|
ດຳລັດຂອງນາຍົກລັດຖະມົນຕີ
ວ່າດ້ວຍ ການຈັດຕັ້ງ ປະຕິບັດ ກົດຫມາຍພາສີ
......................
ນາຍົກລັດຖະມົນຕີ
ອອກດຳລັດ:
ພາກທີ I ຫລັກການທົ່ວໄປ
ມາດຕາ 1:
ດຳລັດສະບັບນີ້ວາງຂໍ້ກຳນົດລະອຽດ ກ່ຽວກັບການສົ່ງອອກ, ການນຳເຂົ້າ
ແລະ ການຈໍລະຈອນສິນ
ຄ້າເຄື່ອງຂອງຢູ່ໃນອານາເຂດພາສີ.
ມາດຕາ 2: ລັດຖະພາສີ ມີຫນ້າທີ່ປົກປ້ອງການຜະລິດພາຍໃນປະເທດ,
ຊຸກຍູ້ການຜະລິດສິນຄ້າ ຕາມກົນໄກຕະ
ຫລາດ, ສົ່ງເສີມການລົງທຶນ ແລະ ການຮ່ວມມືກັບຕ່າງປະເທດ,
ສົ່ງເສີມຂາອອກ, ຮັບປະກັນແຫລ່ງລາຍຮັບ
ເຂົ້າງົບປະມານລັດ ແລະ
ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ.
ອານາເຂດພາສີ ແມ່ນຜືນແຜ່ນດິນອັນຄົບຖ້ວນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ຊຶ່ງກວມທັງເຂດ
ນ່ານຟ້າ ແລະ ນ້ຳ ທີ່ເປັນຊາຍແດນ ກັບຕ່າງປະເທດ ແລະ ຮັບຮູ້ກັນຕາມ
ກົດຫມາຍ.
ມາດຕາ 3: ຢູ່ໃນອານາເຂດພາສີນີ້ ທຸກຄົນ ທຸກອົງການຈັດຕັ້ງ,
ທຸກພາກສ່ວນເສດຖະກິດ, ໂດຍບໍ່ ຈຳແນກສັນ
ຊາດ ຈະມີທີ່ຕັ້ງຢູ່ ສ.ປ.ປ.ລາວ ຫລື ບໍ່ກໍ່ຕາມ
ຕ້ອງປະຕິບັດຕາມກົດຫມາຍພາສີ ແລະ ດຳລັດສະບັບນີ້ຢ່າງເຂັ້ມ
ງວດ ລວມທັງສັນຍາລະຫວ່າງປະເທດກ່ຽວກັບວຽກງານພາສີ ທີ່ປະເທດ ເຮົາໄດ້ເປັນພາຄີ
ຫລື ລັດຖະບານແຫ່ງ ສ.ປ.ປ.ລາວ ໄດ້ຮັບຮູ້ຢ່າງເປັນທາງການແລ້ວ.
ມາດຕາ 4 ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ
ທີ່ໄດ້ລະບຸໄວ້ໃນມາດຕາ 3 ຂ້າງເທິງນີ້ ເມື່ອມີການ
ນຳເຂົ້າ ຫລື ສົ່ງອອກສິນຄ້າເຄື່ອງຂອງ
ຕ້ອງໄດ້ເສຍພາສີຕາມອັດຕາທີ່ໄດ້ກຳນົດໄວ້ ໃນສາລະບານພາສີ ຊຶ່ງໄດ້
ຜ່ານການຮັບຮອງໂດຍສະພາແຫ່ງຊາດແລ້ວ, ເວັ້ນເສຍແຕ່ໃນກໍລະນີ
ທີ່ສິນຄ້າເຄື່ອງຂອງນັ້ນ ຫາກຖືກຈັດເຂົ້າໃນ
ລະບອບງົດເກັບພາສີ, ຖືກຍົກເວັ້ນພາສີ ຫລື ໃນກໍລະນີ ທີ່ບຸກຄົນ
ກໍຄືອົງການທີ່ນຳເຂົ້າ ແລະ ສົ່ງອອກຫາກໄດ້
ຮັບອະພິສິດຕາມກົດຫມາຍ ແລະ ຕາມປະ ເພນີສາກົນ ເຊັ່ນ: ນັກການທູດ
ແລະ ອື່ນໆ;
ມາດຕາ 5: ຫ້າມບຸດຄົນ ຫລື ນິຕິບຸກຄົນ ຫລຸດ ຫລື ເພີ້ມອັດຕາພາສີທີ່ໄດ້ກຳນົດໄວ້ໃນສາລະບານອັດຕາ
ບໍ່ວ່າ
ດ້ວຍວິທີໃດ ເຊັ່ນ: ຫລຸດ ຫລື ເພີ້ມອັດຕາພາສີໂດຍກົງ, ຫລຸດ ຫລື ເພີ້ມລາຄາ,
ປະລິ ມານ, ບໍລິມາດ,ນ້ຳຫນັກ
... ສິນຄ້າເຄື່ອງຂອງ ຊຶ່ງເປັນພື້ນຖານຄິດໄລ່ພາສີນັ້ນ.
ມາດຕາ 6: ລະບອບງົດເກັບພາສີປະກອບດ້ວຍ:
ລະບອບຂົນສົ່ງຜ່ານແດນ, ລະບອບສາງ, ເຂດ ປອດພາສີ, ລະບອບສົ່ງອອກ ແລະ
ນຳເຂົ້າຊົ່ວຄາວ...
ມາດຕາ 7: ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມນັ້ນ
ຖ້າປະທານປະເທດອອກ ລັດຖະບັນຍັດກຳ
ນົດອັດຕາພາສີ ສຳລົບບາງປະເພດສິນຄ້າເຄື່ອງຂອງ ຫລື ດັດແປງອັດຕາພາສີ
ຊຶ່ງເກັບຕາມອັດຕາສ່ວນຮ້ອຍ ຂອງມູນຄ່າມາເປັນອັດຕາ ສະເພາະຕົວ
ຫມາຍເຖິງການກຳນົດອັດ ຕາພາສີ ເປັນຈຳນວນເງິນຕາມຫົວຫນ່ວຍແທກ
ກໍໃຫ້ປະຕິບັດຕາມລັດຖະບັນຍັດນັ້ນ.
ມາດຕາ 8: ຂໍ້ກຳນົດ ແລະ ລະບຽບການຕ່າງໆ
ກ່ຽວກັບພາສີຈະມີຜົນບັງຄັບໃຊ້ໄດ້ກໍ່ຕາມ ຕ້ອງ ແຈ້ງຕາມຊະ
ນິດສິນຄ້າ ພ້ອມດ້ວຍເລກລະຫັດສະຖິຕິທີ່ໄດ້ບົ່ງໄວ້ ໃນປື້ມສາລະບານອັດຕາພາສີ
ແລະ ບົ່ງແຈ້ງປະເທດ ທີ່ໃຫ້
ກຳນົດແກ່ສິນຄ້າເຄື່ອງຂອງເຫລົ່ານັ້ນ.
ປະເທດທີ່ໃຫ້ກຳເນີດສິນຄ້າເຄື່ອງຂອງໃດຫນຶ່ງ ແມ່ນປະເທດທີ່ໄດ້ເກັບກ່ຽວ,
ຂຸດຄົ້ນ, ປຸງແຕ່ງ, ຫລື ຜະລິດສິນ
ຄ້າເຄື່ອງຂອງນັ້ນ. ເພື່ອເປັນການຕອບແທນຊື່ງກັນ ແລະ ກັນບົນຫລັກ
ການຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ
ປະທານປະເທດສາມາດອອກລັດຖະບັນຍັດກຳນົດ ອັດຕາພາສີ
ຜ່ອນຜັນເປັນລັກສະນະພິເສດ ຕໍ່ປະເທດໃດຫນຶ່ງ ສຳລັບການນຳເຂົ້າສິນຄ້າ
ຈາກປະ ເທດກ່ຽວຂ້ອງແຕ່ໃນພາກປະຕິບັດ, ເຈົ້າຫນ້າທີ່ພາສີຕ້ອງຮັບປະກັນວ່າ
ສິນຄ້າ
ນຳເຂົ້ານັ້ນ ມີຕົ້ນ ກຳເນີດຈາກປະເທດນັ້ນແທ້ ໂດຍອີງໃສ່ເອກະສານຢັ້ງຢືນຈາກອົງການ
ທີ່ມີສິດອຳນາດຂອງປະ
ເທດດັ່ງກ່າວ.
|