www.smepdo.org       
 
Lao Eng
 

ການຊວ່ຍເຫຼືອ ຈາກຜູ້ໃຫ້ທຶນ

 
 

ມີໂຄງການຊ່ວຍເຫລືອຂອງຕ່າງປະເທດຈຳນວນໜຶ່ງທີ່ ໃຫ້ຄວາມສົນໃຈດ້ານການພັດທະນາ ແລະ ສົ່ງເສີມວິ
ສາຫະກິດ ຂະໜາດນ້ອຍ ແລະ ກາງ ບໍ່ວ່າຈະແມ່ນທາງກົງ ຫລື ທາງອ້ອມ. ການຊອກຮູ້ກ່ຽວກັບໂຄງການ
ດັ່ງກ່າວ ຈະເປັນປະໂຫຍດ ສຳລັບທ່ານເອງ ໃນການຍາດແຍ່ງເອົາການຊ່ວຍເຫລືອເທົ່າທີ່ຈະເປັນໄປໄດ້. ເຊັ່ນດຽວກັນນີ້ແມ່ນການໃຫ້ທຶນ ການສຶກສາ ແລະ ການເຝິກອົບຮົມ ຂອງຕ່າງປະເທດ.

ໂຄງການຊ່ວຍເຫລືອ

ໂຄງການຊ່ວຍເຫລືອຂອງອົງການສາກົນຢູ່ ສປປ ລາວ ອາດຈັດ ເປັນປະເພດ ຊ່ວຍເຫລືອ/ຮ່ວມມືດ້ານເຕັກນິກ ຫລື ຊ່ວຍເຫລືອ ດ້ານການເງິນ. ທ່ານສາມາດກົດຢູ່ນີ້ເພື່ອເອົາ ລາຍຊື່ ແລະ ລາຍ ລະອຽດກ່ຽວກັບໂຄງການ
ຊ່ວຍເຫລືອທີ່ກ່ຽວພັນກັບການພັດທະນາ ແລະ ສົ່ງເສີມວິສາຫະກິດ ບໍ່ໜ້ອຍ ກໍ່ຫລາຍ.

ທຶນການສຶກສາ ແລະ ເຝິກອົບຮົມ

ໃນປະຈຸບັນນີ້ທຶນການສຶກສາໃຫ້ແກ່ ສປປ ລາວ ແມ່ນມີຫລາຍຂຶ້ນ ລວມເຖິງການເປີດກວ້າງແບບທົ່ວໄປເຊິ່ງຈະເ
ຫັນໄດ້ຕາມການ ແຈ້ງຂ່າວຢູ່ຕາມໜັງສືພິມ ເຊັ່ນ: ທຶນຂອງປະເທດ ຍີ່ປຸ່ນ, ອົດສະຕາລີ, ສິງຄະໂປ, ສະຫະ
ລັດອະເມລິກາ, ເປັນຕົ້ນ. ນອກນັ້ນ ກໍ່ມີການເຝິກ ອົບຮົມໄລຍະສັ້ນ ໃນຂະແໜງການຕ່າງໆ.ໃຫ້ ທ່ານກົດ
ທາງຟາກຂວາມືເພື່ອໃຫ້ເຊື່ອມຕໍ່ກັບຜູ້ໃຫ້ທຶນ ແລະ ເພື່ອເອົາ ລາຍຊື່ ແລະ ລາຍລະອຽດຈຳນວນໜຶ່ງຂອງສະ
ຖານທູດ, ອົງການຈັດຕັ້ງສາກົນທີ່ໃຫ້ ທຶນການ ສຶກສາ ແລະ ການຝຶກອົບຮົມ ຢູ່ຕ່າງປະເທດ.
 

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia