|
ມາດຕາ 99. ລັດຖະການພາສີ ແມ່ນການຈັດຕັ້ງຫນຶ່ງ
ທີ່ຂຶ້ນກັບກະຊວງການເງິນ ຊຶ່ງມີໂຄງປະກອບການຈັດຕັ້ງດັ່ງຕໍ່ໄປນີ້ :
ກົມພາສີ ແລະບັນດາພະແນກ;
- ຫ້ອງພາສີປະຈຳແຂວງ,ກຳແພງນະຄອນ ແລະເຂດພິເສດ;
ດ່ານພາສີຊາຍແດນ;
- ປ້ອມກວດກາພາສີ;
ຫນ່ວຍກວດກາພາສີເຄື່ອນທີ່.
- ສຳລັບການປະກອບການຈັດຕັ້ງ,ລະບອບແບບແຜນວິທີເຮັດວຽກ, ເຄື່ອງຫມາຍ ແລະເຄື່ອງແບບພາສີ,
ບັດປະຈຳຫນ້າທີ ລັດຖະບານຈະອອກລະບຽບການສະເພາະ.
ມາດຕາ 1OO. ການເຄື່ອນໄຫວວຽກງານ ຂອງລັດຖະການພາສີ ຕາມປົກກະຕິ ແມ່ນ
ຢູ່ໃນວົງລັດສະຫມີພາສີ. ໃນບາງກໍລະນີທີ່ຈຳເປັນ
ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 1O2 ຂອງກົດຫມາຍສະບັບນີ້ ເຈົ້າຫນ້າທີ່ພາສີສາມາດເຄື່ອນໄຫວວຽກງານຂອງຕົນນອກວົງລັດສະຫມີພາສີກໍໄດ້.
ມາດຕາ 1O1. ພະນັກງານພາສີທຸກຄົນ ຕ້ອງມີຄຸນສົມບັດດີ, ປະຫວັດຈະແຈ້ງ,
ຊື່ສັດ ບໍລິສຸດ,ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ,
ມີຄວາມຮູ້ຄວາມສາມາດດ້ານວິຊາການພາສີ, ຄວາມຮູ້ທາງດ້ານກົດຫມາຍ ແລະສຸກຂະພາບແຂງແຮງດີ.
ມາດຕາ 1O2. ເພື່ອຊອກຫາການລັກລອບສິນຄ້າເຄື່ອງຂອງຫນີພາສີ,ເຈົ້າຫນ້າທີ່ພາສີ
ມີສິດດັ່ງນີ້:
¬ກວດຄົ້ນຕົວບຸກຄົນ,ສິນຄ້າເຄື່ອງຂອງ,ຍານພາຫະນະ,ບັດປະຈຳຕົວ
ຫລືຫນັງສືຜ່ານແດນຂອງບຸກຄົນ ບໍ່ວ່າໃນເວລາກາງເວັນ ຫລືກາງຄືນ ໃນວົງລັດສະຫມີພາສີ
ແລະຢູ່ນອກວົງລັດສະຫມີພາສີໃນກໍລະນີສົງໃສ;
ສັ່ງໃຫ້ຜູ້ຂັບຂີ່ຍານພາຫານະຢຸດເພື່ອທຳການກວດຄົ້ນໃນກໍລະນີທີ່ມີການສົງໃສ;
ນຳໃຊ້ວິທີການອັນເຫມາະສົມ ແລະ ເຄື່ອງມືອັນຈຳເປັນທີ່ທາງລັດຖະການໄດ້ປະກອບໃຫ້
ເພື່ອໃຫ້ ຍານພາຫະນະນັ້ນຢຸດ ໃນກໍລະນີຜູ້ຂັບຂີ່ຫາກບໍ່ປະຕິບັດຕາມຄຳສັ່ງ;
ເຂົ້າໄປໃນເຮືອເພື່ອກວດກາຕິດຕາມ ແລະ
ສັງເກດເບິ່ງການຂົນຖ່າຍສິນຄ້າເຄື່ອງຂອງ. ຜູ້ຂັບເຮືອ ຫລືເຈົ້າຂອງເຮືອ
ຕ້ອງໃຫ້ຄວາມຮ່ວມມື ແກ່ເຈົ້າຫນ້າທີ່ພາສີໃນການກວດເຮືອ;
¬ເຂົ້າໄປໃນຫ້ອງການໄປສະນີ ລວມທັງຫ້ອງໄຈ້ເຄື່ອງ ເພື່ອກວດຄົ້ນຂອງຝາກທາງໄປສະນີ
ທີ່ມີການ ສົງໃສ ຊ້ອງຫນ້າພະນັກງານໄປສະນີ ໂດຍສອດຄ່ອງກັບລະບຽບກົດຫມາຍ
ຂອງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແລະຂໍ້ຕົກລົງຂອງສະຫະພັນໄປສະນີສາກົນ;
ກວດຄົ້ນເຄຫະສະຖານ ເພື່ອຊອກຫາສິນຄ້າເຄື່ອງຂອງຫນີພາສີ ໃນກໍລະນີທີ່ສິນຄ້າເຄື່ອງຂອງນັ້ນ
ຫາກຖືກໄລ່ຕິດຕາມບໍ່ຂາດສາຍຕາ ຫລື ບໍ່ຂາດໄລຍະ ແລະເຫັນວ່າໄດ້ນຳເອົາໄປຊຸກເຊື່ອງໄວ້ຢູ່ໃນສະຖານທີ່ໃດຫນຶ່ງ.
ການກວດຄົ້ນ, ກວດກາດັ່ງກ່າວຂ້າງເທິງນັ້ນ
ຕ້ອງປະຕິບັດຕາມກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ ຢ່າງເຂັ້ມງວດ;
ຖື ແລະ ນຳໃຊ້ອາວຸດ,ອຸບປະກອນ ແລະພາຫະນະຕ່າງໆຕາມການກຳນົດ
ຂອງລະບຽບການສະເພາະ;
ຮ້ອງຂໍ ແລະໄດ້ຮັບຄວາມຮ່ວມມື, ຊ່ວຍເຫລືອຈາກອົງການຈັດຕັ້ງລັດ, ສັງຄົມ,
ປະຊາຊົນ ແລະໄດ້ຮັບ ການປົກປ້ອງຕາມກົດຫມາຍ;
ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ຕາມທີ່ໄດ້ຮັບມອບຫມາຍ.
ມາດຕາ 1O3. ໃນການປະຕິບັດຫນ້າທີ່ວຽກງານຂອງຕົນ, ເຈົ້າຫນ້າທີ່ພາສີມີສິດທວງຖາມ
ແລະ ກວດກາເອກະສານຕ່າງໆ ທີ່ພົວພັນເຖິງວຽກງານພາສີ ນຳສະຖານທີ່ ແລະບຸກຄົນດັ່ງລຸ່ມນີ້:
ບໍລິສັດ ຫລື ບໍລິສັດຕົວແທນ ທີ່ທຳການຂົນສົ່ງ ແລະ
ສະຖານທີ່ອື່ນໆທີ່ກ່ຽວຂ້ອງ;
¬ຜູ້ບໍລິການແຈ້ງພາສີ ແລະ ເຈົ້າຂອງສິນຄ້າເຄື່ອງຂອງຂາອອກŒຂາເຂົ້າ.
¬ໃນການກວດກາເຈົ້າຫນ້າທີ່ພາສີ ມີສິດຮັກສາເອກະສານອັນຈຳເປັນໄວ້ຊົ່ວຄາວ
ເພື່ອຄວາມສະດວກ ໃນການປະຕິບັດຫນ້າທີ່ວຽກງານ.
ມາດຕາ 1O4. ໃນການປະຕິບັດຫນ້າທີ່ວຽກງານຂອງຕົນ, ເຈົ້າຫນ້າທີ່ພາສີຕ້ອງ
:
ປະຕິບັດບັນດາມະຕິຄຳສັ່ງ, ລະບຽບກົດຫມາຍພາສີ ແລະ ກົດຫມາຍອື່ນໆ
ຢ່າງເຂັ້ມງວດ;
¬ປົກປັກຮັກສາເອກະສານ ແລະ ຮັກສາຄວາມລັບທາງດ້ານວິຊາສະເພາະ ແລະ
ທາງລັດຖະການ;
ໃຫ້ຄຳແນະນຳແກ່ບຸກຄົນ, ຜູ້ດຳເນີນທຸລະກິດ ແລະ
ພະນັກງານຂອງອົງການຈັດຕັ້ງຕ່າງໆ ກ່ຽວກັບການປະຕິບັດລະບຽບກົດຫມາຍພາສີ;
ວາງມາດຕະການ ເພື່ອສະກັດກັ້ນປາບປາມການລັກລອບສິນຄ້າເຄື່ອງຂອງຫນີພາສີ;
ໃສ່ເຄື່ອງແບບ, ຕິດເຄື່ອງຫມາຍພາສີ, ສະເຫນີບັດປະຈຳຫນ້າທີ່,
ມີທ່າທີອັນເຫມາະສົມ ແລະຖືກຕ້ອງ.
ໃນບາງກໍລະນີທີ່ຈຳເປັນ, ເຈົ້າຫນ້າທີ່ພາສີອາດຈະປະຕິບັດຫນ້າທີ່
ນອກເຄື່ອງແບບກໍໄດ້ ແຕ່ຕ້ອງສະເຫນີບັດປະຈຳຫນ້າທີ່ ຕໍ່ຜູ້ທີ່ຖືກກວດກາ.
ມາດຕາ 105. ໃນເວລາປະຕິບັດຫນ້າທີ່ຂອງຕົນ, ເຈົ້າຫນ້າທີ່ພາສີຜູ້ໃດ
ຫາກໃຊ້ສິດກາຍຂອບເຂດຫລືສວຍໃຊ້ສິດ ແລະຫນ້າທີ່ເພື່ອຫາຜົນປະໂຫຍດອັນບໍ່ຊອບທຳ
ຫລືກະທຳສິ່ງໃດທີ່ພາໃຫ້ມີການກີດຂວາງ
ຫລືສະກັດກັ້ນການຈໍລະຈອນສິນຄ້າເຄື່ອງຂອງ ທີ່ຖືກກົດຫມາຍນັ້ນ,
ຈະຖືກປະຕິບັດວິໄນ ຫລື ຖືກລົງໂທດຕາມລະບຽບກົດຫມາຍ. |
|