| |
|
|
| |
|
|
|
|
|
ມາດຕາ
16. ສິນຄ້າເຄື່ອງຂອງທຸກຊະນິດທີ່ຈະສົ່ງອອກ
ຫລືນຳເຂົ້າປະເທດຕ້ອງແຈ້ງ ພາສີເປັນລາຍລະອຽດ ແລະ ໃຫ້ຖືກຕ້ອງຕາມລະບອບພາສີ
ເຖິງແມ່ນວ່າສິນຄ້າເຄື່ອງຂອງນັ້ນຈະໄດ້ຮັບການ ຍົກເວັ້ນຄ່າພາສີ ກໍຕາມ.
ມາດຕາ 17. ¬ໃບແຈ້ງພາສີເປັນລາຍລະອຽດ
ຕ້ອງມອບໃຫ້ດ່ານພາສີພາຍໃນກຳນົດ ສິບວັນ
ນັບແຕ່ມື້ໄດ້ຈົດສິນຄ້າເຄື່ອງຂອງເຂົ້າສາງເປັນຕົ້ນໄປ ໂດຍບໍ່ນັບວັນພັກທາງລັດຖະການ.
ຖ້າຫາກກາຍກຳນົດ ດັ່ງກ່າວ ສິນຄ້າເຄື່ອງຂອງ
ຈະຕ້ອງຕົກຢູ່ໃນການຄວບຄຸມສະເພາະຂອງພາສີ.ໃນກໍລະນີສິນຄ້າເຄື່ອງຂອງ ຫາກ
ເສື່ອມຄຸນນະພາບ, ເສັຽຄຸນໄວ, ມີຄວາມຫຍຸ້ງຍາກ
ຫລືບໍ່ເຫມາະໃນການເກັບມ້ຽນໄວ້ໃນສາງ, ລັດຖະການ
ພາສີຈະນຳອອກຂາຍດ້ວຍຮູບການປະມູນ ເພື່ອເອົາເງິນມາຮັກສາໄວ້ລໍຖ້າການຊຳລະສະສາງ.
ມາດຕາ 18. ສິນຄ້າເຄື່ອງຂອງທັງຂາອອກ ແລະຂາເຂົ້າ
ຕ້ອງແຈ້ງພາສີເປັນລາຍລະອຽດ ໂດຍເຈົ້າຂອງສິນຄ້າເຄື່ອງຂອງ ຫລື ຜູ້ຕາງຫນ້າ
ທີ່ໄດ້ຮັບການມອບຫມາຍເປັນລາຍລັກອັກສອນ ຫລືໂດຍ ຜູ້ບໍລິການແຈ້ງພາສີ.
ການແຈ້ງພາສີເປັນລາຍລະອຽດ ຕ້ອງແຈ້ງແຕ່ລະຫີບຫໍ່ເປັນຫົວຫນ່ວຍຫນຶ່ງ ໂດຍບໍ່ໃຫ້ໂຮມຫລາຍຫີບ
ຫໍ່ເຂົ້າກັນເປັນຫົວຫນ່ວຍດຽວ.
ຖ້າຜູ້ແຈ້ງພາສີ ຫາກບໍ່ຮູ້ຂໍ້ມູນຄັກແນ່ກ່ຽວກັບສິນຄ້າເຄື່ອງຂອງ
ຂອງຕົນ ເພື່ອປະກອບໃບແຈ້ງພາສີ ເປັນລາຍລະອຽດ,
ຜູ້ແຈ້ງພາສີຈະໄດ້ຮັບອະນຸຍາດໃຫ້ໄປກວດເບິ່ງ ສິນຄ້າເຄື່ອງຂອງ
ຂອງຕົນເສັຽກ່ອນ.
ມາດຕາ 19. ຜູ້ບໍລິການແຈ້ງພາສີ ແມ່ນຜູ້ດຳເນີນວິຊາຊີບຂະແຫນງຫນຶ່ງ
ຊຶ່ງມີຫນ້າທີ່ບໍລິການແຈ້ງພາສີເປັນລາຍລະອຽດ ແທນເຈົ້າຂອງສິນຄ້າເຄື່ອງຂອງ
ຫລື ແທນຜູ້ເຮັດການຂົນສົ່ງ.
ກະຊວງການເງິນ ເປັນຜູ້ກຳນົດລະບຽບການບໍລິການແຈ້ງພາສີ.
ມາດຕາ 2O. ໃບແຈ້ງພາສີເປັນລາຍລະອຽດ ຕ້ອງເຮັດເປັນລາຍລັກອັກສອນ
ແລະ ລະບຸຢ່າງຈະແຈ້ງ ທຸກຂໍ້ມູນອັນຈຳເປັນ ແກ່ການປະຕິບັດລະບຽບພາສີ ແລະການເກັບກຳສະຖິຕິ.
ໃບແຈ້ງພາສີເປັນລາຍລະອຽດຕ້ອງມີລາຍເຊັນຂອງຜູ້ແຈ້ງພາສີ.
ມາດຕາ 21. ໃບແຈ້ງພາສີເປັນລາຍລະອຽດ
ທີ່ເຈົ້າຫນ້າທີ່ພາສີໄດ້ຈົດເຂົ້າປຶ້ມບັນທຶກແລ້ວ ຈະປ່ຽນແປງບໍ່ ໄດ້.
ຫມວດ ທີ 2
ການກວດສິນຄ້າ, ການຄິດໄລ່, ການເສັຽຄ່າພາສີ
¬¬ແລະການເອົາສິນຄ້າ ເຄື່ອງຂອງອອກຈາກດ່ານພາສີ
ມາດຕາ 22. ເມື່ອໃບແຈ້ງພາສີເປັນລາຍລະອຽດ ຖືກຈົດເຂົ້າປື້ມບັນທຶກແລ້ວ,
ເຈົ້າຫນ້າທີ່ພາສີຕ້ອງດຳເນີນການ ກວດສິນຄ້າເຄື່ອງຂອງທັງຫມົດ ຫລື
ບາງສ່ວນກໍໄດ້ແລ້ວແຕ່ເຫັນສົມຄວນ.
ໃນກໍລະນີທີ່ມີຂໍ້ຂັດແຍ່ງ
ກ່ຽວກັບຜົນຂອງການກວດສິນຄ້າເຄື່ອງຂອງບາງສ່ວນນັ້ນ ຜູ້ແຈ້ງພາສີ
ອາດຈະຮ້ອງຂໍໃຫ້ເຈົ້າຫນ້າທີ່ພາສີ
ທຳການກວດສິນຄ້າເຄື່ອງຂອງທັງຫມົດກໍໄດ້.
ການກວດສິນຄ້າເຄື່ອງຂອງຢູ່ດ່ານພາສີ ຕ້ອງເຮັດຢູ່ໃນສາງເກັບສິນຄ້າ ຫລື
ບໍລິເວນສາງ ຫລືໃນສະຖານທີ່ອື່ນ ຊຶ່ງທາງການພາສີໄດ້ກຳນົດໃຫ້.
ຄ່າຂົນສົ່ງ, ຄ່າຍົກຖ່າຍ ແລະຄ່າອື່ນໆທີ່ຈຳເປັນ ແລະຖືກຕ້ອງຕາມລະບຽບກົດຫມາຍ
ໃນການກວດສິນຄ້າເຄື່ອງຂອງນັ້ນແມ່ນຕົກເປັນພາລະຂອງຜູ້ແຈ້ງພາສີ.
ມາດຕາ 23. ¬ການກວດສິນຄ້າເຄື່ອງຂອງ ຕ້ອງດຳເນີນ ໂດຍຊ້ອງຫນ້າຜູ້ແຈ້ງພາສີທຸກເທື່ອ.
ໃນກໍລະນີທີ່ມີຂໍ້ຂັດແຍ່ງລະຫວ່າງ ເຈົ້າຫນ້າທີ່ພາສີກັບ ຜູ້ແຈ້ງພາສີ
ກ່ຽວກັບຂໍ້ມູນໃນໃບແຈ້ງພາສີເປັນລາຍລະອຽດເຊັ່ນ: ຊະນິດ, ເລກລະຫັດຂອງສິນຄ້າເຄື່ອງຂອງ,
ປະເທດຕົ້ນກຳ ເນີດ,... ເຈົ້າຫນ້າທີ່ພາສີ
ຕ້ອງນຳສະເຫນີຂໍ້ຂັດແຍ່ງນັ້ນຕໍ່ຄະນະກຳມະການຊັນນະສູດ
ຊຶ່ງຖືກແຕ່ງຕັ້ງຕາມລະບຽບການສະເພາະເພື່ອຕັດສິນ.
ໃນກໍລະນີທີ່ ມີການຂັດແຍ່ງດ້ານລາຄາ ຖ້າຫາກວ່າ ຄະນະກຳມະການຊັນນະສູດ
ຕັດສິນຕີມູນຄ່າສິນຄ້າເຄື່ອງຂອງແລ້ວ ແຕ່ຜູ້ແຈ້ງພາສີ
ຍັງບໍ່ຍິນຍອມເຫັນດີປະຕິບັດຕາມລັດຖະການພາສີຈະຊື້ສິນຄ້າເຄື່ອງຂອງນັ້ນ
ກໍໄດ້ ຕາມມູນຄ່າທີ່ແຈ້ງພາສີ ໂດຽໃຫ້ຄ່າທົດແທນຕື່ມ
ສິບຫ້າສ່ວນຮ້ອຍຂອງມູນຄ່າແຈ້ງພາສີ. ເມື່ອໄດ້ຊື້ເອົາສິນຄ້າເຄື່ອງຂອງນັ້ນແລ້ວຂໍ້ຂັດແຍ່ງກໍຖືວ່າຕົກໄປ.
ມາດຕາ 24. ຄ່າພາສີ ຕ້ອງຄິດໄລ່ຕາມອັດຕາທີ່ພວມນຳໃຊ້ ໃນມື້ຈົດໃບແຈ້ງພາສີເປັນລາຍລະອຽດເຂົ້າປື້ມບັນທຶກ
ແລະ ໃຫ້ຄິດໄລ່ເປັນຕົວເລກມົນ. ຄ່າພາສີ ຕ້ອງຈ່າຍສົດ;
ຜູ້ຮັບເງິນຄ່າພາສີຕ້ອງອອກໃບຮັບເງິນ ໃຫ້ຜູ້ເສັຽພາສີ.
ມາດຕາ 25. ພາຍຫລັງທີ່ໄດ້ທຳການກວດຖືກຕ້ອງແລ້ວ
ສິນຄ້າເຄື່ອງຂອງຈະຖືກນຳອອກຈາກສາງໄດ້ ກໍຕໍ່ເມື່ອ
ຜູ້ແຈ້ງພາສີໄດ້ສຳລະຄ່າພາສີແລ້ວເທົ່ານັ້ນ. ໃນກໍລະນີທີ່ຈຳເປັນລັດຖະການພາສີ
ຈະອະນຸຍາດ ໃຫ້ສິນຄ້າເຄື່ອງຂອງບາງຊະນິດທີ່ຖືກກວດແລ້ວ
ອອກຈາກສາງກ່ອນການເສັຽພາສີກໍໄດ້ ແຕ່ຕ້ອງມີການຄ້ຳປະກັນກ່ຽວກັບການຊຳລະຄ່າພາສີ
ຕາມວັນເວລາທີ່ເຈົ້າຫນ້າທີ່ພາສີໄດ້ກຳນົດໃຫ້ ແຕ່ຢ່າງຊ້າບໍ່ໃຫ້ເກີນ ເຈັດ
ວັນ.
ສິນຄ້າເຄື່ອງຂອງຂາເຂົ້າ ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນຍ້າຍນັ້ນ
ຕ້ອງນຳອອກຈາກສາງໂດຍທັນທີ.
ມາດຕາ 26. ສຳລັບສິນຄ້າເຄື່ອງຂອງຂາອອກນັ້ນ ເມື່ອໄດ້ປະກອບເອກະສານ ແລະ
ຜ່ານການກວດຂອງເຈົ້າຫນ້າທີ່ພາສີແລ້ວຕ້ອງທຳການຂົນສົ່ງອອກນອກປະເທດໃນທັນໃດ.
ມາດຕາ 27. ໃບແຈ້ງພາສີເປັນລາຍລະອຽດ
ຈະຢູ່ພາຍໃຕ້ການກວດກາຄືນຂອງລັດຖະການພາສີພາຍໃນກຳນົດ ສາມ ປີ
ນັບແຕ່ມື້ຈົດໃບແຈ້ງພາສີເປັນລາຍລະອຽດເຂົ້າປຶ້ມບັນທຶກ.
ຖ້າກວດເຫັນຂໍ້ມູນ ຕ່າງໆ
ທີ່ຜູ້ແຈ້ງພາສີໄດ້ແຈ້ງໄວ້ນັ້ນຫາກບໍ່ຖືກກັບຄວາມເປັນຈິງກັບຂໍ້ມູນ
ທີ່ເຈົ້າຫນ້າທີ່ພາສີມີຫລັກຖານຢັ້ງຢືນ ຜູ້ ແຈ້ງພາສີຕ້ອງຮັບຜິດຊອບຕໍ່ຄວາມຜິດ
ຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍສະບັບນີ້ ໃນຖານເຮັດໃຫ້ມີຜົນສະທ້ອນຕໍ່ຄ່າພາສີ
ໂດຍເຈດຕະນາ. |
|
| |
|
| |
ວຽງຈັນ, ວັນທີ 18 ກໍລະກົດ 1994
ປະທານສະພາແຫ່ງຊາດ
ເຊັນ ແລະ ປະທັບຕາ
ສະຫມານ ວິຍະເກດ
|
|
|
| |
|
|
|
| |
|
|
|
| |
| |
ກົດໝາຍພາສີ |
 |
| |
ເອກະສານກ່ຽວຂ້ອງ: |
 |
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້ |
|
| |
ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ: |
 |
|