|
ມາດຕາ 1. ກົດຫມາຍວ່າດ້ວຍພາສີ ກຳນົດລະບຽບຫລັກການ
ກ່ຽວກັບການ ສົ່ງອອກ, ການນຳເຂົ້າ ແລະ ການຈໍລະຈອນສິນຄ້າເຄື່ອງຂອງ
ຢູ່ພາຍໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ປົກປ້ອງ,
ຊຸກຍູ້ການຜະລິດສິນຄ້າ ແລະ ການບໍລິການຢູ່ພາຍໃນປະເທດ,
ສົ່ງເສີມການລົງທຶນ ແລະ ການຮ່ວມມືກັບຕ່າງປະເທດ, ສົ່ງເສີມຂາອອກ,
ຮັບປະກັນແຫລ່ງລາຍຮັບເຂົ້າງົບປະມານແຫ່ງລັດ ແລະປະກອບ
ສ່ວນເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ.
ມາດຕາ 2. ຢູ່ໃນອານາເຂດພາສີ ຊຶ່ງກວມເອົາຜືນແຜ່ນດິນອັນຄົບຖ້ວນ
ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກຄົນ, ທຸກອົງການຈັດຕັ້ງ,
ທຸກພາກສ່ວນເສດຖະກິດ ໂດຍບໍ່ຈຳແນກສັນຊາດ
ຕ້ອງປະຕິບັດລະບຽບກົດຫມາຍພາສີຂອງລາວ ຢ່າງເຂັ້ມງວດ
ລວມທັງສັນຍາລະຫວ່າງປະເທດ ຊຶ່ງພົວພັນເຖິງ ວຽກງານພາສີ
ທີ່ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຊັນ ຫລື
ຮັບຮູ້ແລ້ວນັ້ນ.
ມາດຕາ 3. ¬ສິນຄ້າເຄື່ອງຂອງ ທີ່ສົ່ງອອກ ຫລືນຳເຂົ້າ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອງໄດ້ເສັຽຄ່າພາສີ ເປັນເອກະພາບ
ຕາມລະບຽບຫລັກການ ດັ່ງທີ່ໄດ້ບົ່ງໄວ້ໃນປື້ມສາລະບານ ອັດຕາພາສີ
ຊຶ່ງໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວ ເວັ້ນເສັຽແຕ່ ໃນກໍລະນີ
ທີ່ສິນຄ້າເຄື່ອງຂອງນັ້ນ ຫາກຖືກຈັດເຂົ້າຢູ່ໃນລະບອບງົດເກັບພາສີ
ຫລືຍົກເວັ້ນພາສີ; ບໍ່ອະນຸຍາດໃຫ້ບຸກຄົນໃດ ຫລຸດຫລືເພີ່ມອັດຕາພາສີ
ທີ່ກຳນົດໄວ້ນັ້ນຢ່າງເດັດຂາດ ຈະດ້ວຍວິທີໃດກໍຕາມ.
ສິນຄ້າເຄື່ອງຂອງ ທຸກຊະນິດ ທີ່ ສົ່ງອອກ, ນຳເຂົ້າ
ຫລືເຄື່ອນຍ້າຍພາຍໃນປະເທດ ຕ້ອງໄດ້ຜ່ານ
ການກວດກາຕົວຈິງຂອງເຈົ້າຫນ້າທີ່ພາສີເວັ້ນເສັຽແຕ່ໃນກໍລະນີທີ່ໄດ້ບົ່ງໄວ້ໃນມາດຕາ
57 ແລະ 59 ຂອງກົດຫມາຍສະບັບນີ້.
ມາດຕາ 4. ໃນກໍລະນີອັນຈຳເປັນຮີບດ່ວນ ເພື່ອປົກປັກຮັກສາຜົນປະໂຫຍດ
ແລະ ໃຫ້ສອດຄ່ອງກັບສະພາບເສດຖະກິດຂອງຊາດໃນແຕ່ລະໄລຍະນັ້ນ ປະທານປະເທດ
ຈະອອກລັດຖະບັນຍັດກຳນົດອັດຕາພາສີ ສຳລັບບາງປະເພດສິນຄ້າເຄື່ອງຂອງ ຫລື
ດັດແປງອັດຕາພາສີ ຊຶ່ງເກັບຕາມອັດຕາສ່ວນຮ້ອຍຂອງມູນຄ່າແຈ້ງພາສີ
ທີ່ໄດ້ບົ່ງໄວ້ໃນປຶ້ມສາລະບານອັດຕາພາສີ
ມາເປັນການເກັບຕາມອັດຕາເດັດຖານກໍໄດ້ ແລະ ກຳນົດເອົາເຂດໃດ ຫນຶ່ງ ເປັນເຂດປອດພາສີ.
ມາດຕາ 5. ຂໍ້ກຳນົດ ແລະລະບຽບການຕ່າງໆຂອງພາສີ
ທີ່ວາງອອກແຕ່ລະເທື່ອ ມີຜົນ ບັງຄັບໃຊ້ພາຍຫລັງ ສາມສິບວັນ
ນັບແຕ່ມື້ໄດ້ລົງໃນຈົດຫມາຍເຫດທາງລັດຖະການ ເປັນຕົ້ນໄປ.
ມາດຕາ 6. ¬ສິນຄ້າເຄື່ອງຂອງທຸກຊະນິດ ທີ່ຈະສົ່ງອອກ ຫລືນຳເຂົ້າ
ຕ້ອງໄດ້ແຈ້ງຕາມ ເລກລະຫັດ ແລະຕາມຊະນິດສິນຄ້າເຄື່ອງຂອງ
ທີ່ບົ່ງໄວ້ໃນປຶ້ມສາລະບານອັດຕາພາສີ.
ມາດຕາ 7. ສຳລັບບາງຊະນິດສິນຄ້າເຄື່ອງຂອງ ທີ່ການສົ່ງອອກ ຫລື ການນຳເຂົ້າ
ຈະນຳ ຜົນປະໂຫຍດມາສູ່ປະເທດຊາດນັ້ນ ປະທານປະເທດ
ຈະອອກລັດຖະບັນຍັດກຳນົດອັດຕາພາສີພິເສດ ຕໍ່ປະເທດ ທີ່
ມີຜົນປະໂຫຍດຕອບແທນຊຶ່ງກັນແລະກັນ. ການກຳນົດອັດຕາພາສີພິເສດ
ອາດຈະອີງຕາມປະເທດຕົ້ນກຳເນີດຂອງ ສິນຄ້າເຄື່ອງຂອງນັ້ນ.
¬ປະເທດຕົ້ນກຳເນີດສິນຄ້າເຄື່ອງຂອງ ແມ່ນປະເທດທີ່ໄດ້ເກັບກ່ຽວ, ຂຸດຄົ້ນ
ຫລືຜະລິດສິນຄ້າເຄື່ອງຂອງ ນັ້ນ.
ຫມວດ ທີ 3
¬ມູນຄ່າສິນຄ້າເຄື່ອງຂອງ, ສິນຄ້າເຄື່ອງຂອງປະເພດເກືອດຫ້າມ
ມາດຕາ 8. ມູນຄ່າແຈ້ງພາສີຂາອອກ ແມ່ນມູນຄ່າຕົວຈິງຂອງສິນຄ້າເຄື່ອງຂອງທີ່ນຳສົ່ງ
ຮອດດ່ານພາສີຊາຍແດນລາວບ່ອນສົ່ງອອກ ໂດຽບໍ່ມີການຄິດໄລ່ຄ່າພາສີເຂົ້ານຳ.
ມາດຕາ 9.
ມູນຄ່າແຈ້ງພາສີຂາເຂົ້າແມ່ນມູນຄ່າຕົວຈິງຂອງສິນຄ້າເຄື່ອງຂອງທີ່ນຳເຂົ້າມາຮອດດ່ານຊາຍແດນລາວ
ຊຶ່ງປະກອບດ້ວຍມູນຄ່າ ຂອງສິນຄ້າເຄື່ອງຂອງ ແລະ ຄ່າອື່ນໆເຊັ່ນ :
ຄ່າປະກັນໄພ, ຄ່າຂົນສົ່ງ ຊຶ່ງຜູ້ຊື້ ແລະຜູ້ຂາຍໄດ້ຕົກລົງຊື້ຂາຍນຳກັນ.
ມາດຕາ 1O. ເວລາແຈ້ງພາສີ
ຜູ້ແຈ້ງຕ້ອງນຳເອົາໃບຢັ້ງຢືນລາຄາສະບັບເດີມຢູ່ຕົ້ນທາງ
ຄັດຕິດກັບໃບແຈ້ງພາສີເປັນລາຍລະອຽດ ເພື່ອເປັນການຢັ້ງຢືນມູນຄ່າຕົວຈິງ.
ມາດຕາ 11. ສິນຄ້າເຄື່ອງຂອງປະເພດເກືອດຫ້າມ ແມ່ນສິນຄ້າເຄື່ອງຂອງທີ່ລັດຫ້າມສົ່ງອອກ,
ຫ້າມນຳເຂົ້າ
ຫລືສິນຄ້າເຄື່ອງຂອງທີ່ຖືກຈັດໄວ້ຢູ່ໃນຂອບເຂດຈຳກັດ,ໃນລະບຽບທາງດ້ານຄຸນນະພາບ,
ລະບຽບການບັນຈຸຫຸ້ມຫໍ່ ຫລື ລະບຽບສະເພາະໃດຫນຶ່ງ.
|
|