www.smepdo.org       
 
Lao Eng
 

ຂະແໜງທຸລະກິດ > ຂໍ້ມູນກ່ຽວກັບແຕ່ລະຂະແໜງ

 
 


1 ອຸດສາຫະກຳປຸງແຕ່ງໄມ້

ບັນຫາຂໍກຸນແຈ

ເຖິງວ່າ ບັນດາບົດລາຍງານຄວາມເປັນມາ ຈະກວມລວມເອົາຕ່ອງໂສ້ຂອງມູນລະຄ່າເພີ່ມທັງ ໝົດກໍຕາມ (ໄມ້ທ່ອນ, ການປຸງແຕ່ງໄມ້ຂັ້ນຕົ້ນ, ການປຸງແຕ່ງໄມ້ຂັ້ນສອງ) ເອກະສານພາກປະຈຸບັນ ໄດ້ເນັ້ນໜັກໃສ່ການປຸງແຕ່ງໄມ້ຂັ້ນສອງ ຊຶ່ງຈະເພີ້ມມູນລະຄ່າເພີ່ມສ່ວນໃຫຍ່ຈາກໄມ້ທີ່ເປັນປັດໄຈ ນຳເຂົ້າ ໃຫ້ແກ່ ສປປ ລາວໄດ້.

ຄວາມສຳຄັນຂອງອຸດສາຫະກຳປຸງແຕ່ງໄມ້ ຊີ້ໃຫ້ເຫັນຕາມຄວາມເປັນຈິງວ່າ ມັນກວມເອົາເຖິງ 32%ຂອງຍອດຜະລິດ
ຕະພັນຂອງຂະແໜງການປຸງແຕ່ງ ໃນ ສປປ ລາວ, 35% ຂອງການສົ່ງອອກ ສິນຄ້າປຸງແຕ່ງຈາກ ສປປ ລາວ ແລະສ້າງວຽກເຮັດງານທຳໃຫ້ແກ່ກວ່າ 22.000 ຄົນ.

ໄມ້ຂອງລາວ ສ່ວນໃຫຍ່ຖືກສົ່ງອອກ ໃນຮູບແບບຂອງໄມ້ທ່ອນ ຫຼື ຜະລິດຕະພັນໄມ້ປຸງແຕ່ງຂັ້ນຕົ້ນ ຊະນິດຕ່າງໆ ເປັນຕົ້ນແມ່ນ ຜະລິດຕະພັນໄມ້ເລື່ອຍ, ມີພຽງປະລິມານໜ້ອຍດຽວ ທີ່ນຳໄປ ຜະລິດເປັນໄມ້ປາກເກປູພື້ນ, ເປັນເຄື່ອງ
ເຟີນີເຈີ ແລະ ຜະລິດຕະພັນອື່ນໆ ຈາກການໄມ້ປຸງແຕ່ງ ຂັ້ນສອງ. ນັບແຕ່ 1999 ເປັນຕົ້ນມາ ຕາມຫລັກການແລ້ວ ໄດ້ມີການປະກາດຫ້າມສົ່ງອອກໄມ້ທ່ອນ (ມີສ່ວນໜ້ອຍນຶ່ງຍົກເວັ້ນ), ແຕ່ຍ້ອນການຈັດຕັ້ງປະຕິບັດກົດໝາຍຍັງອ່ອນ ແລະ ການລັກລອບ ຕັດ ແລະສົ່ງອອກໄມ້ທ່ອນ ຈຶ່ງລະເມີດການປະກາດຫ້າມດັ່ງກ່າວ. ຍິ່ງໄປກວ່ານັ້ນ ຜະລິດ
ຕະພັນ ໄມ້ເລື່ອຍຈຳນວນຫລວງຫລາຍຖືກສົ່ງອອກເປັນຊຸດລະຫຼາຍໆ ຊຶ່ງສ່ວນຫລາຍ ໝາຍເຖິງ “ໄມ້ທີ່ ເລື່ອຍເປັນ
ສີ່ລ່ຽມ” ທີ່ມີມູນຄ່າເພີ່ມພຽງນ້ອຍດຽວ. ຢ່າງໃດກໍຕາມ ນັບແຕ່ ປີ 2002 ເປັນຕົ້ນມາ ລັດຖະບານໄດ້ປະກາດຫ້າມ
ການສົ່ງອອກໄມ້ເລື່ອຍ. ໜ້ອຍບໍ່ຫຼາຍ, ໄມ້ທີ່ສົ່ງອອກ ຕົ້ນຕໍ ແມ່ນສົ່ງໄປໄທ ແລະ ວຽດນາມ ແມ່ນຈະຖືກເພີ່ມມູນ
ຄ່າເພີ່ມຢູ່ໃນປະເທດເຫຼົ່ານີ້ ແລ້ວຫລັງ ຈາກນັ້ນກໍ່ຖືກສົ່ງອອກໄປຕ່າງປະເທດຕໍ່.

ຕາມການລາຍງານຢ່າງເປັນທາງການ ກ່ຽວກັບ ການສົ່ງອອກຜຼິດຕະພັນໄມ້ຕາມຂະໜາດທີ່ສັ່ງຈອງ ມີເຖິງ 80 ລ້ານ US$ ຕໍ່ປີ. ຊຶ່ງໃນນັ້ນໜ້ອຍກວ່າ 5 ລ້ານ US$ ແມ່ນຜຼິດຕະພັນໄມ້ປຸງແຕ່ງຂັ້ນ ສອງ. ນອກຈາກນັ້ນ, ຍັງມີໄມ້
ທ່ອນຈຳນວນຫລາຍສົມຄວນ ຖືກຕັດຢ່າງຜິດກົດກົດໝາຍ ແລ້ວສົ່ງອອກ. ປະມານ 5% ຫາ 10% ຂອງຜະລິດ
ຕະພັນໄມ້ເລື່ອຍ ຖືກຂາຍຢູ່ກັບຕະຫລາດ ພາຍໃນປະເທດ, ສ່ວນຫລາຍ ແມ່ນໄມ້ເລື່ອຍທີ່ມີ ຄຸນນະພາບຕ່ຳ, ບໍ່ໄດ້
ອົບແຫ້ງ, ແລະ ເພາະສະນັ້ນຈຶ່ງບໍ່ເໝາະສົມສຳລັບການສ້າງຜະລິດຕະພັນໄມ້ຂັ້ນສອງ.

ສິ່ງທີ່ທ້າທາຍສຳລັບລັດຖະບານ ແມ່ນເຮັດແນວໃດຈະສົ່ງເສີມການຜະລິດ ແລະການສົ່ງອອກ ຜະລິດຕະພັນໄມ້ຂັ້ນ
ສອງ ຄວບຄູ່ກັບການອີງໃສ່ຈຸດປະສົງອື່ນໆທີ່ພົວພັນກັບຂະແໜງປ່າໄມ້ ເຊັ່ນ: ການຄຸ້ມຄອງປ່າໄມ້ທີ່ຍືນຍົງ ຊຶ່ງຮັບປະ
ກັນຜົນປະໂຫຍດຈາກປ່າໄມ້ ໃຫ້ ແກ່ຊົນນະບົດທີ່ທຸກຍາກ ການອານຸລັກຊີວະນາໆພັນ. ທັ໊ດສະນະທີ່ກວ້າງໄກ ຈະ
ຖືກຮັກສາໄວ້ ເປັນວຽກສືບຕໍ່ ຂອງລັດຖະ ບານ ເພື່ອກະກຽມຍຸດທະສາດປ່າໄມ້ ເຖິງ 2020. ນະໂຍບາຍທີ່ເປັນຂໍ
ກຸນແຈ ໃນທັດສະນະດັ່ງກ່າວ ແມ່ນອຸດສາຫະກຳປຸງແຕ່ງໄມ້ ຈະຕ້ອງໄດ້ອີງໃສ່ການເພີ່ມທະວີການປູກປ່າເປັນຕົ້ນຕໍ ເພື່ອໃຫ້ເປັນ ຖານສັບພະຍາກອນ. ນະໂຍບາຍດັ່ງກ່າວຖືກສະໜັບສະໜູນຈາກການສຳຫລວດໃນປະຈຸບັນ.

ມີຫລາຍຮູບແບບໃນການເພີ່ມມູນຄ່າຂອງຜລິດຕະພັນໄມ້ປຸງແຕ່ງຂັ້ນສອງໃຫ້ສູງຂຶ້ນ ຊຶ່ງສາມາດ ຜລິດຢູ່ໃນ ສປປ ລາວ ແລ້ວສົ່ງອອກ ຍ້ອນມີນະໂຍບາຍກະຕຸກຊຸກຍູ້ ໃຫ້ແກ່ ສະພາບ ແວດລ້ອມຂອງການສົ່ງອອກ. ອັນນີ້ ໄດ້ລະ
ບຸໄວ້ຢູ່ໃນພາກ HS 44. ຕາມມາດຕາ 44.10-21 ແລະ ພາກ HS 94 ຕາມມາດຕາ 94.01 ແລະ 94.03. ມັນລວມທັງ ບັນດາຜະລິດຕະພັນຕ່າງໆ ເຊັ່ນ: ຜຼິດຕະພັນຕ່າງໆກະດານ, ກະດານໄຟເບີ, ໄມ້ອັດ, ໄມ້ເຄືອບ, ໄມ້ທີ່ປະກອບເປັນຊັ້ນ, ໄມ້ທີ່ມີ ຄວາມໜາແໜ້ນ, ໄມ້ເຮັດກອບຮູບ, ຫີບ, ກ່ອງ, ລັງ, ເຄື່ອງມື, ໄມ້ກວດ, ເກີບ, ຂອບວົງກົບ ແລະ ບານປ່ອງຢ້ຽມ, ວົງກົບປະຕູ ແລະ ບານປະຕູ, ໄມ້ປາເກ, ແລະ ເຄື່ອງທີ່ປະກອບດ້ວຍໄມ້, ໂຕະ ແລະ ເຄື່ອງໃຊ້ໃນເຮືອນຄົວ, ຫີບສົບ ແລະ ກ່ອງໄມ້, ຜຼິດຕະພັນຫັດຖະກຳຕ່າງໆ, ເຄື່ອງຫ້ອຍເສື້ອຜ້າ, ໄມ້ຈິ້ມ
ແຂ້ວ, ໄມ້ຖູ່ ແລະ ຜຼິດຕະພັນອື່ນໆ, ເຄື່ອງເຟີນີເຈີ ທີ່ເຮັດດ້ວຍໄມ້, ໄມ້ໄຜ່ ແລະຫວາຍສຳລັບຫ້ອງການ, ເຮືອນ
ຄົວ, ຫ້ອງນອນ, ຫ້ອງນັ່ງຫລີ້ນ ແລະສວນ. ຜຼິດຕະພັນທັງໝົດນີ້ ມີຕະຫລາດໃຫຍ່ໃນຂົງເຂດ ແລະໃນໂລກ, ຊຶ່ງ ຍາກທີ່ ສປປ ລາວ ຈະເຂົ້າ ຫາຕະຫລາດນັ້ນໄດ້ ປະສົມປະສານກັນໄປ.

ບັນຫາພື້ນຖານແມ່ນ: ອຸດສາຫະກຳການປຸງແຕ່ງໄມ້ທີ່ມີຢູ່ ຍັງມີຜູ້ສົນໃຈໜ້ອຍທີ່ສຸດທີ່ຈະເຂົ້າມາ ເຮັດທຸລະກິດ
ການປຸງແຕ່ງໄມ້ຂັ້ນສອງນີ້ ເພາະວ່າ ວິສາຫະກິດສ່ວນໃຫຍ່ ແມ່ນຄົນໄທ ຫລື ຄົນ ຫວຽດນາມ ເປັນເຈົ້າຂອງ ຫລື ເປັນຜູ້ຄວບຄຸມ ທັງທາງກົງ ຫລື ທາງອ້ອມ. ສ່ວນໃຫຍ່ມີຄວາມ ສົນ ໃຈ ການດຳເນີນກິດຈະການໂຮງເລື່ອຍ ຢູ່ ສປປ ລາວ ເນື່ອງຈາກວ່າ ເປັນແຫລ່ງວັດຖຸດິບລາຄາຖືກ ສຳລັບນຳໄປປຸງແຕ່ງໄມ້ຂັ້ນສອງໃນປະເທດ
ຂອງເຂົາເຈົ້າ. ໃນປະຈຸບັນລັດຖະບານ ມີມາດຕະການ ກ່ຽວກັບການປະກາດຫ້າມສົ່ງອອກໄມ້ເລື່ອຍ, ຖ້າຫາກ ມີ ການບັງຄັບໃຊ້ຢ່າງເຂັ້ມງວດ, ຈະເປັນ ແຮງກົດດັນໃຫ້ຫົວໜ່ວຍທຸລະກິດໄດ້ພິຈາລະນາ ຍ້າຍ ໂຮງງານ ປຸງແຕ່ງໄມ້ຂັ້ນສອງມາຕັ້ງຢູ່ ສປປ ລາວ. ເຖິງຢ່າງໃດກໍຕາມ ນັບແຕ່ລັດຖະບານໄດ້ ປະກາດ ຫ້າມໃນປີ 2001 ກ່ຽວກັບການລົງທຶນ ຂອງຕ່າງປະເທດໃນຂະແໜງປຸງແຕ່ງ ໄມ້ຂັ້ນສອງ ທີ່ອີງໃສ່ປ່າທຳມະຊາດ, ແຕ່ມາຮອດປະ
ຈຸບັນ ການປູກປ່າຄືນຍັງມີນ້ອຍທີ່ສຸດ. ການບັງຄັບໃຊ້ ລະບຽບຫຼັກການທັງສອງຢ່າງເຂັ້ມງວດນັ້ນໝາຍ ເຖິງການເຂົ້າຄອບງຳບັນດາ ໂຮງງານອຸດສະຫະກຳປຸງແຕ່ງ ໃນສ.ປ.ປລາວ. ດັ່ງນັ້ນຈຶ່ງຄາດຄະເນ ໄດ້ວ່າລັດຖະ
ບານໄດ້ ພິຈາລະນາ ໂຍະຍານ ບັນດາຂໍ້ຫ້າມທັງໝົດສຳລັບການລົງທຶນຂອງຕ່າງ ປະເທດ ເຂົ້າໃນການປຸງແຕ່ງໄມ້ ຂັ້ນສອງໂດຍອີງໃສ່ປ່າໄມ້ທຳມະຊາດ ທີ່ອະນຸຍາດ ໃຫ້ພາກອຸດ ສະຫະກຳປັບຕົວເຂົ້າໃນສອງຂັ້ນຕ່ອນດັ່ງນີ້: ຂັ້ນຕ່ອນທີ່ນຶ່ງແມ່ນສຸມໃສ່ການຫັນໂຄງສ້າງອຸດສະຫະ ກຳປຸງແຕ່ງໄມ້ຂັ້ນຕົ້ນເກືອບທັງໝົດໃຫ້ເປັນອຸດສະຫະ
ກຳປຸງແຕ່ງໄມ້ຂັ້ນສອງໃຫ້ນັບມື້ນັບຫຼາຍຂຶ້ນ. ຂັ້ນຕອນທີ່ສອງ ແມ່ນການຫັນໂຄງສ້າງຈາກນຳໃຊ້ປ່າໄມ້ທຳມະຊາດ
ທີ່ເປັນພຶ້ນຖານຊັບພະຍາ ກອນ ແລ້ວຫັນມານຳໃຊ້ຕົ້ນໄມ້ປູກ ໃຫ້ເປັນຖານຊັບພະຍາກອນຫລັກແຫລ່ງ.

ບັນຫາໃຫຍ່ອັນນຶ່ງ ແມ່ນລະບຽບການແບ່ງປັນໂກຕ້າໄມ້ທ່ອນແບບພະລາການ ແລະແບບບິດເບືອນ ຄວາມຈິງ ຊຶ່ງສົ່ງຜົນໃຫ້ການແບ່ງປັນບໍ່ມີຄວາມຍຸຕິທຳ ແລະເປັນຜົນເຮັດໃຫ້ເກີດຄວາມບໍ່ແນ່ນອນ ຂອງທຸລະກິດສ່ວນ
ບຸກຄົນຢ່າງໃຫຍ່ຫລວງ ເພາະສະນັ້ນຈຶ່ງເຮັດໃຫ້ເກີດຄວາມລັ່ງເລໃຈ ຕໍ່ການລົງ ທຶນເຂົ້າໃນສິ່ງອຳນວຍຄວາມ
ສະດວກຂອງການປຸງແຕ່ງໄມ້ຂັ້ນສອງ. ລັດຖະບານໄດ້ພະຍາຍາມ (ອີງໃສ່ການທົດລອງ) ນຳໃຊ້ລະບົບ ການປະ
ມູນແຂ່ງຂັນ ແຕ່ວ່າການນຳໃຊ້ລະບົບດັ່ງກ່າວໃນເບື້ອງ ຕົ້ນ ຍັງບໍ່ທັນເປັນທີ່ພໍໃຈ. ຖ້າວ່າ ປັບປຸງລະບົບ ແລະສືບ
ຕໍ່ໃນວົງກວ້າງ ແລະໂປ່ງໃສ ການແຂ່ງຂັນທີ່ ຍຸດຕິທຳ ຈະຊຸກຍູ້ໃຫ້ ບັນດາບໍລິສັດທີ່ສາມາດແຂ່ງຂັນໄດ້ ຈະຢູ່ລອດ
ເປັນສ່ວນໃຫຍ່ ແລະບໍລິສັດ ທີ່ສາມາດແຂ່ງຂັນໄດ້ນ້ອຍ ຈະຖືກປິດກິດຈະການ. ສິ່ງດັ່ງກ່າວ ຈະສະໜຫັບສະ
ໜູນໃຫ້ແກ່ການ ຫລຸດຜ່ອນສະມັດເຖະພາບເກີນຂອບເຂດ ໃນຂະແນງອຸດສາຫະກຳ.

ບັນຫາໃຫຍ່ດ້ານອື່ນທີ່ແຊກແຊງຂະແໜງອຸດສາຫະກຳປຸງແຕ່ງໄມ້ທີ່ມີຢູ່ ແມ່ນຈຸດອ່ອນດ້ານການບໍ ລິຫານ, ການຕະ
ຫລາດ ແລະເຕັກໂນໂລຊີ, ຄວາມສາມາດໃນການອອກແບບ ແລະລະດັບສີມືແຮງ ງານ ໃນການປັບປຸງໂຄງສ້າງ ຈາກພາກອຸດສາຫະກຳປຸງແຕ່ງໄມ້ຂັ້ນຕົ້ນ ມາເປັນອຸດສາຫະກຳ ປຸງແຕ່ງໄມ້ຂັ້ນສອງ. ຖ້າວ່າການປ່ຽນແປງໂຄງສ້າງ ຖືກປະຕິບັດ ລັດຖະບານຈະໃຫ້ການສະໜັບ ສະໜູນຄວາມພະຍາຍາມດ້ວຍຕົນເອງຂອງພາກອຸດສາຫະກຳ. ມີຂໍ້ແນະ
ນຳວ່າ ວິສາຫະກິດ ຄວນເປີດປະຕູສູ່ອັນໃໝ່, ມີຫົວຄິດປະດິດສ້າງ ແລະມີຄວາມຈິງຈັງ ໃນອຸດສາຫະກຳປຸງແຕ່ງໄມ້ ຂັ້ນສອງ ເພື່ອກ້າວເຂົ້າຫາຕະຫລາດ (ເຖິງຢ່າງໃດກໍຕາມນະໂຍບາຍທີ່ຈຳກັດ ຈະຕ້ອງຖືກຮັກສາໄວ້ ຕາມການເຂົ້າ
ຫາຂະແໜງປຸງແຕ່ງໄມ້ຂັ້ນຕົ້ນ). ວິສາຫະກິດ ລັກສະນະນີ້ ຈະຕ້ອງໄດ້ນຳໃຊ້ເຕັກໂນ ໂລຊີໃໝ່, ຜະລິດຕະພັນໃໝ່ ແລະຕະລາດສົ່ງອອກໃໝ່.

ການສັງລວມຂໍ້ສະເໜີແນະ

ມາດຕະການໃຫຍ່ໆ ທີ່ລັດຖະບານຈະພິຈາລະນາ ມີ:
(i) ຍຸດທະສາດສຸມໃສ່ການສົ່ງເສີມອຸດສາຫະກຳປຸງແຕ່ງຂັ້ນສອງ ພາຍໃນແຜນງານການ ຄຸ້ມຄອງປ່າໄມ້ທີ່ຍືນຍົງ ແລະເປົ້າໝາຍອື່ນທີ່ພົວພັນເຖິງປ່າໄມ້ ທີ່ນອນໃນຍຸດທະສາດ ປ່າໄມ້ ເຖິງປີ 2002 ທີ່ຈະມີໃນມໍ່ໆນີ້;
(ii) ເມື່ອໃດຖານສັບພະຍາກອນຍັງມີຢູ່, ຖານສັບພະຍາກອນສຳລັບການປຸງແຕ່ງຈະຢຸດ ເຊົານຳໃຊ້ປ່າທຳມະຊາດ ແລ້ວຫັນມານຳໃຊ້ຕົ້ນໄມ້ປູກ ເທື່ອລະກ້າວ;
(iii) ການໂຍະຍານບາງຄັ້ງຄາວ ແລະຈຳກັດຂໍ້ປະກາດຫ້າມ ກ່ຽວກັບການລົງທຶນຕ່າງ ປະເທດ ໃນຂະແໜງປຸງແຕ່ງ
ໄມ້ຂັ້ນສອງ ທີ່ອີງໃສ່ປ່າທຳມະຊາດ;
(iv) ປັບປຸງ ແລະຂະຫຍາຍລະບົບການປະມູນ ສຳລັບການແບ່ງປັນໂກຕ້າໄມ້ທ່ອນ;
(v) ສ້າງຕັ້ງສູນຝຶກອົບຮົມ ແລະບໍລິການດ້ານປ່າໄມ້ (FTSC);
(vi) ສ້າງຕັ້ງສູນໃຫ້ການປຶກສາທາງດ້ານການປຸງແຕ່ງໄມ້ຂັ້ນຕົ້ນ;
(vii) ສ້າງຕັ້ງສູນບໍລິການໆປຸງແຕ່ງໄມ້ຂັ້ນສອງ (SWPSC);
(viii) ສະໜັບສະໜູນກຸ່ມຜູ້ສົ່ງອອກໄມ້ ທີ່ຂຶ້ນກັບ ສະພາການຄ້າ ແລະອຸດສາຫະກຳ;
(ix) ສະເໜີແຜນຫລຸດຜ່ອນຕົ້ນທຶນການຝຶກອົບຮົມສອງທົບ ແລະແຜນການເສື່ອມຄ່າດ້ວຍ ຄວາມເລັ່ງ ຂອງການສະເໜີຄິດໄລ່ພາສີ ສຳລັບການປຸງແຕ່ງໄມ້ຂັ້ນສອງ.
(x) ຖ່າຍໂອນຜະຫຼິດຕະພັນທີ່ຄ້າງ ຈາກບັນຊີເຄື່ອງຍົກເວັ້ນຊົ່ວຄາວ ໄປຫາບັນຊີຂາເຂົ້າ ແລະຫລຸດຜ່ອນ ອັດຕາພາສີລົງ 20% ຕາມເກນຂອງ AFTA / CEPT ເພື່ອເອື້ອອຳ ນວຍໃຫ່ຜູ້ສົ່ງອອກ ມີຄວາມພໍໃຈກັບອັດຕາພາສີທີ່ຕ້ອງການ ໃນເວລາສົ່ງອອກໄປ ບັນດາປະເທດ ອາຊຽນ.
(xi) ສົ່ງເສີມການເຮັດໃຫ້ມີໄມ້ເສດໜ້ອຍທີ່ສຸດ ແລະການນຳໃຊ້ມັນ ມາເປັນພະລັງງານເຂົ້າ ໃນອຸດສະຫະກຳປຸງແຕ່ງໄມ້; ແລະ
(xii) ສົ່ງເສີມອຸດສະຫະກຳປຸງແຕ່ງໄມ້ໄຜ່ແລະຫວາຍ.
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ຫົວຂໍ້ຍອ່ຍ
 
  ເອກະສານກ່ຽວຂ້ອງ:
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia