ການບໍລິການດ້ານທຸລະກິດສຳລັບຫົວໜ່ວຍທຸລະກິດແມ່ນມີຄວາມຈຳເປັນ
ບໍ່ວ່າຈະແມ່ນກ່ຽວກັບການໃຫ້ຂໍ້ມູນ ຂ່າວສານ, ການເຝິກອົບຮົມ, ໃຫ້ຄຳປຶກສາດ້ານກົດໝາຍ,
ດ້ານການເງິນ ແລະ ອື່ນໆ. ຫົວໜ່ວຍທຸລະກິດ
ໃດໜຶ່ງບໍ່ ສາມາດຢູ່ໂດດດ່ຽວໄດ້ ແລະ ຖ້າຕ້ອງການຄວາມກ້າວໜ້າ ແລະ
ຢາກຍາດແຍ່ງເອົາຜົນປະໂຫຍດ
ສູງສຸດ, ການເປັນ ສະມາຊິກຂອງສະມາຄົມທຸລະກິດ ແມ່ນຈະຊ່ວຍທ່ານໄດ້
ບໍຫລາຍກໍ່ໜ້ອຍ.
ຜູ້ສະໜອງບໍລິການ
ປະຈຸບັນມີຜູ້ສະໜອງການບໍລິການທຸລະກິດ ໂດຍສະເພາະຢູ່ ນະຄອນ
ຫລວງວຽງຈັນມີປະມານ 44 ແຫ່ງ. ເຂົ້າເຈົ້າມີການບໍລິການ ເຊັ່ນ:
ຝຶກອົບຮົມໄລຍະສັ້ນໃຫ້ແກ່ຜູ້ບໍລິຫານ ຫລື ເຈົ້າຂອງທຸລະກິດ, ຝຶກອົບຮົມດ້ານ
ການເງິນ, ການຕະຫລາດ, ແລະ ໃຫ້ຄຳປຶກສາທີ່ກ່ຽວ ຂ້ອງກັບການບໍລິຫານທຸລະກິດຮອບດ້ານ. ທ່ານສາ
ມາດກົດ ຢູ່ນີ້ເພື່ອເອົາລາຍ ລະອຽດບໍລິສັດສະໜອງການບໍລິການໃຫ້ທຸລະກິດ.
ສະມາຄົມ ແລະ ກຸ່ມທຸລະກິດ
ການເຂົ້າຮ່ວມເປັນສະມາຊິກກຸ່ມ ຫລື ສະມາຄົມທຸລະກິດ ມີປະໂຫຍດ
ຫລາຍຢ່າງ ສຳລັບທຸລະກິດ. ນອກຈາກ
ປະໂຫຍດດ້ານການຮັກສາ ແລະ ຮຽກຮ້ອງສິດປະໂຫຍດໃຫ້ແກ່ທຸລະກິດແລ້ວ ທ່ານອາດຍັງໄດ້ຮັບ ເງື່ອນໄຂ
ພິເສດ ດ້ານການເຝິກອົບຮົມ ຫລື ການເຂົ້າຮ່ວມວາງສະແດງ ຕ່າງໆ. ສະພາການຄ້າ ແລະ ອຸດສາຫະກຳ
ແຫ່ງຊາດ ເປັນບ່ອນ ເຕົ້າໂຮມສະມາຊິກ ຈາກຂະແໜງການທຸລະກິດຕ່າງໆກວ່າ 500 ຄົນ ທົ່ວປະເທດ ໃນນີ້ກໍ່ໄດ້ແບ່ງອອກເປັນກຸ່ມຍ່ອຍຕາມ
ແຕ່ລະຂະແໜງ ການ. ທ່ານສາມາດກົດຢູ່ນີ້ເພື່ອເອົາ ລາຍຊື່ກຸ່ມ ແລະ ສະມາຄົມທຸລະກິດ
ທ່ານສາມາດພົວພັນກັບຂະແໜງການທຸລະກິດ ດຽວກັບທ່ານເພື່ອ ສະມັກເປັນສະມາຊິກໄດ້.
|