www.smepdo.org       
 
Lao Eng
 

ການວ່າຈ້າງແລະຝືກອົບຮົມ ກົດໝາຍແລະກົດລະບຽບແຮງງານ > ກົດໝາຍແຮງງານ

 
 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ

ເລກທີ 002/ສພຊ

ມະຕິຕົກລົງ
ຂອງສະພາແຫ່ງຊາດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກ່ຽວກັບການຮັບຮອງເອົາການດັດແກ້ກົດໝາຍແຮງງານ

ອີງຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພາຍຫລັງ
ໄດ້ພິຈາລະນາ, ອະພິປາຍຢ່າງກ້ວາງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນການດັດແກ້ກົດໝາຍ ແຮງງານ.
ກອງປະຊຸມເທື່ອທີ່ 3 ສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ່ III ໃນວາລະປະຊຸມຕອນບ່າຍວັນຈັນ,ວັນທີ 14 ມີນາ 1994.

ຕົກລົງ:
ມາດຕາ 1 ຮັບຮອງເອົາການດັດແກ້ ກົດໝາຍແຮງງານໂດຍຄະແນນສຽງຢ່າງເປັນເອກະສັນ.
ມາດຕາ 2 ມະຕິຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ວຽງຈັນ, ວັນທີ່ 14 ມີນາ 1994
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ເລກທີ 24 ສປປ
ລົງວັນທີ 21/4/94
ລັດຖະດຳລັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກ່ຽວກັບການປະກາດໃຊ້ກົດຫມາຍແຮງງານ

  • ອີງຕາມມາດຕາ 53 ຂໍ້ 1 ຂອງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
  • ອີງຕາມມະຕິຕົກລົງຂອງກອງປະຊຸມ ສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ III ກ່ຽວກັບການຮັບຮອງເອົາການດັດແກ້ກົດຫມາຍແຮງງານ ສະບັບເລກທີ 002/ສພຊ ລົງວັນທີ 14 ມີນາ 1994.

ປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ :

ມາດຕາ 1 ປະກາດໃຊ້ກົດຫມາຍແຮງງານ.
ມາດຕາ 2 ລັດຖະດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ເຊັນ ແລະ ປະທັບຕາ
ຫນູຮັກ ພູມສະຫວັນ
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
ຫມວດທີ 1: ບົດບັນຍັດທົ່ວໄປ
ຫມວດທີ 2: ລະບຽບການຄຸ້ມຄອງ
ແຮງງານ
ຫມວດທີ 3: ສັນຍາແຮງງານ ແລະ ການຍົກເລີກສັນຍາແຮງງານ
ຫມວດທີ 4: ເວລາເຮັດວຽກ ແລະ ເວລາພັກຜ່ອນ
ຫມວດທີ 5: ລະບຽບການອອກ
ແຮງງານ
ຫມວດທີ 6: ແຮງງານຂອງຜູ້ຍິງ ແລະເດັກນ້ອຍ
ຫມວດ ທີ 7: ເງິນເດືອນ ຫລື ຄ່າ
ແຮງງານ
ຫມວດທີ 8: ການຮັບປະກັນເງິນ
ເດືອນ ຫລື ຄ່າແຮງງານ
ຫມວດທີ 9 : ອາກອນລາຍໄດ້ ແລະການປະກັນສັງຄົມ
ໝວດທີ 10: ການປ້ອງກັນແຮງງານ
ຫມວດທີ 11: ອຸປະຕິເຫດແຮງງານ
ຫມວດທີ 12 :ລະບອບເບ້ຍບຳນານ ແລະ ອຸດຫນູນ
ຫມວດທີ13: ການແກ້ໄຂຂໍ້ຂັດແຍ່ງ
ກ່ຽວກັບແຮງງານ
ຫມວດທີ 14 : ມາດຕະການຕໍ່ຜູ້ລະ
ເມີດກົດຫມາຍແຮງງານ
ຫມວດທີ 15 : ບົດບັນຍັດສຸດທ້າຍ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia