www.smepdo.org       
 
Lao Eng
 

ຂະແໜງທຸລະກິດ > ຂໍ້ມູນກ່ຽວກັບແຕ່ລະຂະແໜງ

 
 


1.4 ຫັດຖະກຳ

ບັນຫາທີ່ເປັນຂໍກຸນແຈ

ຜະລິດຕະພັນຫັດຖະກຳຢູ່ໃນ ສປປ ລາວ ແມ່ນປະກອບດ້ວຍ ຜຼິດຕະພັນຫລາກຫລາຍຊະນິດ, ລວມທັງ ການຕ່ຳແ
ຜ່ນດ້ວຍມື; ຜຼິດຕະພັນທີ່ເຮັດຈາກແຜ່ນແຜ; ການຖັກແສ່ວ; ຂອງທີ່ລະລຶກ ທີ່ເຮັດ ຈາກໄມ້; ໄມ້ແກະສະລັກ; ເຄື່ອງເຟີນີເຈີໄມ້; ໄມ້ຖູ່ທີ່ອອກແບບມີສິນລະປະກຳ ແລະ ເຄື່ອງໃຊ້ ໃນຄົວ ເຮືອນທີ່ເປັນໄມ້ ອື່ນໆ; ກະຕ້າ; ເຈັ້ຽປໍສາ ແລະ ຜຼິດຕະພັນຈາກເຈັ້ຽປໍສາ; ເຄື່ອງເງີນ, ເຄື່ອງເພັດພອຍ; ປັ້ນດິນເຜົາ; ເຄື່ອດົນຕຼີ, ແລະ ອື່ນໆ.

ສະຖິຕິກ່ຽວກັບ ຜຼິດຕະພັນ ຫລື ການຈ້າງງານໃນຂະແໜງ ຫັດຖະກຳ ແມ່ນເກືອບວ່າບໍ່ມີ, ແຕ່ວ່າ ແມ່ນອີງໃສ່ ຈາກຫລາຍແຫລ່ງ ການສຶກສາໃນປະຈຸບັນ ໄດ້ຄາດຄະເນແບບມີຫລັກການວ່າ ຂະແໜງຫັດຖະກຳ ໄດ້ຈ້າງງານ ປະມານ 30 - 40,000 ຄົນ ທີ່ເຮັດວຽກເຕັມເວລາ. ໃນຈຳນວນນີ້, ຄາດຄະເນວ່າປະມານ 15-20,000 ຄົນ ທີ່ເຮັດວຽກ ເຕັມເວລາ, ໃນຂະນະທີ່ ມີປະມານ 10,000 ຄົນ ເຮັດວຽກ ຫັດຖະກຳ ຄືກັບວຽກເພີ້ມ ໃສ່ວຽກຕົ້ນຕໍ່ (ສ່ວນຫລາຍ ແມ່ນກະສິກຳ). ຄຸນຄ່າທັງໝົດ ຂອງຜຼິດຕະພັນ ແມ່ນປະມານ 30-40 ລ້ານໂດລາ ສະຫະລັດອະເມລິກາ. ການຕ່ຳແຜນແບບພື້ນ ບ້ານ ແລະ ການຜຼິດເຄື່ອງນຸ່ງ ຈາກແຜ່ນແພ ແມ່ນມີປະມານ ເຄີ່ງນຶ່ງ ຂອງຂະແໜງຫັດຖະກຳ ໃນແງ່ຂອງການຈ້າງງານ ແລະ ຜຼິດຕະພັນ.

ຄືກັບ ຜຼິດຕະພັນຫັດຖະກຳ ໃນສ່ວນຫລາຍ ແມ່ນວຽກສຳຮອງເພີ້ມໃສ່ວຽກຕົ້ນຕໍ່, ສ່ວນຫລາຍ ມັນມີ ຄວາມໝາຍວ່າ ແມ່ນການຈັດຫາລາຍໄດ້ເພີ້ມຕື່ມທີ່ຈຳເປັນໃຫ້ແກ່ ຄອບຄົວ ເພື່ອໃຫ້ຫຼຸດພົ້ນ ອອກຈາກ ”ເຂດຂອງຄວາມທຸກຈົນ”. ດັ່ງທີ່ເຫັນ, ຂະແໜງຫັດຖະກຳ ອາດຈະເປັນຂະແໜງທີ່ສຳຄັນ ກວ່ານັ້ນ ຈາກຈຸດຢືນ ການຫຼຸດພົ້ນອອກຈາກ ຄວາມທຸກຈົນ ທີ່ ໄດ້ກ່າວມາໃນການຈ້າງງານ ຂ້າງເທິງ.

ຜຼິດຕະພັນ ແມ່ນສຳລັບ ຕະຫລາດທ້ອງຖິ່ນ. ການສົ່ງອອກ ແມ່ນມີຈຳກັດ ແຕ່ 5 ລ້ານໂດລາ ສະຫະລັດອະເມລິກາ.

ຄວາມຕ້ອງການຂອງທ້ອງຖິ່ນໃນອະນາຄົດ ກ່ຽວກັບ ຜຼິດຕະພັນຫັດຖະກຳ ອາດຈະຫລຸດລົງ. ເຄື່ອງໃຊ້ທີ່ເຮັດ
ດ້ວຍໄມ້ ໃນຄົວເຮືອນ ແມ່ນຖືກທົດແທນດ້ວຍເຄື່ອງປລາສະຕິກທີ່ນຳເຂົ້າ ໃນລາຄາ ຖືກ ແລະ ໃຊ້ວຽກໄດ້ຫລາຍ. ຄວາມຕ້ອງ ການເຄື່ອງນຸ່ງ ທີ່ເຮັດດ້ວຍແຜ່ນແພ ກໍຫຼຸດລົງ, ເພາະວ່າ ປະຊາຊົນ ສ່ວນຫລາຍຫັນໄປນິຍົມ ເສືອຜ້າແບບຕາວັນຕົກ, ຊຶ່ງສ່ວນຫລາຍແມ່ນນຳ ເຂົ້າມາໃນລາຄາທີ່ຖືກ, ດັ່ງທີ່ເຫັນໄດ້ ຈາກການພັດທະນາ ຢູ່ປະເທດໄທ ແລະ ວຽດນາມ.

ຜົນສະຫຼຸບ ຄື ສປປ ລາວຕ້ອງໄດ້ສົ່ງ ຜຼິດຕະພັນຫັດຖະກຳອອກຕ່າງປະເທດ ຖ້າວ່າ ຕ້ອງການ ຮັກສາ ຫລື ເພີ້ມ ລະດັບການຈ້າງງານໃນປະຈຸບັນ ຢູ່ໃນຂະແໜງຫັດຖະກຳ. ບາງວິສາຫະກິດ ໄດ້ເລີ້ມສົ່ງອອກ ຜຼິດຕະພັນຫັດ ຖະກຳໄປຕະຫລາດ ເຊັ່ນ ເສື້ອຜ້າທີ່ເຮັດດ້ວຍຜ້າໄໝ, ຜ້າປູໂຕະ, ເຄື່ອງເອໃນບ້ານ (ໝອນນັ່ງ ແລະ ຜ້າຄຸມຕຽງ), ຖົງ, ເຄື່ອງທີ່ລະລຶກ ເຮັດດ້ວຍໄມ້, ແລະ ອື່ນໆ.. ເຄື່ອງເຫຼົ່ານີ້, ເຖິງວ່າແນວໃດກໍຕາມ, ຄ່ອນຂ້າງຈະແພງ ສົມທຽບກັບຜຼິດຕະພັນອື່ນທີ່ ເຮັດໜ້າທີ່ ດຽວກັນ ແລະຜຼິດເປັນ ຈຳນວນຫລາຍ ຢູ່ໃນໂລກ. ເຊັ່ນດຽວ ການສົ່ງອອກ ຈະບໍ່ຖືກທົດແທນ ສຳລັບການຫຼຸດລົງຂອງ ຕະຫລາດທ້ອງຖິ່ນ ແລະ ບໍ່ສາມາດເຮັດໃຫ້ເກີດການຈ້າງງານທີ່ຕ້ອງ
ການ ຈຳນວນຫລາຍໄດ້.

ດັ່ງນັ້ນ ຈຶ່ງມີຄວາມຈຳເປັນ ທີ່ຈະໃຈ້ແຍກ ປະເພດຂອງຜຼິດຕະພັນ ທີ່ສົ່ງອອກຕະຫລາດສາກົນ ແລະ ສາມາດຜຼິດ
ຢູ່ໃນ ສປປ ລາວ ເປັນຈຳນວນຫລາຍ, ຊຶ່ງອີງໃສ່ແຮງງານຖືກ ແລະ ຝີມືແຮງງານພື້ນ ບ້ານ.

ນຶ່ງໃນຜຼິດຕະພັນນັ້ນ ອາດແມ່ນ ພົມໄໝ, ຊຶ່ງມີ ແບບລວດລາຍຂອງລາວພື້ນເມືອງ. ຢູ່ປະເທດ ເນປານ 15ປີ ແລ້ວ, ມີແຕ່ອຸດສາຫະກຳພົມທີ່ເລີ້ມສ້າງຕັ້ງຂຶ້ນ, ແຕ່ວ່າ ເຂົາເຈົ້າກໍມີຫລາຍເງື່ອນໄຂ ໃນເວລານັ້ນ ຄືກັບຢູ່ ສປປ ລາວທີ່ມີຢູ່ ໃນປະຈຸບັນ ຄ່າແຮງງານຕ່ຳ, ຝິມີການຕ່ຳຜ້າແບບພື້ນບ້ານ, ແລະ ລວດລາຍທີ່ນ່າສົນໃຈ. ດັງນັ້ນ ເນປານ ຈຶ່ງນຳເຂົ້າຜ້າຂົນທີ່ມີຄຸນນະພາບດີ ຈາກ ປະເທດນີເຊີແລນ ແລະ ສິເຄມີຍ້ອມຜ້າທີ່ມີຄຸນນະພາບດີ ແລະ ສົມທົບ ວັດຖຸດີບເຫຼົ່ານີ້ ກັບລວດລາຍແບບພື້ນເມືອງຂອງເນປານ. ດັ່ງນັ້ນ ເນປານ ຈຶ່ງສາມາດມີຕະຫລາດທີ່ສຳຄັນ ໃນຕະຫລາດໄໝພົມສາກົນ ແລະ ປະຈຸບັນສາມາດ ສົ່ງອອກປະມານ 100 ລ້ານໂດລາ ສະຫະລັດອະເມລິກາ ຕໍປີ ຈາກອຸດສາຫະກຳພົມທ້ອງຖິ່ນ ທີ່ຈັດຫາງານປະມານ 60,000 ຄົນ.

ຕົວຢ່າງອັນອື່ນ ໃນການພັດທະນາ ຫັດຖະກຳຂະໜາດໃຫຍ່ ແມ່ນອີງໃສ່ ອຸດສາຫະກຳເພັດພອຍ. ອຸດສາຫະກຳນີ້ ຢູ່ປະເທດໄທ ແມ່ນໄດ້ຈ້າງງານປະມານ 1.2 ລ້ານຄົນ ແລະ ກໍ່ໃຫ້ເກີດລາຍຮັບຈາກ ການສົ່ງອອກປະມານ 2 ພັນ ລ້ານໂດລາ ຕໍ່ປີ. ປະເທດໄທ ຈາກເຄື່ອນຍ້າຍໄປເຖີງ ຕະຫລາດກາງ ແລະ ໃຫຍ່ ຂອງຕະຫລາດເພັດພອຍ ເນື່ອງຈາກວ່າ ມີຄວາມຮູ້ສຶກໃນການແຂ່ງຂັນໃນ ຕະຫລາດ ນ້ອຍ ແລະ ແຮງງານ ຈາກອິນເດັຽ, ຈີນ ແລະ ວຽດນາມ. ສປປ ລາວ ກັບແຫລ່ງຊັບພະຍາກອນ ເພັດພອຍ ສາມາດມີສະຖານະພາບທີ່ຈະແຂ່ງຂັນ ໃນຕະຫລາດໂລກ.

ມັນອາດຈະມີຄຸນຄ່າ ທີ່ຈະສຳຫລວດ ຢ່າງລະອຽດ ກ່ຽວກັບ ຕະຫລາດ “ຫັດຖະກຳຈຳນວນຫລາຍ ຊຶ່ງ ສປປ ລາວ ສາມາດອີງໃສ່ ຝີມືແຮງງານແບບພື້ນບ້ານ, ລວດລາຍ ແລະ ຄ່າຈ້າງແຮງງານຕ່ຳ.

ໃນຄວາມສຳຄັນ ຂອງຂະແໜງຫັດຖະກຳ, ຈະແນະນຳ ການກະກຽມແຜນການໃຫຍ່ ສຳລັບ ການພັດທະນາ ຂະແໜງດັ່ງກ່າວ ເຊັ່ນດຽວກັບ ການບັນຈຸ ຫັດຖະກຳໃສ່ ໃນ ຂະແໜງທີ່ເປັນ “ບຸລະ ມະສິດທີ່ສຳຄັນ” ພາຍໃຕ້ກົດໝາຍຂອງການລົງທຶນທ້ອງຖິ່ນ ທີ່ຈະຊ່ວຍໃຫ້ຂະແໜງດັ່ງກ່າວ ໄດ້ຮັບຜົນປະໂຫຍດ ຈາກສິ່ທີ່ກະຕຸ້ນໃນກົດໝາຍນີ້ (ກວດລາຍລະອຽດໃນກົດໝາຍສະບັບນີ້). ການສະໜັບສະໜູນອັນອື່ນ ອາດຈະແມ່ນ ການແນະນຳ ລະບົບຮັບຮູ້ເປັນທາງການ ສຳລັບ “ການມີຊີວິດ” ຮັກສາ ແລະ ການສົ່ງເສີມຫັດຖະກຳ ເຊັ່ນດຽວກັບ ພະຍາຍາມທີ່ຈະໃຫ້ການສະໜັບ ສະໜູນຂະແໜງຫັດຖະກຳ ໃຫ້ເປັນສູນກາງ, ສູນກາງຫັດຖະກຳແຫ່ງຊາດ.

ຄືກັບ ກິດຈະກຳຂອງຫັດຖະກຳ ແມ່ນດຳເນີນຢູ່ໃນ ຂະໜາດນ້ອຍ ຫລື ຄົວເຮືອນ, ການສະໜັບ ສະໜູນວັດຖຸດິບ, ການອົບຮົມ, ການສົ່ງອອກ ແລະ ອື່ນໆ.. ຄວນຈະຈັດ “ ເປັນກຸ່ມ “. ໃນເລື່ອງນີ້, ຕົວຢ່າງຂອງຍີ່ປຸນ “ໜຶ່ງ ໝູ່ບ້ານ, ໜຶ່ງ ຜະລິດຕະພັນ ” ແລະ ຂອງຫວຽດນາມ “ໝູ່ບ້ານອາຊີບ” ຫຼືຂອງໄທ “ໜຶ່ງ ຕຳບົນ, ໜຶ່ງ ຜະລິດຕະພັນ” ແນວຄວາມຄິດດັ່ງກ່າວອາດເປັນໂອກາດສ້າງ ຄວາມສົນໃຈໃຫ້ແກ່ ສປປ ລາວ.

ສັງລວມຂໍ້ສະເໜີແນະ

ໃນຂັ້ນຕໍ່ໄປລັດຖະບານຄວນຈະພິຈາລະນາດັ່ງຕໍ່ໄປນີ້:
(i) ເອົາຫັດຖະກຳເປັນ “ຂະແໜງອຸດສະຫະກຳບຸລິມະສິດ” ພາຍໃຕ້ກົດໝາຍການ ລົງທຶນພາຍໃນປະເທດ;
(ii) ກະກຽມແຜນແມ່ບົດສຳລັບພັດທະນາຂະແໜງຫັດຖະກຳ;
(iii) ສຶກສາເບີ່ງຕະຫຼາດສາກົນເພື່ອຜະລິດເຄື່ອງຫັດຖະກຳໃນຈຳນວນຫຼາຍ ແລະ ເພື່ອເບີ່ງ ຄວາມສາມາດຂອງສ.ປ.ປ.ລາວເພື່ອເຈາະເຂົ້າຕະຫຼາດດັ່ງກ່າວ;
(iv) ລິເລີ່ມແຜນງານສຳລັບການປັບປຸງຄວາມສາມາດໃນການແຂ່ງຂັນໃນລະດັບສາກົນ;
(v) ຈັດຕັ້ງປະຕິບັດໂຄງການທົດລອງເພື່ອສ້າງ ” ກຸ່ມ ” ຜູ້ ຜະລິດຫັດຖະກຳ ເພື່ອ ສະໜອງວັດຖຸດິບ, ການຝຶກອົບຮົມການສົ່ງອອກ, ແລະອື່ນໆ ຮ່ວມກັນ.
(vi) ສຶກສາການນຳໃຊ້ລະບົບການຢ້ັ້ງຢືນ ເພື່ອອະນຸລັກແລະສົ່ງເສີມຫັດຖະກຳພື້ນເມືອງໃຫ້ “ຍືນຍົງ” ຕະຫຼອດໄປ; ແລະ
(vii) ສຶກສາອົງກອນໃຫ້ການສະໜັບໜູນທີ່ມີຢູ່ແລ້ວ ແລະຄວາມເປັນໄປໄດ້ ໃນການເຕົ້າ ລວມ ມາເປັນສູນຫັດຖະກຳແຫ່ງຊາດ.
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia