www.smepdo.org       
 
Lao Eng
 

ຂະແໜງທຸລະກິດ > ຂໍ້ມູນກ່ຽວກັບແຕ່ລະຂະແໜງ

 
 


1.2 ອຸດສາຫະກຳອາຫານ

ບັນຫາທີ່ເປັນຂໍກຸນແຈ

ປະມານ 30 ລ້ານໂດລາສະຫະລັດອະເມລິກາ ຂະບວນການຜຼິດອາຫານ (ບໍ່ໄດ້ເອົາເຂົ້າ ເຂົ້ານຳ) ໄດ້ຖືກນຳເຂົ້າ ມາໃນ ສປປ ລາວ ຕໍ່ປີ, ສ່ວນຫລາຍ ຈາກປະເທດໄທ. ຜຼິດຕະພັນຕົ້ນຕໍແມ່ນ ໂມໂນໂຊດີອອມ ກຼູຕາເມດ, ນ້ຳຕານ, ນົມຂຸ້ນຫວານ, ແລະ ເຄື່ອງປຸງແຕ່ງອາຫານຕ່າງໆ. ອີກປະມານ 40 ລ້ານໂດລາສະຫະລັດອະເມລິກາ ແມ່ນ ເຄື່ອງດື່ມ ແລະ ຢາສູບ ແມ່ນຖືກນຳເຂົ້າ ຕໍ່ປີ, ຊຶ່ງໃນນັ້ນ 2 ສ່ວນ 3 ແມ່ນມາຈາກ ສິງກະໂປ ແລະ 1 ສ່ວນ 3 ມາຈາກ ປະເທດໄທ. ອາຫານທີ່ສົ່ງອອກຕໍໍ່ປີ ມີປະມານ 20 ລ້ານໂດລາສະຫະລັດອະເມລິກາ, ຊຶ່ງ 75% ແມ່ນ ກາເຟ. ນອກຈາກນັ້ນ, ກໍຍັງມີການຄ້າ ທີ່ບໍ່ໄດ້ບັນທຶກໄວ້ໃນ ສອງທິດທາງ, ໂດຍສະເພາະ ກັບປະເທດ ເພື່ອນບ້ານໃກ້ຄຽງ ໄທ ແລະ ວຽດນາມ, ອີງຕາມບາງແຫລ່ງ ລາຍງານວ່າ ມີປະມານ 30Œ30% ຂອງການຄ້າທີ່ບັນທຶກໄວ້ເປັນທາງການ.

ການຕະຫລາດພາຍໃນ ນ້ອຍ ແມ່ນ ຂໍ້ຈຳກັດອັນນຶ່ງ ທີ່ຈະທົດແທນການນຳເຂົ້າ ຂອງອາຫານຫລາຍ ຊະນິດ ເພາະວ່າ ມັນຮຽກຮ້ອງໃຫ້ມີ ການຜຼິດຂະໜາດໃຫຍ່ ທີ່ຄຸນຄ່າທາງດ້ານ ການເງິນ ເຊັ່ນ ໂມໂນໂຊດີອອມ ກຼູຕາເມດ ແລະ ນົມຂຸ້ນຫວານ. ສຳລັບການເພີ້ມຂຶ້ນການສົ່ງອອກ, ການຈຳກັດ ການຈັດຫາ ວັດຖຸດິບທາງດ້ານ ກະສິກຳ ກໍເປັນຂໍ້ຈຳກັດ ອັນນຶ່ງ. ເຖິງແມ່ນວ່າ ຈະມີຂໍ້ຈຳກັດ, ແຕ່ກໍມີ ການທົດແທນການນຳເຂົ້າ ແລະ ການສົ່ງອອກ, ທີ່ຈະກ່າວດັ່ງລຸ່ມນີ້.

ເຂົ້າ. ການສົ່ງອອກເຂົ້າໜຽວທີ່ໄດ້ມາດຕະຖານ ທີ່ເປັນຂະໜາດໃຫຍ່ ຍັງບໍ່ທັນມີ. ແຕ່ເຖິງວ່າ ແນວ ໃດກໍຕາມ, ອາດຈະເໜັ້ນໃສ່ແຕ່ການສົ່ງອອກຜຼິດຕະພັນຕ່າງໆຂອງເຂົ້າ, ທີ່ສົມທົບກັບຄວາມໜຽວ ແລະກິ່ນຫອມສະເພາະຂອງເຂົ້າ. ເຊັ່ນດຽວກັບ ຜຼິດຕະພັນອື່ນໆຂອງລາວ ຄວນຊີ້ບອກ “ແຫລ່ງຕົ້ນ ກຳ ເນີດ”, ຊຶ່ງເປັນຂໍ້ຮຽກຮ້ອງຕ້ອງ ຈົດທະບຽນເຂົ້າ ພາຍໃຕ້ກົດລະບຽບ ຂອງອົງການ ການຄ້າໂລກ ກ່ຽວກັບ “ ຊີ້ບອກແຫລ່ງຕົ້ນກຳເນີດ”, ຊຶ່ງຈະໄດ້ຮັບການສະໜັບ ສະໜູນຢ່າງ ເຂັ້ມແຂງຈາກຕະ ຫລາດ.

ອາຫານສັດ. ສາມາດເປັນໄປໄດ້ ແລະສາມາດທົດແທນການນຳເຂົ້າຈາກປະເທດໄທ ແລະ ສົ່ງອອກ ໄປຈີນ ແລະວຽດນາມ. ຄືກັບ ຜຼິດຕະພັນອື່ນໆ, ລັດຖະບານຄວນສະໜັບສະໜູນໂດຍການອອກກົດ ໝາຍສັນຍາກັບຊາວກະສິກອນ; ສ້າງຈິດສຳນຶກກ່ຽວກັບຄຸນນະພາບຂອງເມັດ ແລະຄວາມປອດໄພ ແລະແຜ່ຂະຫຍາຍຄວາມຮູ້ ກ່ຽວກັບ ເຕັກນິກ ການເກັບກ່ຽວ

ນ້ຳມັນພືດ. ປະລິມານນ້ຳມັນພືດທີ່ ຜຼິດຢູ່ ສປປ ລາວ ແມ່ນ ມີ ຈຳນວນຈຳກັດ (ມີແຕ່ສະກັດ ອອກມາ- ໃຫ້ຜົນຕ່ຳ) ແລະ ອີງໃສ່ການປູກໝາກຖົ່ວດິນ ແລະ ໝາກຖົ່ວເຫລືອງ, ຊຶ່ງສົ່ງອອກໄປໄທ ແລະ ຖືກສົ່ງກັບຄືນ ພາຍຫລັງທີ່ເຮັດໃຫ້ ບໍລິສຸດ ຢູ່ປະເທດໄທແລ້ວ. ການລົງທຶນ ໃນການສະກັດ ແລະ ກັ່ນໃຫ້ນ້ຳມັນບໍລິສຸດ ຮຽກຮ້ອງໃຫ້ມີການລົງທຶນຫລາຍ ແລະ ຜຼິດຕະພັນຕ້ອງມີ, ຕະຫລາດ ຂອງລາວ ບໍ່ໃຫຍ່ພຽງພໍ ທີ່ຈະມີໂຮງງານດັ່ງກ່າວ. ແຕ່ເຖິງຢ່າງໃດກໍຕາມ, ຈີນ ແລະ ວຽດນາມ ໄດ້ສະເໜີຕະຫລາດສົ່ງອອກທີ່ເໝາະສົມກັບ ຂະໜາດທາງດ້ານເສດຖະກິດ. ມີການນຳເຂົ້າມາ ນ້ຳມັນປາມ ທີ່ບໍລິສຸດ ຈາກປະເທດມາເລເຊັຽ ເປັນຈຳນວນຫລາຍ ແລະ ມາບັນຈຸໃສ່ແກ້ວຢູ່ໃນ ສປປ ລາວ, ແຕ່ວ່າ ຕະຫລາດ ທ້ອງຖິ່ນ (6,000 ໂຕນ ຕໍໍ່ປີ) ໃນປະຈຸບັນນີ້ ແມ່ນນ້ອຍ ສຳລັບ ຂະໜາດແຜນເສດຖະກິດ (15,000 ໂຕນຕໍໍ່ປີ) ທີ່ແທນນ້ຳມັນປາມທີ່ນຳເຂົ້າ. ນ້ຳມັນປາມທີ່ບໍລິສຸດ ສາມາດສົ່ງອອກໄປ ຈີນ ແລະ ວຽດນາມ, ເງື່ອນໄຂ ແມ່ນມີ ສຳລັບ ໂຄງການເຮັດໃຫ້ກັ່ນນ້ຳມັນ ປາມບໍລິສຸດ. ສຸດທ້າຍນີ້, ຄວາມເປັນໄປໄດ້ ໃນການສະກັດເອົານ້ຳມັນຈາກຮຳເຂົ້າ ກຳລັງສຶກສາຢູ່.

. ນ້ຳຕານ. ຄວາມຕ້ອງການໃຊ້ ນ້ຳຕານຂາວ ແລະ ມົ່ນ ແມ່ນມີປະມານ 30,000 - 40,000 ໂຕນ ຕໍປີ. ການເຮັດໃຫ້ນ້ຳຕານຂາວສູງສຸດ ຕາມມາດຕະຖານສາກົນ ຄວນມີຄວາມສາມາດໃກ້ຄຽງກັບ 100,000 ໂຕນ ຂອງຜຼິດຕະພັນທີ່ໄດ້ຮັບ. ບໍ່ມີການສະໜັບສະໜູນຈາກລັດຖະບານ (ວັດຖຸດິບ ຫລື ຈຳກັດປະລິມານການນຳເຂົ້າ), ການເຮັດໃຫ້ນ້ຳຕານບໍລິສຸດ ອາດຈະເປັນບໍ່ໄດ້ ໃນ ສປປ ລາວ. ຖ້າວ່າ ລັດຖະບານຫາກຈັດຫາວັດຖດິບຸ, ຊຶ່ງອາດຮັບບໍ່ໄດ້ ສຳລັບຜູ້ລົງທຶນຕ່າງປະເທດ ແລະ ລາຍຮັບນ້ອຍ ທີ່ບໍ່ເໝາະສົມໃຫ້ແກ່ຊາວປູກອ້ອຍ. ຈະເປັນການ ດີກວ່າ ມີຈະຈັດຫາ ເງິນສົດໃຫ້ແກ່ ຊາວປູກອ້ອຍ ໂດຍກົງ ໃນຮູບແບບກະສິກຳແບບສົ່ງເສີມ. ຖ້າຫາກວ່າ ລັດຖະບານຈະຈຳກັດ ທາງດ້ານປະລິມານ ( ຊຶ່ງບໍ່ອະນຸມັດໃນປີ 2008 ພາຍໃຕ້ກົດລະບຽບຂອງ AFTA), ຜົນອັນນີ້ ເຮັດໃຫ້ມີລາຄາສູງ ສຳລັບຜູ້ຊົມໃຊ້ ເຊັ່ນດຽວກັນ ສຳລັບ ອຸດສາຫະກຳອາຫານ (ເຄື່ອງດື່ມ, ຂະໜົມປັງ, ເຂົ້າຈີ່ ..) ຊຶ່ງຈະເດືອດຮ້ອນຈາກ ວັດຖຸດິບ ທີ່ມີລາຄາແພງ ແລະ ບໍ່ສາມາດແຂ່ງກັບ ຜູ້ຈັດຫາຕ່າງປະເທດ. ຕົວຢ່າງທີ່ເສັຽຫາຍ ຢູ່ວຽດນາມ ທີ່ພະຍາຍາມ ຕິດຕາມອຸດສາຫະກຳ ການເຮັດ ນ້ຳຕານບໍລິສຸດ ຕ້ານກັບ ຕະຫລາດເສດຖະກິດ ຄວນເປັນສິ່ງເຕືອນ ສຳລັບ ສປປ ລາວ.

ກາເຟ. 200,000 ໂຕນ ຂອງຂະບວນການຜິຼ໌ດກາເຟຂັ້ນຕົ້ນ (ຕາກແຫ້ງ, ປອກ ແລະ ເລືອກ ອອກເປັນຊະນິດຕ່າງໆ) ໄດ້ຖືກສົ່ງອອກແຕ່ລະປີ ຈາກ ສປປ ລາວ. ຂະບວນການຜຼິດ ກາເຟຂັ້ນສອງ (ອົບ, ແລະ ປະສົມ..) ແມ່ນບໍ່ມີ. ເຖິງວ່າແນວໃດກໍຕາມ, ການຫຸ້ມຫໍ່ ແລະ ຍີ່ຫໍ້ທີ່ດີ ແມ່ນເຫັນໄດ້ໃນສາກົນ, ໂດຍສະເພາະ ຢູ່ເອີລົບ. ການຕະຫລາດ ແມ່ນອິງໃສ່ ການຮັບຮູ້ ຂອງອົງການການຄ້າໂລກ ກ່ຽວກັບ “ການຊີ້ບອກແຫລ່ງຕົ້ນກຳເນີດ”

. ໝາກໄມ້ ແລະ ຜັກ. ການນຳສົ່ງອອກນອກ ໝາກໄມ້ ແລະ ຜັກ (ກະປ່ອງໜໍ່ໄມ້ ແລະ ໝາກມ່ວງ, ສາລີນ້ອຍ, ໝາກເງາະໃນນ້ຳເຊື່ອມ) ແມ່ນມີ ໃນຂະໜາດນ້ອຍ ແລະ ຄວນເພີ້ມຜຼິດຕະພັນຊະນິດນີ້ ໃນອະນາຄົດ ໃນຕະຫລາດນີ້, ໂດຍສະເພາະ ກຸ່ມເອີລົບ ທີ່ ສປປ ລາວ ມັກການປະຕິບັດ GSP ແລະ ຂຶ້ນກັບ ຝີມືການຕະຫລາດ.

ຊີ້ນ. (ຊີ້ນງົວ) ມີຄວາມຕ້ອງການຊີ້ນຫລາຍ ແລະ ມີການຂະຫຍາຍໂຕໄວໃນຄວາມຕ້ອງການຊີ້ນ ຈາກຈີນ, ວຽດນາມ ແລະ ໄທ, ຊຶ່ງມີຕະຫລາດທີ່ອຸດົມສົມບູນຢູ່ໃນຕົວເມືອງ. ປະເທດເຫລົ່ານີ້ ແມ່ນມີປະສົບປະການໃນການ ຂາດແຄນດິນ, ໃນຂະນະທີ່ ສປປລາວ, ໂດຍສະເພາະທາງໃຕ້, ມີເນື້ອທີ່ທົ່ງພຽງຫລາຍ ທີ່ບໍ່ໄດ້ໃຊ້ສຳລັບປູກຝັງ ຫລື ບໍ່ໄດ້ອອ້ມຮອບ ດ້ວຍປ່າໄມ້, ແຕ່ເໝາະສົມ ສຳລັບລ້ຽງສັດ. ເພື່ອເຮັດໃຫ້ສິ່ງດັ່ງກ່າວເປັນຈິງ, ລັດຖະບານຕ້ອງປັບປຸງ ກົດໝາຍ ສັດຕະວະແພດ ແລະ ການໃຫ້ບໍລິການສັດຕະວະແພດ; ອຳນວນຄວາມສະດວກ ທີ່ຈະໃຊ້ ດິນເພື່ອເປັນທົ່ງ ລ້ຽງສັດ; ແຜ່ຂະຫຍາຍ ແລະປັບປຸງອາຫານສຳລັບສັດ ແລະເຕັກນິກການເກັບກ່ຽວ; ດຳເນີນໂຄງການລ້ຽງສັດ ໂດຍອີງໃສ່ ຫຍ້າທີມີຢູ່ຕາມທ້ອງຖິ່ນ; ປັບປຸງກົດໝາຍອາຫານ; ແລະ ສົ່ງເສີມ ຢ່າງຫ້າວຫັນ ແລະ ຄວບຄຸມດູແລການ ຂ້າສັດ ແລະ ຂະບວນການຜຼິດຊີ້ນ.

ສັງລວມຂໍ້ສະເໜີແນະ

ເພື່ອບັນລຸທີ່ກ່າວມານັ້ນ ການເຊື່ອມຊານ ຂອງ ສປປ ລາວ ໃນປະເທດອາຊຽນ ແລະ ປະເທດ ອື່ນໆໃນໂລກ ກ່ຽວກັບ ການຜຼິດ ແລະ ການຄ້າ, ລັດຖະບານຕ້ອງມີປະຕິບັດບາງບັນຫາ ທາງກົດ ໝາຍ ແລະ ທາງສະຖາບັນ ທີ່ຂ່ວາງກັນ ເຊັ່ນ:
(i) ສ້າງມາດຕະຖານສິນຄ້າກະສິກຳ ຂອງອາຊຽນ
(ii) ສົ່ງເສີມ ເຕັກໂນໂລຊີ ການເກັບກ່ຽວ
(iii) ປັບປຸງອະນາໄມ, ຄວາມປອດໄພຂອງອາຫານ ແລະມາດຕະຖານຄຸນນະພາບຂອງ ການຜະລິດອາຫານ
(iv) ສ້າງຄວາມເຂັ້ມແຂງ ໃຫ້ມະຫາ້ວິທະຍາໄລ ໃນພາກວິຊາອຸດສາຫະກຳອາຫານ
(v) ຖ່າຍໂອນຜົນຜະລິດທີ່ເປັນທ່າແຮງຂອງການສົ່ງອອກ (ຕ.ຢ. ເບັຍ, ຊີ້ນ) ໃຫ້ເຂົ້າໃນ ບັນຊີສິດທິພິເສດ ຂອງ AFTA/ CEPT;
(vi) “ ປະກາດອອກກົດໝາຍ ກ່ຽວກັບ “ຊີ້ບອກແຫລ່ງຕົ້ນກຳເນີດ “
(vii) ຊຸກຍູ້ໃຫ້ຂະແໜງເອກະຊົນສ້າງກຸ່ມຜຼິດອາຫານພາຍໃຕ້ສະພາອຸດສາຫະກຳການຄ້າ;
(viii) ສົ່ງເສີມໂອກາດໃນການຄົ້ນຄວ້າ ແລະການລົງທຶນພິເສດໂດຍຜ່ານ DDFI.
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia