www.smepdo.org       
 
Lao Eng
 

ການນຳເຂົ້າ ແລະ ສົ່ງອອກ > ກົດໝາຍ ແລະ ລະບຽບການນຳເຂົ້າ ແລະສົ່ງອອກ > ກົດໝາຍພາສີ

 
 
 

ພາກທີ VI
¬ການຍົກເວັ້ນພາສີຂາເຂົ້າ ແລະອະພິສິດທາງການທູດ

 

ມາດຕາ 56. ວັດຖຸສິ່ງຂອງ ຫລືເຄື່ອງຂອງທີ່ນຳເຂົ້າ ຊຶ່ງຈະໄດ້ຮັບການຍົກເວັ້ນພາສີ ມີຄື:
ສະບຽງອາຫານບາງຊະນິດຂອງຜູ້ເດີນທາງ;
ເຄື່ອງຮັບໃຊ້ຄອບຄົວບາງປະເພດ ໃນເວລາໂຍກຍ້າຍບ່ອນຢູ່;
ວັດຖຸສິ່ງຂອງບາງຊະນິດ ທີ່ໄດ້ມາຈາກການສືບທອດມູນມໍຣະດົກ;
ເຄື່ອງຂອງຕິດຕາມ ແລະ ຂອງຂວັນຂອງຄະນະຜູ້ແທນລັດຖະບານ ທີ່ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ;
ເຄື່ອງຂອງສ່ວນຕົວບາງຊະນິດ ແລະ ບາງຈຳນວນ ຂອງນັກຮຽນ, ນັກສຶກສາ, ລັດຖະກອນ ແລະ ນັກການທູດລາວ ທີ່ນຳເຂົ້າມາພາຍຫລັງສິ້ນສຸດການສຶກສາ, ການອົບຮົມ ຫລື ການເຄື່ອນ ໄຫວວຽກງານທາງລັດຖະການ ຢູ່ຕ່າງປະເທດ;
ເຄື່ອງຮັບໃຊ້ອັນຈຳເປັນໃຫ້ແກ່ການສຶກສາ ແລະວັດຖຸນຳເຂົ້າເພື່ອຜະລິດທົດລອງທີ່ບໍ່ມີລັກສະນະທາງການຄ້າ;
ນ້ຳມັນເຊື້ອໄຟຄ້າງຖັງສະເພາະຂອງພາຫະນະທີ່ເດີນດ້ວຍແຮງຈັກ;
¬ນ້ຳມັນເຊື້ອໄຟ ທີ່ຮັບໃຊ້ການບິນລະຫວ່າງຊາດຂອງເຮືອບິນລາວ ແລະເຮືອບິນຕ່າງປະເທດບົນພື້ນ ຖານການຕົກລົງ ຫລືຕອບແທນຊຶ່ງກັນ ແລະ ກັນ;
ເຄື່ອງຂອງຕົວຢ່າງ ທີ່ບໍ່ມີມູນຄ່າທາງການຄ້າ;
ຂອງຂວັນ, ເຄື່ອງຊ່ວຍເຫລືອ, ກູ້ຢືມ ຫລືຊຳລະຫນີ້ສິນ ຂອງລັດຖະບານ;
ເຄື່ອງຊ່ວຍເຫລືອ ເພື່ອມະນຸດສະທຳ;
¬ເຄື່ອງຮັບໃຊ້ສະເພາະການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ;
¬ເຄື່ອງໃຊ້ອັນຈຳເປັນບາງຊະນິດທາງສາດສະຫນາບົນພື້ນຖານການອະນຸມັດຂອງອົງການລັດ ທີ່ກ່ຽວຂ້ອງ.

ມາດຕາ 57. ເຄື່ອງຂອງສ່ວນຕົວຂອງນັກການທູດຕ່າງປະເທດ ແລະຂອງພະນັກງານ ຂອງອົງການຈັດຕັ້ງສາກົນທີ່ມີອະພິສິດທາງການທູດ; ເຄື່ອງຂອງ ຂອງບັນດາສະຖານທູດ ແລະຂອງອົງການຈັດຕັ້ງ ສາກົນປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບົນພື້ນຖານການອະນຸມັດ ຂອງກະຊວງການຕ່າງປະເທດຂອງລາວ; ເຄື່ອງຂອງຕິດຕາມຂອງຄະນະຜູ້ແທນຂັ້ນສູງ ຈາກຕ່າງປະເທດ ທີ່ເປັນແຂກຂອງລັດຖະບານ ຈະໄດ້ຮັບການຍົກເວັ້ນ ຫລືງົດເກັບພາສີ ບົນພື້ນຖານການຕອບແທນຊຶ່ງກັນ ແລະກັນ. ໃນກໍລະນີທີ່ມີການສົງໃສ ຢ່າງຫນັກແຫນ້ນ, ເຈົ້າຫນ້າທີ່ພາສີຈະທຳການກວດຄົ້ນເຄື່ອງຂອງນັ້ນ ກໍໄດ້ແຕ່ຕ້ອງດຳເນີນໂດຍຊ້ອງຫນ້າເຈົ້າຂອງເຄື່ອງຂອງ ຫລື ຜູ້ຕາງຫນ້າ ທີ່ໄດ້ຮັບມອບສັນທະ, ຜູ້ຕາງຫນ້າກະຊວງການຕ່າງປະເທດ ແລະ ຜູ້ຕາງຫນ້າ ຂອງລັດທີ່ກ່ຽວຂ້ອງ.
ສຳລັບເຄື່ອງຂອງ ຂອງອົງການຂອງລັດຖະບານຕ່າງປະເທດ, ຂອງອົງການຈັດຕັ້ງສາກົນ ຫລື ອົງ ການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃຫ້ປະຕິບັດຕາມສັນຍາທີ່ໄດ້ເຊັນກັນລະຫວ່າງລັດຖະບານລາວ ແລະ ອົງ ການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ 58. ສຳລັບປະເພດ ແລະ ຈຳນວນເຄື່ອງຂອງ ທີ່ຈະໄດ້ຮັບການຍົກເວັ້ນ ຫລື ງົດເກັບພາສີນັ້ນ ຈະມີລະບຽບການສະເພາະ.

ມາດຕາ 59. ສຳລັບຖົງເມທາງການທູດ ຖ້າມີແຫລ່ງຂ່າວທີ່ເຊື່ອຖື ແລະ ຢັ້ງຢືນໄດ້ ຢ່າງຫນັກແຫນ້ນວ່າ ບັນຈຸເຄື່ອງຂອງປະເພດເກືອດຫ້າມ, ໃຫ້ເຮັດບົດບັນທຶກສົ່ງກັບຄືນທັນທີ ໂດຍສົມທົບກັບຜູ້ຕາງ ຫນ້າ ກະຊວງການຕ່າງປະເທດ ແລະ ພະນັກງານສະຖານທູດທີ່ກ່ຽວຂ້ອງ.
 

 

   
  ວຽງຈັນ, ວັນທີ 18 ກໍລະກົດ 1994
ປະທານສະພາແຫ່ງຊາດ
ເຊັນ ແລະ ປະທັບຕາ
ສະຫມານ ວິຍະເກດ
 
 
   
 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ກົດໝາຍພາສີ
ພາກທີ I :ຫລັກການລວມ
ພາກ ທີ II :ການນຳເອົາສິນຄ້າ
ເຄື່ອງຂອງໄປແຈ້ງພາສີ
ພາກ ທີ III : ການແຈ້ງພາສີ
ເປັນລາຍລະອຽດ ແລະ ການ
ເສັຽພາສີ
ພາກ ທີ IV :ການຄ້ຳປະກັນ,
ລະບອບງົດເກັບພາສີ,ການນຳເຂົ້າ
ແລະສົ່ງອອກຊົ່ວຄາວແລະລະບອບ
ສະເພາະບາງຊະນິດສິນຄ້າເຄື່ອງຂອງ
ພາກທີ V :ການເກັບສິນຄ້າເຄື່ອງ
ຂອງໄວ້ໃນການຄວບຄຸມສະເພາະ
ຂອງພາສີ
ພາກທີ VI  : ການຍົກເວັ້ນ
ພາສີຂາເຂົ້າ ແລະອະພິສິດ
ທາງການທູດ
ພາກ ທີ VII :ເຂດປອດພາສີ
ພາກທີ VIII : ການນຳໃຊ້
ເຮືອໂດຍສານ ຫລືຂົນສົ່ງ
ສິນຄ້າເຄື່ອງຂອງຕາມ
ລຳແມ່ນ້ຳຊາຍແດນ
ພາກ ທີ IX  : ການດຳເນີນ
ຄະດີພາສີ
ພາກ ທີ X : ມາດຕະການຕໍ່
ຜູ້ກະທຳຜິດທາງພາສີ
ພາກ ທີ XI :ການຈັດຕັ້ງ ແລະການເຄື່ອນໄຫວວຽກງານ
ຂອງລັດຖະການພາສີ
ພາກທີ XII : ບົດບັນຍັດສຸດທ້າຍ
 
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia