| |
|
|
| |
| |
|
|
|
ມາດຕາ 12. ສິນຄ້າເຄື່ອງຂອງ ທີ່ຈະສົ່ງອອກນອກປະເທດ
ຕ້ອງມີໃບຂົນສົ່ງຕິດຕາມໄປນຳ,
ມີໃບແຈ້ງພາສີເປັນລາຍລະອຽດ ແລະຕ້ອງຜ່ານການກວດກາຂອງເຈົ້າຫນ້າທີ່ພາສີ.
ມາດຕາ 13. ສິນຄ້າເຄື່ອງຂອງທີ່ຜ່ານຊາຍແດນເຂົ້າມາທາງບົກຕ້ອງນຳມາຕາມເສັ້ນ ທາງ
ທີ່ທາງການໄດ້ກຳນົດໄວ້ ແລະນຳໄປແຈ້ງດ່ານ ຫລື ປ້ອມພາສີ ທີ່ໃກ້ທີ່ສຸດ,
ຫ້າມນຳໃຊ້ເສັ້ນທາງອື່ນ,
ນຳເຂົ້າເຄຫະສະຖານໃດຫນຶ່ງ ຫລືແລ່ນກາຍດ່ານ. ຖ້າມີການລະເມີດຈະຖືວ່າຫລົບຫລີກພາສີ
ໂດຍເຈດຕະນາ.
¬ເມື່ອມາຮອດດ່ານພາສີຊາຍແດນແລ້ວ ຜູ້ນຳເອົາສິນຄ້າເຄື່ອງຂອງເຂົ້າມາ
ຕ້ອງເອົາເອກະສານຂົນ ສົ່ງ ແຈ້ງເປັນການຊົ່ວຄາວຕໍ່ເຈົ້າຫນ້າທີ່ພາສີ ເພື່ອບັນທຶກເຂົ້າສາງ
ແລະແຈ້ງພາສີເປັນລາຍລະອຽດຕາມ
ມາດຕາ 16 ຂອງກົດຫມາຍສະບັບນີ້.
ມາດຕາ 14. ສິນຄ້າເຄື່ອງຂອງ
ທີ່ຂົນສົ່ງເຂົ້າມາທາງອາກາດຕ້ອງມີໃບຂົນສົ່ງທາງອາກາດ ຊຶ່ງແມ່ນ
ເຈົ້າຫນ້າທີ່ການບິນເປັນຜູ້ເຊັນຢັ້ງຢືນ.ພາຍຫລັງທີ່ໄດ້ລົງຈອດເດີ່ນບິນຈຸດນຳເຂົ້າແລ້ວເຈົ້າຫນ້າທີ່ການບິນ
ຕ້ອງນຳເອົາໃບຂົນສົ່ງທາງອາກາດແຈ້ງຕໍ່ເຈົ້າຫນ້າທີ່ພາສີປະຈຳເດີ່ນບິນ ເພື່ອບັນທຶກເຂົ້າສາງ
ແລະ ແຈ້ງພາສີເປັນລາຍລະອຽດ.
ພາຫະນະທາງອາກາດທີ່ເດີນທາງລະຫວ່າງປະເທດຕ້ອງລົງຈອດສະເພາະແຕ່ເດີ່ນບິນທີ່ທາງ
ການໄດ້ກຳນົດໄວ້ ເວັ້ນເສັຽແຕ່ຫາກມີເຫດສຸກເສີນ.
ມາດຕາ 15. ສິນຄ້າເຄື່ອງຂອງທຸກຊະນິດ
ທີ່ນຳເຂົ້າມາແຕ່ຕ່າງປະເທດດ້ວຍເຮືອ ຕາມລຳນ້ຳລະຫວ່າງຊາດ
ຕ້ອງມີໃບຂົນສົ່ງສິນຄ້າທາງນ້ຳ.ເອກະສານດັ່ງກ່າວ
ຕ້ອງໃຫ້ເຈົ້າຂອງເຮືອເຊັນຢັ້ງຢືນ ຢູໃນນັ້ນຕ້ອງບອກແຈ້ງທຸກຂໍ້ມູນ
ຕາມທີ່ໄດ້ກຳນົດໄວ້ຢູ່ໃນແບບພິມ. ເຮືອຂົນສົ່ງທີ່ເດີນຕາມລຳນ້ຳລະຫວ່າງຊາດນັ້ນຈະບັນທຸກສິນຄ້າເຄື່ອງຂອງ
ຫລື ບໍ່ກໍຕາມຕ້ອງຈອດໄດ້ແຕ່ທ່າເຮືອ
ບ່ອນທີ່ມີດ່ານພາສີຕັ້ງຢູ່ເທົ່ານັ້ນ. ເຈົ້າຂອງເຮືອ
ຕ້ອງແຈ້ງຕໍ່ເຈົ້າຫນ້າທີ່ພາສີໃນທັນໃດ ພາຍຫລັງເຮືອມາຈອດ
ຫລືກ່ອນເຮືອຈະອອກຈາກທ່າ.
|
|
| |
|
| |
ວຽງຈັນ, ວັນທີ 18
ກໍລະກົດ 1994
ປະທານສະພາແຫ່ງຊາດ
ເຊັນ ແລະ ປະທັບຕາ
ສະຫມານ ວິຍະເກດ
|
|
|
| |
|
|
|
| |
|
|
|
| |
| |
ກົດໝາຍພາສີ |
 |
| |
ເອກະສານກ່ຽວຂ້ອງ: |
 |
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້ |
|
| |
ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ: |
 |
|