www.smepdo.org       
 
Lao Eng
 

 ຄ່າໃຊ້ຈ່າຍໃນທຸລະກິດ

 
 

ການສ້າງຕັ້ງ ແລະ ດຳເນີນທຸລະກິດໃດໜຶ່ງ ປະກອບມີຄ່າໃຊ້ຈ່າຍປະເພດຕ່າງໆ ເຊິ່ງທ່ານຈະຕ້ອງໄດ້ຄາດ
ຄະເນລ່ວງໜ້າ ແລະວາງແຜນໃສ່ການລົງທຶນ. ການວາງແຜນງົບປະມານ ສຳລັບການໃຊ້ຈ່າຍໃນແຕ່ລະບ້ວງ
ຂອງການດຳເນີນ ທຸລະກິດກໍ່ແມ່ນວິທີການ ຈະຊ່ວຍໃຫ້ທ່ານສາມາດ ຄຸ້ມຄອງດ້ານການເງິນຂອງທຸລະກິດໄດ້.

ງົບປະມານ/ການລົງທຶນໃນທຸລະກິດ
ເລີ້ມຕັ້ງແຕ່ການສ້າງຕັ້ງທຸລະກິດ ທ່ານຈະມີຄ່າໃຊ້ຈ່າຍທີ່ອາດ ຈັດເປັນ ປະເພດຕ່າງໆເຊັ່ນ: ຄ່າໃຊ້ຈ່າຍ ຫລື ທຶນສຳລັບ ຊັບສິນຄົງທີ່, ສຳລັບທຶນໝູນວຽນ ແລະ ໃຊ້ຈ່າຍອື່ນໆ. ທ່ານສາມາດ ກົດຢູ່ນີ້ ເພື່ອເອົາບາງລາຍ
ການຄ່າໃຊ້ຈ່າຍພື້ນຖານໃນການດຳເນີນທຸລະກິດ ແລະ ຕົວຢ່າງແບບຟອມລາຍການ ການລົງທຶນໂຄງການ
ທຸລະກິດ.

ການວາງແຜນງົບປະມານ
ທ່ານຄວນມີການວາງແຜນການ ການນຳໃຊ້ເງິນ ໂດຍຈັດແບ່ງເປັນ ບ້ວງການໃຊ້ຈ່າຍ ຕ່າງໆ ທີ່ຕິດພັນກັບ
ການດຳເນີນທຸລະກິດ. ແຜນດັ່ງກ່າວອາດວາງເປັນງວດ ປະຈຳເດືອນ, ປະຈຳໄຕມາດ ຫລື ປະຈຳປີ. ແຜນການເງິນ ຫລື ແຜນງົບປະມານນີ້ ຈະເປັນບ່ອນອິງ ໃນການຄວບຄຸມການໃຊ້ຈ່າຍ ແລະ ສາມາດຊອກ
ຫາຊ່ອງທາງເພື່ອ ແກ້ໄຂ ຫາກມີການນຳໃຊ້ບໍ່ສອດຄ່ອງກັບແຜນ. ກົດຢູ່ນີ້ເພື່ອຮຽນຮູ້ ກ່ຽວກັບ ປະໂຫຍດຂອງ
ການ ວາງແຜນງົບປະມານ, ບາດກ້າວ ແລະ ລາຍການບ້ວງງົບປະມານຕ່າງໆ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia