www.smepdo.org       
 
Lao Eng
 

ໂອກາດທາງທຸລະກິດ > ກາຈັດຊື້ຂອງລັດຖະບານ

 
 

 ພາກທີ VIII
ການກວດກາ, ມາດຕະການຕໍ່ຜູ້ລະເມີດ ແລະການແກ້ໄຂຂໍ້ຂັດແຍ່ງ.


ມາດຕາ 32: ການກວດກາ.

ການປະມູນທີ່ເປັນວຽກສຳຄັນ ແລະມີມູນຄ່າສູງ ( ການປະມູນສາກົນ ແລະການປະມູນ ເປີດກ້ວາງ ) ທີ່ນຳໃຊ້ທືນງົບປະ ມານຂອງລັດ, ກະຊວງການເງິນ (ຫ້ອງການຄູ້ມຄອງຕິດ ຕາມການຈັດຊື້) ຕ້ອງໄດ້ຕິດຕາມກວດກາທຸກໆຂັ້ນຕອນໂດຍ ເລີ້ມແຕ່ການກະກຽມເອກະສານຈົນຮອດການສຳເລັດການປະຕິບັດສັນຍາລວມທັງການກຳນົດໄລຍະຄ້ຳປະກັນ/ການ ສ້ອມແປງ ດັ່ງນີ້:

  1. ໃນແຕ່ລະປີ ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ຕ້ອງໄດ້ສົ່ງແຜນການປະມູນຈັດຊື້ປະຈຳປີ ຂອງຕົນຫາຫ້ອງການ ຄູ້ມຄອງຕິດຕາມການຈັດຊື້ເພື່ອຕິດຕາມ.
     

  2. ກ່ອນດຳເນີນການປະມູນ, ຄະນະກຳມະການປະມູນ ແລະກະຊວງການ ເງິນ (ຫ້ອງການຄຸ້ມຄອງຕິດຕາມການ
    ຈັດຊື້) ຕ້ອງໄດ້ປຶກສາ ແລະຄົ້ນຄວ້າກ່ຽວກັບການດຳເນີນການປະມູນຈັດຊື້ໃຫ້ຖືກຕ້ອງຕາມລະບຽບການຈັດຕັ້ງ
    ປະຕິ ບັດສະບັບນີ້.
     

  3. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງໄດ້ສົ່ງສຳເນົາ 1 ສະບັບຂອງທຸກໆ ສັນຍາທີ່ເຊັນແລ້ວ ມູນຄ່າສູງກວ່າ 300ລ້ານກີບ ຫລືສັນຍາທີ່ຕ້ອງການ ໃຫ້ກະຊວງການເງິນ (ຫ້ອງການ ຄູ້ມຄອງຕິດຕາມການຈັດຊື້). 

  4. ໃນການຈັດຕັ້ງປະຕິບັດສັນຍາ, ຖ້າຫາກພົບເຫັນວ່າ ຜູ້ສະຫນອງ, ຜູ້ຮັບ ເຫມົາ ຫລືທີ່ປຶກສາກະທຳຜິດຢ່າງ ຮ້າຍແຮງຕໍ່ເງື່ອນໄຂສັນຍາທີ່ໄດ້ ເຊັນກັນ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ຕ້ອງໄດ້ລາຍງານເປັນລາຍລັກອັກ
    ສອນ ຫາກະຊວງການເງິນ (ຫ້ອງການຄູ້ມຄອງຕິດ ຕາມການຈັດຊື້). 

  5. ເພື່ອເປັນບ່ອນອີງໃຫ້ແກ່ການກຳນົດລາຍຈ່າຍບໍລິຫານ ແລະເປັນພື້ນ ຖານການສົມທຽບລາຄາໃຫ້ສອດຄ່ອງ ກັບລາຄາຕະລາດ. ກະຊວງການເງິນ, ຫ້ອງການຄູ້ມຄອງຕິດຕາມການຈັດຊື້ ສົມທົບກັບກະຊວງການຄ້າ,
    ບັນດາກະ ຊວງ ແລະອົງການທຽບເທົ່າທີ່ກ່ຽວຂ້ອງ ຄົ້ນຄ້ວາກຳນົດ ສາລະບານລາຄາໃນຕະລາດ ແລະຈັດ ລຳດັບລາຄາສຳລັບ ສີນຄ້າທີ່ອົງການຈັດ ຕັ້ງຂອງລັດນຳໃຊ້ເປັນສ່ວນ ຫລາຍໃນທຸກໆ 6 (ຫົກ)ເດືອນ. ສາລະບານລາຄານີ້ ແມ່ນນຳໃຊ້ເພື່ອກວດກາລາຄາໃນຕະລາດ,ລາຄາຫົວຫນ່ວຍພ້ອມກັບມາດຕະຖານເຕັກ ນິກທີ່ຮັບຮອງສຳລັບການສົມທຽບລາຄາ.

ມາດຕາ 33¸: ການຕໍ່ວ່າ

  1. ໃນກໍລະນີຜູ້ເຂົ້າແຂ່ງຂັນປະມູນຫາກຮູ້ເຫັນໄດ້ເຖີງການກະທຳຜິດຂອງ ຄະນະກຳມະການປະມູນ ຫລືຜູ້ຈັດຊື້ ຫລື ເຈົ້າຂອງໂຄງການທີ່ກ່ຽວພັນກັບການຈັດຊື້ໃດນື່ງນັ້ນ, ຕ້ອງຕໍ່ວ່າ ເປັນລາຍລັກອັກສອນຕໍ່ປະທານຄະນະ ກຳມະການປະ ມູນກ່ຽວກັບການກະທຳດັ່ງກ່າວ. ການຕໍ່ວ່າດັ່ງກ່າວຕ້ອງໄດ້ຄັດຕິດຫລັກຖານໃນການກະທຳຜິດ
    ດັ່ງກ່າວພ້ອມ.
     
  2. ຜູ້ຕໍ່ວ່າສາມາດສະເຫນີຫາກະຊວງການເງິນ, ຫ້ອງການຄູ້ມຄອງຕິດຕາມການຈັດຊື້ ໃນກໍລະນີການຕໍ່ວ່າດັ່ງ
    ກ່າວບໍ່ ໄດ້ຮັບການແກ້ໄຂຢ່າງຖືກຕ້ອງຈາກປະທານ ຄະນະກຳມະການປະມູນພາຍໃນ 14ວັນນັບຈາກວັນທີ່ໄດ້ ຮັບການຕໍ່ວ່າ ດັ່ງກ່າວ.
     
  3. ຄະນະກຳມະການປະມູນຕ້ອງໄດ້ພິຈາລະນາການຕໍ່ວ່າດັ່ງກ່າວ, ຖ້າຈຳເປັນກໍຕ້ອງໂຈະການຮັບຮອງເອົາຜູ້ຊະນະ ການປະມູນ. ປະທານຄະນະກຳມະການປະມູນຕ້ອງໄດ້ແຈ້ງໃຫ້ຜູ້ເຂົ້າແຂ່ງຂັນປະມູນທຸກໆຄົນຊາບກ່ຽວກັບການ ຕັດ ສີນເລື່ອນການການຮັບຮອງເອົາຜູ້ຊະນະ ການປະມູນ.
     
  4. ທຸກໆຝ່າຍ, ຊື່ງລວມມີຜູ້ຈັດຊື້ ຫລືເຈົ້າຂອງໂຄງການ, ກະຊວງການເງິນຫ້ອງການຄູ້ມຄອງຕິດຕາມການຈັດຊື້ ຕ້ອງຊອກຫາວິທີແກ້ໄຂການຕໍ່ວ່າດັ່ງກ່າວນີ້ໂດຍການປະສານງານກັນຫລາຍຝ່າຍຕາມທີ່ກຳນົດໄວ້ໃນດຳລັດວ່າ
    ດ້ວຍ ການປະມູນຈັດຊື້ສີນຄ້າ, ການກໍ່ ສ້າງ, ການສ້ອມແປງ ແລະການບໍລິການດ້ວຍທຶນຂອງລັດ (ສະບັບປັບປຸງ) ເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະລະບຽບການຈັດຕັ້ງປະຕິບັດ ສະບັບນີ້. ຄະນະ ກຳມະການປະມູນຕ້ອງ ໄດ້ພິຈາລະນາການຕໍ່ວ່າ ແລະຕອບເປັນລາຍລັກອັກສອນພາຍໃນ 14ວັນ (ວັນເຮັດວຽກ), ເຖີງຈຸດຢືນຂອງການຕັດ ສີນ ແລະຖ້າຫາກວ່າຜູ້ຕໍ່ວ່າເຫັນພ້ອມ ນຳທັງຫມົດ ຫລືສ່ວນໃດ ສ່ວນນື່ງນັ້ນ, ໂດຍກຳນົດວິທີການແກ້ໄຂທີ່ຖືກຕ້ອງ ຊັດເຈນ. ພາຍໃນເວລາທີ່ກຳນົດຫາກບໍ່ມີຄຳຕອບໃດໆ ຈາກຄະນະກຳມະການປະມູນ, ຜູ້ຕໍ່ວ່າ ສາ ມາດຍື່ນຄຳຕໍ່ວ່າ ຫາກະຊວງການເງິນ, ຫ້ອງຫານຄູ້ມຄອງຕິດຕາມ ການຈັດຊື້ ເພື່ອພິຈາລະນາ ແລະຕັດສີນພາຍໃນກຳນົດ 14ວັນ (ວັນເຮັດວຽກ)ຕໍ່ໄປ.
     
  5. ຕາມຫລັກການຖ້າຫາກມີການຕໍ່ວ່າ, ຈະບໍ່ມີການຮັບຮອງເອົາຜູ້ຊະນະການປະມູນ ແຕ່ປະທານຄະນະກຳມະການ ປະມູນສາມາດຢັ້ງຢືນໃຫ້ດຳເນີນການຈັດຊື້ໄດ້, ໃນກໍລະນີມີຄວາມ ຈຳເປັນອັນຮີບດ່ວນເທົ່ານັ້ນ. ການຢັ້ງຢືນ ດັ່ງກ່າວ ຕ້ອງມີເຫດຜົນພຽງພໍ ແລະຕ້ອງສົ່ງໃຫ້ຜູ້ຕໍ່ວ່າຮັບຊາບນຳພາຍໃນ 7ວັນເຮັດວຽກ, ກ່ອນການຢັ້ງຢືນ ດັ່ງກ່າວຈະມີຜົນ ນຳໃຊ້ໄດ້້. ຖ້າຫາກວ່າ ຄະນະກຳມະການປະມູນບໍ່ປະຕິບັດຕາມເງື່ອນໄຂທີ່ກຳນົດໄວ້ໃນມາດ ຕານີ້, ການຮັບຮອງເອົາຜູ້ຊະນະການປະມູນຕ້ອງໄດ້ລົບລ້າງ ແລະຖືເປັນໂມຄະ.
     
  6. ການຕໍ່ວ່າພາຍຫລັງການປະກາດ ແລະຮັບຮອງເອົາຜູ້ຊະນະການປະມູນແລ້ວ. ໃນກໍລະນີການຕໍ່ວ່າພາຍຫລັງ ການ ປະກາດຮັບຮອງຜູ້ຊະນະການປະມູນແລ້ວ, ຄະນະກຳມະການປະ ມູນຕ້ອງໄດ້ພິຈາລະນາການຕໍ່ວ່າດັ່ງ ກ່າວ ແລະສົ່ງ ບົດລາຍງານຫາອົງການກວດກາແຫ່ງລັດ, ສຳນັກງານນາຍົກລັດຖະມົນຕີ ແລະຫ້ອງການຄູ້ມ ຄອງຕິດຕາມການຈັດ ຊື້, ກະຊວງການເງິນ.

ມາດຕາ 34: ມາດຕະການຕໍ່ຜູ້ກະທຳຜິດ

  1. ສຳລັບການຕໍ່ວ່າເພື່ອໃຫ້ຕົນເອງໄດ້ຮັບໄຊຊະນະໃນການປະມູນ, ຖ້າຫາກວ່າການຕົກລົງ ແລະການກະທຳຂອງ ຄະ ນະກຳມະການປະມູນຫາກຜິດຕໍ່ຫລັກການຂອງດຳລັດ ວ່າດ້ວຍ ການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ສ້ອມແປງ ແລະບໍລິການດ້ວຍທືນຂອງລັດ (ສະບັບປັບປຸງ) ເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະລະບຽບການຈັດ ຕັ້ງປະຕິບັດສະບັບນີ້, ກະຊວງການເງິນ ມີສິດ:
     
    • ແຈ້ງການເພື່ອດຳເນີນຄະດີຕາມລະບຽບກົດຫມາຍ.
    • ລົບລ້າງທັງຫມົດ ຫລືບາງສ່ວນຂອງການຕົກລົງ ຂອງຄະນະກຳມະການປະມູນ ແລະການກະທຳຂອງ ຜູ້ຈັດຊື້ຫລືເຈົ້າຂອງໂຄງການ ທີ່ເຫັນວ່າຄັດກັບ ຂໍ້ກຳນົດຂອງດຳລັດວ່າດ້ວຍການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ,ສ້ອມແປງ ແລະ ບໍລິການ ດ້ວຍທຶນຂອງລັດ (ສະບັບປັບປຸງ) ເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະລະບຽບ ການຈັດຕັ້ງປະຕິບັດສະບັບນີ້.
    • ແນະນຳຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ຫລືຄະນະກຳມະການປະມູນຕ້ອງປະຕິບັດ ແລະດຳເນີນການ ປະມູນໃຫ້ສອດຄ່ອງ ກັບລະບຽບການຈັດຕັ້ງປະຕິບັດສະບັບນີ້.  
  2. ອີງຕາມຂັ້ນຕອນໃນການດຳເນີນການປະມູນ ແລະກ່ອນການເຊັນສັນຍາ, ກະຊວງການເງິນ, ຫ້ອງການຄູ້ມຄອງ ຕິດຕາມການຈັດຊື້ ສາມາດສະເຫນີໃຫ້ຜູ້ຈັດຊື້ ຫລືເຈົ້າຂອງໂຄງການໂຈະ ຫລືເລື່ອນການຮັບຮອງເອົາຜູ້ຊະ ນະການ ປະມູນ ແລະປະເມີນການປະມູນຄືນໃຫມ່ໄດ້ໃນກໍລະນີ:  

    • ການສັ່ງໂຈະນີ້ ບໍ່ກໍ່ໃຫ້ເກີດຄວາມເສັຍຫາຍຕໍ່ຜົນປະໂຫຍດສ່ວນລວມ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ແລະ ຜູ້ເຂົ້າແຂ່ງຂັນປະມູນອື່ນໆ  

    • ມີຫລັກຖານຊັດເຈນ ວ່າການປະເມີນການປະມູນ ບໍໍ່ສອດຄ່ອງກັບຂໍ້ກຳນົດ ຂອງ ດຳລັດເລກທີ 03/ນຍ ລົງວັນ ທີ 9ມັງກອນ 2004 ແລະລະບຽບການຈັດ ຕັ້ງປະຕິບັດສະບັບນີ້ .

    •  ສ້າງຄວານເສັຍຫາຍໃຫ້ແກ່ລັດ, ຍ້ອນການດຳເນີນການປະມູນບໍ່ຖືກຕ້ອງ.

ມາດຕາ 35: ການຮ້ອງຟ້ອງ ເພື່ອດຳເນີນຄະດີໃນຂັ້ນສານ

ໃນກໍລະນີການຕໍ່ວ່າ ບໍ່ສາມາດແກ້ໄຂໄດ້້, ໂດຍສອດຄ່ອງກັບມາດຕາ 33 ວັກ 4, ຜູ້ເຂົ້າແຂ່ງຂັນປະມູນທີກ່ຽວຂ້ອງ. ໃນເບື້ອງຕົ້ນ ຄວນຊອກຫາ ວິທີ່ແກ້ໄຂບັນຫາ ດ້ວຍການປະ ນິປານອມກັນຫລືໃນທາງສ້າງສັນກັບກະຊວງການເງິນ, ຫ້ອງການຄູ້ມຄອງຕິດຕາມການຈັດຊື້. ເຖີງແນວໃດກໍຕາມ, ຖ້າວ່າບັນຫາຍັງບໍ່ສາມາດຕົກລົງກັນໄດ້, ຜູ້ເຂົ້າແຂ່ງຂັນ ປະມູນສາມາດຮ້ອງຟ້ອງເພື່ອດຳເນີນຄະດີໃນຂັ້ນສານ.

ມາດຕາ 36: ການລົງໂທດ

  1. ການລະເມີດຕໍ່ດຳລັດ ວ່າດ້ວຍການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະການບໍລິການດ້ວຍ ທືນ ຂອງລັດ (ສະບັບປັບປຸງ) ເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະລະບຽບການຈັດຕັ້ງປະຕິ ບັດສະບັບນີ້, ໂດຍຄະນະກຳມະການ ປະມູນ ຫລືສະມາຊີກ ຫລືການຈັດຕັ້ງໃດ ຈະຖືກລົງໂທດດ້ວຍວິທີສຶກ ສາອົບຮົມ, ຕັກເຕືອນ, ປະຕິບັດວິໃນຕາມລະບຽບລັດຖະກອນ, ປັບໃຫມ ຫລືລົງໂທດຕາມກົດຫມາຍຕາມສະ ຖານຫນັກ ຫລືເບົາຂອງພຶຕິກຳ,
     
  2. ການລະເມີດຂໍ້ກຳນົດຂອງດຳລັດເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະລະບຽບການຈັດຕັ້ງປະຕິ ບັດ ສະບັບນີ້ຫາກເປັນການກະທຳຜິດທາງອາຍາເຊັ່ນ: ປອມແປງເອກະສານ, ໃຊ້ອຳນາດເກີນຂອບເຂດ, ການ ເລີ້ນເລີ້ໃນ ການປະຕິບັດຫນ້າ ທີ່ຈະຕ້ອງຖືກດຳເນີນຄະດີຕາມກົດຫມາຍອາຍາ.
     
  3. ໃນກໍລະນີມີການສົມຮູ້ຮ່ວມຄິດກັບບໍລິສັດ ຫລືບຸກຄົນ ເພື່ອອອກແບບຄິດໄລ່ມູນຄ່າກໍ່ສ້າງບໍ່ຖືກກັບຕົວຈິງ ຫລື ສ້າງ ເງື່ອນໄຂໃຫ້ຊະນະການປະມູນເພື່ອຜົນປະໂຫຍດຮ່ວມກັນ ຫລືຜົນປະໂຫຍດສ່ວນຕົວ, ຊື່ງສ້າງຄວາມ ເສັຍຫາຍໃຫ້ແກ່ ຊັບສົມບັດຂອງລັດ ຫລື ລວມໝູ່ ຈະຖືກດຳເນີນຄະດີ ແລະລົງໂທດຕາມກົດໝາຍ.
     
  4. ສັນຍາການຈັດຊື້, ການກໍ່ສ້າງ - ສ້ອມແປງ ແລະສັນຍາການບໍລິການ, ຫາກບໍ່ໄດ້ ນຳໃຊ້ຮູບການປະມູນໃດ ໜື່ງ ທີ່ໄດ້ກຳນົດໄວ້ໃນໝວດທີ II ຂອງລະບຽບການຈັດຕັ້ງ ປະຕິບັດສະບັບນີ້ ແລະທຸກໆການປະມູນທີ່ບໍ່ໂປ່ງ ໃສແມ່ນຖື ເປັນໂມຄະ ແລະບໍ່ມີຜົນ
     
  5. ຜູ້ເຂົ້າແຂ່ງຂັນປະມູນໃດນື່ງ ທີ່ມີພຶດຕິກຳຊື້ຈ້າງ ຫລືຮັບປາກວ່າຈະໃຫ້ວັດຖຸສີ່ງຂອງ ຫລືເງິນຄຳດ້ວຍທາງກົງ ຫລືທາງອ້ອມໃຫ້ແກ່ຄະນະກຳມະການປະມູນ ຫລືບຸກຄົນທີ່ມີສ່ວນໃນການຕັດສີນເພື່ອຊະນະການປະມູນແບບບໍ່ ໂປ່ງໃສ, ຊື່ງເຮັດໃຫ້ຜິດຕໍ່ລະບຽບ ຂັ້ນຕອນການປະມູນ, ຜູ້ເຂົ້າແຂ່ງຂັນປະມູນນັ້ນ ຈະຖືກຕັດອອກຈາກການ ປະມູນນັ້ນເລີຍ ຫລືືດຳເນີນຄະດີໃນຂັ້ນສານ.

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
  ພາກທີ I ບົດບັນຍັດທົ່ວໄປ
  ພາກທີ II ຮູບການປະມູນ
  ພາກທີ III ການບໍລິການທີ່ປຶກສາ ຫຼືຊ່ຽວຊານ
  ພາກທີ IV ການຄັດເລືອກເອົາຜູ້ ເຂົ້າແຂ່ງຂັນປະມູນ
ພາກທີ V ການຈັດຕັ້ງ, ສິດແລະ ໜ້າທີ່ຂອງຄະນະການປະມູນ
ພາກທີ VI ເງື່ອນໄຂໃນການຕົກ ລົງເຊັນສັນຍາ
  ພາກທີ VII ສັນຍາ
  ພາກທີ VIII ການກວດກາ, ມາດ ຕະການຕໍ່ຜູູ້ລະເມີດ ແລະການ ແກ້ໄຂຂໍ້ຂັດແຍ່ງ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia