www.smepdo.org       
 
Lao Eng
 

ການວ່າຈ້າງແລະຝືກອົບຮົມ  

 
 

ການມີລູກຈ້າງ ຫລື ພະນັກງານທີ່ດີ ມີຄວາມສາມາດ ຖືວ່າເປັນຈຸດເຂັ້ມແຂງຂອງທຸລະກິດ. ທ່ານສາມາດຮັບສະ
ມັກ ພະນັກງານ ດ້ວຍຕົນເອງ ຫລື ນຳໃຊ້ບໍລິສັດຈັດຫາງານ. ຜູ້ເປັນນາຍຈ້າງຕ້ອງກຳໄດ້ກົດໝາຍ ແລະ ລະບຽບການກ່ຽວກັບ ການນຳໃຊ້ແຮງງານ ເພື່ອຫລີກລ້ຽງການຟ້ອງຮ້ອງທີ່ເກີດຈາກຄວາມຮູ້ເທົ່າບໍ່ເຖິງການຂອງ
ນາຍຈ້າງ.

ກົດໝາຍ ແລະ ກົດລະບຽບແຮງງານ

ກົດໝາຍແຮງງານ (ເລກທີ 02/94/ສພຊ) ໄດ້ກຳນົດບັນດາຫລັກການ ແລະ ລະບຽບຕ່າງໆ ໃນການຄຸ້ມ
ຄອງແຮງງານ ເພື່ອຮັບປະກັນຕ່າງ ຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ. ທ່ານສາມາດກົດຢູ່ນີ້ເພື່ອເອົາຂໍ້ມູນກ່ຽວກັບ.
ກົດລະບຽບການໃຊ້ແຮງງານ (ເລກທີ 98/ນຍ).

ການຮັບສະມັກພະນັກງານ

ການຮັບສະມັກພະນັກງານອາດເປັນແບບ ທາງການ ຫລື ບໍ່ເປັນ ທາງການ ໂດຍທ່ານອາດເປັນເຈົ້າການຮັບສະມັກພະນັກງານ ດ້ວຍຕົນເອງ. ເປັນໄປໄດ້
ທີ່ທ່ານຊອກເອົາພະນັກງານໂດຍການ ໃຊ້ບໍລິການຂອງບໍລິສັດຈັດຫາງານ. ຢູ່ນະຄອນຫລວງວຽງຈັນ ປະຈຸບັນມີບໍລິສັດລັດວິສາຫະກິດ ຈັດຫາງານ ຢູ່ປະມານ 4 ແຫ່ງ ແລະ ທ່ານສາມາດກົດຢູ່ນີ້ ເພື່ອເອົາ ລາຍຊື່ ແລະ ລາຍລະອຽດອື່ນໆ ກ່ຽວກັບບໍລິສັດຈັດຫາງານ.

 

 

 

ໂຮງຮຽນບໍລິຫານທຸລະກິດ

ປະຈຸບັນໂຮງຮຽນບໍລິຫານທຸລະກິດກຳລັງຂະຫຍາຍຕົວ ເຊິ່ງທ່ານກໍ່ ສາມາດຊອກຮຽນຢູ່ທ້ອງຖິ່ນຂອງທ່ານ. ສະເພາະຢູ່ນະຄອນ ຫລວງວຽງຈັນ ມີໂຮງຮຽນບໍລິຫານ
ທຸລະກິດປະມານ 27ແຫ່ງ. ທ່ານສາມາດກົດຢູ່ນີ້ເພື່ອເອົາ ລາຍຊື່ ແລະ ບ່ອນຕິດຕໍ່ໂຮງຮຽນສອນ ບໍລິຫານທຸລະກິດ.

 

 

ສະຖາບັນເຝິກອົບຮົມ

ຢູ່ ສສປ ລາວ ມີໂຮງຮຽນສອນວິຊາຊີບຂອງ ປະມານ 13 ແຫ່ງທີ່ເປັນຂອງລັດ ທັງໃນ ແລະ ນອກລະບົບ. ກົດຢູ່ນີ້ເພື່ອເອົາລາຍຊື່ ຂອງໂຮງຮຽນວິຊາຊີບ ສຳລັບພາກເອກະຊົນການສອນວິຊາຊີບ ອາດປະສົມ ຢູ່ ໃນສະ
ຖາບັນສອນພາສາອັງກິດ ແລະ ສອນຄອມພິວເຕີ. ທ່ານສາມາດກົດຢູ່ນີ້ເພື່ອເອົາລາຍຊື່ແລະບ່ອນ ຕິດຕໍ່ສະ
ຖາບັນສອນພາສາອັງກິດ ແລະ ຄອມພິວເຕີ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia