www.smepdo.org       
 
Lao Eng
 
 
  ວິສາຫະກິດຂອງທ່ານອາດກ່ຽວພັນກັບ ການນຳເຂົ້າ ແລະ ສົ່ງອອກວັດສະດຸ ຫລື ສິນຄ້າ, ມັນຈຶ່ງເປັນສິ່ງຈຳ
ເປັນທີ່ທ່ານ ຄວນຮູ້ ກ່ຽວກັບກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງ ແລະ ຂໍ້ຕົກລົງດ້ານການຄ້າຕ່າງໆທີ່ຈະ
ເປັນປະໂຫຍດສຳລັບການ ເຮັດທຸລະກິດຂອງທ່ານ.

ຈຸດເດັ່ນຂອງກົດໝາຍ ແລະ ລະບຽບການນຳເຂົ້າ ແລະ ສົ່ງອອກ

ກົດຫມາຍວ່າດ້ວຍພາສີ ໄດ້ກຳນົດລະບຽບຫລັກການ ກ່ຽວກັບການ ສົ່ງອອກ, ການນຳເຂົ້າ ແລະ ການຈໍລະ
ຈອນສິນຄ້າເຄື່ອງຂອງ ຢູ່ພາຍໃນ ສປປ ລາວ. ສິນຄ້າເຄື່ອງຂອງ ທີ່ສົ່ງອອກ ຫລື ນຳເຂົ້າ ສປປ ລາວ ຕ້ອງໄດ້ເສຍຄ່າພາສີ ເປັນເອກະພາບ ຕາມລະບຽບຫລັກການ ດັ່ງທີ່ໄດ້ບົ່ງໄວ້ໃນປື້ມສາລະບານ ອັດຕາພາສີ, ເວັ້ນເສຍແຕ່ ໃນກໍລະນີ ທີ່ສິນຄ້າ ຫລື ເຄື່ອງຂອງນັ້ນ ຫາກຖືກຈັດເຂົ້າຢູ່ໃນລະບອບ ງົດເກັບພາສີ ຫລື ຍົກເວັ້ນພາສີ ເພື່ອແນ່ໃສ່ ຊຸກຍູ້ການຜະລິດສິນຄ້າ ແລະ ການບໍລິການຢູ່ພາຍໃນປະເທດ. ກົດໝາຍພາສີ
ແມ່ນເພື່ອ ສົ່ງເສີມການລົງທຶນ ແລະ ການຮ່ວມມືກັບຕ່າງປະເທດ, ສົ່ງເສີມຂາອອກ ແລະ ຮັບປະກັນແຫລ່ງ
ລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ.

ກົດໝາຍ ແລະ ລະບຽບການນຳເຂົ້າ ແລະ ສົ່ງອອກ

ທ່ານສາມາດກົດຢູ່ນີ້ເພື່ອເອົາຂໍ້ມູນກ່ຽວກັບ ກົດໝາຍພາສີ (ເລກທີ 04/94/ສພຊ) ແລະ ລະບຽບການ (/////) ເຊິ່ງໄດ້ໃຫ້ຂໍ້ມູນລະອຽດ ໂດຍສະເພາະສຳລັບການນຳໃຊ້ຕົວຈິງ.

ການຂຶ້ນທະບຽນອະນຸຍາດການນຳເຂົ້າ ແລະ ສົ່ງອອກ

ການຂຶ້ນທະບຽນບໍລິສັດຂາເຂົ້າ ແລະ ຂາອອກ ຮຽກຮ້ອງໃຫ້ ປະຕິບັດ ຕາມຂັ້ນຕອນຕ່າງໆ ໃນການນຳເຂົ້າ
ວັດສະດຸ ຫລື ສິນຄ້າແຕ່ລະຄັ້ງ ແມ່ນມີລະບຽບການ ແລະຂັ້ນຕອນ ໂດຍສະເພາະ ເອກະສານ ແລະ ລະບົບ
ການນຳເຂົ້າ ແລະ ສົ່ງອອກ ທີ່ກ່ຽວຂ້ອງ. ເພື່ອເປັນການສົ່ງເສີມ ການສົ່ງອອກ ໃນປະຈຸບັນນີ້ ທ່ານສາມາດ ພົວພັນໂດຍກົງກັບພະແນກການຄ້າແຂວງເພື່ອຂໍອະນຸຍາດສົ່ງອອກໄດ້ ໂດຍບໍ່ຈຳເປັນຜ່ານສູນກາງໃນທຸກກໍລະນີ.

ຂໍ້ຕົກລົງດ້ານການຄ້າຕ່າງໆ

ເຂດການຄ້າເສລີ. ໃນກອງປະຊຸມ ອາຊຽນ ຢູ່ສິງຄະໂປ ໃນປີ ເດືອນ1 ປີ 1992, ສະມາຊິກ ປະເທດອາຊຽນ
ໄດ້ສະເໜີ ໃຫ້ມີເຂດການຄ້າ ເສລີ ສຳລັບປະເທດ ສະມາຊິກນຳກັນ ເຊິ່ງໝາຍ ເຖິງການຫລຸດຜ່ອນ ກຳແພງ
ອາກອນ ສຳລັບບັນດາປະເທດຢູ່ຂົງເຂດດຽວກັນ ຈົນຮອດປີ 2008. ການໃຫ້ສິດທິພິເສດທາງດ້ານອັດຕາພາສີທີ່ມີຜົນບັງຄັບໃຊ້ຮ່ວມກັນ ແມ່ນກົນໄກດ້ານກຳແພງພາສີສຳລັບການ
ຄ້າຂາຍ ໃນຂົງເຂດ ປະເທດອາຊຽນ, ກວມອັດຕາ 40% ເຊິ່ງຈະໄດ້ຫລຸດລົງ ເຫລືອ 0 ຫາ 5% ໃນປີ 2002/2003 (2006 ສຳລັບຫວຽດນາມ, 2008 ສຳລັບ ສປປ ລາວ ແລະ ມຽນມາ, ແລະ 2010 ສຳລັບ ກຳປູເຈຍ). ພາຍໃຕ້ ສິດທິ ພິເສດດັ່ງກ່າວ ສິນຄ້າ ຖືກຈັດເຂົ້າເປັນ 4 ປະເພດ ລາຍການຄື:

 (1) ລາຍການສິນຄ້າຫລຸດຜ່ອນອັດຕາພາສີ,
(2) ລາຍການສິນຄ້າ ໂຈະການຫລຸດຜ່ອນອັດຕາພາສີ ແບບຊົ່ວຄາວ,
(3) ລາຍການສິນຄ້າ ກະທົບໄວ, ແລະ
(4) ລາຍການສິນຄ້າໂຈະການຫລຸດຜ່ອນອັດຕາ ພາສີ ແບບຖາວອນ. ສປປ ລາວ ໄດ້ສະເໜີ ລາຍການຜະ
ລິດຕະພັນ ຈຳນວນໜຶ່ງທີ່ກ່ວມ ຢູ່ໃນລາຍການ (2) ລາຍການສິນຄ້າໂຈະການ ຫລຸດຜ່ອນອັດຕາພາສີ ແບບຊົ່ວຄາວ, (3) ລາຍການສິນຄ້າກະທົບໄວ, ແລະ (4) ລາຍການສິນຄ້າໂຈະການຫລຸດຜ່ອນ ອັດຕາພາສີ ແບບ ຖາວອນ. ໃນໄລຍະຍາວ ປະເທດສະມາຊິກອາຊຽນໄດ້ຕົກລົງ ໃຫ້ອັດຕາກຳແພງພາສີ ເປັນ 0% ສຳລັບການນຳເຂົ້າທັງໝົດ ໃນປີ 2010 ສຳລັບປະເທດ ສະມາຊິກອາຊຽນເກົ່າ ແລະ ໃນປີ 2015 ສຳລັບ 4 ປະເທດສະມາຊິກ ໃໝ່ ລວມເຖິງ ສປປ ລາວ.
 

ການຕົກລົງດ້ານການຄ້າສອງຝ່າຍ.

ສປປ ລາວ ໄດ້ເຊັນສັນຍາສອງຝ່າຍ ກັບປະເທດ ຫວຽດນາມ, ໄທ, ມຽນມາ, ກຳປູເຈັຍ, ຈີນ, ມົງໂກເລັຍ, ສະຫະພັນລັດເຊັຍ ແລະ ບັນດາ ປະເທດ ຢູໂຣບຕະເວັນອອກ. ສັນຍາດັງກ່າວ ແມ່ນມີລັກສະນະກ່ວມ ລວມ ແລະ ສະເພາະດ້ານ ເຊິ່ງມີຈຸດປະສົງ ພັດທະນາ ແລະ ສືບຕໍ່ພັດທະນາ ແລະ ເສີມຂະຫຍາຍຄວາມເຂັ້ມແຂງ ຜ່ານສາຍ ພົວພັນ ດ້ານການຄ້າ ລະຫວ່າງສອງປະເທດ ບົນຫລັກການ ຜົນປະໂຫຍດຮ່ວມກັນ ແລະ ຄວາມສະເໝີພາບ. ຢູ່ໃນສັນຍາສອງ ຝ່າຍກັບຄູ່ຮ່ວມການຄ້າ ແມ່ນໄດ້ລະບຸຂະແໜງ ການຄ້າທີ່ເປັນ ທ່າແຮງ ຂອງຄູ່ຮ່ວມຄ້າ ລວມເຖິງ ສິດພິເສດຕ່າງໆ.

ການເຂົ້າເປັນສະມາຊິກອົງການ ການຄ້າໂລກ (WTO)

ສປປ ລາວ ສະເໜີເຂົ້າເປັນສະມາຊິກອົງການ ການຄ້າໂລກ ໃນປີ 1997. ມາຮອດປະຈຸບັນ ກຳລັງຢູ່ໃນ
ລະຫວ່າງການກະກຽມ ໃນຫລາຍໆດ້ານ ຕາມເງື່ອນໄຂອົງການ ການຄ້າໂລກ ແລະ ຄາດຫວັງວ່າ ຈະໄດ້
ເຂົ້າເປັນສະມາຊິກສົມບູນໃນປີ 2008. ການເຂົ້າເປັນສະມາຊິກດັ່ງກ່າວ ເປັນສິ່ງທ້າທາຍ ແກ່ທຸລະກິດລາວ ແຕ່ອີກດ້ານໜຶ່ງຈະເກີດຜົນປະໂຫຍດ ແລະ ໂອກາດອັນໃຫຍ່ຫລວງ ໂດຍສະເພາະດ້ານ ຕະຫລາດຮອງຮັບ.  

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia