www.smepdo.org       
 
Lao Eng
 

ການນຳເຂົ້າ ແລະ ສົ່ງອອກ > ກົດໝາຍ ແລະ ລະບຽບການນຳເຂົ້າ ແລະສົ່ງອອກ > ກົດໝາຍພາສີ

 
 

ພາກທີ V
ການເກັບສິນຄ້າເຄື່ອງຂອງໄວ້ໃນການຄວບຄຸມ
ສະເພາະຂອງພາສີ

1ຫມວດທີ 1
¬ສິນຄ້າເຄື່ອງຂອງທີ່ຕ້ອງເກັບໄວ້ໃນການຄວບ
¬ຄຸມສະເພາະຂອງພາສີ

 

ມາດຕາ 52. ສິນຄ້າເຄື່ອງຂອງ ທີ່ຕ້ອງເກັບໄວ້ໃນການຄວບຄຸມສະເພາະຂອງພາສີ ມີຄື:
ສິນຄ້າເຄື່ອງຂອງ ທີ່ບໍ່ໄດ້ນຳໄປແຈ້ງພາສີເປັນລາຍລະອຽດ ຕາມກຳນົດເວລາ ທີ່ໄດ້ບົ່ງໄວ້ໃນມາດ ຕາ 17 ຂອງກົດຫມາຍພາສີສະບັບນີ້;
¬ສິນຄ້າເຄື່ອງຂອງ ທີ່ຄ້າງສາງດ້ວຍສາເຫດອື່ນ;
ສິນຄ້າເຄື່ອງຂອງ ທີ່ກ່າວຂ້າງເທິງນີ້ ຈະຕ້ອງຈົດເຂົ້າໃນປື້ມບັນທຶກສະເພາະຂອງພາສີ. ສ່ວນຄ່າຝາກສາງ, ການເປ່ເພເສັຽຫາຍ ຫລືເສັຽຄຸນນັ້ນ ຍັງແມ່ນຢູ່ໃນຄວາມຮັບຜິດຊອບຂອງຜູ້ເປັນເຈົ້າຂອງ ຂອງສິນ ຄ້າເຄື່ອງຂອງ.
ເຈົ້າຫນ້າທີ່ພາສີມີສິດເປີດຫີບຫໍ່ສິນຄ້າເຄື່ອງຂອງ ທີ່ຢູ່ໃນການຄວບຄຸມສະເພາະຂອງພາສີໂດຍຊ້ອງ ຫນ້າຜູ້ເປັນເຈົ້າຂອງ ຫລື ພະຍານສາມຄົນ ຊຶ່ງບໍ່ແມ່ນບຸກຄົນທີ່ສັງກັດຢູ່ໃນລັດຖະການພາສີ. ຖ້າວ່າສິນຄ້າເຄື່ອງ ຂອງນັ້ນ ຫາກບໍ່ມີມູນຄ່າຊື້ຂາຍໄດ້ ລັດຖະການພາສີອາດຈະທຳລາຍຖິ້ມ ຕາມລະບຽບການກໍໄດ້.

ມາດຕາ 53. ນັບແຕ່ມື້ໄດ້ຈົດສິນຄ້າເຄື່ອງຂອງໄວ້ໃນປຶ້ມບັນທຶກສະເພາະຂອງພາສີເປັນຕົ້ນໄປເຈົ້າຂອງສິນຄ້າເຄື່ອງຂອງ ມີສິດຮ້ອງຂໍເອົາສິນຄ້າເຄື່ອງຂອງນັ້ນຄືນພາຍໃນກຳນົດສີ່ເດືອນ ແຕ່ຕ້ອງ:
¬ຊຳລະຄ່າປັບໃຫມຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9O ຂອງກົດຫມາຍສະບັບນີ້ສຳລັບສິນຄ້າເຄື່ອງ ຂອງ ທີ່ມີຈຸດປະສົງນຳອອກຄືນໄປຍັງຕ່າງປະເທດ,ນຳເຂົ້າລະບອບສາງ ຫລືນຳເຂົ້າເຂດປອດພາສີ;
ຊຳລະຄ່າພາສີ ແລະຄ່າປັບໃຫມຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9O ຂອງກົດຫມາຍສະບັບນີ້ ສຳລັບ ສິນຄ້າເຄື່ອງຂອງ ທີ່ມີຈຸດປະສົງນຳເຂົ້າມາຊົມໃຊ້ຢູ່ພາຍໃນປະເທດ.

ຫມວດ ທີ 2
ການຮິບສິນຄ້າເຄື່ອງຂອງທີ່ເກັບໄວ້ໃນການຄວບຄຸມ
¬ສະເພາະຂອງພາສີ


ມາດຕາ 54. ສຳລັບສິນຄ້າເຄື່ອງຂອງ ທີ່ຢູ່ໃນການຄວບຄຸມສະເພາະຂອງພາສີ ຊຶ່ງເຊື່ອມຄຸນນະພາບ, ເສັຽຄຸນໄວ,ມີຄວາມຫຍຸ້ງຍາກ ຫລືບໍ່ເຫມາະໃນການເກັບມ້ຽນໄວ້ໃນສາງ ລັດຖະການພາສີ ຈະນຳອອກປະກາດຂາຍ ຕາມມາດຕາ 17 ເທິງນີ້ໂດຍທັນທີກໍໄດ້ ແລ້ວຫັກຄ່າປັບໃຫມຕາມມາດຕາ 9O ຂອງກົດ ຫມາຍສະບັບນີ້ພ້ອມທັງຄ່າພາສີ ແລະຄ່າສິ້ນເປືອງຕ່າງໆອອກ.ສ່ວນເງິນທີ່ເຫລືອນັ້ນ ລັດຖະການພາສີຈະຮັກສາ ໄວ້ລໍຖ້າເຈົ້າຂອງ ໃນກຳນົດ ສີ່ເດືອນ ນັບແຕ່ມື້ໄດ້ຈົດສິນຄ້າເຄື່ອງຂອງເຂົ້າປຶ້ມບັນທຶກສະເພາະຂອງພາສີເປັນ ຕົ້ນໄປ. ຖ້າເກີນກຳນົດດັ່ງກ່າວເງິນນັ້ນ ຈະມອບເຂົ້າງົບປະມານຂອງລັດ.

ມາດຕາ 55. ສິນຄ້າເຄື່ອງຂອງທີ່ເກັບໄວ້ໃນການຄວບຄຸມສະເພາະຂອງພາສີ ເກີນ ກຳນົດ ສີ່ ເດືອນ ໂດຍບໍ່ມີເຈົ້າຂອງມາທວງທາວເອົານັ້ນ ລັດຖະການພາສີຈະຮິບເປັນຂອງລັດ ແລະ ຂາຍອອກ ຕາມລະບຽບການ ດັ່ງທີ່ໄດ້ກຳນົດໄວ້ໃນມາດຕາ 17 ຂອງກົດຫມາຍສະບັບນີ້. ສິນຄ້າເຄື່ອງຂອງທີ່ຖືກຂາຍອອກ ນັ້ນ ຈະບໍ່ໄດ້ຖືກຄິດໄລ່ ຄ່າພາສີ ເຂົ້ານຳ.ເງິນທີ່ໄດ້ຮັບຈາກການຂາຍ ພາຍຫລັງຫັກຄ່າໃຊ້ຈ່າຍສິ້ນເປືອງຕ່າງໆ ທີ່ຖືກຕ້ອງຕາມກົດຫມາຍອອກແລ້ວ ຈະມອບເຂົ້າງົບປະມານຂອງລັດ.
 

 

   
  ວຽງຈັນ, ວັນທີ 18 ກໍລະກົດ 1994
ປະທານສະພາແຫ່ງຊາດ
ເຊັນ ແລະ ປະທັບຕາ
ສະຫມານ ວິຍະເກດ
 
 
   
 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ກົດໝາຍພາສີ
ພາກທີ I :ຫລັກການລວມ
ພາກ ທີ II :ການນຳເອົາສິນຄ້າ
ເຄື່ອງຂອງໄປແຈ້ງພາສີ
ພາກ ທີ III : ການແຈ້ງພາສີ
ເປັນລາຍລະອຽດ ແລະ ການ
ເສັຽພາສີ
ພາກ ທີ IV :ການຄ້ຳປະກັນ,
ລະບອບງົດເກັບພາສີ,ການນຳເຂົ້າ
ແລະສົ່ງອອກຊົ່ວຄາວແລະລະບອບ
ສະເພາະບາງຊະນິດສິນຄ້າເຄື່ອງຂອງ
ພາກທີ V :ການເກັບສິນຄ້າເຄື່ອງ
ຂອງໄວ້ໃນການຄວບຄຸມສະເພາະ
ຂອງພາສີ
ພາກທີ VI  : ການຍົກເວັ້ນ
ພາສີຂາເຂົ້າ ແລະອະພິສິດ
ທາງການທູດ
ພາກ ທີ VII :ເຂດປອດພາສີ
ພາກທີ VIII : ການນຳໃຊ້
ເຮືອໂດຍສານ ຫລືຂົນສົ່ງ
ສິນຄ້າເຄື່ອງຂອງຕາມ
ລຳແມ່ນ້ຳຊາຍແດນ
ພາກ ທີ IX  : ການດຳເນີນ
ຄະດີພາສີ
ພາກ ທີ X : ມາດຕະການຕໍ່
ຜູ້ກະທຳຜິດທາງພາສີ
ພາກ ທີ XI :ການຈັດຕັ້ງ ແລະການເຄື່ອນໄຫວວຽກງານ
ຂອງລັດຖະການພາສີ
ພາກທີ XII : ບົດບັນຍັດສຸດທ້າຍ
 
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia