www.smepdo.org       
 
Lao Eng
 

ນະໂຍບາຍຂອງລັດຖະບານ

 
 

ບ່ອນອິງສຳລັບແຜນງານ ຫລື ໂຄງການພັດທະນາຕ່າງໆຢູ່ໃນ ສປປ ລາວ ແມ່ນແຜນງານພັດທະນາເສດຖະ
ກິດ ແລະ ສັງຄົມແຫ່ງຊາດ ໂດຍສະເພາະຍຸດທະສາດ ພັດທະນາເສດຖະກິດ ແລະ ຫລຸດຜ່ອນຄວາມທຸກ
ຍາກແຫ່ງຊາດ.

ແຜນການເສດຖະກິດແຫ່ງຊາດ

ລັດຖະບານ ສປປ ລາວ ມີແຜນການພັດທະນາເສດຖະກິດ ແລະ ສັງຄົມ ແຫ່ງຊາດ ປະຈຳ ປີ ແລະ 5 ປີ ແລະ ງົບປະມານທີ່ກ່ຽວຂ້ອງ. ໂດຍສະເພາະແຜນງານພັດທະນາເສດຖະກິດ ແລະ ສັງຄົມ ໄລຍະ ຍາວ ແມ່ນ ໄດ້ກ່ວມເອົາ 8 ແຜນງານບູລິມະສິດ ຂອງລັດຖະບານ: (1) ຮັບປະກັນສະບຽງອາຫານ, (2)ຜະລິດເປັນສິນຄ້າ,
(3) ຍຸດຕິການຖາງປ່າເຮັດໄຮ່, (4) ກໍ່ສ້າງພື້ນຖານໂຄງລ່າງ, (5) ພັດທະນາຊົນນະບົດ, (6) ພັດທະນາ
ຊັບພະຍາກອນມະນຸດ (7) ພັດທະນາການບໍລິການ ແລະ (8) ເສີມຂະຫຍາຍສາຍພົວພັນ ດ້ານເສດຖະກິດກັບ
ຕ່າງປະເທດ. ແຜນງານບຸລິມະສິດ ດັ່ງກ່າວເປັນ ບ່ອນອິງສຳລັບການຜັນຂະຫຍາຍເປັນແຜນພັດທະນາຂອງ
ແຕ່ລະ ກະຊວງ, ກົມ ກອງ ແລະ ຂະແໜງການຕ່າງໆ ລະດັບ ສູນກາງ ແລະ ຂັ້ນແຂວງ. ຢູ່ລະດັບແຂວງ ທ່ານສາມາດ ຮັບເອົາ ຂໍ້ມູນຢູ່ ຂະແໜງສະຖິຕິ ແລະ ສັງລວມຂອງແຕ່ ລະພະແນກການ ແລະ ຂອງຫ້ອງ
ວ່າການແຂວງ ຫລື ພະແນກແຜນການ ແລະ ການຮ່ວມມືແຂວງ.

ແຜນງານພັດທະນາເສດຖະກິດ ແລະ ຫລຸດຜ່ອນຄວາມ ທຸກຍາກແຫ່ງຊາດ

ຍຸດທະສາດພັດທະນາເສດຖະກິດ ແລະ ຫລຸດຜ່ອນຄວາມທຸກຍາກ ແຫ່ງຊາດ ແມ່ນຍຸດທະສາດໄລຍະຍາວ ທີ່ມີເປົ້່າໝາຍເພື່ອຫລຸດພົ້ນ ປະເທດ ສປປ ລາວ ອອກການການເປັນປະເທດດ້ອຍພັດທະນາ ໃນປີ 2020.
ຍຸດທະສາດດັ່ງກ່າວໄດ້ຖືກລິເລີ້ມໃນລະຫວ່າງກອງປະຊຸມໂຕະມົນຂອງລັດຖະບານໃນເດືອນ 11 ປີ 2000 ແລະ ຈາກນັ້ນໄດ້ຖືກກຳນົດ ມາເປັນ ແຜນງານຫລຸດຜ່ອນຄວາມທຸກຍາກ ແຫ່ງຊາດໃນປີ 2001.
ຮອດເດືອນ 10 ປີ 2003 ໄດ້ປ່ຽນຊື່ມາເປັນ ຍຸດທະສາດພັດທະນາ ເສດຖະກິດ ແລະ ຫລຸດຜ່ອນຄວາມ
ທຸກຍາກ ແຫ່ງຊາດ ເພື່ອບໍ່ໃຫ້ ສັບສົນ ກັບ 8 ແຜນງານບຸລິມະສິດຂອງລັດຖະບານ ແລະ ສະພາ ແຫ່ງຊາດ
ໄດ້ຜ່ານແຜນ ແລະ ງົປະມານສຳລັບ ການຈັດຕັ້ງ ປະຕິບັດ ໂດຍເລັ່ງໃສ່ບັນດາເມືອງທີ່ທຸກຍາກ, ຈຳນວນ 72 ເມືອງທຸກຍາກ ຈາກທັງໝົດເມືອງທົ່ວປະເທດແມ່ນ 142. ແຜນຍຸດທະສາດດັ່ງກ່າວ ວາງຄາດໝາຍຫລຸດຜ່ອນ
ຈຳນວນ ຜູ້ທຸກຍາກລົງ 50% ໃນປີ 2010 ແລະ ຫລຸດພົ້ນຈາກສະຖານະ ປະເທດດ້ອຍພັດທະນາໃນ ປີ 2020. ຍຸດທະສາດພັດທະນາເສດ ຖະກິດ ແລະ ຫລຸດຜ່ອນຄວາມທຸກຍາກ ແຫ່ງຊາດ ກາຍເປັນກອບຮ່າງ ທີ່ສົມບູນເພື່ອເປັນບ່ອນອິງສຳລັບ ການວາງແຜນພັດທະນາຂອງແຕ່ລະຂະແໜງການ ທົ່ວກະຊວງ ແລະ ກົມກອງໃນຂອບເຂດທົ່ວປະເທດ.

ນະໂຍບາຍ ແລະ ແຜນການອື່ນໆ

ໂດຍໃຫ້ສອດຄ່ອງກັບຍຸດທະສາດພັດທະນາເສດຖະກິດ ແລະ ຫລຸດຜ່ອນຄວາມທຸກຍາກ ແຫ່ງຊາດ ສະເພາະ
ກະຊວງອຸດສາຫະກຳ ແລະ ຫັດຖະກຳໄດ້ມີ ຍຸດທະສາດ ສຳລັບປີ 2005, 2010 ແລະ 2020 ໂດຍໄດ້
ກຳນົດຂົງເຂດ ທີ່ເປັນບູລິມະສິດ ສຳລັບແຕ່ ລະໄລຍະ ແລະ ຄາດໝາຍ ເຊິ່ງກໍ່ ເປັນບ່ອນອິງສຳລັບ ແຕ່ລະ
ພະແນກການ ອຸດສາຫະກຳ ແລະ ຫັດຖະກຳແຂວງເຊັ່ນກັນ.
 

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia