|
1.1
ອຸດສາຫະກຳຕັດຫຍິບ
ບັນຫາທີ່ເປັນຂໍກຸນແຈ
ສະພາບເງື່ອນໄຂທາງດ້ານຕະຫຼາດ ແລະການແຂ່ງຂັນໃນໂລກ ແລະໃນຂົງເຂດ
ທີ່ ອຸດສາຫະກຳ ແຜ່ນແພ ແລະ
ຕັດຫຍິບລາວ ກຳລັງຜະເຊີນໜ້າໃນອະນາຄົດ ແມ່ນ ຮູບແບບປະຈຸບັນ
ສ່ວນໃຫຍ່ ເປັນຜົນສືບເນື່ອງຂອງການ
ຜະເຊີນໜ້າ ຂອງ MFA ໃນ ວັນທີ 31 ທັນວາ 2004.
ໂກຕ້າທີ່ຈຳກັດໃນການສົ່ງອອກເຄື່ອງນຸ່ງຫົ່ມໄປສູ່ປະເທດສະມາຊິກ
ອົງການຄ້າໂລກຈະຖືກຍົກ ເລີກ ຜົນສືບເນື່ອງ
ຈາກວ່າ ໃນປະຈຸບັນ ສະມັດຖະພາບການຜະລິດເຄື່ອງນຸ່ງຫົ່ມທີ່ສູງ ໄດ້ຖືກ
ໜີບ ຢູ່ໃນປະເທດທີ່ໃຊ້ຕົ້ນທຶນຂະໜາດ
ກາງ ແລະສູງ, ຫຼື ປ່ຽນທີ່ຕັ້ງໄປສູ່ປະເທດທີ່ໃຊ້ຕົ້ນທຶນຕ່ຳ.
ຜົນສືບ ເນື່ອງອັນອື່ນ ແມ່ນການສົ່ງອອກເຄື່ອງນຸ່ງ
ຫົ່ມຈາກປະເທດທີ່ໃຊ້ຕົ້ນທຶນຜະລິດຕ່ຳ ໄປສູ່ປະເທດ ທີ່ມີ
ຕົ້ນທຶນຂະໜາດກາງ ແລະ ສູງ ຈະ ເພີ້ມທະວີຂຶ້ນ
ຢ່າງແຮງ, ຈາກ ການຄາດຄະເນ 200 ພັນລ້ານ US$ ໃນ ປີ 2000 ເຖີງ 350
ພັນລ້ານ US$ ໃນປີ 2005. ນີ້ແມ່ນ ໂອກາດອັນໃຫຍ່ຫຼວງໃຫ້ແກ່
ພວກຕົ້ນທຶນຕ່ຳ, ໂດຍສະເພາະແມ່ນປະເທດ ກຳລັງພັດທະນາ, ລວມທັງ
ສ.ປ.ປ ລາວ ດ້ວຍ. ແນວ ໃດ ກໍຕາມ ລັກສະນະ ສ່ວນໃຫຍ່
ຂອງຕະຫຼາດໂລກທີ່ໃຫຍ່ໂຕມະຫືມາແມ່ນມີ ຄວາມຕ້ອງການ ໃນຄວາມເຊື່ອຖື
ແລະ ມີຊ່ວງໄລຍະເວລານຳອັນສັ້ນ ລະຫວ່າງ ການສັ່ງຊື້ແລະ ການຈັດສົ່ງ.
ແນວໃດກໍຕາມ ໃນຂະນະດຽວກັນນີ້ ການກຳນົດໂຄ້ຕາການສົ່ງອອກ
ສຳລັບປະເທດທີ່ກຳລັງ ພັດທະນາໃນແຕ່
ລະປະເທດ ຈະຖືກຍົກເລີກຄືກັນ. ໂຄຕ້າອັນກ້ວາງໃຫຍ່ຂອງປະເທດ ແມ່ນ ເຫດຜົນສຳຄັນທີ່ວ່າເປັນຫັຍງ
ໂຮງງານຕັດຫຍີບໄດ້ຖືກ ສ້າງຕັ້ງຂຶ້ນໂດຍເລືອກເອົາ ສ.ປ.ປ. ລາວ ເປັນບ່ອນທຳອິດ.
ເວລາໂຮງງານຕັດຫຍີບ
ຂອງໄທໝົດໂຄ້ຕາຂອງໄທສຳລັບຫລາຍປະເທດ, ເຂົາເຈົ້າເລີ້ມດຳເນີນທຸລະກິດຢູ່
ສປປ ລາວ, ເຖິງແມ່ນວ່າຜຼິດ
ຕະພັນບໍ່ມີປະສິດທິຜົນດີປານໃດ. ເຖິງວ່າແນວໃດກໍຕາມ, ໃນອະນາຄົດ
ການຍົກເລີກໂຄ້ຕາອັນກ້ວາງໃຫຍ່ຂອງ
ປະເທດຈະພາ ໃຫ້ເກີດການແຂ່ງຂັນເສລີຂຶ້ນ. ໝາຍຄວາມວ່າ ໃນບັນດາປະເທດກຳລັງພັດທະນາ,
ໂຮງງານໃດ ແລະ ປະເທດໃດ ມີປະສີດທີຜົນດີ ຈະເປັນ “ຜູ້ຊະນະ” , ໃນຂະນະທີ່
ຜູ້ອື່ນຈະເປັນ “ຜູ້ແພ້”.
ຍຸດທະສາດທີ່ເໝາະສົມ ສຳລັບ ສປປ ລາວ ທີ່ກ່າວມາຂ້າງເທິງນີ້ ໄດ້ຊີ້ໃຫ້ເຫັນເຖີງທັດສະນະ
ຂອງໂລກທີ່ ອີງໃສ່ ການໄດ້ປຽບຄ່າແຮງງານຕ່ຳ
ສົມທຽບໃສ່ສີ່ງທີ່ມີຢູ່ແລະທ່າແຮງຂອງ ຜູ້ແຂ່ງຂັນ. ເຖິງວ່າແນວໃດກໍຕາມ,
ເງີນເດືອນ
ຕ່ຳ ຍັງບໍ່ແມ່ນເງື່ອນໄຂພຽງພໍສຳລັບແຂ່ງຂັນໄດ້. ການໄດ້ປຽບ ເມື່ອຕີຄວາມໝາຍໃສ່ກັບການແຂ່ງຂັນໄດ້
ແມ່ນ
ໝາຍເຖີງຜະລິຕະພາບສູງ ທີ່ເຮັດໃຫ້ລາຄາຂອງ
ຜະລິດຕະພັນຂອງແຕ່ລະຫົວໜ່ວຍຕ່ຳ. ສ.ປ.ປ.ລາວ ກໍ່ ຕ້ອງມີວິທີການ ເພື່ອ
ຜ່ານຜ່າຈຸດອ່ອນ ປະຈຸບັນຂອງການຕະຫລາດ.
ໃນດ້ານຄວາມຮຽກຮ້ອງຕ້ອງການທາງດ້ານແຂ່ງຂັນກັບເວລາ,
ບັນດາປະເທດຕ່າງໆທີ່ມີ ວັດຖຸດິບ ທັງໝົດທີ່ຈຳເປັນ ແລະມີຂັ້ນຕອນການຜະລິດຕ່າງໆ
ພາຍໃນຂອບເຂດຂອງມັນ ຈະໄດ້ປຽບ ປະເທດອື່ນ ທີ່ມີຂັ້ນຕອນການຜະລິດ
ອັນດຽວ ຫລືໜ້ອຍຂັ້ນຕອນ ໃນຕ່ອງໂສ້ຂອງການສະໜອງ ທັງໝົດ ແລະຈະຕ້ອງໄດ້ຍາດແຍ່ງການນຳເຂົ້າ
ແລະ
ສົ່ງອອກເຄິ່ງສຳເລັດຮູບ ຢ່າງເຖິງຖອງ. ດັ່ງນັ້ນ,
ຄວາມຮຽກຮ້ອງຕ້ອງການໃນການຊ່ວງເສັງດ້ານເວລາ ອາດຈະ
ສ້າງຄວາມກົດດັນ ໃຫ້ແກ່ ການເພີ່ມທະວີການເສື່ອມສານກັນ ໃນບັນດາປະເທດທີ່ຜະລິດເຄື່ອງນຸ່ງຫົ່ມໃຫ້ກ້າວໄປໜ້າ
ແລະ ຖອຍຫລັງ ຫຼື ອຳນວຍຄວາມສະດວກ ການຄ້າລະຫວ່າງ ປະເທດໃນຂົງເຂດ.
ໃນກໍລະນີ ສປປ ລາວ, ມີຂອບເຂດທີ່ແນ່ນອນສຳລັບການເສື່ອມໂຍງ
ທັງໄປຂ້າງໜ້າ ແລະຖອຍຫລັງ, ແຕ່ກໍມີຂໍ້ ຈຳກັດຄືກັນ ເນື່ອງຈາກວ່າ
ການລົງທຶນທີ່ຕ້ອງການທຶນກ້ອນໃຫຍ່ ແລະ ການຫຼຸດຜ່ອນຕົ້ນທຶນ
ຈາກຂະໜາດໃນການຜຼິດ. ເວລາທີ່ບໍ່ສາມາດ ສ້າງຕ່ອງໂສ້
ການຈັດຫາທີ່ຄົບຖ້ວນ ຢູ່ໃນ ສປປ ລາວ, ຜູ້ຈັດຫາ ແລະລູກຄ້າຂອງສິນຄ້າເຄິ່ງສຳເລັດຮູບ,
ຕົວຢ່າງ ໃນປະເທດໄທ ທີ່ມີຄວາມໃກ້ຄຽງ ກັນດ້ານພູມຖານ, ແຕ່ລັດຖະບານໄທ
ແລະລັດຖະບານລາວ ຕ້ອງໄດ້
ລົບລ້າງຕົ້ນທຶນ ແລະການ ເສັຍປຽບຈາກການຊັກຊ້າ ໃນການຂ້າມຊາຍແດນຂອງປະເທດ.
ທີກ່າວມາຂ້າງເທິງນີ້ ກ່ຽວກັບການພັດທະນາລະດັບໂລກ ແລະອົງປະກອບອັນສຳຄັນຂອງຍຸດທະ
ສາດ ກ່ຽວກັບ
ຄວາມຢູ່ລອດ ແລະການພັດທະນາອຸດສາຫະກຳແຜ່ນແພ ແລະເຄື່ອງນຸ່ງຫົ່ມຂອງ
ລາວ, ໂອກາດການເຮັດທຸລະກິດ
ສະເພາະ ດັ່ງທີ່ຊີ້ໃຫ້ເຫັນຂ້າງລຸ່ມນີ້ ອາດຈະ ເປັນໄປໄດ້ ໃນ ສປປ
ລາວ.
ສຸ່ມໃສ່ ຜຼິດຕະພັນທີ່ໃຊ້ແຮງງານສູງ.
ຕົວຢ່າງຂອງຜຼິດຕະພັນທີ່ໃຊ້ແຮງງານສູງ ແມ່ນ ເຄື່ອງນຸ່ງຫົ່ມ ທີ່
“ສັບສົນ“ ເຊັ່ນ ເສື້ອກັນລົມໃສ່ຫລິ້ນສະກີ ທີ່ມີຫລາຍຊັ້ນ; ເຄື່ອງນຸ່ງຖັກໄໝພົມດ້ວຍມືໂດຍສະ
ເພາະ ສຳລັບເດັກອ່ອນ; ຜະລິດຕະພັນຖັກແສ່ວ ເຊັ່ນ: ເສື້ອກັນລົມ, ເສື້ອຄໍອົມ
ແລະປະເພດຄ້າຍ ຄືກັນ, ແລະ ເຄື່ອງຕັດຫຍິບແຟຊັນ
ທີ່ຮຽກຮ້ອງເຖິງການປະຕິບັດງານຂອງແຮງງານຢ່າງຈິງຈັງ ເຊັ່ນ ການລ້າງ,
ການຖັກ, ການພິມ ແລະການຕິດສິ່ງ
ຕ່າງໆ. ກໍລະນີພິເສດ ແມ່ນ ຜ້າພົມເໜັດດ້ວຍໄໝ ຫລື ຂົນສັດ,
ຊຶ່ງມີການຜະຫຼິດສ່ວນໜ້ອຍ ຢູ່ໃນ ສປປ ລາວ.
ຄວນຈະສຶກສາກ່ຽວກັບການພັດທະນາ ຢູ່ ປະເທດເນປານ, ຊຶ່ງ ໃນ 10 -15
ປີ ຂ້າງໜ້ານີ້ ອຸດສາຫະ ກຳຜ້າພົມ (ອີງໃສ່ການນຳເຂົ້າຂົນສັດ
ຄຸນະພາບສູງຈາກນິວຊີແລນ) ຈະຖືກສ້າງຕັ້ງຂຶ້ນ ເພື່ອຈ້າງ ແຮງງານ
60,000 ຄົນ ແລະ ກໍ່ໃຫ້ເກີດ ລາຍໄດ້ ຈາກການສົ່ງອອກແຕ່ລະປີ 100
ລ້ານ ໂດລາສະຫະລັດ. ສປປ ລາວ ມີ ເງື່ອນໄຂ ຄ້າຍຄືກັນກັບ ປະ ເທດເນປານ
ໃນ 15 ປີກ່ອນ.
ການເຊື່ອມສານໄປຂ້າງຫລັງ. ສປປ ລາວ
ນຳເຂົ້າທຸກໆຢ່າງຈາກໂຮງງານຜະຫຼິດຕະພັນຕັດຫຍິບ, ນອກຈາກ
ແຜ່ນແພຢີນສ໌ ທີ່ນຳມາຜະຫຼິດເຄື່ອງນຸ່ງຢີນສ໌.
ຜຼິດຕະພັນຖັກແສ່ວຈາກໂຮງງານ ແມ່ນ ເກືອບບໍ່ມີ ເນື່ອງຈາກການ
ລົງທຶນຢ່າງມະຫາສານ ແລະຮຽກຮ້ອງຕ້ອງການ ເຖິງການປະຕິບັດງານ
ຂະໜາດໃຫຍ່. ອັນທີ່ຈະຕ້ອງໄດ້ຄຳນຶງເຖິງ ແມ່ນໂຮງງານຖັກແສ່ວ
ທີ່ສາມາດເຮັດກິດຈະການຍ້ອມ ສີ ແລະຜະລິດຈາກການນຳເຂົ້າເຄື່ອງຖັກໄໝພົມຈາກ
ໂຮງງານທີ່ມີຄຸນນະພາບໄດ້ມາດຕະຖານ ບາງອັນ. ເຊັ່ນດຽວກັນ
ຄວນຄຳນຶງເຖິງ ການສ້າງຄວາມສາມາດໃນ
ຂະບວນການຖັກໄໝພົມ ເພາະ ວ່າ ການລົງທຶນໃນ ຂະແໜງນີ້ ແມ່ນຖືກກວ່າ ໂຮງງານຖັກ.
ແຕ່ວ່າ ການສະເໜີນີ້ ຄວນມີສ່ວນ ເຮັດໃຫ້ ໄລຍະເວລາ ນຳພາສັ້ນເຂົ້າ
ສຳລັບ ໂຮງງານຕັດຫຍິບ ຢູ່ລາວ.
ການເຊື່ອມສານໄປຂ້າງໜ້າ. ມີຄວາມຕ້ອງການສູງ ຈາກສາກົນ
ກ່ຽວກັບເຄື່ອງຕັດຫຍິບ ທີ່ ລ້າງ, ຍ້ອມ ແລະ ພິມອອກແບບ ທີ່ທັນສະໄໝ.
ມີຂະບວນການຜຼິດສະເພາະ ໃນຂະແໜງຍ່ອຍນີ້,
ຊຶ່ງຍັງບໍ່ທັນໄດ້ສຳຫລວດຢູ່ໃນ ສປປ ລາວ, ແຕ່ມີ ອັນນຶ່ງທີ່ ສປປ
ລາວ ເໝາະສົມ ໃນແງ່ຂອງຄ່າແຮງງານຕ່ຳ. ວິສາຫະກິດທີ່ຫ້າວຫັນ ໃນຂົງເຂດນີ້
ຄວນມີຂະບວນການຜຼິດ ເຄື່ອງຕັດຫຍິບ ສຳລັບອຸດສາຫະກຳນີ້. ຂະບວນການ
ຈະເພີ້ມຄຸນຄ່າໃຫ້ກັບຜຼິດຕະພັນ ແລະ ເຮັດໃຫ້ໄລຍະນຳພາສັ້ນເຂົ້າ
ສຳລັບ ສິນຄ້າແຟຊັນ. ອີງໃສ່ ຈຸດດີ ຂອງການຈັດກຸ່ມ ຂອງບໍລິສັດ ໃນທຸລະກິດອັນສຳຄັນ,
ຄວາມສາມາດຂອງໂຮງງານ, ການຕັດ, ການເລັມ, ໃສ່ກາ, ຖົງ, ພິມຮູບກາຕູນ,
.ຄວນສຶກສາ ທັງ ຕະຫລາດລາວ ແລະ ຄວາມເປັນໄປໄດ້ໃນການຈັດຫາວັດຖຸ
ສຳລັບໂຮງງານຕັດຫຍິບ ຢູ່ໄທ ແລະ ວຽດນາມ.
ໃນໄລຍະ 3-5 ປີ ຜ່ານມາ, ການສົ່ງອອກ ຜຼິດຕະພັນຕັດຫຍີບ ແມ່ນ ຄົງທີ່
ປະມານ 100 ລ້ານ ໂດລາ ຕໍ່ປີ. ຈົນກວ່າ ລັດຖະບານ ຈະຕັດສິນໃຈ
ປະຕິບັດຢ່າງທັນທີທັນໃດ ແລະອຸດສາຫະກຳເອງ ກໍມີຄວາມສ່ຽງ
ທີ່ອຸດສາຫະກຳ ຈະລົ້ມລາຍ ພາຍໃນ ບໍ່ເທົ່າໃດປີ, ຊຶ່ງເປັນອັນຕະລາຍ
ສຳລັບການ ຈ້າງງານ 22,000 ຄົນ ແລະ ພາກສຳຄັນຂອງການສົ່ງອອກຂອງ ລາວ.
ເຈົ້າຂອງໂຮງງານຕັດຫຍີບ ສ່ວນຫລາຍ ແມ່ນຕ່າງປະເທດ 100%, ຊຶ່ງແມ່ນ
ໄທ ຫລື ມີຄົນຕ່າງປະເທດ ຖືຫຸ້ນສ່ວນນຶ່ງ. ວິສາຫະກິດດັ່ງກ່າວ ແມ່ນຕ້ອງ
ປັບຕົວ ໃຫ້ມີປະສີດທິຜົນ ຫລາຍ ຫລື ນ້ອຍ, ຂຶ້ນກັບ ການ ສ້າງ ແລະ
ການດຳເນີນງານ ນະໂຍບາຍ ຂອງລັດຖະບານ. ວິສາຫະກິດ
ທີ່ຄົນລາວເປັນເຈົ້າຂອງ 100% ແມ່ນຜະເຊີນໜ້າ ກັບ ການທ້າທາຍ
ທີ່ເຂັ່ງຂຶມ.
ການປະຕິບັດງານອັນຕົ້ນຕໍ່ ຂອງ ອຸດສາຫະກຳ ແມ່ນ ການປັບປຸງ
ການຄຸ້ມຄອງ, ການຕະຫລາດ, ຝີມື, .. ທີມີຈຸດຢືນ ເພີ້ມປະສີດທິຜົນ
ແລະ ນຳໃຊ້ ຈຸດດີ ທີ່ມີຢູ່ ຄື ຄ່າແຮງງານຕ່ຳ. ສຳລັບ ວິສາ ຫະກິດ
ທີ່ຄົນລາວ
ເປັນເຈົ້າຂອງ 100% ສ່ວນຫລາຍ ແມ່ນ ຜຼິດ ໂດຍການຕັດ, ວັດແທກ ແລະ ເລັມ
ແລະ ມີສັນຍາຍ່ອຍ ກັບວິສາຫະກິດ ໃນປະເທດໄທ ແລະ ຮ່ອງກົງ,
ຊຶ່ງມີທ່າອ່ຽງຈະຫຼຸດລົງ ໃນອະນາຄົດ. ການທ້າທາຍ ທີ່ຈະສ້າງ
ການພົວພັນໂດຍກົງກັບຜູ້ຊື້ ຢູ່ຕ່າງປະເທດ. ການສ້າງຕັ້ງ ບໍລິສັດ
ສົ່ງເສີມການຂາຍ ຢູ່ບາງກອກ ໂດຍການ
ເຕົ້າໂຮມກັນ ອາດຈະຄຳນຶງເຖິງ ໂດຍມີການ ຫລື ບໍ່ມີການ ສະໜັບສະໜູນ
ຈາກລັດຖະບານ.
ສັງລວມບັນດາຂໍ້ສະເໜີແນະ
ການປະຕິບັດງານອັນຕົ້ນຕໍ່ ທີ່ ລັດຖະບານຄວນຄຳນຶງເຖິງ ມີ:
(i) ຮັກສາທ່ວງທ່າໃຫ້ຫລາຍທີ່ສຸດ ເພື່ອເຫັນດີເຫັນພ້ອມກັບອົງການຄ້າໂລກ
(ii) ດຳເນີນງານ NTR ໃຫ້ສຳເລັດ ກັບ ອະເມລິກາ ກ່ອນທ້າຍປີ 2004
(iii) ສະຫລຸບ ການດຳເນີນງານ ຂໍ້ສັນຍາ ການຜ່ານກັບໄທ
(iv) ປັບປຸງ ແລະ ຕັດຂະບວນການ ຫລາຍຂັ້ນຕອນ ສຳລັບການຄ້າ
(v) ທົບທວນ ແລະດັດແກ້ກົດໝາຍແຮງງານ
ກ່ຽວກັບຊົ່ວໂມງເຮັດວຽກຂອງຊາວໜຸ່ມ ແມ່ຍິງ ໃນເວລາກາງຄືນ ແລະການລ່ວງເວລາສູງສຸດ
ເພື່ອຮັກສາເງື່ອນໃຂທີ່ເປັນເອກະ ພາບກັນກັບ ປະເທດເພື່ອນບ້ານ
ອີງໃສ່ທິດທາງຂອງສົນທິສັນຍາ ILO;
(vi) ໃຫ້ການສະໜັບສະໜູນແກ່ອຸດສາຫະກຳ ເພື່ອສົ່ງເສີມການສົ່ງອອກ
(vii) ໃຫ້ການສະໜັບສະໜູນ ສຳລັບ “ແຜນງານທີ່ລົ້ມເຫລວ” ໂດຍສະເພາະໃນນັ້ນ
ແມ່ນ ການອົບຮົມ ສຳລັບອຸດສາຫະກຳຕັດຫຍິບ
(viii) ໂດຍການຮ່ວມມືກັບ ອຸດສາຫະກຳດ້ວຍກັນເອງ ແລະ
ຜູ້ໃຫ້ທຶນສ້າງຕັ້ງ ສະຖາບັນອົບ ຮົມວິຊາຊີບ ໃນຂະແໜງອຸດສາຫະກຳຕັດຫຍິບ;
(ix) ປັບພາສີ ລະຫວ່າງ ວິສາຫະກິດ ຕ່າງປະເທດ ແລະພາຍໃນໃຫ້ເທົ່າກັນ
(x) ຍົກເວັ້ນ ສັນຍາຍ່ອຍພາຍໃນປະເທດ ສຳລັບການສົ່ງອອກ ຈາກ 3%
ຂອງພາສີລາຍຮັບ
(xi) ສົ່ງເສີມການລົງທຶນໃໝ່ເປັນພິເສດ ໂດຍຜ່ານ DDFI
|