ມາດຕາ 28. ການຂົນສົ່ງສິນຄ້າເຄື່ອງຂອງ ຊຶ່ງຢູ່ໃນການຄວບຄຸມຂອງພາສີ ໂດຍທາງບົກ, ທາງນ້ຳ ແລະ ທາງອາກາດ ແຕ່ບ່ອນຫນຶ່ງໄປຫາອີກບ່ອນຫນຶ່ງ
ໃນອານາເຂດພາສີ ຕ້ອງມີໃບເຄື່ອນຍ້າຍ ສິນຄ້າເຄື່ອງຂອງຄ້ຳປະກັນ
ຕິດຕາມໄປນຳ.ການເຄື່ອນຍ້າຍສິນຄ້າເຄື່ອງຂອງນັ້ນ
ອາດຈະດຳເນີນດ້ວຍການວາງເງິນຄ້ຳປະກັນເທົ່າກັບຄ່າພາສີ
ຫລືຄ້ຳປະກັນໂດຍສະຖາບັນການເງິນ ຫລືນິຕິບຸກຄົນ
ຫລືໂດຍບຸກຄົນທີ່ສາມາດເຊື່ອ ຖືໄດ້ ກໍໄດ້.
ສ່ວນການເຄື່ອນຍ້າຍສິນຄ້າເຄື່ອງຂອງປະເພດເກືອດຫ້າມ
ຍັງຈະຕ້ອງມີໃບອະນຸຍາດຂອງສຳນັກງານອົງການຂອງລັດ
ທີ່ມີສິດອຳນາດກ່ຽວຂ້ອງສະເພາະກຳກັບໄປນຳອີກດ້ວຍ.
ມາດຕາ 29. ຜູ້ນຳສິນຄ້າເຄື່ອງຂອງ
ຫລືຜູ້ຂົນສົ່ງຕ້ອງປະຕິບັດທຸກຂໍ້ຄວາມທີ່ໄດ້ບົ່ງໄວ້
ຢູ່ໃນໃບເຄື່ອນຍ້າຍສິນຄ້າເຄື່ອງຂອງຄ້ຳປະກັນຢ່າງເຂັ້ມງວດ. ຜູ້ຂົນສົ່ງ
ຕ້ອງເອົາໃບເຄື່ອນຍ້າຍສິນຄ້າເຄື່ອງ ຂອງນັ້ນ ແຈ້ງຕໍ່ເຈົ້າຫນ້າທີ່ພາສີ
ຕາມເສັ້ນທາງ ທີ່ຕົນຜ່ານ.
ມາດຕາ 3O. ເມື່ອສົ່ງສິນຄ້າເຄື່ອງຂອງຮອດຈຸດທີ່ຫມາຍແລ້ວ
ຜູ້ຂົນສົ່ງຕ້ອງນຳເອົາ ໃບເຄື່ອນຍ້າຍພ້ອມດ້ວຍສິນຄ້າເຄື່ອງຂອງຄ້ຳປະກັນນັ້ນ
ໄປແຈ້ງຕໍ່ຫ້ອງພາສີໃນທັນໃດ ເພື່ອແຈ້ງພາສີເປັນລາຍລະອຽດຕາມລະບອບພາສີ.
ການກວດສິນຄ້າເຄື່ອງຂອງນັ້ນ ຕ້ອງດຳເນີນໄປຕາມລະບຽບຫລັກການປາຍທາງ.
ຖ້າວ່າຄ່າພາສີ ທີ່ຕ້ອງຈ່າຍຫາກຍັງບໍ່ທັນໄດ້ຈ່າຍ
ຫ້ອງພາສີປາຍທາງຕ້ອງທຳການເກັບໃຫ້ຄົບຖ້ວນ ແລະປະຕິບັດເຊັ່ນດຽວກັນກັບສິນຄ້າເຄື່ອງຂອງທີ່ນຳເຂົ້າມາເພື່ອການຊົມໃຊ້ຢູ່ພາຍໃນປະເທດ
ເວັ້ນເສັຽແຕ່ສິນຄ້າເຄື່ອງຂອງນັ້ນຫາກຖືກຈັດເຂົ້າຢູ່ໃນລະບອບພາສີອື່ນ.
ມາດຕາ 31. ເມື່ອເຈົ້າຫນ້າທີ່ພາສີ ໄດ້ຢັ້ງຢືນວ່າເງື່ອນໄຂຕ່າງໆ
ທີ່ໄດ້ບົ່ງໄວ້ນັ້ນຖືກປະຕິບັດຢ່າງຄົບຖ້ວນ ແລະ
ຖືກຕ້ອງແລ້ວສັນຍາທີ່ເຮັດໄວ້ ໃນໃບເຄື່ອນຍ້າຍສິນຄ້າເຄື່ອງຂອງຄ້ຳປະກັນນັ້ນ
ກໍຈະສິ້ນສຸດລົງ. ໃນກໍລະນີທີ່ມີການຄ້ຳປະກັນດ້ວຍເງິນ, ເງິນຄ້ຳປະກັນນັ້ນກໍຈະຕ້ອງສົ່ງຄືນແກ່ເຈົ້າຂອງ.
ມາດຕາ 32. ໃນກໍລະນີທີ່ຈຳເປັນສິນຄ້າເຄື່ອງຂອງ
ທີ່ຜະລິດໄດ້ຢູ່ພາຍໃນປະເທດ ແລະ ສິນຄ້າເຄື່ອງຂອງ
ຊຶ່ງໄດ້ເສັຽຄ່າພາສີຂາເຂົ້າຕາມລະບຽບຫລັກການແລ້ວ
ອາດຈະເຄື່ອນຍ້າຍຈາກຈຸດຫນຶ່ງໄປ ຫາຈຸດຫນຶ່ງຂອງ
ສາທາລະນະລັດປະຊາທິປະໄຕປະຊາຂົນລາວ ໂດຍອາໃສດິນແດນຂອງຕ່າງປະເທດກໍໄດ້.
ສິນຄ້າເຄື່ອງຂອງດັ່ງກ່າວນັ້ນ ຈະໄດ້ຮັບການຍົກເວັ້ນຄ່າພາສີຂາອອກ
ພ້ອມທັງຍົກເວັ້ນລະບຽບການຫ້າມອອກ ແລະ ຫ້າມເຂົ້າອີກດ້ວຍ.
ການຂົນສົ່ງສິນຄ້າເຄື່ອງຂອງດັ່ງກ່າວ
ຕ້ອງມີໃບເຄື່ອນຍ້າຍສິນຄ້າເຄື່ອງຂອງຄ້ຳປະກັນຕິດຕາມໄປນຳ.
ຖ້າສິນຄ້າເຄື່ອງຂອງນັ້ນ ຫາກບໍ່ແມ່ນປະເພດເກືອດຫ້າມຂາອອກ
ຫລືຫາກຖືກຍົກເວັ້ນຄ່າພາສີຂາອອກແລ້ວ,
ການຂົນສົ່ງນັ້ນຈະໃຊ້ໃບອະນຸຍາດເຄື່ອນຍ້າຍທຳມະດາກໍໄດ້.
ມາດຕາ 33. ສິນຄ້າເຄື່ອງຂອງທີ່ຖືກສົ່ງຈາກຕ່າງປະເທດ
ຕາມລະບອບການຂົນສົ່ງ ຜ່ານແດນ ໂດຍຜ່ານສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ໄປຍັງປະເທດທີສາມ ຕ້ອງມີໃບຂົນສົ່ງສິນຄ້າ ເຄື່ອງຂອງຜ່ານແດນຄ້ຳປະກັນ
ຊຶ່ງແມ່ນດ່ານພາສີຕົ້ນທາງອອກໃຫ້ ຕິດຕາມໄປນຳ ແລະ ຈະໄດ້ຮັບການງົດເກັບ
ພາສີຕາມລະບຽບການສະເພາະ. ເຈົ້າຂອງ ຫລື
ຜູ້ຂົນສົ່ງສິນຄ້າເຄື່ອງຂອງຜ່ານແດນນັ້ນ ຕ້ອງແຈ້ງໃບຂົນສົ່ງສິນ
ຄ້າເຄື່ອງຂອງຜ່ານແດນຄ້ຳປະກັນ ຕໍ່ເຈົ້າຫນ້າທີ່ພາສີຕາມເສັ້ນທາງ
ທີ່ຕົນຜ່ານ ແລະດ່ານພາສີ ຢູ່ຊາຍແດນບ່ອນ ສົ່ງອອກ.
¬ສັນຍາຄ້ຳປະກັນ
ທີ່ເຮັດໄວ້ໃນໃບຂົນສົ່ງສິນຄ້າເຄື່ອງຂອງຜ່ານແດນຄ້ຳປະກັນ
ຈະສິ້ນສຸດລົງໄດ້ ກໍຕໍ່ ເມື່ອໄດ້ມີການຢັ້ງຢືນຈາກເຈົ້າຫນ້າທີ່ພາສີຊາຍແດນ
ທີ່ປະຈຳການຢູ່ຈຸດຜ່ານອອກຊາຍແດນ ວ່າສິນຄ້າເຄື່ອງຂອງ ນັ້ນ ໄດ້ອອກຈາກຊາຍແດນ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄປແລ້ວ. ສັນຍາຄ້ຳປະກັນຈະຖືກຍົກ ເລີກສະເພາະແຕ່ຈຳນວນ
ແລະຊະນິດສິນຄ້າເຄື່ອງຂອງ ທີ່ໄດ້ອອກຈາກດິນລາວ ແລ້ວເທົ່ານັ້ນ.
ມາດຕາ 34. ລະບອບສາງ ແມ່ນລະບອບການນຳເອົາສິນຄ້າເຄື່ອງຂອງ ທີ່ຜະລິດໄດ້
ຢູ່ພາຍໃນປະເທດ ຫລືສິນຄ້າເຄື່ອງຂອງທີ່ນຳເຂົ້າມາຈາກຕ່າງປະເທດ
ຊຶ່ງຜູ້ດຳເນີນທຸລະກິດມີຈຸດປະສົງສົ່ງອອກ ໄປຕ່າງປະເທດ
ຫລືຊົມໃຊ້ພາຍໃນປະເທດນັ້ນ ເຂົ້າເກັບໄວ້ໃນສາງ
ພາຍໃນກຳນົດເວລາອັນແນ່ນອນ ໂດຍງົດ ເກັບພາສີ ແລະຢູ່ພາຍໃຕ້ການກວດກາຂອງລັດຖະການພາສີ
ເພື່ອລໍຖ້າປະຕິບັດຕາມລະບອບພາສີ.
ສາງເກັບສິນຄ້າເຄື່ອງຂອງ ທີ່ຈັດເຂົ້າເປັນລະບອບສາງ ມີ 4 ປະເພດ ຄື:
ສາງຈິງ;
ສາງ ພິເສດ;
ສາງ ພາງ ;
ສາງ ອຸດສາຫະກຳ.
ນັກທຸລະກິດ ຈະໄດ້ຮັບອະນຸຍາດໃຫ້ນຳໃຊ້ລະບອບສາງ
ຕາມເງື່ອນໄຂທີ່ລັດຖະບານໄດ້ວາງອອກ.
¬ລັດຖະມົນຕີ ວ່າການກະຊວງການເງິນ ເປັນຜູ້ອະນຸຍາດໃຫ້ສ້າງຕັ້ງລະບອບສາງ,
ກຳນົດລະບຽບການຕ່າງໆ ກ່ຽວກັບສະຖານທີ່ປຸກສ້າງສາງ, ການຈັດຕັ້ງ,
ການນຳໃຊ້, ການຄວບຄຸມ, ການກຳນົດເວລາເກັບ ສິນຄ້າເຄື່ອງຂອງໄວ້ໃນສາງ ແຕ່ລະປະເພດ.
ມາດຕາ 35. ສາງ ຈິງ ແມ່ນສາງເກັບສິນຄ້າເຄື່ອງຂອງທົ່ວໄປ ເພື່ອລໍຖ້າການນຳອອກຈາກສາງຕາມລະບອບພາສີ
ແລະຢູ່ພາຍໃຕ້ການຄວບຄຸມຂອງລັດຖະການພາສີ.
ມາດຕາ 36. ສາງ ພິເສດ ແມ່ນສາງເກັບສິນຄ້າເຄື່ອງຂອງ ດັ່ງລຸ່ມນີ້:
ສັດມີຊີວິດ;
ສິນຄ້າເຄື່ອງຂອງປະເພດເກືອດຫ້າມຂາເຂົ້າ ຫລື ທີ່ຕົກຢູ່ໃນການຄວບຄຸມ
ຄຸ້ມຄອງພິເສດ;
ສິນຄ້າເຄື່ອງຂອງ ທີ່ເປັນອັນຕະລາຍຕໍ່ສຸກຂະພາບ, ບໍ່ຖືກຫລັກອະນາໄມ ຫລື
ເປັນອັນຕະລາຍຕໍ່ສະ ພາບແວດລ້ອມ.
ນອກຈາກສິນຄ້າເຄື່ອງຂອງປະເພດຕ່າງໆ ທີ່ໄດ້ກ່າວມາຂ້າງເທິງນັ້ນ
ລັດຖະມົນຕີວ່າການກະຊວງ ການເງິນ ຈະເປັນຜູ້ກຳນົດຕ່າງຫາກ.
ມາດຕາ 37. ສາງພາງ ແມ່ນຮ້ານຄ້າປອດພາສີ ຊຶ່ງມີສັນຍາຄ້ຳປະກັນ
ວ່າຈະຂາຍສິນຄ້າໃຫ້ແຕ່ຜູ້ທີ່ຈະອອກໄປຕ່າງປະເທດ ແລະ
ຈຳຫນ່າຍຕາມລະບຽບການສະເພາະ.
ມາດຕາ 38. ສາງອຸດສະຫະກຳ ແມ່ນສາງເກັບສິນຄ້າເຄື່ອງຂອງທີ່ບັນດາວິສາຫະກິດ
ນຳເຂົ້າມາເພື່ອປະກອບ, ດັດແປງ, ປຸງແຕ່ງ ຫລື ສ້ອມແປງ ແລ້ວສົ່ງອອກນອກປະເທດຄືນ
ພາຍໃນກຳນົດເວລາ ອັນແນ່ນອນ.
ມາດຕາ 39. ສິນຄ້າເຄື່ອງຂອງປະເພດເກືອດຫ້າມທີ່ນຳເຂົ້າມາຜ່ານສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ
ອາດຈະໄດ້ຮັບອະນຸຍາດໃຫ້ນຳເຂົ້າໄວ້ໃນສາງເກັບສິນຄ້າໃດຫນຶ່ງທີ່ກ່າວຂ້າງ
ເທິງນີ້ກໍໄດ້ ແຕ່ຕ້ອງນຳອອກນອກປະເທດ ພາຍໃນກຳນົດເວລາອັນແນ່ນອນ.
ລັດຖະການພາສີມີສິດຫ້າມນຳເອົາສິນຄ້າເຄື່ອງຂອງ ບາງຊະນິດ ເຂົ້າໄວ້ໃນສາງ
ຖ້າເຫັນວ່າສິນຄ້າເຄື່ອງຂອງນັ້ນ ຈະກໍ່ຄວາມເສັຽຫາຍແກ່ສຸກຂະພາບ,
ສະພາບແວດລ້ອມ ແລະການດຳເນີນວຽກງານຢູ່ໃນສາງ.
ມາດຕາ 4O. ເຈົ້າຫນ້າທີ່ພາສີມີສິດກວດເບິ່ງບັນຊີ ແລະສິນຄ້າເຄື່ອງຂອງທີ່ຢູ່ໃນສາງໄດ້ທຸກເວລາຕາມລະບຽບການ
ຖ້າເຫັນວ່າມີຄວາມຈຳເປັນ.
ໃນກໍລະນີທີ່ເຈົ້າຫນ້າທີ່ພາສີໄດ້ພິສູດເຫັນວ່າ
ສິນຄ້າເຄື່ອງຂອງຢູ່ໃນສາງ ຫາກຂາດຫາຍ ຫລ ືມີຈຳນວນບໍ່ຄົບຖ້ວນຕາມບັນຊີ
ທີ່ໄດ້ແຈ້ງໄວ້ໃນເບື້ອງຕົ້ນ ຜູ້ເປັນເຈົ້າຂອງສາງ
ຕ້ອງຮັບຜິດຊອບຕໍ່ການເສັຽຄ່າພາສີ
ຕາມອັດຕາທີ່ນຳໃຊ້ໃນມື້ກວດເຫັນການເສັຽຫາຍນັ້ນ ແລະຮັບຜິດຊອບອື່ນໆຕາມລະບຽບກົດຫມາຍ.
ມາດຕາ 41. ການເຄື່ອນຍ້າຍສິນຄ້າເຄື່ອງຂອງ
ອອກຈາກສາງນີ້ໄປຫາສາງອື່ນ,ໄປ ຫາດ່ານພາສີ
ຫລືການສົ່ງກັບຄືນອອກນອກປະເທດຕ້ອງມີໃບເຄື່ອນຍ້າຍສິນຄ້າເຄື່ອງຂອງຄ້ຳປະກັນຕິດຕາມໄປນຳ.
ມາດຕາ 42. ໃນກໍລະນີ ມີຄວາມຕ້ອງການນຳເອົາສິນຄ້າເຄື່ອງຂອງ
ຊຶ່ງເກັບໄວ້ໃນສາງທີ່ງົດເກັບພາສີ ໄປຊົມໃຊ້ພາຍໃນປະເທດນັ້ນ ເຈົ້າຂອງສິນຄ້າເຄື່ອງຂອງຕ້ອງໄດ້ເສັຽຄ່າພາສີ
ຕາມອັດຕາ
ທີ່ພວມປະຕິບັດຢູ່ໃນມື້ຈົດໃບແຈ້ງພາສີເປັນລາຍລະອຽດເພື່ອການຊົມໃຊ້ ເຂົ້າໃນປຶ້ມບັນທຶກ.
ມາດຕາ 43. ປະເພດສິນຄ້າ ເຄື່ອງຂອງທີ່ຈັດເຂົ້າຢູ່ໃນລະບອບການນຳເຂົ້າປະເທດ
ຊົ່ວຄາວ ມີ :
ສິນຄ້າເຄື່ອງຂອງທີ່ນຳເຂົ້າມາເພື່ອຮັບໃຊ້ຈຸດປະສົງໃດຫນຶ່ງແລ້ວນຳອອກຄືນຕາມຈຳນວນ
ແລະ ສະພາບເດີມ;
ສິນຄ້າເຄື່ອງຂອງທີ່ນຳເຂົ້າມາ ເພື່ອປຸງແຕ່ງ,ປະກອບເປັນຜະລິດຕະພັນສຳເລັດຮູບ,
ດັດແປງ ຫລື ສ້ອມແປງ ແລ້ວນຳອອກຄືນ;
ສິນຄ້າເຄື່ອງຂອງ ທີ່ຈັດຢູ່ໃນລະບອບການນຳເຂົ້າຊົ່ວຄາວ
ຈະໄດ້ຮັບການງົດເກັບພາສີເວລານຳເຂົ້າປະເທດ ແລະຍົກເວັ້ນພາສີເວລາສົ່ງອອກນອກປະເທດຄືນຕາມລະບຽບຫລັກການທີ່ໄດ້ກຳນົດໄວ້.
ມາດຕາ 44. ໃນການນຳເອົາ ສິນຄ້າເຄື່ອງຂອງເຂົ້າມາຊົ່ວຄາວນັ້ນ
ຜູ້ນຳເຂົ້າຕ້ອງເຮັດສັນຍາໃນໃບແຈ້ງສິນຄ້າເຄື່ອງຂອງຄ້ຳປະກັນເຂົ້າຊົ່ວຄາວນັ້ນ
ວ່າຈະສົ່ງສິນຄ້າເຄື່ອງຂອງນັ້ນອອກນອກປະເທດຄືນ ຫລື
ຈະນຳເອົາສິນຄ້າເຄື່ອງຂອງນັ້ນເຂົ້າໃນລະບອບສາງ
ຫລືຈະນຳເຂົ້າໄວ້ໃນເຂດປອດພາສີເພື່ອລໍຖ້າ ການສົ່ງອອກ ແລະ
ຈະປະຕິບັດຕາມຂໍ້ບັງຄັບ ທີ່ໄດ້ບົ່ງໄວ້ໃນກົດຫມາຍ ແລະ
ລະບຽບການຂອງລະບອບການນຳເຂົ້າຊົ່ວຄາວທຸກປະການ.
ມາດຕາ 45. ສິ່ງເສດເຫລືອຈາກການປຸງແຕ່ງ, ຈາກການດັດແປງ ຫລືຜະລິດຕະພັນ
ສຳເລັດຮູບທີ່ມີຄຸນນະພາບບໍ່ສອດຄ່ອງກັບເງື່ອນໄຂສົ່ງອອກຄືນໄດ້ນັ້ນ
ຖ້າຈະເອົາໄປນຳໃຊ້ ຫລືເອົາໄປຈຳຫນ່າຍພາຍໃນປະເທດ,
ຈະຕ້ອງໄດ້ເສັຽພາສີຕາມລະບຽບການ.
ມາດຕາ 46. ລັດຖະການພາສີ ເປັນຜູ້ກຳນົດເງື່ອນໄຂຕ່າງໆ ກ່ຽວກັບການນຳເອົາ
ສິນຄ້າເຄື່ອງຂອງອອກນອກປະເທດເປັນການຊົ່ວຄາວ ເພື່ອດັດແປງ ຫລືເສີມແຕ່ງ.
ໃນເວລານຳກັບຄືນປະເທດ ຕ້ອງໄດ້ເສັຽພາສີໂດຍຖືເອົາມູນຄ່າ
ຂອງການດັດແປງເສີມແຕ່ງນັ້ນເປັນພື້ນຖານໃນການຄິດໄລ່ຄ່າພາສີ.
ມາດຕາ 47. ¬ຜູ້ເດີນທາງເຂົ້າມາຊົ່ວຄາວໃນ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ທີ່ມີສິ່ງຂອງສ່ວນຕົວມານຳ ຊຶ່ງບໍ່ແມ່ນປະເພດເກືອດຫ້າມ
ຈະໄດ້ຮັບການງົດເກັບພາສີ ແຕ່ຕ້ອງນຳເອົາສິ່ງຂອງເຫລົ່ານັ້ນອອກຄືນ ໃນກຳນົດເວລາທີ່ໄດ້ຮັບອະນຸຍາດໃຫ້ຢູ່
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໂດຍມີໃບແຈ້ງສິນຄ້າເຄື່ອງຂອງຄ້ຳປະກັນ.
ສ່ວນລາຍລະອຽດນັ້ນ ຈະມີລະບຽບກຳນົດໄວ້ສະເພາະຕ່າງຫາກ.
ມາດຕາ 48. ຜູ້ທີ່ເດີນທາງອອກນອກປະເທດຊົ່ວຄາວນັ້ນ
ຈະນຳເອົາສິ່ງຂອງສ່ວນຕົວ ຊຶ່ງບໍ່ແມ່ນປະເພດເກືອດຫ້າມ
ອອກໄປນຳຊົ່ວຄາວກໍໄດ້ ໂດຍຈະໄດ້ຮັບການງົດເກັບພາສີ ຂາອອກ.
¬ໃນການນຳເອົາສິ່ງຂອງສ່ວນຕົວອອກຊົ່ວຄາວ ຜູ້ນຳອອກ
ຕ້ອງແຈ້ງສິ່ງຂອງສ່ວນຕົວນັ້ນລົງໃນແບບພິມ ທີ່ລັດຖະການພາສີໄດ້ກຳນົດໄວ້.
ມາດຕາ 49. ສຳລັບສິ່ງຂອງສ່ວນຕົວບາງປະເພດ ທີ່ເກືອດຫ້າມ, ຜູ້ນຳອອກ
ຈະໄດ້ ຮັບອະນຸຍາດນຳອອກນອກປະເທດຊົ່ວຄາວໄດ້
ກໍຕໍ່ເມື່ອມີໃບອະນຸຍາດຂອງສຳນັກງານອົງການຂອງລັດ ທີ່ມີສິດອຳ
ນາດກ່ຽວຂ້ອງ ແລະມີສັນຍາຮັບປະກັນຈາກບຸກຄົນທີສາມວ່າ
ຈະນຳກັບຄືນມາຕາມສະພາບ ແລະຈຳນວນເດີມ.
¬ໃນກໍລະນີທີ່ບໍ່ນຳກັບຄືນມານັ້ນຜູ້ນຳອອກ ຫລື
ຜູ້ຮັບປະກັນໃຫ້ຈະໄດ້ຮັບຜິດຊອບ ຕາມລະບຽບກົດໝາຍ.
ມາດຕາ 5O. ວົງລັດສະຫມີພາສີ ແມ່ນເຂດກວດກາຂອງເຈົ້າຫນ້າທີ່ພາສີ
ຊຶ່ງນັບແຕ່ ເຂດຊາຍແດນເລິກເຂົ້າໄປໃນອານາເຂດພາສີ ສາມສິບ ກິໂລແມັດ. ແຕ່ເພື່ອຮັບປະກັນການກວດກາ
ແລະ ສະກັດກັ້ນປາບປາມການລັກລອບສິນຄ້າເຄື່ອງຂອງຫນີພາສີ,
ວົງລັດສະຫມີພາສີ ອາດຈະຂະຫຍາຍອອກໄດ້ຕາມການຕົກລົງຂອງລັດຖະບານ.
ທຸກການເຄື່ອນຍ້າຍສິນຄ້າເຄື່ອງຂອງ ໃນວົງລັດສະຫມີພາສີ
ຕ້ອງມີໃບເຄື່ອນຍ້າຍສິນຄ້າເຄື່ອງຂອງ ອອກໃຫ້ໂດຍລັດຖະການພາສີ
ຕິດຕາມໄປນຳ.
ມາດຕາ 51. ໃນວົງລັດສະຫມີພາສີ ກໍຄືໃນອານາເຂດພາສີ ແຕ່ລະຄອບຄົວບໍ່ມີສິດເກັບມ້ຽນ,
ກັກຕຸນ ຫລື
ຄອບຄອງສິນຄ້າເຄື່ອງຂອງທີ່ມີຈຳນວນເກີນຄວາມຕ້ອງການຂອງຄອບຄົວນັ້ນ ເວັ້ນເສັຽແຕ່ມີ
ເອກະສານຢັ້ງຢືນວ່າ ສິນຄ້າເຄື່ອງຂອງນັ້ນໄດ້ມາຢ່າງຖືກຕ້ອງຕາມກົດຫມາຍ.
|
|