|
ມາດຕາ 61. ເຮືອຕ່າງໆ ທີ່ເຈົ້າຂອງ
ຕັ້ງພູມລຳເນົາຢູ່ລາວ ແລະດຳເນີນທຸລະກິດ ໂດຍສານ
ຫລືຂົນສົ່ງສິນຄ້າເຄື່ອງຂອງ ຕາມລຳແມ່ນ້ຳຊາຍແດນ
ຕ້ອງຂຶ້ນທະບຽນໃຫ້ຖືກຕ້ອງຕາມລະບຽບກົດຫມາຍ.
ເຮືອດັ່ງກ່າວຕ້ອງເຂົ້າຈອດຢູ່ທ່າບ່ອນທີ່ມີດ່ານພາສີ ຫລືປ້ອມພາສີຕັ້ງຢູ່
ເວັ້ນເສັຽແຕ່ຫາກມີເຫດສຸກ ເສີນ; ກ່ອນຈະຂົນສິນຄ້າເຄື່ອງຂອງອອກ
ຫລືເຂົ້າເຮືອ ເຈົ້າຂອງເຮືອຕ້ອງເອົາປຶ້ມທະບຽນເຮືອ,ໃບຂົນສົ່ງສິນຄ້າເຄື່ອງຂອງທາງນ້ຳແຈ້ງຕໍ່ເຈົ້າຫນ້າທີ່ພາສີ
ເພື່ອກວດກາ.
¬ກ່ອນອອກເດີນທາງ ຫລືພາຍຫລັງເຂົ້າທຽບທ່າ ຫລື
ຖ້າຫາກມີການກວດຄົ້ນເຮືອຕາມເສັ້ນທາງເດີນເຈົ້າຂອງເຮືອ
ຕ້ອງເອົາປຶ້ມທະບຽນເຮືອ ແລະໃບຂົນສົ່ງສິນຄ້າເຄື່ອງຂອງທາງນ້ຳ ແຈ້ງຕໍ່ເຈົ້າຫນ້າທີ່ພາສີເພື່ອ
ກວດກາເຖິງວ່າເຮືອນັ້ນ ຈະບັນທຸກສິນຄ້າເຄື່ອງຂອງ ຫລືບໍ່ກໍຕາມ.
ໃນກໍລະນີຫາກມີການປ່ຽນເຈົ້າຂອງເຮືອ, ການຂາຍ, ການໂອນເຮືອໃຫ້ຜູ້ອື່ນ
ຫລືມີການປ່ຽນແປງ ລັກສະນະຂອງເຮືອ ຫລືຢຸດເຊົາການເດີນເຮືອ ເຈົ້າຂອງເຮືອຕ້ອງເຮັດໃບແຈ້ງການໃຫ້ເຈົ້າຫນ້າທີ່ພາສີ
ແລະ ອົງການທີ່ກ່ຽວຂ້ອງ ບ່ອນທີ່ເຮືອໄດ້ຂຶ້ນທະບຽນນັ້ນຊາບ ພາຍໃນກຳນົດ
ຊາວວັນ ນັບແຕ່ມື້ມີການ ປ່ຽນແປງນັ້ນເປັນຕົ້ນໄປ.
|
|