|
ມາດຕາ 62. ເມື່ອພົບເຫັນການລະເມີດລະບຽບກົດຫມາຍພາສີ,
ເຈົ້າຫນ້າທີ່ພາສີມີສິດຢຶດສິນຄ້າເຄື່ອງຂອງ ແລະ ພາຫະນະ
ພ້ອມທັງເອກະສານທີ່ກ່ຽວຂ້ອງ ເພື່ອເປັນຫລັກຖານໃນການດຳເນີນຄະດີ, ເຈົ້າຫນ້າທີ່ອື່ນໆ
ແລະປະຊາຊົນທຸກຄົນກໍລ້ວນແຕ່ມີພັນທະໃຫ້ຄວາມຮ່ວມມືກັບເຈົ້າຫນ້າທີ່ພາສີ.
ໃນກໍລະນີພົບເຫັນການກະທຳຜິດເຊິ່ງຫນ້າ, ເຈົ້າຫນ້າທີ່ພາສີມີສິດກັກຕົວຜູ້ລະເມີດ,
ສ່ວນເຈົ້າຫນ້າ ທີ່ອື່ນໆ ແລະ ປະຊາຊົນທຸກຄົນ
ກໍມີສິດຢຶດສິນຄ້າເຄື່ອງຂອງ ແລະ ອາດຈະກັກຕົວຜູ້ກະທຳຜິດກໍໄດ້.
ການກັກຕົວ ຕ້ອງປະຕິບັດຕາມເງື່ອນໄຂ
ທີ່ກຳນົດໄວ້ໃນກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ.
ສິນຄ້າເຄື່ອງຂອງ,ພາຫະນະ ແລະ ເອກະສານທີ່ຖືກຢຶດ
ພ້ອມດ້ວຍຜູ້ທີ່ຖືກກັກຕົວນັ້ນ ຕ້ອງນຳໄປມອບໃນທັນໃດໃຫ້ຫ້ອງພາສີ
ບ່ອນໃກ້ທີ່ສຸດເພື່ອເຮັດຈົດຫມາຍບັນທຶກ ແລະ ດຳເນີນຄະດີ.
ພາຍຫລັງສືບສວນ ສອບສວນ ແລະ ເຮັດຈົດຫມາຍບັນທຶກແລ້ວຖ້າຜູ້ກະທຳຜິດ
ຫາກມີຄວາມຜິດທາງອາຍາ
ລັດຖະການພາສີຕ້ອງມອບຜູ້ກະທຳຜິດໃຫ້ເຈົ້າຫນ້າທີ່ຕຳຫລວດເພື່ອດຳເນີນຄະດີ.
ສ່ວນສິນຄ້າເຄື່ອງຂອງນັ້ນ ລັດຖະການພາສີຕ້ອງດຳເນີນຄະດີ
ຕາມກົດຫມາຍຂອງພາສີ.
ໃນກໍລະນີ ຫາກມີການຢຶດສິນຄ້າເຄື່ອງຂອງ ຢູ່ໃນເຮືອນ,
ຈົດຫມາຍບັນທຶກຈະເຮັດຢູ່ໃນສະຖານທີ່ນັ້ນກໍໄດ້.
¬ຖ້າວ່າສິນຄ້າເຄື່ອງຂອງ ແລະ ພາຫະນະທີ່ຖືກຢຶດນັ້ນຫາກນຳໄປມອບໃຫ້
ຫ້ອງພາສີບໍ່ໄດ້ໃນທັນໃດ ໃຫ້ຝາກໄວ້ນຳອົງການປົກຄອງທ້ອງຖິ່ນ ຫລື
ກຳລັງປະກອບອາວຸດຢູ່ໃນທ້ອງຖິ່ນນັ້ນ ແຕ່ຕ້ອງເຮັດບົດບັນທຶກໄວ້ເປັນຫລັກຖານ.
ມາດຕາ 63. ຈົດຫມາຍບັນທຶກຕ້ອງເຮັດໃນທັນໃດ ໂດຍເຈົ້າຫນ້າທີ່ພາສີ
ຢ່າງຫນ້ອຍ ສອງຄົນຂຶ້ນໄປ.
¬ໃນຈົດຫມາຍບັນທຶກຕ້ອງບອກແຈ້ງ: ຊື່, ນາມສະກຸນ, ຊັ້ນ, ຕຳແຫນ່ງ,
ຫນ້າທີ່ ແລະບ່ອນປະຈຳການຂອງເຈົ້າຫນ້າທີ່ພາສີ ແລະຂອງຜູ້ພົບເຫັນການກະທຳຜິດ
ພ້ອມທັງຊື່, ນາມສະກຸນ, ອາຍຸ, ສັນຊາດ, ອາຊີບ,
ທີ່ຢູ່ຂອງຜູ້ກະທຳຜິດ, ວັນ, ເວລາ ແລະ ສະຖານທີ່ພົບເຫັນການກະທຳຜິດ
ແລະສາເຫດທີ່ພາໃຫ້ກັກຕົວ. ກ່ຽວກັບສິນຄ້າເຄື່ອງຂອງ ແລະເອກະສານຕ່າງໆ
ທີ່ຖືກຢຶດເປັນຂອງກາງນັ້ນ ຕ້ອງບອກແຈ້ງ ປະເພດ, ປະລິ ມານ,
ນ້ຳຫນັກ,ຄຸນນະພາບ ແລະຂໍ້ມູນອື່ນໆທີ່ຈຳເປັນ,
ສາເຫດທີ່ພາໃຫ້ຢຶດສິນຄ້າເຄື່ອງຂອງເຫລົ່ານັ້ນ. ນອກຈາກນີ້ ໃນຈົດຫມາຍບັນທຶກ
ຕ້ອງແຈ້ງການກະທຳຜິດ ແລະມາດຕະການ ທີ່ຈະປະຕິບັດຕໍ່ຜູ້ກະທຳຜິດ
ພ້ອມທັງຄຳ ເຫັນຂອງຜູ້ກະທຳຜິດ.
ຈົດຫມາຍບັນທຶກຕ້ອງເຮັດຊ້ອງຫນ້າຜູ້ກະທຳຜິດ ແລະມອບໃຫ້ຜູ້ກະທຳຜິດອ່ານ.
ໃນກໍລະນີ ຜູ້ກະທຳຜິດບໍ່ສາມາດອ່ານໄດ້ ແມ່ນມອບໃຫ້ບຸກຄົນທີ ສາມ
ອ່ານສູ່ຟັງ, ແລ້ວຜູ້ກະທຳຜິດຕ້ອງລົງລາຍເຊັນ ຫລືແປະໂປ້ ໄວ້
ພ້ອມກັບເຈົ້າຫນ້າທີ່ພາສີ. ຖ້າຜູ້ກະທຳຜິດບໍ່ຍອມເຊັນ
ຫລືບໍ່ຍອມແປະໂປ້ໃຫ້ຫມາຍເຫດໄວ້.ຈົດຫມາຍບັນທຶກຕ້ອງເຮັດເປັນສອງສະບັບ,ຫນຶ່ງສະບັບເຈົ້າຫນ້າທີ່ພາສີປະກອບໄວ້ໃນສຳນວນ
ແລະອີກຫນຶ່ງສະບັບ ມອບໃຫ້ຜູ້ກະທຳຜິດ.
ໃນກໍລະນີທີ່ບໍ່ພົບເຫັນຜູ້ກະທຳຜິດນັ້ນ,
ພາຍຫລັງເຮັດຈົດຫມາຍບັນທຶກແລ້ວຕ້ອງຕິດປະກາດໄວ້ຢູ່ຕໍ່ຫນ້າ
ຫ້ອງພາສີ, ປ້ອມຍາມພາສີ ຫລືຕາມສື່ມວນຊົນພາຍໃນ ຊາວສີ່ ຊົ່ວໂມງ
ຢ່າງຊ້າ ເພື່ອແຈ້ງໃຫ້ຜູ້ເປັນເຈົ້າຂອງມາຕິດຕາມເອົາສິນຄ້າເຄື່ອງຂອງ
ຂອງຕົນນັ້ນຄືນພາຍໃນກຳນົດ ຊາວເອັດວັນ
ນັບແຕ່ມື້ຕິດປະກາດນັ້ນເປັນຕົ້ນໄປ. ຖ້າຫາກກາຍກຳນົດນີ້ແລ້ວຈະຖືວ່າ
ເຈົ້າຂອງສະຫລະສິດກ່ຽວກັບສິນຄ້າເຄື່ອງຂອງດັ່ງກ່າວ.
ມາດຕາ 64. ¬ຈົດຫມາຍບັນທຶກຄະດີພາສີ
ຈະມີຄຸນຄ່າໃຊ້ໄດ້ຈົນກວ່າຈະມີຫລັກຖານຢັ້ງຢືນວ່າ ບໍ່ຖືກ ຕ້ອງ.
ສານຈະຖືວ່າຈົດຫມາຍບັນທຶກເປັນໂມຄະໄດ້
ກໍຕໍ່ເມື່ອການເຮັດຈົດຫມາຍບັນທຶກນັ້ນບໍ່ຖືກຕ້ອງ ຕາມລະບຽບກົດຫມາຍ.
ຈົດຫມາຍບັນທຶກຕ່າງໆ ຂອງພາສີຕະຫລອດເຖິງໃບຢັ້ງຢືນ
ການສົມຍອມຄະດີໃຫ້ຍົກເວັ້ນການຕິດສະແຕັມ ແລະ ຄ່າທຳນຽມສານ.
ມາດຕາ 65. ສິນຄ້າເຄື່ອງຂອງ ແລະພາຫະນະທີ່ຖືກຢຶດເປັນຂອງກາງນັ້ນ,
ໃຫ້ເຈົ້າຫນ້າທີ່ພາສີເປັນຜູ້ປົກປັກຮັກສາໄວ້.
ການເຮັດໃຫ້ສິນຄ້າເຄື່ອງຂອງ ແລະພາຫະນະເຫລົ່ານັ້ນ ຕົກເຮ່ຍເສຽຫາຍ
ຫລືເປ່ເພ ຜູ້ປົກປັກຮັກສາຈະໄດ້ຮັບຜິດຊອບຕາມກົດຫມາຍ.
ສຳລັບສິນຄ້າເຄື່ອງຂອງ ທີ່ເນົ່າເປື່ອຍ ຫລືເສັຽຄຸນນະພາບໄວ, ເຈົ້າຫນ້າທີ່ພາສີ
ຈະນຳອອກຂາຍ ຕາມລະບຽບການ ດັ່ງທີ່ໄດ້ກຳນົດໄວ້ໃນມາດຕາ 17
ຂອງກົດຫມາຍສະບັບນີ້.
ເງິນທີ່ຂາຍໄດ້ນັ້ນ, ໃຫ້ເຈົ້າຫນ້າທີ່ພາສີຮັກສາໄວ້
ຈົນກວ່າຄະດີຈະສິ້ນສຸດ.
ຖ້າສິນຄ້າເຄື່ອງຂອງນັ້ນ ຫາກບໍ່ແມ່ນປະເພດເກືອດຫ້າມ
ລັດຖະການພາສີອາດຈະອະນຸຍາດໃຫ້ເຈົ້າຂອງສິນຄ້າເຄື່ອງຂອງ ແລະພາຫະນະ
ທີ່ຖືກຢຶດນັ້ນນຳໄປຮັກສາໄວ້ຊົ່ວຄາວ ເພື່ອລໍຖ້າການແກ້ໄຂຄະດີກໍໄດ້
ແຕ່
ຕ້ອງມີການຄ້ຳປະກັນດ້ວຍການວາງເງິນເທົ່າກັບລາຄາສິນຄ້າເຄື່ອງຂອງ ແລະພາຫະນະນັ້ນ
ຫລືໂດຍບຸກຄົນທີ່ ເຊື່ອຖືໄດ້.
ມາດຕາ 66. ໃນກໍລະນີທີ່ມີການປັບໃຫມ,
ການຮິບສິນຄ້າເຄື່ອງຂອງ
ຫລືມີການຂາຍເຄື່ອງຢຶດພາຍຫລັງທີ່ໄດ້ດຳເນີນຄະດີແລ້ວພະນັກງານ ຫລື
ປະຊາຊົນທີ່ໄດ້ປະກອບສ່ວນ ໃນວຽກງານດັ່ງກ່າວຈະໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກລັດຖະບານ
ຫລື ໄດ້ຮັບເງິນເປັນຄ່າບຳເນັດ ຊຶ່ງລັດຖະບານເປັນຜູ້ກຳນົດລະບຽບ
ການຕ່າງຫາກ.
ມາດຕາ 67. ລັດຖະການພາສີ ມີສິດແກ້ໄຂຄະດີ ທີ່ກ່ຽວກັບພາສີ
ຕາມການຕົກລົງສົມຍອມ ຂອງຜູ້ກະທຳຜິດ.
ມາດຕາ 68. ໃນກໍລະນີ ຜູ້ກະທຳຜິດຫາກສົມຍອມຊຳລະຄ່າພາສີ ແລະ
ຄ່າປັບໃຫມ ຕາມບົດບັນຍັດຂອງກົດຫມາຍພາສີແລ້ວ, ເຈົ້າຫນ້າທີ່ພາສີຕ້ອງເຮັດຈົດຫມາຍບັນທຶກ
ການສົມຍອມໂດຍໃຫ້ບອກແຈ້ງຂໍ້ຕົກລົງສົມຍອມຂອງຜູ້ກະທຳຜິດ.
ຄ່າພາສີ ແລະຄ່າປັບໃຫມ ຕ້ອງຊຳລະໃນທັນໃດ. ໃນກໍລະນີ
ທີ່ບໍ່ສາມາດຊຳລະໃນທັນໃດໄດ້ນັ້ນ ໃຫ້ຊຳລະຢ່າງຊ້າບໍ່ໃຫ້ເກີນ ສິບຫ້າ
ວັນ ນັບແຕ່ມື້ເຮັດຈົດຫມາຍບັນທຶກສົມຍອມເປັນຕົ້ນໄປ.
ພາຍຫລັງຊຳລະແລ້ວ ສິນຄ້າເຄື່ອງຂອງ ພ້ອມດ້ວຍພາຫະນະຂົນສົ່ງ ແລະ
ສິ່ງຂອງທີ່ໃຊ້ປິດບັງ ຊຶ່ງບໍ່ແມ່ນປະເພດເກືອດຫ້າມ
ຈະຖືກສົ່ງຄືນແກ່ເຈົ້າຂອງ.
ມາດຕາ 69. ລັດຖະການພາສີ ມີສິດຮ້ອງຟ້ອງຜູ້ກະທຳຜິດຂຶ້ນສານ ໃນກໍລະນີດັ່ງຕໍ່ໄປ
ນີ້ :
1. ບໍ່ມີການຕົກລົງສົມຍອມເສັຽຄ່າພາສີ ແລະຄ່າປັບໃຫມ;
2. ບໍ່ປະຕິບັດຕາມຈົດຫມາຍບັນທຶກການສົມຍອມ;
3. ໃນກໍລະນີຢຶດສິນຄ້າເຄື່ອງຂອງ ແລະພາຫະນະ ຊຶ່ງບໍ່ຮູ້ເຈົ້າຂອງ;
4. ມີການກະທຳຜິດສະຖານຫນັກ
ຊຶ່ງມີລັກສະນະຂອງການກະທຳຜິດທາງອາຍາທົ່ວໄປ.
ມາດຕາ 7O. ¬ໃນການຮ້ອງຟ້ອງ ຜູ້ກະທຳຜິດຂຶ້ນສານນັ້ນ,
ລັດຖະການພາສີຕ້ອງປະກອບ ສຳນວນຄະດີຍື່ນຕໍ່ໄອຍະການປະຊາຊົນ
ທີ່ມີສິດອຳນາດ ເພື່ອດຳເນີນຄະດີຕໍ່ໄປ. ໃນການປະກອບສຳນວນຄະດີນັ້ນ
ຕ້ອງໃຫ້ເຮັດເປັນໃບສະເຫນີ ຊຶ່ງໃນນັ້ນໃຫ້ບອກການກະທຳຜິດໂດຍສັງເຂບ,
ຂໍ້ກ່າວຫາ, ມາດຕາກົດຫມາຍ ທີ່ລະເມີດ ແລະ ຈຸດປະສົງຂອງການຮ້ອງຟ້ອງ
ຄັດຕິດກັບຈົດຫມາຍບັນທຶກ ແລະເອກະສານອື່ນໆ ທີ່ຈຳເປັນ.
ມາດຕາ 71. ໃນການປະຕິບັດວຽກງານ, ຖ້າມີການຮ້ອງຂໍການຊ່ວຍເຫລືອ
ຂອງເຈົ້າຫນ້າທີ່ພາສີ, ອົງການຕ່າງໆ ແລະ ກຳລັງປະກອບອາວຸດ
ຕ້ອງໃຫ້ຄວາມຮ່ວມມື.
ມາດຕາ 72. ອາຍຸຄວາມໃນການຮ້ອງຟ້ອງ ກ່ຽວກັບຄະດີທາງພາສີ ໃຫ້ປະຕິບັດຕາມ
ກົດຫມາຍອາຍາ.
ມາດຕາ 73. ລັດຖະການພາສີ ມີສິດຂໍຖອນຟ້ອງຄະດີ
ກ່ອນຄຳຕັດສິນຂອງສານໃຊ້ໄດ້ ຢ່າງເດັດຂາດ.
ມາດຕາ 74. ການທວງທາວຕໍ່ລັດຖະການພາສີ ກ່ຽວກັບການສົງໄສຕໍ່ຄ່າພາສີ
ແລະ ຄ່າປັບໃຫມ ທີ່ໄດ້ເສັຽໄປແລ້ວນັ້ນ ແລະ
ການຂໍເບິ່ງຄືນເອກະສານຕ່າງໆທາງພາສີ ຈະດຳເນີນໄດ້ພາຍໃນກຳນົດ ຫນຶ່ງ
ປີ ນັບແຕ່ມື້ທີ່ໄດ້ຢຶດສິນຄ້າເຄື່ອງຂອງ ຫລື
ມື້ຈົດເນື້ອໃນຂອງຄະດີເຂົ້າປຶ້ມບັນທຶກ ຫລື ມື້ທີ່ໄດ້ຊຳລະຄ່າພາສີ
ແລະຄ່າປັບໃຫມ ເປັນຕົ້ນໄປ.
ມາດຕາ 75. ໃນການຈັດຕັ້ງປະຕິບັດຄຳຕັດສິນຄະດີທາງພາສີນັ້ນ ໃຫ້ "ພະນັກງານປະຕິບັດຄຳຕັດສິນຂອງສານ"
ສົມທົບ ກັບເຈົ້າຫນ້າທີ່ພາສີ.
ມາດຕາ 76. ການດຳເນີນຄະດີ
ຕໍ່ຜູ້ກະທຳຜິດທາງພາສີນັ້ນບໍ່ພຽງແຕ່ຈະດຳເນີນຄະດີ
ທາງພາສີດ້ານດຽວເທົ່ານັ້ນ, ແຕ່ຍັງສາມາດດຳເນີນຄະດີດ້ານອື່ນອີກກໍໄດ້ແລ້ວແຕ່ກໍລະນີ.
ມາດຕາ 77. ລັດຖະການພາສີ ຈະບໍ່ມອບຂອງກາງທີ່ຖືກຢຶດໃຫ້ແກ່ບຸກຄົນ
ຊຶ່ງສານໄດ້ຕັດສິນໄປແລ້ວ ຖ້າວ່າ ຄຳຕັດສິນ
ຫາກຍັງບໍ່ທັນໃຊ້ໄດ້ຢ່າງເດັດຂາດເວັ້ນເສັຽແຕ່ບຸກຄົນຜູ້ນັ້ນ
ຫາກມີຫລັກຊັບ ຄ້ຳປະກັນຕາມລະບຽບການ.
ມາດຕາ 78. ບຸກຄົນໃດ ຫາກມີສິນຄ້າເຄື່ອງຂອງ ຫລືພາຫະນະ
ທີ່ຜິດກົດຫມາຍຢູ່ໃນຄອບຄອງຂອງຕົນ ຈະຖືວ່າເປັນຜູ້ຮັບຜິດຊອບ
ຕໍ່ສິນຄ້າເຄື່ອງຂອງ ແລະພາຫະນະເຫລົ່ານັ້ນ.
ມາດຕາ 79. ຜູ້ຂັບຍານພາຫະນະຂົນສົ່ງ ທາງບົກ,ທາງອາກາດ ແລະທາງນ້ຳ
ອາດ ຈະມີຄວາມຮັບຜິດຊອບທາງພາສີ ແລະທາງອາຍາ. ແຕ່ຜູ້ຂັບຍານພາຫະນະຂົນສົ່ງ
ຈະມີຄວາມຮັບຜິດຊອບທາງອາຍາໄດ້
ກໍຕໍ່ເມື່ອການລະເມີດກົດຫມາຍພາສີນັ້ນ
ຫາກເກີດຈາກການກະທຳຂອງຜູ້ກ່ຽວເອງ.
ມາດຕາ 8O. ຜູ້ແຈ້ງພາສີຕ້ອງຮັບຜິດຊອບຕໍ່ຄວາມຜິດພາດ ໃນການແຈ້ງສິນຄ້າເຄື່ອງ
ຂອງຕໍ່ລັດຖະການພາສີ.
ມາດຕາ 81. ໃນການດຳເນີນກິດຈະການແຈ້ງພາສີ ຜູ້ບໍລິການແຈ້ງພາສີ
ອາດຈະຮັບ ຜິດຊອບທາງວິໄນ, ທາງແພ່ງ, ທາງບໍລິຫານ ຫລື ທາງອາຍາ ແລ້ວແຕ່ກໍລະນີການກະທຳຜິດຂອງຜູ້ກ່ຽວເອງ.
ມາດຕາ 82. ຜູ້ທີ່ໄດ້ສັນຍາກັບລັດຖະການພາສີ
ຕ້ອງປະຕິບັດເນື້ອໃນສັນຍາດັ່ງກ່າວນັ້ນ ຢ່າງເຂັ້ມງວດ.
ມາດຕາ 83. ການຮ່ວມມືໃນການກະທຳຜິດທາງພາສີ ໃຫ້ປະຕິບັດຕາມເງື່ອນໄຂກ່ຽວ
ກັບການຮ່ວມມື ໃນການກະທຳຜິດທາງອາຍາ.
ມາດຕາ 84. ລັດຖະການພາສີ ເປັນຜູ້ຮັບຜິດຊອບຕໍ່ການກະທຳຂອງເຈົ້າຫນ້າທີ່ພາສີ
ໃນເວລາປະຕິບັດວຽກງານ ທີ່ໄດ້ຮັບມອບຫມາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ
1O ຂອງກົດຫມາຍ ວ່າດ້ວຍຂໍ້ ຜູກພັນນອກສັນຍາ.
¬ໃນກໍລະນີຢຶດສິນຄ້າເຄື່ອງຂອງ ໂດຍບໍ່ຖືກຕ້ອງ ເຈົ້າຂອງສິນຄ້າເຄື່ອງຂອງ
ມີສິດທວງເອົາຄ່າປ່ວຍການຕາມລະບຽບກົດຫມາຍ ນັບແຕ່ມື້ຢຶດ
ຈົນເຖິງມື້ສົ່ງຄືນ.
ມາດຕາ 85. ເຈົ້າຂອງສິນຄ້າເຄື່ອງຂອງ ຕ້ອງຮັບຜິດຊອບທາງແພ່ງ
ຕາງຄົນງານທີ່ປະ ຕິບັດວຽກງານຕາມຄຳສັ່ງຂອງຕົນ ກ່ຽວກັບການແຈ້ງພາສີ,
ການເສັຽຄ່າພາສີ ແລະ ຄ່າອື່ນໆຕາມລະບຽບກົດຫມາຍ
ລວມທັງສິນຄ້າເຄື່ອງຂອງ ທີ່ຖືກຢຶດ.
ມາດຕາ 86. ຜູ້ຄ້ຳປະກັນ ຕ້ອງຮັບຜິດຊອບ ໃນການເສັຽຄ່າພາສີ ແລະຄ່າອື່ນໆຕາມ
ລະບຽບກົດຫມາຍ ຊຶ່ງຕົກຢູ່ໃນຄວາມຮັບຜິດຊອບ
ຂອງຜູ້ທີ່ຕົນໄດ້ຄ້ຳປະກັນໃຫ້ນັ້ນ.
ມາດຕາ 87. ພວກທີ່ຖືກຕັດສິນລົງໂທດ ໃນຖານຮ່ວມມືກະທຳຜິດທາງພາສີ
ຕ້ອງຮັບ ຜິດຊອບຕາມກໍລະນີຫນັກ ຫລືເບົາ ແລະ ຕ້ອງຮັບຜິດຊອບຮ່ວມກັນ
ກ່ຽວກັບການເສັຽຄ່າພາສີ, ຄ່າອື່ນໆຕາມລະ ບຽບກົດຫມາຍ ແລະການຮິບສິນຄ້າເຄື່ອງຂອງ.
|
|