www.smepdo.org       
 
Lao Eng
 

ຂະແໜງທຸລະກິດ > ຂໍ້ມູນກ່ຽວກັບແຕ່ລະຂະແໜງ

 
 


1.3 ອຸດສາຫະກຳວັດສະດຸການກໍ່ສ້າງ

ບັນຫາທີ່ເປັນຂໍກຸນແຈ

ຕາມການລາຍງານເປັນທາງການ, ການຊົມໃຊ້ ອຸປະກອນການກໍ່ສ້າງ ຢູ່ໃນ ສປປ ລາວ ໃນ ປີ 2001 ແມ່ນ 56 ລ້ານໂດລາ (US Dollars), ຊຶ່ງ ຜຼິດຕະພັນທ້ອງຖີ່ນມີ 31 ລ້ານໂດລາສະຫະລັດ ອະເມລິກາ ແລະ ອຸປະກອນນຳເຂົ້າ ຈາກຕ່າງປະເທດມີ 25 ລ້ານໂດລາ. ໂຕເລກນີ້ ບໍ່ໄດ້ຮ່ວມ ຜຼິດຕະພັນໄມ້ສຳລັບ ການກໍ່ສ້າງ ແລະດິນຈີ່ ທີ່ຜະລິດຢູ່ຕາມຄອບຄົວ ຫລື ບ້ານໃຫ້ຫລາຍ.

ຄຸນຄ່າການຜຼິດຂອງທ້ອງຖິ່ນ ແມ່ນມີ ຫຼອດຢາງ, ທໍ່ນ້ຳ ແລະ ທໍ່ (7 ລ້ານໂດລາ ສະຫະລັດ ອະເມ ລິກາ), ຊີມັງ (6 ລ້ານໂດລາ ສະຫະລັດອະເມລິກາ), ແລະ ແຜ່ນສັງກະສີ (6 ລ້ານໂດລາ ສະຫະລັດ ອະເມລິກາ), ແລະ ຮົ້ວເຫລັກ (5 ລ້ານໂດລາ ສະຫະລັດອະເມລິກາ). ນອກຈາກນັ້ນ, ຍັງມີການຜຼິດ ຜຼິດຕະພັນຊະນິດອື່ນໆອີກ ທີ່ເຫັນໄດ້ ເຊັ່ນ (ເສົາໄຟຟ້າ), ສາຍຫລວດ, ຕະປູ, ແລະ ນ້ຳສີ. ເຄິ່ງນຶ່ງ ຂອງການນຳສິນຄ້າເຂົ້າມາ ແມ່ນ ປູນຊີມັງ (13 ລ້ານໂດລາສະຫະລັດອະເມລິກາ) ແລະ ສິ່ງອື່ນໆ 26% ເຫລັກ ແລະ ເຫລັກກ້າ (7 ລ້ານໂດລາ ສະຫະລັດອະເມລິກາ).

ການຜຼິດປູນຊີມັງໃນ ປະຈຸບັນ (ປະມານ 250,000 ໂຕນ ຕໍ່ປີ ໃນ 2 ໂຮງງານ) ແມ່ນ ດຳເນີນງານ ໂດຍການ
ຂາດທຸນ ແລະ ໂຮງງານໃຫຍ່ ບໍ່ສາມາດຄອບຄຸມທາງການເງິນໄດ້ (ປະມານ ເຄີ່ງນຶ່ງ ຂອງລາຄາທັງໝົດ). ເຂົາເຈົ້າ ໄດ້ຮັບຜົນປະໂຫຍດ ຈາກການປ້ອງກັນຈາກລັດຖະບານ ໃນຮູບ ແບບ ຈຳກັດປະລີມານ ການນຳເຂົ້າ
ປູນຊີມັງຈາກ ຕ່າງປະເທດ. ແຕ່ເຖິງວ່າແນວໃດກໍຕາມ, ມີຂໍ້ທີ່ຄຳ ນຶງເຖິງ ໃນການ ກໍ່ສ້າງໂຮງງານປູນຊີມັງທີ່ໄດ້
ມາດຕະຖານດີ 2 ແຫ່ງ ທີ່ສາມາດຜຼິດ ໄດ້ແຫລ່ງລະ 500,000 Œ 600,000 ໂຕນ ຕໍ່ປີ, ຊຶ່ງ ຄາດຄະເນວ່າ ການຊົມໃຊ້ຂອງທ້ອງຖິ່ນ ມີປະມານ 750,000 ໂຕນ ຕໍ່ປີ ຢູ່ ສປປ ລາວ. ຢູ່ໃນສະພາບແວດລ້ອມທີ່ຍັງບໍ່
ທັນມີການຜັນແປ, ໂຮງງານ ຜຼິດປູນຊີມັງທີ່ໄດ້ ມາດຕະຖານດີ ຈະມີຄວາມສາມາດຜຼິດ 1.5 Œ 2.0 ໂຕນຕໍ່ປີ. ໂຮງງານທີ່ມີ ຄວາມສາມາດຜຼິດ ໄດ້ພຽງແຕ່ 500,000 ໂຕນ ຕໍ່ປີ ຈະມີລາຄາການຜຼິດ ປະມານ 20Œ40% ສູງກວ່າ ໂຮງງານໃຫຍ່, ໄດ້ຜົນປະໂຫຍດ ທາງດ້ານເສດຖະກິດ. ໂຮງງານໃຫຍ່ດັ່ງກ່າວ ແມ່ນມີຢູ່ ປະເທດໄທ. ເກືອບວ່າທັງໝົດ ຂອງການຊົມໃຊ້ ປູນຊີມັງ ແມ່ນມີຢູ່ຕາມຊາຍແດນ ກັບປະເທດໄທ, ຈຸດດີຂອງທີ່ຕັ້ງ ບໍ່ສາມາດທົດແທນສຳລັບ ລາຄາການຜຼິດທີ່ມີລາຄາແພງ. ມີຄວາມເປັນໄປໄດ້ທີ່ວ່າ ບໍ່ມີການປະຫຍັດດ້ານ ການແລກປ່ຽນເງີນຕາຕ່າງປະເທດ ຫລື ຈາກ ການຜຼິດປູນຊີມັງ, ເຊັ່ນດຽວ ກັບ ລາຄາທາງດ້ານການເງິນ, ຊຶ່ງແມ່ນ ການແລກປ່ຽນເງີນຕາ ຕ່າງປະເທດ ກໍຄວນຄຳນຶງເຖິງ. ການຈ້າງພະນັກງານ ຢູ່ໂຮງງານປູນຊີມັງ ຄວນຈຳກັດເຖິງ 400Œ500 ຄົນ, ການຈ້າງງານແມ່ນ ໃນລາຄາສູງຫລາຍ.

ເຖິງແມ່ນວ່າ ຕົວຈິງ ຢູ່ ສປປ ລາວ ມີ ກອງຫີນປູນ, ຊຶ່ງແມ່ນວັດຖຸດິບອັນຕົ້ນຕໍ່ ຂອງປູນຊີມັງທີ່ໄດ້ ມາດຕະຖານດີ, ລັດຖະບານ ຄວນຢັບຢັ້ງ ການສະໜັບສະໜູນ ການສ້າງຕັ້ງ ໂຮງງານປູນຊີມັງ ທີ່ມີຄ່າທາງດ້ານ ເສດຖະກິດນ້ອຍ. ຄວນປ້ອງກັນ ໂຮງງານເຫຼົ່ານີ້ ຈາການກຳຈັດດ້ານປະລິມານ ໃນການນຳເຂົ້າ ຫຼື ພາສີຄ່າເຂົ້າສູງ (ຊຶ່ງບໍ່ສາມາດ ເປັນໄປໄດ້ ພາຍໃຕ້ ຂໍ້ຜູກມັດຂອງ AFTA ຈາກປີ 2008 ແລະ ບົນພື້ນຖານດັ່ງດ່າວ ຖ້າວ່າ ລັດຖະບານ ນັບຖື ຂໍ້ຜູກມັດດັ່ງກ່າວ). ຜົນ ຂອງມັນ ແມ່ນ ລາຄາສູງ ສຳລັບຊີມັງ, ຊຶ່ງສາມາດເພີ້ມລາຄາ ການສ້າງທາງ, ລະບົບ ຊົນລະປະທານ, ແລະ ການກໍ່ ສ້າງພື້ນຖານ ອື່ນໆ ເຊັ່ນດຽວກັນກັບ ລາຄາ ສຳລັບອຸດສາຫະກຳຕ່າງໆ ແລະ ປະຊາຊົນ ທຳມະດາ ທີ່ ໃຊ້ ປູນຊີມັງ ສຳລັບການກໍ່ສ້າງຕຶກອາຄານ.

ທາງເລືອກທີ່ດີ ສຳລັບ ສປປ ລາວ ຢູ່ໃນອະນາຄົດ ແມ່ນ ສືບຕໍ່ການນຳເຂົ້າອຸປະກອນການກໍ່ສ້າງທີ່ ໃຫຍ່ ເຊັ່ນ ປູນຊີມັງ, ເຫລັກ, ເຫລັກກ້າ, ແກ້ວ ແລະ ອື່ນໆ..ຊຶ່ງອີງໃສ່ ກອ້ນທຶນໃຫຍ່ ແລະ ການຜຼິດ ທີ່ຫລາຍ. ຄືກັບຕະຫລາດທ້ອງຖິ່ນໄດ້ ຈະເລີນເຕີບໂຕ, ວິສະຫະກິດທີ່ມີຢູ່ ແລະ ວິສາຫະກິດໃໝ່ ສາມາດເພີ້ມການຜຼິດສິນຄ້າທ້ອງຖິ່ນ ທີ່ ຜຼິດຢູ່ ສປປ ລາວ ຢູ່ແລ້ວ ເຊັ່ນດຽວກັບ ຜຼິດຕະພັນທີ່ ເໝາະສົມ ຜຼິດ ຂະໜາດນ້ອຍການສ້າງໂຄງຮ່າງເຫລັກກ້າ, ແທ່ງຫີນຂະໜາດໃຫຍ່ ແລະ ອົງປະ ກອບອື່ນໆ ແລະ ຄວາມຕ້ອງການ. ຢູ່ໃນເລື່ອງນີ້, ຈະເປັນການແນະນຳ ໃນການເລື້ມຕົ້ນ ເອົາບັນ ທັດຖານ ແລະ ມາດຕະຖານ ສຳລັບການເລືອກ ວັດຖຸການກໍ່ສ້າງ ເຊັ່ນດຽວກັບ ຮັບເອົາ ລະບົບ ກວດກາ ຄຸນນະພາບ ສຳລັບ ວັດຖຸກໍ່ສ້າງທັງ ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ. ຈະເຮັດການ ສະໜັບສະໜູນ ອຸດສາຫະກຳ ກໍຄື ການທວນຄືນ ຂອງຂະບວນການຈັດຫາ ເຊັ່ນດຽວກັບ ໃຫ້ແນ່ ໃຈວ່າ ຜູ້ຈັດຫາຢູ່ທ້ອງຖິ່ນ ກໍມີໂອກາດທີ່ຈະແຂ່ງຂັນກັບ ຜູ້ຈັດຫາຕ່າງປະເທດ ສຳລັບ ວັດຖຸກໍ່ສ້າງ.

ອັນທີ່ສາມາດສະໜັບສະໜູນຂະແໜງອຸດສາຫະກຳອັນອື່ນອີກ ແມ່ນການທົບທວນຂະບວນການ ຈັດ ຊື້ຂອງລັດ
ຖະບານ ເພື່ອຮັບປະກັນໃຫ້ຜູ້ສະໜອງພາຍໃນປະເທດ ໄດ້ມີໂອກາດທີ່ຍຸດຕິທຳ ໃນ ການແຂ່ງຂັນກັບຜູ້ສະ
ໜອງວັດສະດຸກໍ່ສ້າງ ຈາກຕ່າງປະເທດ22.

ໂຄງການທີ່ໃຫ້ທຶນຈາກຜູ້ຊ່ວຍເຫລືອ ປະຕິບັດງານແທນຂະແໜງຈັດຫາຂອງລັດ ເຖິງ 80%. ສຳລັບໂຄງການ
ດັ່ງກ່າວ ຂະບວນການຂອງຜູ້ໃຫ້ທຶນ (ຕ.ຢ. ທະນາຄານໂລກ, ຂະບວນການຂອງ ADB) ໄດ້ອະນຸຍາດ ໃຫ້ເປັນ
ບຸລິມາສິດ ແທນຂັ້ນຕອນຂອງລັດຖະບານ. ສຳລັບທີ່ເຫລືອ 20% ຂອງການຈັດຫາໃນຂະແໜງລັດ, ພຽງແຕ່ 60% ແມ່ນອີງຕາມຂະບວນການທາງການຂອງລັດຖະ ບານ, ໃນຂະນະທີ່ 40% ຂອງການຈັດຫາ ແມ່ນດຳ
ເນີນການ ໂດຍພື້ນຖານການເຈລະຈາ ອີງຕາມມາດຕາຕ່າງໆຂອງຂໍ້ຕົກລົງ ເລກທີ 1639/ກງ.

ທິດທາງຂອງທະນາຄານໂລກສຳລັບການຈັດຫາ ມີ 7.5% ຂອງຄວາມຕ້ອງການພາຍໃນປະເທດ ເມື່ອປຽບທຽບ
ກັບລາຄາປະມູນ. ຈາກທັດສະນະ ທີ່ເອື້ອອຳນວຍໃຫ້ຜູ້ຜະລິດພາຍໃນປະເທດ ໄດ້ ແຂ່ງຂັນດ້ວຍສິນຄ້ານຳເຂົ້າ ຈຶ່ງມີບັນຫາໃຫຍ່ໆດັ່ງຕໍ່ໄປນີ້:
(i) ບັນດາ SOE ເປັນຝ່າຍໄດ້ປຽບ ແລະຍັງມີຄຳຖາມທີ່ວ່າ ບາງບໍລິສັດທີ່ຊະນະ ການປະມູນ ມີມາດຖານພຽງພໍຕາມເກນທີ່ທະນາຄານໂລກ ທີ່ ວາງໄວ້ໃນທິດທາງ ຂອງທະນາຄານໂລກ ຫລືບໍ? ບາງອັນກໍສົ່ງຜົນໃຫ້ຜູ້ຜະລິດຈາກ ພາກເອກະຊົນ ເສັຍປຽບ.
(ii) ການເລືອກເອົາການຈັດກຫາ ທີ່ອີງໃສ່ການເຈລະຈາ ແຫລ່ງດຽວ ແລະບໍ່ໄດ້ອີງໃສ່ການ ປະມູນນັ້ນ ເຮັດໃຫ້ ບັນດາ SOE ໄດ້ປຽບ.
(iii) ເຖິງວ່າ ບັນດາ SOE ບໍ່ໄດ້ຮັບການສະໜັບສະໜູນດ້ານການເງິນໂດຍກົງ ແຕ່ມັນກໍຍັງ ມີຫລັກຖານທີ່ພິສູດວ່າ ມີການສະໜັບສະໜູນທາງອ້ອມ ໂດຍການບໍ່ຈ່າຍອາກອນ ແລະ ບິນອື່ນໆ, ມີໂອກາດໄດ້ຮັບສິນເຊື່ອຫລາຍກວ່າ ແລະມີມາດຕະການເລິກແລບ ດ້ານການໃຫ້ນະໂຍບາຍ
(iv) ມີການນຳໃຊ້ລະບົບການໃຫ້ຄະແນນແບບອັດຕະວິໃສ ເພື່ອປະເມີນຜົນໃນຫົວຂໍ້ທີ່ບໍ່ ແມ່ນເງິນ ຊຶ່ງເຮັດໃຫ້ຄວາມ
ໂປ່ງໃສໜ້ອຍລົງ (ການປຽບທຽບການປະມູນ ຄວນເຮັດ ເປັນລາຄາດຽວ ແລະເກນທີ່ບໍ່ແມ່ນເງິນຄວນກວມລວມເອົາເກນ ຜ່ານ/ ຕົກ.
(v) ສັນຍາຈ້າງພາຍໃນຂາດຄວາມເຂົ້າໃຈກ່ຽວກັບຂັ້ນຕ່ອນຂອງການຈັດຊື້, ໂດຍສະເພາະແມ່ນຜູ້ທີ່ຢູ່ແຂວງ (ການແປທິດທາງຂອງທະນາຄານໂລກແມ່ນ ກຳລັງ ຢູ່ໃນຂັ້ນຕ່ອນ ດຳເນີນເຊັ່ນດຽວກັບການຝຶກອົບຮົມກ່ຽວກັບທ່າ
ແຮງຂອງຜູ້ປະມູນ ເພື່ອເຮັດໃຫ້ເຂົາເຈົ້າສາມາດປັບປຸງຄຸນນະພາບຂອງການປະມູນ); ແລະ,
(vi) ໂອກາດຂອງການຈັດຊື້ ແມ່ນບໍ່ພຽງພສຳລັບການສື່ສານໃຫ້ພາກສ່ວນວິສາຫະກິດຢູ່ ພາຍໃນ, ຕົວຢ່າງ ໂດຍການປະກາດລົງໜັງສືພີມ ຫຼື ວາລະສານ ຫຼືໃນແວັບໄຊໃນອິນເຕີເນັດ. ໍ

ສປປ ລາວ ມີແຫລ່ງຊັບພະຍາກອນທຳມະຊາດທີ່ຫລາກຫລາຍ, ຊຶ່ງສາມາດນຳໃຊ້ ສຳລັບ ການຜະລິດວັດສະດຸກໍ່ສ້າງ. ມີຂໍ້ສະເໜີແນະວ່າ ການຂຸດຄົ້ນໃນຕໍ່ໜ້າ ແລະ ການຄົ້ນຄ້ວາ ແລະ ການພັດທະນາ ທີ່ກ່ຽວກັບແຫລ່ງຊັບພະຍາກອນທຳມະຊາດ ສາມາດດຳເນີນງານ. ຄວາມເປັນ ໄປໄດ້ຂອງໂຄງການໃໝ່ 3 ອັນ ອາດຈະມີຄຸນຄ່າ ສຳລັບອຸດສາຫະກຳ ໃນຂ້າງໜ້າທີ່ລົງເລິກອີກ. ອັນທີ່ນຶ່ງແມ່ນ ການຜະລິດ ຫີນປູນ ຊະນິດຕ່າງໆ ສຳລັບການຊົມໃຊ້ພາຍໃນ ແລະ ຕະຫລາດສົ່ງ ອອກ. ອັນທີ່ສອງ ແມ່ນ ການຜະລິດປູນຍິບຊັມ, ແປ້ງພອກຍີບຊັມ ສຳລັບການຊົມໃຊ້ພາຍໃນ ແລະ ຕະຫລາດສົ່ງອອກ. ປະຈຸບັນນີ້ ຫີນປູນຍິບຊັມ ແມ່ນໄດ້ຖືດຂຸດຄົ້ນ ແລະ ບົດສົ່ງອອກນອກ, ແຕ່ວ່າ ບໍ່ມີຂະບວນການຜຼິດ ໃນຂັ້ນຕໍ່ໄປ. ອັນທີ່ສາມ ແມ່ນການຜະລິດຊີມັງປອກແລັນ ຊະນິດ ພິເສດ.

ສັງລວມຂໍ້ສະເໜີແນະ

ໃນຂັ້ນຕໍ່ໄປລັດຖະບານຄວນຈະພິຈາລະນາດັ່ງຕໍ່ໄປນີ້:
(i) ຍຸຕິການສົ່ງເສີມໂຮງງານຊີມັງທີ່ບໍ່ເສດຖະກິດຊື່ງບິດເບືອນມາດຕະການຕ່າງໆໃນການປ້ອງ ກັນ;
(ii) ທົບທວນການປະຕິບັດຕົວຈິງຂອງການຈັດຊື້ ເພື່ອໃຫ້ຜູ້ຜະລິດພາກເອກະຊົນພາຍໃນ ປະເທດໄດ້ມີໂອກາດທີ່ຍຸຕິທຳໃນການແຂ່ງຂັນກັບລັດວິສາຫະກິດ ແລະ ບໍລິສັດຕ່າງ ປະເທດ;
(iii) ໝູນໃຊ້ມາດຕະຖານໃນການເລືອກເຟັ້ນວັດສະດຸກໍ່ສ້າງ;
(iv) ໝູນໃຊ້ລະບົບຄວບຄຸມຄຸນນະພາບສຳລັບວັດສະດຸກໍ່ສ້າງພາຍໃນປະເທດແລະວັດສະດຸກໍ່ສ້າງນຳເຂົ້າ;
(v) ສົ່ງເສີມໂອກາດການຄົ້ນຄ້ວາ ແລະການລົງທຶນສະເພາະໂດຍຜ່ານ DDFI; ແລະ,
(vi) ສືບຕໍ່ຂຸດຄົ້ນ ແລະ ຄົ້ນຄວ້າແລະພັດທະນາກ່ຽວກັບຊັບພະຍາກອນວັດຖຸດິບທີ່ແທດ ເໝາະສຳລັບການຜະລິດວັດສະດຸກໍ່ສ້າງ.
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia