|
ຜູ້ປະກອບການຈະຕ້ອງມີທຶນຮອນທີ່ຈຳເປັນສຳລັບການສ້າງ
ຕັ້ງທຸລະກິດ.
ນອກຈາກທຶນຮອນທີ່ມາຈາກຕົນເອງແລ້ວ, ຜູ້ປະ
ກອບການສາມາດຊອກຫາຈາກແຫລ່ງທຶນອື່ນໆ ເຊັ່ນ ແຫລ່ງທຶນໃນລະບົບ:
ທະນາຄານທຸລະກິດຕ່າງໆ, ຈາກໂຄງການ ສົ່ງເສີມວິສາຫະກິດຂະໜາດນ້ອຍ; ແລະ ແຫລ່ງທຶນນອກລະບົບ.
ທະນາຄານທຸລະກິດຢູ່ ສປປ ລາວ ມີທັງໝົດ 8 ແຫ່ງ ໃນນີ້ ເປັນທະນາ ຄານລົງທຶນຂອງຕ່າງປະເທດ 8 ແຫ່ງ. ແນວໃດກໍ່ຕາມ, ທີ່ຜ່ານມາການປ່ອຍເງິນກູ້ສຳລັບທຸລະ
ກິດຂະໜາດນ້ອຍ ມີຄວາມເປັນໄປໄດ້ ໜ້ອຍ ຍ້ອນວິ
ສາຫະກິດບໍ່ສາມາດປະຕິບັດເງື່ອນໄຂຕ່າງໆຂອງ ທະ
ນາຄານໄດ້ ໂດຍສະເພາະດ້ານຫລັກຊັບຄ້ຳປະກັນ. ໃຫ້ທ່ານກົດໃສ່ ລາຍຊື່ ແລະທີ່ຢູ່ຕິດຕໍ່ຂອງບັນດາທະນາຄານ
ການຄ້າ ຢູ່ໃນລາວ.
ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີບົດບາດເດັ່ນຂຶ້ນ ໃນການປະກອບສ່ວນເຂົ້າໃນການພັດທະນາ
ເສດຖະກິດຂອງປະເທດໂດຍ
ແຕ່ການສະໜັບສະໜູນດ້ານການເງິນທີ່ຜ່ານມາແມ່ນຍັງຈຳກັດ. ຄະນະກຳມະການ ການເງິນຈຸລະພາກໄດ້ຮັບການແຕ່ງຕັ້ງຂຶ້ນ ໂດຍ ປະກອບດ້ວຍຕາງໜ້າຈາກກະຊວງຕ່າງໆ ແລະ ການເປັນປະ
ທານ ຂອງທະນາຄານກາງ ເພື່ອຮັບຜິດຊອບຊຸກຍູ້ ດ້ານການເງິນ ຈຸລະພາກ. ໂດຍສະເພາະໃນໝໍ່ໆມານີ້ ໄດ້ມີການສຶກສາກ່ຽວກັບ ª˜¤ການຈັດຕັ້ງກອງທຶນສຳລັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງເປັນ
ໜຶ່ງໃນນະໂຍບາຍສົ່ງເສີມ ວິສາຫະກິດນ້ອຍ ແລະ ກາງ ອິງຕາມ ດຳລັດວ່າດ້ວຍການສົ່ງເສີມ ແລະ ພັດທະນາ ວິສາຫະກິດນ້ອຍ ແລະ ກາງ (ເລກທີ 42/ນຍ).
ແຫລ່ງທຶນອື່ນໆ
ນອກຈາກແຫລ່ງທຶນໃນລະບົບ
ກໍ່ຄືສະຖາບັນການເງິນຕ່າງໆ ແລ້ວ ຜູ້ປະກອບການສາມາດຊອກຫາທຶນ
ຮອນສຳລັບທຸລະກິດ ມາຈາກ ແຫລ່ງທຶນນອກລະບົບຕ່າງໆ ເຊັ່ນ: ຜູ້ປ່ອຍເງິນກູ້
ຢູ່ຕາມທ້ອງຕະຫລາດ, ກຸ່ມ
ທ້ອນເງິນປະຈຳບ້ານ, ກຸ່ມອອກຫວຍ ຫລື ແຊ, ອື່ນໆ. ສ່ວນຫລາຍ ແຫລ່ງທຶນນອກລະບົບນີ້ຈະມີເງື່ອນໄຂ
ການກູ້ຢືມ ໜ້ອຍກວ່າ ແຫລ່ງທຶນໃນລະບົບ ແຕ່ອັດຕາດອກເບັ້ຍສູງກວ່າ
ຫລາຍ ອາດສູງຮອດ 30% ຕໍ່ ເດືອນ.
|