www.smepdo.org       
 
Lao Eng
 

ຄ່າໃຊ້ຈ່າຍໃນທຸລະກິດ >>> ການວາງແຜນງົບປະມານ

 
 


ປະໂຫຍດຂອງການ ວາງແຜນງົບປະມານ

1. ການວາງທິດທາງຕໍ່ເປົ້າໝາຍ: ການຂຶ້ນງົບປະມານແມ່ນ ຮຽກຮ້ອງໃຫ້ເລັ່ງໃສ່ ບັນລຸວັດຖຸປະສົງ ລວມ ຂອງບໍລິສັດ. ການຂຶ້ນງົບປະມານຮຽກຮ້ອງໃຫ້ມີການປະສານສົມທົບ ກັບ ພະແນກອື່ນໆ ທັງໝົດ ພາຍໃນບໍລິສັດ ແລະດັ່ງນັ້ນມັນຈຶ່ງກາຍເປັນເປົ້າໝາຍລວມ ອັນໜຶ່ງຂອງບໍລິສັດ.

2. ການນຳໃຊ້ຊັບພະຍາກອນຢ່າງຕັ້ງໜ້າ: ການຂຶ້ນງົບປະມານ ຈະສະແດງໃຫ້ເຫັນວ່າ ຊັບພະຍາ ກອນໃດ ຈະນຳໃຊ້ ແລະ ຈະນຳໃຊ້ແນວໃດ ເພື່ອບັນລຸເປົ້າໝາຍ. ສິ່ງດັ່ງກ່າວ ຈະຊ່ວຍໃຫ້ ຄະນະບໍລິຫານສູງສຸດ ໄດ້ນຳໃຊ້ຊັບພະຍາກອນ ຢ່າງມີປະສິດທິພາບ.

3. ການຕຽມການຕໍ່ຄວາມສ່ຽງທີ່ເປັນໄປໄດ້: ການຄາດຄະເນການດຳເນີນງານລ່ວງໜ້າ ແມ່ນບັງຄັບ ໃຫ້ ຄະນະບໍລິຫານໄດ້ຕຽມການ ຕໍ່ສະພາວະລຳບາກ ແທນທີ່ຈະຖືກກົດດັນ ຈາກສະພາວະດັ່ງກ່າວ. ໂດຍ ສ້າງສົມມຸດຖານຕໍ່ການປ່ຽນແປງທີ່ອາດເກີດຂຶ້ນ, ງົບປະມານຈະສະແດງໃຫ້ເຫັນວ່າ ການປ່ຽນແປງ ດັ່ງກ່າວ ສາມາດສ້າງອິດທິພົນ ໃຫ້ແກ່ການດຳເນີນງານ ແລະສະພາບປົກກະຕິ ຂອງບໍລິສັດໄດ້ແນວໃດ. ສິ່ງດັ່ງກ່າວຈະຊ່ວຍໃຫ້ຄະນະບໍລິຫານ ໄດ້ສ້າງແຜນການ ບັງເອີນ ສະເພາະຂຶ້ນ.

4. ການສ້າງມາດຖານ: ງົບປະມານເມື່ອຖືກຮັບຮອງແລ້ວ ກໍ່ຈະກາຍເປັນບ່ອນອີງ ເພື່ອສົມທົບກັບ ການປະຕິບັດງານຕົວຈິງຂອງບໍລິສັດ.

5. ການຄວບຄຸມຕົ້ນທຶນແລະການຕີລາຄາຄວາມອາດສາມາດຂອງພະນັກງານ: ງົບປະມານຈະສະແດງ ໃຫ້ເຫັນ ຄວາມຕັ້ງໃຈຂອງພະແນກການຕ່າງໆຂອງບໍລິສັດ ຕໍ່ຊັບພະຍາກອນຂອງຕົນ. ສິ່ງດັ່ງກ່າວ ຈະຊ່ວຍໃຫ້ຄະນະບໍລິຫານ ໄດ້ສາມາດຄຸ້ມຄອງຄ່າສິ້ນເປືອງໃນພະແນກຕ່າງໆ. ນອກຈາກນັ້ນ, ໂດຍ ສົມທຽບ ແລະວິໄຈຄວາມຄາດເຄື່ອນ ລະຫວ່າງການປະຕິບັດງານຕົວຈິງ ແລະງົບປະມານ, ຄະນະ ບໍລິຫານກໍ່ຈະຮູ້ ເຖິງຄວາມອາດສາມາດ ຂອງແຕ່ລະຫົວໜ້າ ພະແນກການຕ່າງໆ.

6. ສະຕິຕໍ່ຕົ້ນທຶນ: ເມື່ອພະແນກການຕ່າງໆມີຄວາມຕັ້ງໃຈ ຕໍ່ງົບປະມານ ແລະໃຊ້ຈ່າຍໃນຂອບເຂດ ຂອງງົບປະມານດັ່ງກ່າວແລ້ວ, ໃນໝູ່ພະນັກງານກໍ່ຈະມີສະຕິຕໍ່ຕົ້ນທຶນ ສູງຂຶ້ນ.

7. ສົ່ງເສີມການເຮັດວຽກແບບທີມງານ: ການປະສານສົມທົບໃນການກະກຽມ ງົບປະມານ ແມ່ນສ້າງ ໂອກາດ ໃຫ້ພະແນກການຕ່າງໆ ໄດ້ເຮັດວຽກຮ່ວມກັນ ແລະຊ່ວຍໃຫ້ເຂົາເຈົ້າໄດ້ມີຄວາມເຂົ້າໃຈ ດີຂຶ້ນກ່ວາເກົ່າ ກ່ຽວກັບການເສື່ອມໂຍງກິດຈະກຳຂອງຕົນ ຊຶ່ງກັນແລະກັນແນວໃດ.

8. ການປັບປຸງການສື່ສານ: ນອກຈາກນັ້ນ ການວາງທິດທາງໃຫ້ແກ່ເປົ້າໝາຍ ກໍ່ຈະຊ່ວຍໃຫ້ຂໍ້ມູນ ຂ່າວສານ ໄຫລວຽນ ຕັ້ງແຕ່ຄະນະບໍລິຫານສູງສຸດ ລົງໄປຫາຂັ້ນລຸ່ມ ແລະຊ່ວຍໃຫ້ຂໍ້ມູນຂ່າວສານ ຈາກການດຳເນີນງານໃນຂັ້ນລຸ່ມ ຂຶ້ນເຖິງຄະນະບໍລິຫານລະດັບສູງ.

ບາດກ້າວຕ່າງໆໃນການຂຶ້ນງົບປະມານ

  • ບາດກ້າວທີ 1: ສ້າງຕັ້ງທີມງານຂຶ້ນງົບປະມານ.

  • ບາດກ້າວທີ 2: ກຳນົດປັດໄຈຫລັກຂອງບໍລໍສັດ ເພື່ອຂຶ້ນງົບປະມານຫລັກ.

  • ບາດກ້າວທີ 3: ໃຫ້ພະແນກຕ່າງໆທີ່ກ່ຽວຂ້ອງພາຍໃນບໍລິສັດ ລວບລວມ ແລະວິໄຈຂໍ້ມູນ ທີ່ກ່ຽວຂ້ອງ ເພື່ອກະກຽມງົບປະມານຂອງພະແນກຂອງຕົນ.

  • ບາດກ້າວທີ 4: ທີມງານຂຶ້ນງົບປະມານ ລວບລວມງົບປະມານທັງໝົດ ເພື່ອສ້າງງົບປະມານໃຫຍ່.

  • ບາດກ້າວທີ 5: ງົບປະມານທັງໝົດ ຕ້ອງຖືກທົບທວນ ແລະຮັບຮອງໂດຍຄະນະບໍລິຫານ ຂອງບໍລິສັດ. ຖ້າບໍ່ມີການຮັບຮອງຈາກຄະນະບໍລິຫານ, ງົບປະມານກໍ່ຈະກາຍເປັນແຜນ ປະຕິບັດງານໄດ້.

ບາດກ້າວທີ 1: ສ້າງຕັ້ງທີມງານຂຶ້ນງົບປະມານ

  • ທີມງານຂຶ້ນງົບປະມານ ຄວນປະກອບດ້ວຍຫົວໜ້າພະແນກທັງໝົດ ເພາະວ່າມັນເປັນແຜນການ ສຳລັບອະນາຄົດຂອງບໍລິສັດທັງໝົດ.
     

  • ທີມງານຂຶ້ນງົບປະມານ ຄວນແມ່ນບຸກຄົນໃນລະດັບສູງສຸດ ຂອງຄະນະບໍລິຫານ ເພື່ອຮັບປະກັນ ໃຫ້ມີຄວາມສອດຄ່ອງ ລະຫວ່າງງົບປະມານ ແລະເປົ້າໝາຍດຳເນີນງານ ຂອງບໍລິສັດ. ນອກນັ້ນ ການມີໜ້າເຂົ້າຮ່ວມຂອງຄະນະບໍລິຫານສູງສຸດ ໃນທີມງານຂຶ້ນງົບປະມານ ຈະສະແດງໃຫ້ເຫັນ ຄວາມສຳຄັນໃນການຂຶ້ນງົບປະມານ ແລະການທົບທວນການປະຕິບັດງານ ຕະຫລອດໄລຍະ ຂອງການດຳເນີນປະຕິບັດ.

  • ນອກນັ້ນ ຫົວໜ້າທີມງານຂຶ້ນງົບປະມານ ຄວນແມ່ນຫົວໜ້າພະແນກບັນຊີ ການເງິນ ຫລືຫົວໜ້າ ບັນຊີ ຍ້ອນວ່າບຸກຄົນດັ່ງກ່າວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບກິດຈະກຳການເງິນຂອງ ບໍລິສັດ ແລະ ຍ້ອນວ່າ ການຂຶ້ນງົບປະມານ ແມ່ນໜ້າວຽກທາງການເງິນຢ່າງໜຶ່ງ. ຕົວຢ່າງ: ແບບຟອມ ທີ່ພະແນກ ອື່ນໆຈະນຳໃຊ້ ເພື່ອກະກຽມງົບປະມານຂອງຕົນ ແມ່ນອອກຈາກ ພະແນກບັນຊີ ແລະການເງິນ. ດັ່ງນັ້ນ ເມື່ອຕີລາຄາການດຳເນີນປະຕິບັດງົບປະມານ ມັນກໍ່ເປັນ ຂໍ້ສະດວກ ໃຫ້ແກ່ຫົວໜ້າບັນຊີ ໄດ້ສົມທຽບ ຂໍ້ມູນຕົວຈິງ ກັບຂໍ້ມູນຈາກງົບປະມານ.

ບາດກ້າວທີ 2: ກຳນົດປັດໄຈຫລັກຂອງບໍລໍສັດ ເພື່ອຂຶ້ນງົບປະມານຫລັກ.

  • ປັດໄຈຫລັກ ແມ່ນປັດໄຈທີ່ ກະທົບຂະບວນການຂຶ້ນງົບປະມານ ຂອງງົບປະມານອື່ນໆ ພາຍໃນບໍລິສັດ.
     

  • ງົບປະມານຫລັກ ແມ່ນງົບປະມານທີ່ຖືກສ້າງຂຶ້ນ ໂດຍອີງໃສ່ປັດໄຈຫລັກດັ່ງກ່າວ ແລະເປັນພື້ນຖານ ໃນການສ້າງງົບປະມານອື່ນໆ.
     

  • ໃນຕົວຈິງ, ໃນບໍລິສັດສ່ວນໃຫຍ່ ເພີ່ນຖືວ່າງົບປະມານການຂາຍ ແມ່ນງົບປະມານຫລັກ ແລະລາຍຮັບ ແມ່ນ ປັດໄຈຫລັກ. ງົບປະມານອື່ນໆ ເຊັ່ນ ງົບປະມານດ້ານວັດຖຸດິບ, ງົບປະມານດ້ານການເງິນ ແລະ ງົບປະມານ ດ້ານບໍລິຫານ ແມ່ນໄດ້ຖືກສ້າງຂຶ້ນໂດຍອີງໃສ່ງົບປະມານການຂາຍ.

ບາດກ້າວທີ 3: ການຮີບໂຮມ ແລະປະສານສົມທົບຂໍ້ມູນ

  • ງົບປະມານພາຍໃນບໍລິສັດ ໂດຍປົກກະຕິແມ່ນຖືກກະກຽມ ແຕ່ລຸ່ມຂຶ້ນເທິງ, ຊຶ່ງໝາຍຄວາມວ່າ ແຕ່ລະ ພະແນກ ຕ້ອງກະກຽມງົບປະມານຂອງຕົນເອງ ໂດຍຮີບໂຮມ ແລະປະສານສົມທົບຂໍ້ມູນ ທີ່ກ່ຽວຂ້ອງ ກັບການດຳເນີນງານຂອງຕົນເອງ. ຂໍ້ມູນຕົ້ນຕໍ ແມ່ນລວບລວມຈາກພາຍໃນ ຄືຂໍ້ມູນ ຂອງການດຳເນີນງານ ທີ່ຜ່ານມາ ເຊັ່ນ ຄວາມອາດສາມາດຂອງເຄື່ອງຈັກ, ອັດຕາຕໍ່ຊົ່ວໂມງ ແລະອັດຕາຊົມໃຊ້ວັດຖຸດິບ. ເຖິງຢ່າງ ໃດກໍ່ຕາມ, ໃນບັນດາພະແນກຝ່າຍຂາຍ, ການຕະຫລາດ, ຫລືຈັດຊື້, ການຂຶ້ນງົບປະມານ ສ່ວນໃຫຍ່ ແມ່ນຂຶ້ນກັບຂໍ້ມູນຈາກຂ້າງນອກ ເຊັ່ນ ລາຄາໃນທ້ອງຕະຫລາດ ແລະທ່າອ່ຽງຂອງການຊົມໃຊ້ ພ້ອມທັງ ຄວາມອາດສາມາດດ້ານການສະໜອງວັດຖຸດິບ. ຖ້າຫາກຂໍ້ມູນກ່ຽວກັບຄູ່ແຂ່ງ ຫາກຖືກບິດເບືອນ ຫລື ຂໍ້ມູນ ຂອງການຄາດຄະເນ ກ່ຽວກັບບັນຍາກາດເສດຖະກິດ ບໍ່ຖືກຕ້ອງ, ການປະຕິບັດງານຕົວຈິງ ກໍ່ຈະແຕກຕ່າງ ຈາກສິ່ງທີ່ຄາດຄະເນໄວ້.

ບາດກ້າວທີ 4: ທີມງານຂຶ້ນງົບປະມານລວມ

  • ງົບປະມານອັນດັບສອງ ທີ່ປະກອບເປັນງົບປະມານໃຫຍ່ສາມາດຖືກກະກຽມ ໂດຍຮີມໂຮມເອົາ ຂໍ້ມູນຈາກສູນກາງ ຄວາມຮັບຜິດຊອບຕ່າງໆ. ຕົວຢ່າງ: ງົບປະມານດ້ານບໍລິຫານ ຈະປະກອບດ້ວຍ ຕົ້ນທຶນຕ່າງໆ ສຳລັບສູນກາງຄວາມຮັບຜິດຊອບຕ່າງໆ ເຊັ່ນ: ພະແນກບໍລິຫານ, ຊັບພະຍາກອນມະນຸດ ພະແນກບັນຊີການເງິນ.

  • ການຈັດສັນຕົ້ນທຶນຕ່າງໆ ເຂົ້າໃນສູນຄວາມຮັບຜິດຊອບຕ່າງໆ ອາດເປັນໜ້າວຽກທີ່ລຳບາກຢ່າງໜຶ່ງ. ແຕ່ເຖິງຢ່າງໃດກໍ່ຕາມ ມັນເປັນສິ່ງຈຳເປັນ ສຳລັບບໍລິຫານຕົ້ນທຶນຂອງພະແນກການຕ່າງໆ ແລະ ເພື່ອທົບທວນຄືນ ການປະຕິບັດງານ ໃນພາຍຫລັງ. ຕົວຢ່າງ: ຖ້າເຮົາຈັດຄ່າສິ້ນເປືອງຂອງໂທລະສັບ ຢ່າງດຽວ ເຂົ້າໃນງົບປະມານ ຂອງການບໍລິຫານ, ແຕ່ຕໍ່ມາ ເມື່ອຄ່າສິ້ນເປືອງໂທລະສັບຕົວຈິງ ຫາກສູງ ກວ່າງົບປະມານທີ່ວາງໄວ້, ພວກເຮົາກໍບໍ່ສາມາດກຳນົດວ່າ ພະແນກໃດຮັບຜິດຊອບ ແລະສິ່ງໃດ ເປັນສາຍເຫດ ໃຫ້ມີການໃຊ້ຈ່າຍເກີນຂອບເຂດ.

  • ຫົວໜ້າພະແນກບັນຊີການເງິນ ແມ່ນມີຄວາມຮັບຜິດຊອບໃນການລວບລວມງົບປະມານທຸກຢ່າງ, ກະກຽມງົບປະມານໃຫຍ່ ແລະນຳສະເໜີ ຕໍ່ຄະນະອຳນວຍການຂອງບໍລິສັດ.

ລາຍການ (ຮ່ວງ) ງົບປະມານຕ່າງໆ

1. ງົບປະມານຝ່າຍຂາຍປະກອບດ້ວຍ ເປົ້າໝາຍຍອດຂາຍຈາກພະແນກຝ່າຍຂາຍ ຊຶ່ງໃນນັ້ນ ປະລິມານທີ່ຄາດຫັວງ ແລະຫົວໜ່ວຍລາຄາໄດ້ຖືກ ວາງລົງຢ່າງຈະແຈ້ງ ສຳລັບໄລຍະເວລາໃດໜຶ່ງ.
2. ງົບປະມານການຜະລິດ ແມ່ນອອກມາຈາກ 3 ຮ່ວງງົບປະມານອັນລະອຽດດັ່ງນີ້:
a) ງົບປະມານວັດຖຸດິບ
b) ງົບປະມານແຮງງານທາງກົງ
c) ງົບປະມານດຳເນີນງານ.
3. ຕົ້ນທຶນສິນຄ້າທີ່ຂາຍອອກ: ແມ່ນກະກຽມໂດຍພະແນກບັນຊີ ເພື່ອຄາດຄະເນການດຳເນີນງານ ສຳລັບໄລຍະເວລາໃດໜຶ່ງ.
4. ງົບປະມານການຂາຍ ແລະການຕະຫລາດ ປະກອບດ້ວຍ ຕົ້ນທຶນ ທີ່ກ່ຽວຂ້ອງກັບກິດຈະກຳ ຂອງການຂາຍ ແລະການຕະຫລາດ ສຳລັບໄລຍະເວລາໃດໜຶ່ງ.
5. ງົບປະມານບໍລິຫານປະກອບດ້ວຍລາຍຈ່າຍດ້ານບໍລິຫານ ສຳລັບໄລຍະເວລາໃດໜຶ່ງ.
6. ບັນດາງົບປະມານອັນດັບສອງ ແມ່ນແຜນການຕ່າງໆ ທີ່ຊ່ວຍໃຫ້ພະແນກບັນຊີ ໄດ້ກະກຽມ ງົບປະມານດ້ານເງິນສົດ.
7. ງົບປະມານລົງທຶນແມ່ນ ແຜນການ ເພື່ອຈັດຊື້ເຄື່ອງຈັກອັນຈຳເປັນ ສຳລັບໄລຍະເວລາໃດໜຶ່ງ.
8. ງົບປະມານໃນການພັດທະນາຊັບພະຍາກອນມະນຸດ (R & D) ສະແດງເຖິງຈຳນວນເງິນທີ່ຈຳເປັນ ເພື່ອລົງທຶນ ໃນການຄົ້ນຄ້ວາ ແລະພັດທະນາ ໃນໄລຍະເວລາດັ່ງກ່າວ ແລະຊ່ວຍໃຫ້ຮູ້ກະກຽມງົບປະມານເງິນສົດ.
9. ງົບປະມານເງິນສົດ ສະແດງໃຫ້ເຫັນ ຈຳນວນເງິນທີ່ ຈຳເປັນ ເພື່ອປະຕິບັດແຜນການຂອງຕົນ. ຂໍ້ມູນ ດັ່ງກ່າວມີຄວາມສຳຄັນທີ່ສຸດ ຕໍ່ພະແນກບັນຊີ ແລະຄະນະບໍລິຫານ ເພື່ອວາງແຜນ ຊອກຫາ ທຶນເພີ້ມ (ໃນກໍລະນີຂາດດຸນ) ຫລືລົງທຶນເງິນສ່ວນເກີນ (ໃນກໍລະນີເກີນດຸນ). ນີ້ແມ່ນງົບປະມານ ທີ່ສຳຄັນກ່ວາໝູ່.
10. ລາຍງານງົບປະມານລາຍຮັບ ສະແດງໃຫ້ເຫັນໝາກຜົນ ຂອງການດຳເນີນງານ ທີ່ຄາດຫັວງໄວ້ ຂອງບໍລິສັດ ການຄາດຄະເນດັ່ງກ່າວ ແມ່ນຊ່ວຍໃຫ້ຄະນະບໍລິຫານ ໄດ້ທົບທວນວ່າ ວັດຖຸປະສົງ ຂອງຕົນ ໄດ້ຖືກບັນລຸ ຫລືບໍ່ ມັນເປັນສິ່ງຈຳເປັນ ຫລືບໍ່ ທີ່ຈະດັດແກ້ ເປົ້າໝາຍຂອງພະແນກຕ່າງໆ ເພື່ອໃຫ້ສາມາດບັນລຸເປົ້າໝາຍຂອງບໍລິສັດ?
11. ງົບດຸນຈະຊີ້ໃຫ້ເຫັນວ່າ ແຜນການຂອງການຜະລິດ ແລະ ແຜນການຂອງການດຳເນີນງານ ຈະກະທົບ ເຖິງສະພາບການເງິນໃນອະນາຄົດ ຂອງບໍລິສັດ ຫລືບໍ່?

ການຮັບຮອງເອົາງົບປະມານ

  1. ຄະນະບໍລິຫານສູງສຸດຂອງບໍລິສັດ ຕ້ອງຮັບຮອງງົບປະມານ ເພື່ອຮັບປະກັນໃຫ້ງົບປະມານດັ່ງກ່າວ ສອດຄ່ອງກັບນະໂຍບາຍ ແລະຍຸທະສາດຂອງບໍລິສັດ

  2. ງົບປະມານ ອາດບໍ່ໄດ້ ຮັບການຮັບຮອງໃນທັນທີ ແລະອາດຮຽກຮ້ອງໃຫ້ມີການດັດແກ້ ສ່ວນໃດ ສ່ວນໜຶ່ງ. ການດັດແກ້ງົບປະມານ ສາມາດປະຕິບັດ ໃນໄລຍະສຳເລັດງົບປະມານ

ການນຳໃຊ້ງົບປະມານ

ງົບປະມານໄດ້ຖືກນຳໃຊ້ເພື່ອ:

  • ຄວບຄຸມ ແລະຕີລາຄາການປະຕິບັດງານ

  • ສ້າງແຜນປະຕິບັດງານ

ການນຳໃຊ້ອື່ນໆ ໄດ້ແກ່:

  • ມອບໝາຍວຽກ ໃນການຮັບຮອງເອົາຕົ້ນທຶນ

  • ວິໄຈຈຸດຕົ້ນທຶນ

ການຕີລາຄາການປະຕິບັດງານ

ໜຶ່ງໃນບັນດາເປົ້າໝາຍຕົ້ນຕໍ ໃນການຂຶ້ນງົບປະມານ ແມ່ນການຕີລາຄາການປະຕິບັດງານ ຂອງທຸກໆ ພະແນກ ໂດຍສົມທຽບໝາກຜົນຕົວຈິງ ກັບງົບປະມານ.

ບາດກ້າວຕ່າງໆ ໃນການຕີລາຄາການປະຕິບັດງານ ມີດັ່ງຕໍ່ໄປນີ້:

  1. ຮີມໂຮມເອົາຂໍ້ມູນຂອງການປະຕິບັດງານຕົວຈິງ ຈາກພະແນກບັນຊີ

  2. ທົບທວນຄືນຂໍ້ມູນດັ່ງກ່າວນີ້ ກັບງົບປະມານ ເພື່ອກວດກາ ເບິ່ງວ່າ ຄວາມຄາດເຄື່ອນຕ່າງໆ ແມ່ນເອື້ອປະໂຫຍດ ຫລື ກົງກັນຂ້າມ

  3. ກຳນົດວ່າສູນກາງປະຕິບັດງານ ບ່ອນໃດ ມີໜ້າທີ່ຮັບຜິດຊອບ ຕໍ່ຄວາມຄາດເຄື່ອນຕ່າງໆ.

  4. ກຳນົດເຫດຜົນຕ່າງໆ ຂອງຄວາມຄາດເຄື່ອນດັ່ງກ່າວ.

  5. ກຳນົດຜູ້ຮັບຜິດຊອບ ຕໍ່ຄວາມຄາດເຄື່ອນຕ່າງໆ.

ການວິໄຈຄວາມຄາດເຄື່ອນ

ງົບປະມານຄົງທີ່ ໄດ້ຖືກສ້າງຂຶ້ນ ໂດຍອີງໃສ່ ປະລິມານຄົງທີ່ ຂອງສິນຄ້າຂາຍອອກ (ລາຍຮັບ)

ເມື່ອປະລິມານ (ລາຍຮັບ) ປ່ຽນ, ຕົ້ນທຶນກໍຈະປ່ຽນໄປນຳ ແຕ່ງົບປະມານຄົງທີ່ ຈະບໍ່ໄດ້ບອກໃຫ້ຮູ້ວ່າ ລະດັບໃດເປັນລະດັບສົມເຫດສົມຜົນຂອງຄວາມຄາດເຄື່ອນ ດ້ານຕົ້ນທຶນ ເມື່ອສົມທຽບກັບລາຍຮັບ.

ດັ່ງນັ້ນ ງົບປະມານຄົງທີ່ ຈິ່ງບໍ່ສາມາດບອກໃຫ້ຮູ້ວ່າ “ມາດຖານ“ທີ່ຊັດເຈນຢ່າງທຽບຖານອັນໃດໜຶ່ງ ສຳລັບການຕີລາຄາ, ໂດຍສະເພາະ ເມື່ອມີຊ່ອງວ່າງເກີດຂຶ້ນ ລະຫ່ວາງລະດັບການດຳເນີນຕົວຈິງ ແລະ ລະດັບໃນງົບປະມານ.

ງົບປະມານທີ່ດັດແກ້ໄດ້

ງົບປະມານດັດແກ້ໄດ້ ແມ່ນງົບປະມານ ທີ່ຄາດຄະເນ ລາຍຈ່າຍໃນລະດັບຕ່າງໆ ຂອງການດຳເນີນງານ (ສ່ວນຫລາຍ ແມ່ນບໍລິມາດການຜະລິດ ແລະລາຍຮັບ). ດັ່ງນັ້ນ ງົບປະມານດັ່ງກ່າວ ຈິ່ງສາມາດສະໜອງຂໍ້ມູນ ທີ່ດີກ່ວາເກົ່າ ໃນການວິໄຈ ຄວາມຄາດເຄື່ອນ.

ງົບປະມານດັດແກ້ໄດ້ສາມາດຊ່ວຍບໍລິສັດ:

  • ໃນໄລຍະຂຶ້ນງົບປະມານ: ງົບປະມານດັດແກ້ໄດ້ ຈະອະນຸຍາດໃຫ້ວາງບາງຕົ້ນທຶນ ມາດຖານ ສຳລັບ ລະດັບການດຳເນີນງານຕ່າງໆ ເພື່ອກຳນົດຄວາມຮຽກຮ້ອງຕ້ອງການ ດ້ານຊັບພະຍາກອນ ໃນລະດັບຕ່າງໆ

  • ໃນໄລຍະສຸດທ້າຍຂອງງົບປະມານ: ງົບປະມານດັດແກ້ໄດ້ ສາມາດສົມທຽບໝາກຜົນ ຂອງການ ປະຕິບັດງານຕົວຈິງ ກັບໝາກຜົນທີ່ຄາດໄວ້ ໃນງົບປະມານ ໃນລະດັບອັນແນ່ນອນໃດໜຶ່ງ. ງົບປະມານ ດັດແກ້ໄດ້ ຈະຊວ່ຍໃຫ້ຕີລາຄາການປະຕິບັດງານໄດ້ຢ່າງຊັດເຈນກວ່າເກົ່າ.

 
 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia