|
1.5 ອຸດສາຫະກຳປຸງແຕ່ງປະເພດຂະແໜງຍ່ອຍອື່ນໆ
ການປະກອບພາຫະນະ. ຂະແໜງຍ່ອຍ
ທີ່ເຫັນໄດ້ຊັດເຈນ ແມ່ນ ສ່ວນຂອງລົດຈັກ, ຊຶ່ງມີປະມານ 4% ຂອງຜຼິດ
ຕະພັນທັງໝົດ ພ້ອມທັງຄຸນຄ່າ ໃນປີ 1999. ໃນເດືອນກຸມພາ ປີ 2000,
ມີ 5 ໂຮງງານທີ່ ປະກອບລົດຈັກ ຢູ່ໃນ ສປປ ລາວ. ໃນເດືອນ ເມສາ ປີ
2002, ມີ 14 ໂຮງງານ ທີ່ມີຄວາມສາມາດ ຜຼິດ 60,000 ຫົວໜ່ວຍ.
ການຜຼິດໃນປະຈຸບັນ ແມ່ນຕ່ຳ, MOC ໄດ້ກຳນົດໂຄຕ້າ ສຳລັບການນຳເຂົ້າ
ອຸປະກອນອາໄຫລ່ລົດຈັກ ແລະ ກະຊວງອຸດສາຫະກຳ ແລະ ຫັດຖະກຳ (MIH) ໄດ້ແຈກຢາຍໂຄຕ້າ
ໃຫ້ແກ່ວິສາຫະກິດສ່ວນບຸກຄົນ ໂດຍອີງຕາມເງື່ອນໄຂ ພີ້ນຖານຂອງ
ວິສາຫະກິດ20. ນອກຈາກນັ້ນ, ຕົວເລກປະສິດທິພາບສູງໃນການປ້ອງກັນ
ກ່ຽວກັບ ການປະກອບ ລົດຈັກ ແມ່ນຍັງຢູ່ໃນລະດັບເກົ່າ. ລະບົບນີ້ ໃຊ້ບໍ່ໄດ້ຜົນ
ໃນການແຂ່ງຂັນທາງດ້ານການຄ້າ ຢູ່ໃນຂະແໜງດັ່ງກ່າວ, ຍົກເວັ້ນ
ສຳລັບການແຂ່ງຂັນ ທີ່ຈະໄດ້ຮັບໂຄຕ້າອາໄຫລ່ລົດຈັກ ຈາກລັດ ຖະບານ
ແລະ ສະກັດກັ້ນ ການຜຼິດຂະໜາດໃຫຍ່.
ອຸດສາຫະກຳເອເລັກໂຕຼນິກ. ອຸດສາຫະກຳເອເລັກໂຕຼນິກ ແມ່ນໄດ້ຖືກພັດທະນາ
ຢ່າງມີປະສິດທິຜົນ ດ້ວຍ ການຜຼິດຂະໜາດໃຫຍ່ ໃນຫລາຍທປະເທດໃນເອຊຽນ,
ໂດຍສະເພາະ ປະເທດມາເລເຊັຍ ແລະ ປະເທດໄທ (ແຕ່ບໍ່ແມ່ນວຽດນາມ). ໃນຂະນະທີ່
ຜູ້ຊົມໃຊ້ ເຄື່ອງເອເລັກໂຕຼນິກ ແລະ ການຜຼິດ ອາໄຫລ່ເອເລັກໂຕຼນິກ
ດ້ວຍຫລາຍເຫດຜົນ ແມ່ນບໍ່ເໝາະສົມ ຢູ່ໃນ ສປປ ລາວ. ແຕ່ວ່າ ກໍມີອາ ໄຫລ່ເຄື່ອງເອເລັກໂຕຼນິກບາງອັນ
ທີ່ຮຽກຮ້ອງ ແຮງງານຫລາຍໃນການຜຼິດ ແລະ ມີຄຸນຄ່າທາງ ການເງີນຫລາຍ
ສົມທຽບໃສ່ກັບບໍລິມາດ ແລະ ນ້ຳໜັກ (=ຄ່າຂົນສົ່ງທາງອາກາດຖືກ
ສົມທຽບ ໃສ່ກັບ ລາຄາຂອງສິນຄ້າ). ສິນຄ້າຊະນິດນີ້ ອາດເປັນການເໝາະ
ສົມ ສຳລັບການຜຼິດຢູ່ ໃນ ສປປ ລາວ. ໃນກໍລະນີ ມີໂຮງງານຂອງຍີ່ປຸ່ນ
ຢູ່ ວຽງຈັນ ຜຼິດ ສາຍລວດໄຟຟ້າສຳ
ລັບກ້ອງໄຟ, ຊຶ່ງດຳເນີນ ງານ ມາແຕ່ປີ 1999 ແລະ ມີຄົນງງານປະມານ 80
ຄົນ ແລະ ປະຈຸບັນ ໄດ້ຈ້າງ
ງານເຖິງ 340 ຄົນ, ຊຶ່ງສ່ວນຫລາຍແມ່ນຜູ້ຍິງ.
ຜຼິດຕະພັນອາໄຫລ່ທີ່ໄດ້ ສຳລັບການຜຼິດ ແມ່ນນຳເຂົ້າມາຈາກ ປະເທດໄທ
ແລະ ສາຍລວດໄຟຟ້າ ແມ່ນຖືກສົ່ງອອກໄປຍີ່ປຸ່ນ. ບໍລິສັດຍີ່ປຸ່ນ
ອີກອັນນຶ່ງທີ່ເລີ້ມ ດຳເນີນງານ ການຜຼິດ ອຸປະກອນ ເຄື່ອງເອເລັກໂຕຼນິກ
ຢູ່ ວຽງຈັນ. ອາດຈະເປັນປະໂຫຍດສຳລັບ ລັດຖະບານ ທີ່ຈະສຶກສາ
ລາຍລະອຽດວ່າ ຈະສົ່ງເສີມອຸດສາຫະກຳນີ້ ຢ່າງຫ້າວຫັນໄດ້ແນວໃດ. ໃນອຸດສາຫະກຳ
ເອເລັກໂຕຼນິກຂະໜາດ
ໃຫຍ່ ທັງຂົງເຂດ ແລະ ໃນໂລກ, ຖ້າ ສປປ ລາວ ມີຄວາມສົນໃຈ
ທີ່ຈະມີສ່ວນຮ່ວມໃນຕະຫລາດນີ້, ອຸດສາຫະກຳ ເອເລັກໂຕຼນິກ
ອາດກາຍມາເປັນ ຂະແໜງຍ່ອຍທີ່ມີ ຄວາມສຳຄັນ ໃນ ຂະແໜງອຸດສາຫະກຳ ໃນ
ສປປ ລາວ. |