|
ດຳລັດ
ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍແຮງງານ
-
ອີງຕາມລັດຖະທຳມະນູນ ແຫ່ງສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ສະບັບລົງວັນທີ່ 15 ສີງຫາ 1991.
-
ອີງຕາມກົດໝາຍແຮງງານ ແຫ່ງສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວສະບັບ ເລກທີ່ 02 ລົງວັນທີ່ 14 ມີນາ
1994.
-
ອີງຕາມການສະເໜີຂອງລັດຖະມົນຕີວ່າການ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ນາຍົກລັດຖະມົນຕີອອກດຳລັດ
ໝວດທີ່ I
ການສ້າງຕັ້ງ ແລະ ໜ້າທີ່ກຳມະບານ
ມາດຕາ 1: ຜູ້ອອກແຮງງານ
ມີສິດສ້າງຕັ້ງໜ່ວຍກຳມະບານຢູ່ໃນຫົວໜ່ວຍຂອງຕົນ ແລະ
ມີສິດສະເໜີເຂົ້າເປັນ
ສະມາຊິກກຳມະບານຕາມຄວາມສະມັກໃຈເພື່ອປົກປ້ອງ ແລະສົ່ງເສີມສິດຜົນປະໂຫຍດທີ່ຖຶກຕ້ອງຕາມກົດໝາຍ.
ມາດຕາ 2:
ໜ່ວຍກຳມະບານທີ່ຈະສ້າງຕັ້ງຂື້ນນັ້ນຕ້ອງສ້າງລະບຽບການເຄື່ອນໄຫວວຽກງານຂອງຕົນ.ໃນລະບຽບ
ການດັ່ງກ່າວນັ້ນໃຫ້ກຳນົດຈຸດປະສົງ ແລະ
ຂອບເຂດການເຄື່ອນໄຫວວຽກງານຢ່າງລະອຽດ.
ພາຍຫລັງສ້າງຕັ້ງແລ້ວໃນກຳນົດ 30ວັນໃຫ້ສົ່ງລະບຽບການດັ່ງກ່າວ ແລະລາຍລະອຽດກ່ຽວກັບສະຖານທີ່,
ລາຍຊື່, ຈຳນວນຄະນະບໍລິຫານງານ ແລະ ສະມາຊິກໄປ ໃຫ້ສະຫະພັນກຳມະບານລາວ
ແລະ ອົງການຄຸ້ມຄອງແຮງງານ
ຊາບ.
ມາດຕາ 3:
ສະຫະພັນກຳມະບານຂັ້ນເທີງຖັດນັ້ນມີສິດພິຈາລະນາລະບຽບການຈັດຕັ້ງກຳມະບານເພື່ອຂື້ນທະບຽນ.
ຖ້າຫາກເຫັນດີໃຫ້ຂື້ນທະບຽນແລ້ວຕ້ອງລົງລາຍເຊັນກຳ
ກັບໄວ້ໃນລະບຽບການຈັດຕັ້ງນັ້ນແລ້ວສົ່ງຄືນ ໃຫ້ກຳ
ມະບານຮາກຖານ ແລະ ຂັ້ນເທີງຖັດ ຕົນພາຍໃນກຳນົດ ສິບຫ້າວັນ.
ໃນກໍລະນີທີ່ລະບຽບການຈັດຕັ້ງກຳມະບານບໍ່ຖຶກຕ້ອງ ແລະ
ບໍ່ສອດຄ່ອງກັບລະບຽບກົດໝາຍແລ້ວຕ້ອງແຈ້ງໃຫ້
ພາກສ່ວນກ່ຽວຂ້ອງໄດ້ຮັບຊາບ ແລະ ແກ້ໄຂຄືນ.
ຖ້າວ່າກຳມະບານຂັ້ນເທີງຖັດນັ້ນບໍ່ມີຄຳເຫັນ ຫລື
ສະເໜີຢ່າງໃດນື່ງເພື່ອດັດແກ້ພາຍໃນກຳນົດສາມສິບວັນພາຍ
ຫລັງທີ່ໄດ້ຮັບການສະເໜີຂື້ນທະບຽນແລ້ວກໍ່ໃຫ້ຖືວ່າກຳມະບານຮາກຖານນັ້ນເຄື່ອນໄຫວຕາມລະບຽບ,
ກົດໝາຍ.
ເມື່ອໃດຫາກມີການປ່ຽນແປງລະ
ບຽບການຈັດຕັ້ງຕ້ອງແຈ້ງໄປຍັງກຳມະບານຂັ້ນເທີງຖັດນັ້ນເພື່ອກວດກາ ແລະຂື້ນທະບຽນ
ໃຫ້ໄໝ່.
ມາດຕາ 4:
ສະຫະພັນກຳມະບານຂັ້ນຕ່າງໆມີພັນທະໂດຍກົງຕໍ່ການປັບປຸງ ແລະ
ສ້າງຕັ້ງກຳມະບານ ຫລື ຜູ້
ຕ່າງໜ້າຜູ້ອອກແຮງງານໃນທຸກຫົວໜ່ວຍແຮງງານຂອງທຸກພາກສ່ວນເສດຖະກິດສັງຄົມຕາມເງື່ອນໄຂ
ແລະ ສະພາບຕົວຈີງຂອງແຕ່ລະແຫ່ງ.
ມາດຕາ 5
ກຳມະບານທີ່ໄດ້ຣັບການຈົດທະບຽນແລ້ວມີສິດເຄື່ອນໄຫວຕາມກົດລະບຽບຂອງອົງການກຳມະບານລາວ.
ມາດຕາ 6:
ກຳມະບານມີໜ້າທີ່ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມ ແລະ ປຸກລະ
ດົມຜູ້ອອກແຮງງານໃຫ້ມີລະ
ບຽບວິໃນ,
ຕັ້ງໜ້າປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ສຳເລັດຕາມແຜນການຜະລິດທີ່ຫົວໜ່ວຍແຮງງານ
ວາງອອກ.
ກຳມະບານມີໜ້າທີ່ປົກຄອງ ແລະ
ສົ່ງເສີທສິດຜົນປະໂຫຍດທີ່ຖຶກຕ້ອງຕາມກົດໝາຍ,
ສະເໜີໃຫ້ຜູ້ໃຊ້ແຮງງານມີ
ການປະຕິບັດກົດໝາຍແຮງງານ, ສັນຍາແຮງງານຢ່າງຖຶກຕ້ອງ,
ຮ້ອງຂໍໃຫ້ມີການປັບປຸງລະດັບຄ່າແຮງງານ, ເງື່ອນ
ໄຂອອກແຮງງານ, ການປະກັນສັງຄົມ ແລະ
ເຂົ້າຮ່ວມເງື່ອນໄຂຂໍ້ຂັດແຍ່ງກ່ຽວກັບແຮງງານຕາມຂັ້ນຕອນທີ່ກົດ
ໝາຍແຮງງານໄດ້ບົ່ງໄວ້ ແລະ ເຂົ້າຣ່ວມຊ່ວຍເຫລືອແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ.
ກຳມະບານມີໜ້າທີ່ປະກອບສ່ວນເຂົ້າໃນການສ້າງຂໍ້ກຳນົດ,
ກົດລະບຽບກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ແຮງງານ. |