www.smepdo.org       
 
Lao Eng
 

ທືນຮອນສຳລັບທຸລະກິດ > ແຜນງານ SME ແລະ ການເງີນຈຸລະພາກ

 
 

ໝວດທີ III
ກອງທຶນສົ່ງເສີມ ແລະ ພັດທະນາ ວ ນ ກ

ມາດຕາ 11: ການສ້າງຕັ້ງກອງທຶນສົ່ງເສີມ ແລະ ພັດທະນາ ວ ນ ກ

ລັດຖະບານອະນຸຍາດ ໃຫ້ສ້າງຕັ້ງກອງທຶນ ສົ່ງເສີມ ແລະ ພັດທະນາ ວ ນ ກ ເພື່ອສະໜັບສະໜູນໂຄງການສົ່ງເສີມ ແລະ ພັດທະນາ ວ ນ ກ. ກອງທຶນດັ່ງກ່າວແມ່ນມອບໃຫ້ຫ້ອງການສົ່ງເສີມ ແລະ ພັດທະນາ ວນ ກ ຂັ້ນສູນກາງ ເປັນຜູ້ຄຸ້ມຄອງ. ລະບຽບການຄຸ້ມຄອງ ກອງທຶນສົ່ງເສີມ ແລະ ພັດທະນາ ວ ນ ກ ຈະໄດ້ ກຳນົດຕ່າງຫາກ.

ມາດຕາ 12 : ລາຍຮັບຂອງກອງທຶນສົ່ງເສີມ ແລະ ພັດທະນາ ວ ນ ກ

ກອງທຶນສົ່ງເສີມ ແລະ ພັດທະນາ ວ ນ ກ ໄດ້ມາຈາກແຫລ່ງຕ່າງໆ ດັ່ງລຸ່ມນີ້:

  1. ງົບປະມານແຫ່ງລັດ
  2. ການຊ່ວຍເຫຼືອລ້າ ຫຼື ການກູ້ຢຶມຈາກຕ່າງປະເທດ.
  3. ການບໍລິຈາກ ຫຼື ການປະກອບສ່ວນຂອງບຸກຄົນ ຫຼື ອົງການຈັດຕັ້ງດ້ວຍຄວາມສະໝັກໃຈ.
  4. ການບໍລິການ, ເກັບຄ່າທຳນຽມຕ່າງໆ ແລະ ອື່ນໆ.
ມາດຕາ 13 : ລາຍຈ່າຍຂອງກອງທຶນສົ່ງເສີມ ແລະ ພັດທະນາ ວ ນ ກ

ການນຳໃຊ້ກອງທຶນສົ່ງເສີມ ແລະ ພັດທະນາ ວ ນ ກ ແມ່ນເພື່ອເປົ້າໝາຍດັ່ງນີ້:

  1. ສະໜັບສະໜູນບັນດາໂຄງການສົ່ງເສີມ ແລະ ພັດທະນາ ວນກ
  2. ສະໜັບສະໜູນດ້ານສິນເຊື່ອແກ່ ວນກ
  3. ຄ່າໃຊ້ຈ່າຍບໍລິຫານ ຂອງຄະນະກຳມະການສົ່ງເສີມ ແລະ ພັດທະນາ ວ ນ ກ .
  4. ເງິນນະໂຍບາຍ ແລະ ຄ່າບຳເນັດ ຂອງພະນັກງານຫ້ອງການສົ່ງເສີມ ແລະ ພັດທະນາ ວ ນ ກ.
  5. ບຳລຸງ ແລະ ກໍ່ສ້າງພະນັກງານຂອງຫ້ອງການສົ່ງເສີມ ແລະ ພັດທະນາ ວ ນ ກ ແລະ ພະນັກງານ, ກຳມະກອນ ຂອງພາກສ່ວນທຸລະກິດ.
  6. ຄ່າບໍລິຫານຂອງຫ້ອງການສົ່ງເສີມ ແລະ ພັດທະນາ ວ ນ ກ
  7. ວຽກງານອື່ນໆ ທີ່ກ່ຽວກັບການສົ່ງເສີມ ແລະ ພັດທະນາ ວນກ

ມາດຕາ 14 : ແຜນການລາຍຮັບ-ລາຍຈ່າຍຂອງກອງທຶນສົ່ງເສີມ ແລະ ພັດທະນາ ວ ນ ກ ປະຈຳປີ

ຄະນະກຳມະການສົ່ງເສີມ ແລະ ພັດທະນາ ວ ນ ກ ເປັນຜູ້ພິຈາລະນາຕົກລົງແຜນການລາຍຮັບ-ລາຍຈ່າຍ ປະຈຳປີ ແລ້ວສະເໜີໃຫ້ລັດຖະບານເປັນຜູ້ຕົກລົງຮັບຮອງເອົາ.
 

 
 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia