| |
ພາກທີ VI
ເງື່ອນໄຂໃນການຕົກລົງເຊັນສັນຍາ
ມາດຕາ 28: ຊອງປະມູນທີ່ຕອບສະໜອງຕາມເງື່ອນໄຂ.
ໃນເວລາປະເມີນການປະມູນ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງດຳເນີນການພິຈາລະນາຊອງປະມູນເບື້ອງຕົ້ນກ່ອນ ຫມູ່ຫມົດ, ຊື່ງລວມມີ ຖານະດ້ານກົດຫມາຍຂອງຜູ້ເຂົ້າແຂ່ງຂັນ ປະມູນ, ຄວາມເຫມາະສົມ, ເອກະສານຄົບຖ້ວນ ແລະຕອບສະຫນອງດ້ານການຄ້າ ແລະເຕັກນິກທີ່ຕ້ອງການຢູ່ໃນເອກະສານປະມູນຫລືບໍ່. ພາຍຫລັງຊອງປະມູນໄດ້ຖືກ ຮັບຮອງວ່າ ຕອບສະຫນອງຕາມເງື່ອນໄຂແລ້ວ, ການດຳເນີນການປະເມີນລະອຽດແມ່ນຫົວຂໍ້ນື່ງທີ່ສຳຄັນໃນການປະ ເມີນການປະມູນ, ຊື່ງລວມມີການກວດແກ້ຄວາມຜິດພາດໃນການ ຄິດໄລ່, ດັດປັບການສະເຫນີຫລຸດລາຄາ, ສົມທຽບ ສະກຸນເງິນໃຫ້ເປັນສະກຸນເງິນດຽວກັນເພື່ອປະເມີນ, ເພີ້ມສີ່ງທີ່ຫລົງລືມເລັກໆນ້ອຍໆແລະປັບປຸງໃຫ້ສອດຄ່ອງເພື່ອປະ ເມີນມາດຕະຖານດ້ານປະລິມານ, ຖ້າຫາກໄດ້ກຳນົດໄວ້ຢູ່ໃນເອກະສານປະມູນ. ການປະເມີນຊອງປະມູນ ແລະຕົກລົງ ເຊັນສັນຍາຕ້ອງປະຕິບັດຕາມເງື່ອນໄຂພື້ນຖານທີ່ໄດ້ກຳນົດໄວ້ຢູ່ໃນເອກະສານປະມູນ.
-
ໂດຍປະຕິບັດຕາມຈຸດປະສົງຂອງລະບຽບການຈັດຕັ້ງປະຕິບັດສະບັບນີ້ຄຳວ່າຊອງປະມູນທີ່ຕອບສະຫນອງຕາມ ເງື່ອນໄຂ" ຕ້ອງຫມາຍເຖີງຊອງປະມູນທີ່ຕອບສະໜອງຕາມຂໍ້ກຳນົດ, ເງື່ອນໄຂແລະມາດຕະຖານທີ່ໄດ້ກຳນົດ
ຢູ່ໃນເອກະສານປະມູນນອກຈາກມີການບ່ຽງບາຍດັ່ງລຸ່ມນີ້:
-
ສົ່ງຜົນກະທົບຕໍ່ໜ້າວຽກ, ຄຸນນະພາບ ຫລືການດຳເນີນການກໍ່ສ້າງ, ການສະໜອງສີນຄ້າ ຫລືການ ບໍລິການ.
-
ຂັດກັບເງື່ອນໄຂພື້ນຖານ ຂອງເອກະສານປະມູນ, ຜູ້ຊື້ ຫລືເຈົ້າຂອງໂຄງການ/ສິດທິຂອງຜູ້ຊື້ ຫລື ເຈົ້າຂອງໂຄງການພັນທະຂອງຜູ້ເຂົ້າແຂ່ງຂັນປະມູນ ພາຍໄຕ້ສັນຍາ;
-
ສ້າງຄວາມບໍ່ຢຸດຕິທຳຕໍ່ການແຂ່ງຂັນໃຫ້ຜູ້ເຂົ້າແຂ່ງຂັນປະມູນລາຍອື່ນທີ່ມີຂໍ້ສະເໜີປະມູນທີ່ເຫມາະສົມ
ກ່ວາ.
- ຊອງປະມູນທີ່ຕອບສະໜອງຕາມເງື່ອນໄຂມີດັ່ງນີ້:
- ຜູ້ເຂົ້າແຂ່ງຂັນປະມູນຕອບສະຫນອງຕາມເງື່ອນໄຂ ທີ່ກຳນົດໄວ້ໃນມາດຕາ17;
- ຂໍ້ສະເໜີປະມູນ ຕອບສະໜອງຕາມເນື້ອໃນ ແລະເງື່ອນໄຂທີ່ໄດ້ກຳນົດໄວ້ໃນເອກະສານປະມູນ;
- ຂໍ້ສະເໜີປະມູນ ຕອບສະໜອງຕາມມາດຕະຖານເຕັກນິກ ທີ່ກຳນົດໃນເອກະສານປະມູນ.
ມາດຕາ 29: ເງື່ອນໄຂໃນການຕົກລົງເຊັນສັນຍາ.
- ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງຕົກລົງເຊັນສັນຍາບົນພື້ນຖານທີ່ໄດ້ປະເມີນວ່າລາຄາຕ່ຳສົມເຫດສົມ
ຜົນ.
- ລາຄາປະມູນ: ຄຸນລັກສະນະຂອງລາຄາປະມູນ ຕ້ອງປະກອບ ແລະສະແດງອອກ, ຊື່ງຕ້ອງລວມເອົາອົງປະ ກອບລະອຽດທີ່ປະກອບໃສ່ມູນຄ່າສີນຄ້າ, ການກໍ່ສ້າງສ້ອມແປງ ແລະບໍລິການນັ້ນ, ລວມມີຄ່າຂົນສົ່ງ ແລະ ປະກັນໄພ, ພາສີ, ອາກອນ ແລະຄ່າທຳນຽມຕ່າງໆ, ຊື່ງຕ້ອງໄດ້ກຳນົດໃຫ້ຊັດເຈນຢູ່ໃນເອກະສານປະມູນ.
- ສຳລັບສີນຄ້າ ທີ່ສາມາດຜະລິດ ຫລືປະກອບຢູ່ພາຍໃນປະເທດ, ລວມທັງສີນຄ້າທີ່ໄດ້ນຳເຂົ້າມາແລ້ວນັ້ນ, ຜູ້ເຂົ້າ ແຂ່ງຂັນປະມູນຕ້ອງສະເຫນີລາຄາຫນ້າໂຮງງານ(EXW) (ລາຄາຜະລິດສຳເລັດ, ລາຄາຫນ້າໂຮງງານຫລືລາຄາ ປາກສາງ). ລາຄາຫນ້າໂຮງງານນີ້ ຕ້ອງ ລວມມີ ພາສີ, ອາກອນຂາຍ ແລະອາກອນອື່ນໆທັງຫມົດ ທີ່ໄດ້ຈ່າຍແລ້ວ ຫລື ຕ້ອງຈ່າຍ.
- ຖ້າເປັນສີນຄ້າຈາກຕ່າງປະເທດ, ລາຄາປະມູນ ຕ້ອງສະເຫນີລາຄາເປັນ ລາຄາທີ່ລວມເອົາຄ່າປະ ກັນໄພ ແລະຄ່າ ຂົນສົ່ງຮອດດ່ານຊາຍແດນ (CIF) ຫລືລາຄາທີ່ລວມເອົາຄ່າປະກັນໄພ ແລະຄ່າ ຂົນສົ່ງຮອດສະຖານທີ່ປາຍທາງ (CIP) ຫລືຕາມຮູບແບບອື່ນໆ ຕາມຂໍ້ກຳນົດ ຂອງການຄ້າສາກົນ
( Incoterms ì¾£¾ ຜູ້ເຂົ້າແຂ່ງຂັນປະມູນຕ້ອງ ສະເຫນີລາຄາລວມສຸດທິ ລວມມີຄ່າປະກັນໄພ, ຄ່າຂົນສົ່ງ, ພາສີ, ອາກອນ ແລະຄ່າທຳນຽມຕ່າງໆ. ສຳລັບການປະມູນທີ່ນຳໃຊ້ທືນຈາກຜູ້ໃຫ້ທືນ ນັ້ນ, ລາຄາເລົ່ານີ້ຕ້ອງແຍກໃຫ້ເຫັນລະອຽດ. ລາຄາປະມູນເລົ່ານີ້ຕ້ອງໄດ້ກຳນົດໃຫ້ຊັດເຈນຢູ່ໃນ ເອກະສານປະມູນ.
- ສຳລັບການກໍ່ສ້າງສ້ອມແປງ, ຜູ້ຮັບເຫມົາຕ້ອງໄດ້ສະເຫນີລາຄາເພື່ອສົມທຽບເປັນລາຄາຫົວຫນ່ວຍ ຫລືລາຄາ ມອບເຫມົາເພື່ອສຳເລັດວຽກ ແລະລາຄາດັ່ງກ່າວຕ້ອງລວມເອົາພາສີ, ອາກອນ ແລະຄ່າ ທຳນຽມຕ່າງໆທັງຫມົດ.
- ສຳລັບສັນຍາແບບມອບຂໍກຸນແຈ, ຜູ້ເຂົ້າແຂ່ງຂັນປະມູນຕ້ອງໄດ້ສະເຫນີລາຄາເປັນຄ່າຕິດຕັ້ງໂຮງ
ງານຢູ່ສະ ຫນາມ, ຊື່ງລວມເອົາ ມູນຄ່າໃນການສະຫນອງອຸປະກອນທັງຫມົດ, ຄ່າຂົນສົ່ງທາງທະ ເລ ແລະທາງບົກ, ປະກັນໄພ, ຄ່າຕິດຕັ້ງ ແລະຄ່າຈ້າງ ເຊັ່ນວຽກທີ່ລວມເອົາວຽກທັງຫມົດເຂົ້າກັນ ແລະການບໍລິການອືນໆທີ່ກຳນົດຢູ່ໃນກອບຂອງ ສັນຍາ ເຊັ່ນ ການອອກແບບ, ການສ້ອມແປງ ແລະ ການປະຕິບັດງານ. ທັງຫມົດນີ້ຕ້ອງໄດ້ກຳນົດຢູ່ໃນເອກະສານປະມູນ, ລາຄາແບບມອບຂໍກຸນແຈຕ້ອງ ໄດ້ລວມເອົາພາສີ, ອາກອນ ແລະຄ່າທຳນຽມຕ່າງໆທັງຫມົດ.
-
ນອກຈາກອີງໃສ່ລາຄາແລ້ວ, ຫລັກການປະເມີນຕ້ອງອີງໃສ່ເງື່ອນໄຂຕ່າງໆດັ່ງຕໍ່ໄປນີ້, ຊື່ງຕ້ອງຄິດໄລ່ອອກ ມາເປັນມູນຄ່າເງິນຢູ່ໃນເອກະສານປະມູນ. ມາດຕະຖານການປະເມີນທີ່ບໍຄິດໄລ່ອອກມາເປັນມູນຄ່າເງິນໄດ້ນັ້ນກໍ
ຕ້ອງນຳໃຊ້ຫລັກການຜ່ານ ຫລືບໍ່ຜ່ານ:
- ມື້ສຳເລັດວຽກ ແລະການບໍລິການ ແລະ/ຫລືສົ່ງມອບສີນຄ້າ;
- ໄລຍະຮອບວຽນໃນການບຳລຸງຮັກສາ;
- ການບໍລິການ ພາຍຫຼັງການຂາຍ ແລະການບໍລິການດ້ານເຕັກນິກ;
- ຄວາມອາດສາມາດໃນການສະໜອງເຄື່ອງອາໄຫລ່ ທີ່ພົວພັນກັບການນຳໃຊ້ສີນຄ້ານັ້ນ;
- ວິທີການຊຳລະ:
ທຸກໆເງື່ອນໄຂເພີ່ມຕື່ມຈະຕ້ອງສອດຄ່ອງກັບ ສະພາບຄວາມເປັນຈີງ ແລະຮັບປະກັນຄວາມ ຍຸດຕິທຳບໍ່ມີການ ລຳອຽງ. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງຊີ້ແຈງເງື່ອນໄຂການຕົກລົງເຊັນສັນຍາຢູ່ໃນເອກະສານປະມູນ. ລາຄາທີ່ຢູ່ໃນການປະມູນຈະຕ້ອງກຳນົດເປັນສະກຸນເງິນທີ່ລະບຸໄວ້ຢູ່ໃນເອກະສານປະມູນຖ້າຫາກວ່າລາຄານັ້ນ
ຫາກກຳນົດເປັນສະກຸນເງິນ ອື່ນ, ເວລາປະເມີນຕ້ອງໄດ້ຕີລາຄາເປັນສະກຸນເງິນທີ່ໄດ້ກຳນົດຢູ່ໃນເອກະສານ ປະມູນ. ການຄິດໄລ່ອັດຕາແລກປ່ຽນ ແມ່ນຖືເອົາມື້ເປີດຊອງປະມູນໂດຍນຳໃຊ້ອັດຕາແລກປ່ຽນ ຂອງທະນາ ຄານແຫ່ງ ສປປລາວ. ໃນກໍລະນີີລາຄາປະມູນທີ່ ສະເຫນີຕ່ຳກວ່າ ຫລືສູງກວ່າມູນຄ່າຄາດຄະເນໄວ້, ຄະນະ ກຳມະການປະມູນຕ້ອງໄດ້ສະເຫນີໃຫ້ຜູ້ເຂົ້າແຂ່ງຂັນປະມູນ ໃຫ້ລາຍລະອຽດ ແລະຢັ້ງ ຢືນ ລາຄາປະມູນ. ແຕ່ແນວໃດກໍຕາມ, ກ່ອນຈະປະຕິເສດການ ສະເຫນີປະມູນດັ່ງກ່າວ, ຄະນະກຳມະການປະມູນ ຕ້ອງສະເຫນີ ໃຫ້ຜູ້ເຂົ້າແຂ່ງຂັນປະມູນໃຫ້ຂໍ້ມູນທີ່ຈຳເປັນນັ້ນລະອຽດເປັນລາຍລັກອັກສອນ.ຄະນະກຳມະການປະມູນຕ້ອງພິຈາ
ລະນາການປະມູນໂດຍອີງໃສ່ເງື່ອນໄຂຕົວຈີງເປັນຕົ້ນແມ່ນການປະຢັດກ່ຽວກັບວິທີ ການກໍ່ສ້າງ ຫລືວິທີການ ທີ່ນຳໃຊ້ໃນການສະໜອງສີນຄ້າ ແລະການບໍລິການ ຫລືລະບົບເຕັກນິກທີ່ເລືອກໃຊ້ ຫລືເງື່ອນໄຂທີ່ເອື້ອອຳ ນວຍພິເສດໃຫ້ແກ່ຜູ້ເຂົ້າແຂ່ງຂັນປະມູນໃນການຈັດຕັ້ງປະຕິບັດສັນຍາຫລືທາດແທ້ຂອງວຽກງານ, ສີນຄ້າ ຫລືການບໍລິການທີ່ຜູ້ເຂົ້າແຂ່ງຂັນປະມູນສະເໜີ.
|
|