນຕອນຕ່າງໆໃນການນຳເຂົ້າ.

ການນຳເຂົ້າສິນຄ້າ ແມ່ນມີຂັ້ນຕອນຕ່າງໆນັບຕັ້ງແຕ່ ການຕົກລົງເຮັດສັນຍານຳເຂົ້າ ຈົນເຖິງການ ຊຳລະສະ
ສາງຄ່າໃຊ້ຈ່າຍສຳລັບສິນຄ້ານຳເຂົ້າ. ຂັ້ນຕອນຕ່າງໆ ໃນການນຳເຂົ້າໂດຍ ທົ່ວໄປແລ້ວ ຈະກ່ຽວພັນກັບການ
ຕົກລົງສັນຍາການນຳເຂົ້າ, ການໄດ້ຮັບອະນຸຍາດເພື່ອນຳເຂົ້າ, ການເສຍພາສີ ແລະ ຄ່າໃຊ້ຈ່າຍໃນການນຳ
ເຂົ້າ. ຂັ້ນຕອນຕ່າງໆຈະມີຫຼາຍ ຮູບແບບແຕ່ຂຶ້ນກັບປະເພດຂອງ ທຸລະກິດ ແລະ ສິນຄ້າທີ່ຈະນຳເຂົ້າອີກດ້ວຍ. ການນຳເຂົ້າສິນຄ້າເຂົ້າມາ ສ ປ ປ ລາວ ໃຫ້ຖືກຕ້ອງຕາມກົດໜາຍນັ້ນ,ໃນເວລາທີ່ເຮືອຂົນສົ່ງມາຮອດທາງເຂົ້າ ທ່າເຮືອໄດ້ຈ່າຍຄ່າພາສີ ແລະ ການຂົນສົ່ງສິນຄ້າ ຕ້ອງໄດ້ຮັບການອະນຸຍາດຈາກ ດ່ານພາສີທີ່ກ່ຽວ
ຂ້ອງກ່ອນ. ນອກນັ້ນ ອາດມີີວິທິ ການດ້ານການຄ້າຫຼາຍໆຢ່າງ ລວມມີ VC, TT ແລະ ຂັ້ນຕອນອື່ນໆ.

ໃບສັນຍານຳເຂົ້າ.

ສັນຍານຳເຂົ້າ ແມ່ນໃບສະເໜີ່ທີ່ອີງໃສຂໍ້ຕົກລົງທີ່ເປັນລາຍລັກອັກສອນ ຫຼື ສັນຍາ ລະຫວ່າງ ຕົວແທນຈຳ
ໜ່າຍການຄ້າຢູ່ລາວ ແລະ ຜູ້ສະໜອງຕ່າງປະເທດເອງ ຫຼື ໃບສະເໜີສຳລັບຕ່າງປະເທດ ຈາກການຮັບ
ຮອງຂອງຜູ້ສົ່ງອອກຕ່າງປະເທດ. ການນຳເຂົ້າສູ່ປະເທດລາວແມ່ນ ເປັນໄປແບບເສລີ ແຕ່ການບໍລິຫານ
ຍັງຕ້ອງ ອີງຕາມຂໍ້ກຳນົດກົດລະບຽບຂອງອັດຕາ ແລກປ່ຽນ ຕ່າງປະເທດ, ກົດໜາຍພາສີ ແລະ ກົດລະ
ບຽບພິເສດທີ່ກຳນົດໂດຍກະຊວງການການຄ້າ. ສາມາດນຳເຂົ້າສິນຄ້າຕ່າງໆໄດ້ຍົກເວັນສິນຄ້າທີ່ຖືກເກືອດຫ້າມ.

ໃບອະນຸຍາດນຳເຂົ້າ.

ໂດຍທົ່ວໄປແລ້ວໃບອະນຸຍາດນຳເຂົ້າຈະຕ້ອງໄດ້ຮັບອະນຸມັດໂດຍກົງຈາກກະຊວງການຄ້າ ເຊີ່ງກໍ່ໄດ້ມອບໝາຍ
ໃຫ້ແກ່ ພະແນກການຄ້າຂອງແຂວງໃນການອອກໃບອະນຸຍາດນຳເຂົ້າ ແກ່ວິສາຫະກິດທີ່ຕ້ອງການໄດ້ໂດຍກົງ
ໂລດ. ຕາມຫລັກການແລ້ວ, ໃບອະນຸຍາດນຳເຂົ້າແມ່ນມີ ອາຍຸ 3 ເດືອນ. ດັ່ງນັ້ນ, ການນຳເຂົາດ ແລະ ສະ
ສາງພາສີນຳເຂົ້າຕ່າງໆ ຕ້ອງສຳເລັດພາຍໃນ ກຳນົດຂອບເຂດຂອງໃບອະນຸຍາດ.

ການເຮັດໜັງສືຄ້ຳປະກັນ (ຮູບການຊຳລະສະສາງການຄ້າລະຫວ່າງປະເທດ)

ບໍລິສັດທີ່ໄດ້ຮັບໃບອະນຸຍາດນຳເຂົ້າ ຈະຕ້ອງໄດ້ເປີດ L/C ກັບທະນາຄານຕ່າງປະເທດ ສຳລັບໄລຍະເວລາ
ການນຳເຂົ້າ ແຕ່ຖ້າຫາກຈຳເປັນ ກໍ່ສາມາດສະເໜີເພື່ອຢືດເວລາສຳລັບໃນການກະກຽມເພື່ອຂໍນັ້ນ ຈຳເປັນຕ້ອງ
ມີເອກະສານອະນຸຍາດນຳເຂົ້າ, ແລະ ຈຳນວນຂອງ L/C ບໍ່ຄວນກ່າຍ ຈຳນວນທີ່ໄດ້ຮັບອະນຸຍາດນຳເຂົ້າ ແລະ ຕ້ອງເປັນສະກຸນເງິນຕາ ປະເພດດຽວກັບ ທີ່ໄດ້ກຳນົດຢູ່ໃນໃບອະນຸຍາດນຳເຂົ້າເຊັ່ນກັນ.

ເອກະສານກ່ຽວກັບການຂົນສົ່ງຕ່າງໆ.

ຜູ້ສົ່ງອອກຕ່າງປະເທດທີ່ໄດ້ຮັບໃບຂົນສົ່ງສິນຄ້າ UC ທີ່ໄດ້ລະບຸຢູ່ໃນເງື່ອນໄຂຕ່າງໆຢູ່ໃນ L/C ນັ້ນ ກໍ່ຈະ
ກະກຽມເອກະສານຕ່າງໆເພື່ອການຂົນສົ່ງສິນຄ້າ. ທະນາຄານຂອງຜູ້ສົ່ງອອກ ກໍ່ຈະສົ່ງ ເອກະສານ ທີ່ກ່ຽວ
ກັບການຂົນສົ່ງໄປຍັງ ທະນາຄານທີ່ອອກໃບ UC ການສົ່ງອອກ. ຫລັງຈາກທີ່ໄດ້ ຢັ້ງຢືນຄວາມຖືກຕ້ອງແລະ ສອດຄ່ອງທັງສອງຝ່າຍດ້ານເງື່ອນໄຂການສົ່ງອອກແລ້ວ ກໍ່ຈະອອກ ເອກະສານ ການເຄື່ອນຍ້າຍສິນຄ້າ
ໃຫ້ແກ່ຜູ້ນຳເຂົ້າ. ຜູ້ນຳເຂົ້າຈະໄດ້ສົ່ງໃບ B/L ໃຫ້ກັບບໍລິສັດ ຂົນສົ່ງທາງເຮືອ ກ່ອນການຮັບເອົາສິນຄ້າເວລາ
ມາຮອດ. ແຕ່ຖ້າຫາກກໍລະນີທີ່ ສິນຄ້າມາຮອດແຕ່ ເອກະສານຍັງບໍ່ທັນແລ້ວ ຜູ້ນຳເຂົ້າກໍ່ສາມາດສະເໜີ
ເອກະສານຮັບປະກັນ UG ໃຫ້ແກ່ບໍລິສັດ ຂົນສົ່ງ ແລະ ເອົາສິນຄ້າອອກກ່ອນ ກ່ອນທີ່ໄດ້ຮັບເອກະສານ L/G ທີ່ສົ່ງມາໃຫ້ຈາກທະນາຄານ.

ການສະສາງພາສີນຳເຂົ້າ.

ເວລາສິນຄ້າມາຮອດກໍຈະ ພັກໄວ້ຢູ່ສາງ. ຜູ້ນຳເຂົ້າຈະສະເໜີເອກະສານທີ່ເອົາເຄື່ອງອອກໃຫ້ແກ່ ໜ່ວຍງານ ຊຳລະສະສາງພາສີ ແລະ ເອົາເຄື່ອງອອກ. ສິນຄ້າຈະຖືກກວດກາກ່ອນການເອົາອອກ ແລະ ໂດຍອິງໃສ່ເອ
ກະສານທີ່ຈະຕ້ອງຄົບຖ້ວນ. ການຄິດໄລ່ ພາສີນຳເຂົ້າແມ່ນອິງໃສ່ລະບຽບການ ທີ່ໄດ້ກຳນົດໄວ້ແລ້ວ. ຫລັງການ
ຊຳລະສະສາງ ກໍສາມາດນຳເຄື່ອງອອກໄດ້ ເຊິ່ງຖືວ່າ ສຳເລັດ ຂັ້ນຕອນການນຳເຂົ້າສິນຄ້າ.

ຂັ້ນຕອນຕ່າງໆໃນການສົ່ງອອກ.

ການດຳເນີນການສົ່ງອອກຂອງລາວສ່ວນຫຼາຍແມ່ນຈະປະຕິບັດໂດຍໃຊ້ໜັງສືຄ້ຳປະກັນ (L/C) ຫຼື ໃນແບບ
ຂອງຮ່າງ at sight draft ຫຼື ແບບຂອງການຮ່າງຄ້ຳປະກັນ. ການສົ່ງອອກສິນຄ້າແມ່ນຍັງຮຽກຮອ້ງໃຫ້ມີຂະ
ບວນການໃນການດຳເນີນງານ ເຊັ່ນ: ສັນຍາການສົ່ງອອກ ໃບອະຸຍາດສົ່ງອອກ, ການຜະລິດຂອງສິນຄ້າ
ສົ່ງອອກ, ການແຈ້ງເສຍພາສີ ແລະ ການແລ່ນເອກະສານເອົາສິນຄ້າອອກ, ແລະ ການເກັບຊະລະເງີນ. ສຳລັບຂັ້ນຕອນຂອງການສົ່ງອອກ ແມ່ນຂຶ້ນກັບປະເພດຂອງການ ເຄື່ອນຍ້າຍ ແລະ ຊະນິດຂອງສິນຄ້າ
ທີ່ຖືກສົ່ງອອກເອງ. ສຳລັບພາກນີ້ແມ່ນຈະແນ່ໃສ່ວິທີການ ໂດຍຜ່ານໜັງສືຄ້ຳປະກັນ (L/C).

ສັນຍາການສົ່ງອອກ ແລະ ໃບ L/C.

ຂັ້ນຕອນທຳອິດໃນຂະບວນການສົ່ງອອກແມ່ນໃບສັນຍາການສົ່ງອອກ. ຜູ້ສົ່ງອອກຈະໄດ້ຮັບໜັງສືຄ້ຳປະກັນຈາກຜູ້
ນຳເຂົ້າ.ຫຼັງຈາກຮັບໜັງສືຄ້ຳປະກັນຮຽບຮ້ອຍແລ້ວ, ກ່ອນທີ່ຜູ້ສົ່ງອອກຈະສົ່ງອອກນັ້ນແມ່ນຄວນຈະໄດ້ຮັບໃບ
ອະນຸຍາດສົ່ງອອກ ແລະ ການຕົກລົງເຫັນດີຈາກອຳນາດການປົກຄອງທີ່ກ່ຽວຂອ້ງ ທີ່ໄດ້ຖືກມອບໝາຍໃຫ້ເພື່ອ
ທົບທວນເຖີງລາຍການສິນຄ້າຕ່າງໆ. ໃນຂັ້ນຕອນນີ້ ແມ່ນມີຄວາມຈຳເປັນໃນການກຳນົດວ່າລາຍການຂອງ
ສິນຄ້າທີ່ຈະສົ່ງ ອອກມັນ ໄດ້ລວມຢູ່ໃນລາຍ ການສິນຄ້າທີ່ໄດ້ຮັບອະນຸຍາດໃນການສົ່ງອອກ ພາຍໃຕ້ຂໍ້ກຳ
ນົດຂອງ ສິນຄ້ານຳເຂົ້າ ແລະສົ່ງອອກ.

ໃບອະນຸຍາດສົ່ງອອກ

ຜູ້ສົ່ງອອກ ຄວນຈະໄດ້ຮັບໃບອະນຸຍາດສົ່ງອອກສຳລັບທຸກໆການເຄື່ອນໄຫວການສົ່ງອອກ. ລະບົບນີ້ແມ່ນອອກ
ແບບອອກມາ ເພື່ອຮັບປະກັນວ່າຂະບວນການສົ່ງອອກນັ້ນໄດ້ ເປັນໄປຕາມ ລະບຽບກົດໝາຍ ແລະ ເພື່ອອຳ
ນວຍຄວາມສະດວກໃນການເກັບໃບບິນສົ່ງອອກ. ພະແນກການ ຄ້າແຂວງແມ່ນໄດ້ຮັບມອບໝາຍ ເປັນຜູ້ອອກ
ໃບອະນຸຍາດສົ່ງອອກ. ສຳລັບແບບຟອມຂໍໃບ ອະນຸຍາດສົ່ງອອກ, ຜູ້ສົ່ງອອກຕ້ອງຂຽນຊື່, ທ່າສົ່ງສິນຄ້າ, ວິທີການຊຳລະເງິນ, ໄລຍະ ເວລາ ທີ່ໄດ້ກຳນົດ, ຕະຫຼອດເຖິງສະເປັກຂອງລາຍການສິນຄ້າສົ່ງອອກ.

ການກວດສອບສົ່ງອອກ.

ການທີ່ມີຊື່ສຽງທີ່ດີໃນການສົ່ງອອກສິນຄ້າແມ່ນເປັນສີ່ງທີ່ດີ ແລະ ດັ່ງນັ້ນ ຈະເຮັດໃຫ້ຄວາມເຊື່ອໜັ້ນໃນການ
ສົ່ງອອກສູງຂຶ້ນ,ໃນບາງກໍລະນີລັດຖະບານໄດ້ຈັດຄົນໃນເຄື່ອງແບບກວດສອບລາຍການສິນຄ້າສົ່ງອອກກອ່ນ
ຈະສົ່ງສິນຄ້າອອກ. ຂັ້ນຕອນໃນການກວດສອບຕ່າງໆສາມາດໄຈ້ແຍກ ໄດ້ 4 ປະເພດ: ຄຸນນະພາບ, ເງື່ອນ
ໄຂໃນການຫຸ້ມຫໍ່, ວັດຖຸດິບ, ການອອກແບບ ແລະ ການກວດສອບວິທີການຜະລິດ.ການກວດສອບການສົ່ງອອກ
ແມ່ນຈະບໍ່ໄດ້ກວດສອບໜົດທຸກໆສິນຄ້າ ແຕ່ຈະແມ່ນສະເພາະກັບບາງລາຍການທີ່ໄດ້ກຳນົດໃຫ້ມີການກວດສອບ.

ໃບແຈ້ງເສຍພາສີ

ໃນການສົ່ງອອກ, ຜູ້ສົ່ງອອກຈະຕ້ອງຝາກສິນຄ້າຕ່າງໆທີ່ຈະສົ່ງອອກກັບສາງພາສີກອ່ນ, ແລ້ວ ສົ່ງເອກະສານ
ຕ່າງໆເຖີງຫົວໜ້າດ່ານພາສີ. ດ່ານພາສີຈະກວດສອບລາຍການສິນຄ້າສົ່ງອອກວ່າຖືກຕ້ອງຕາມໃບແຈ້ງລາຄາ ແລະ ໃບອະນຸຍາດສົ່ງອອກ ຫຼືບໍ່. ຖ້າວ່າລາຍການສິນຄ້າທັງໜົດເປັນໄປຕາມໃບແຈ້ງລາຄາ ແລະ ໃບອະນຸຍາດສົ່ງອອກດັ່ງກ່າວແລ້ວ ດ່ານພາສີຈະອອກໃບແຈ້ງເສຍພາສີສິນຄ້າສົ່ງອອກໃຫ້, ເອກະສານທີ່ຕ້ອງການເມື່ອແຈ້ງລາຍການສິນຄ້າສົ່ງອອກມີຄື:

  • ໃບແຈ້ງສິນຄ້າສົ່ງອອກ 5 ສະບັບ;

  • ໃບອະນຸຍາດການສົ່ງອອກ 1ສະບັບ;

  • ໃບແຈ້ງລາຄາ 1 ສະບັບ;

  • ໃບລາຍການຫຸ້ມຫໍ່ສິນຄ້າ 1 ສະບັບ;

  • ແລະເອກະສານອື່ນໆທີ່ກ່ຽວຂ້ອງ.
    ການແລ່ນເອກະສານສົ່ງອອກ.

ຫຼັງຈາກທີ່ໄດ້ຮັບໃບອະນຸຍາດສົ່ງອອກຈາກບັນດາອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ແລະ ດ່ານພາສີແລ້ວ, ຜູ້ສົ່ງອອກຈະຕ້ອງຊອກບໍລິສັດເພື່ອຂົນສົ່ງທາງເຮືອ ແລະ ແລ່ນເອກະສານຕ່າງໆ. ຂັ້ນຕອນສຸດທ້າຍໃນການຂົນສົ່ງແມ່ນຜູ້ສົ່ງອອກຈະຕ້ອງຮັບປະກັນວ່າສິນຄ້າໄດ້ຖືກຂົນສົ່ງອອກ.
 

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia