www.smepdo.org       
 
Lao Eng
 

ໂອກາດທາງທຸລະກິດ > ກາຈັດຊື້ຂອງລັດຖະບານ

 
 

ພາກທີ V
ການຈັດຕັ້ງ, ສິດ ແລະຫນ້າທີ່ຂອງຄະນະກຳມະການປະມູນ

ມາດຕາ20: ການແຕ່ງຕັ້ງຄະນະກຳມະການປະມູນ.

ທຸກໆຮູບການປະມູນຈັດຊື້ທີ່ກຳນົດໃນ ພາກທີ II ແລະ III ແລະIV ຕ້ອງໄດ້ແຕ່ງຕັ້ງຄະນະ ກຳມະການປະມູນຂື້ນ
ໂດຍແມ່ນອົງການຈັດຕັ້ງປະຕິບັດໂຄງການຢູ່ຂັ້ນສູນກາງ ຫລືທ້ອງຖີ່ນນັ້ນເປັນຜູ້ແຕ່ງຕັ້ງ ແລະຄະນະກຳມະການດັ່ງ
ກ່າວຕ້ອງປະຕິບັດຕາມລະບຽບການຈັດຕັ້ງປະຕິບັດນີ້ຢ່າງເຂັ້ມງວດ. ໃນກໍລະນີການສະເຫນີຮັບຮອງເອົາຜູ້ຊະນະການ
ປະມູນບໍ່ແມ່ນຜູ້ທີ່ສະເຫນີລາຄາຕ່ຳນັ້ນ ແລະກ່ອນການຮັບຮອງເອົາຜູ້ຊະນະການປະມູນ, ຄະນະກຳມະການປະມູນ
ຕ້ອງສະເຫນີ ຂໍຄຳຄິດຄຳເຫັນ ແລະຄຳແນະນຳຈາກຫົວຫນ້າຫ້ອງການຄຸ້ມຄອງຕິດຕາມການຈັດຊື້ກ່ຽວກັບການນຳໃຊ້
ຮູບການປະມູນໃຫ້ຖືກຕ້ອງ. ການຕົກລົງຂອງຄະນະກຳມະການ ປະມູນຕ້ອງໄດ້ຮັບຮອງໂດຍສອດຄ່ອງຕາມທີ່ກຳນົດ
ໄວ້ໃນມາດຕາ 22 ຂ້າງລຸ່ມນີ້, ຖ້າຫາກ ການປະມູນ ລະເມີດລະບຽບການຈັດຕັ້ງປະຕິບັດສະບັບນີ້, ການຮັບຮອງດັ່ງ
ກ່າວຕ້ອງໄດ້ໂຈະໄວ້.

ມາດຕາ 21: ຄະນະກຳມະການປະມູນ ຕ້ອງປະກອບດ້ວຍ:

  1. ສຳລັບການປະມູນເປີດກ້ວາງ ຫລືການປະມູນສາກົນ, ຄະນະກຳມະການປະມູນ ຕ້ອງປະກອບ ມີ 5 ຫາ 9ທ່ານ. ຂັ້ນສູນກາງແມ່ນທ່ານລັດຖະມົນຕີວ່າການ ຫລືຜູ້ໄດ້ຮັບການມອບສິດຂອງອົງການຈັດຕັ້ງປະຕິບັດ ໂຄງການນັ້ນເປັນຜູ້ ແຕ່ງຕັ້ງ ແລະຂັ້ນທ້ອງຖີ່ນແມ່ນເຈົ້າແຂວງ ຫລືຜູ້ທີ່ໄດ້ຮັບການມອບສິດເປັນຜູ້ແຕ່ງຕັ້ງ.

    • ຂັ້ນກະຊວງ ແລະອົງການທຽບເທົ່າຕ້ອງມີຜູ້ຕາງໜ້າກະຊວງ ແລະຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ແຕ່ 1 ຫາ3ທ່ານ, ຜູ້ຕາງໜ້າກະຊວງການເງິນ 1 ທ່ານ, ຄະນະກຳມະການແຜນການ ແລະ ການຮ່ວມມື 1ທ່ານ, ບັນດາກົມ ວິຊາການທີ່ກ່ຽວຂ້ອງບ່ອນລະ 1 ທ່ານ ແລະກະຊວງການຕ່າງປະ ເທດ (ກົມຮ່ວມມືເສດຖະກິດ ກັບຕ່າງປະເທດ) 1ທ່ານສະເພາະການປະມູນຈັດຊື້ທີ່ນຳໃຊ້ທືນກູ້ຢືມ ແລະຊວ່ຍເຫລືອລ້າຈາກຕ່າງປະເທດ.
    • ຂັ້ນແຂວງຕ້ອງມີຜູ້ຕາງຫນ້າຫ້ອງວ່າການແຂວງ ແລະຕາງຫນ້າຜູ້ຈັດຊື້ ຫລືເຈົ້າຂອງ ໂຄງການແຕ່ 1 ຫາ 3 ທ່ານ, ຜູ້ຕາງຫນ້າພະແນກການເງິນແຂວງ 1ທ່ານ, ຜູ້ຕາງຫນ້າພະແນກແຜນການ ແລະ ການຮ່ວມມືແຂວງ 1ທ່ານ, ຕາງຫນ້າ ຫນ່ວຍງານ ວິຊາການ ທີ່ກ່ຽວຂ້ອງ ບ່ອນລະ 1 ທ່ານ.
       
  2. ສຳລັບການການເຈລະຈາໂດຍກົງ ແລະການປະມູນວົງແຄບ. ຄະນະກຳມະການປະມູນ ຕ້ອງ ປະກອບດ້ວຍ 3 ຫາ 5 ທ່ານໂດຍແມ່ນ ລັດຖະມົນຕີວ່າການ ຫລືຜູ້ໄດ້ຮັບການມອບ ສິດຂອງອົງການຈັດຕັ້ງປະຕິບັດໂຄງ ການນັ້ນເປັນຜູ້ແຕ່ງຕັ້ງ ແລະຂັ້ນທ້ອງຖີ່ນແມ່ນເຈົ້າແຂວງ ຫລືຜູ້ທີ່ໄດ້ຮັບການມອບ ສິດເປັນຜູ້ແຕ່ງຕັ້ງ.
    • ຂັ້ນກະຊວງ ແລະອົງການທຽບເທົ່າຕ້ອງມີຜູ້ຕາງຫນ້າຫ້ອງການກະຊວງ 1ທ່ານ, ຜູ້ຕາງຫນ້າກົມ ການເງິນ ຫລືຫ້ອງການການເງິນ 1ທ່ານ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ 1ທ່ານ ຫລືຜູ້ຕາງຫນ້າ ຂະແຫນງວິຊາການກ່ຽວຂ້ອງບ່ອນລະ 1ທ່ານ.
    • ຂັ້ນແຂວງ ຕ້ອງມີຜູ້ຕາງຫນ້າຫ້ອງວ່າການແຂວງ 1 ທ່ານ, ຜູ້ຕາງຫນ້າພະແນກການເງິນ ແຂວງ 1 ທ່ານ, ຕາງຫນ້າຜູ້ຈັດຊື້ ຫລືເຈົ້າຂອງໂຄງການ 1ທ່ານ ຫລືຜູ້ຕາງຫນ້າຂະແຫນງວິຊາການກ່ຽວ ຂ້ອງບ່ອນລະ 1 ທ່ານ.
       
  3. ໃນກໍລະນີການສົມທຽບລາຄາ, ຄະນະກຳມະການ ຕ້ອງປະກອບດ້ວຍ 3 ຫາ 5 ທ່ານໂດຍແມ່ນຫົວຫນ້າ ຫ້ອງການກະຊວງ ຫລືຜູ້ໄດ້ຮັບການມອບສິດຂອງອົງການຈັດຕັ້ງປະຕິບັດໂຄງການນັ້ນເປັນຜູ້ແຕ່ງຕັ້ງ ແລະ ຂັ້ນທ້ອງຖີ່ນແມ່ນຫົວຫນ້າຫ້ອງວ່າການແຂວງ ຫລືຜູ້ທີ່ໄດ້ຮັບການມອບສິດເປັນຜູ້ແຕ່ງຕັ້ງ.
    • ຂັ້ນກະຊວງ ຫລືອົງການທຽບເທົ່າ ຕ້ອງມີຜູ້ຕາງຫນ້າ ຫ້ອງການກະຊວງ 1 ທ່ານ, ຜູ້ຕາງ
      ຫນ້າກົມ ການເງິນ ຫລືຫ້ອງການການເງິນ 1ທ່ານ, ຜູ້ຕາງຫນ້າຜູ້ຈັດຊື້ ຫລືເຈົ້າຂອງໂຄງການ 1ທ່ານ. ໃນ ກໍລະນີຊື້ສີນຄ້າເພື່ອເປົ້າໝາຍ ສະເພາະກົມໃດນື່ງ ຫລືຫຼາຍກົມແມ່ນໃຫ້ຜູ້ ຕາງໜ້າ
      ຈາກກົມນັ້ນເຂົ້າຮ່ວມຕື່ມອີກກົມລະ 1 ຄົນ.

       
    • ຂັ້ນແຂວງ ຕ້ອງມີຜູ້ຕາງຫນ້າຫ້ອງວ່າການແຂວງ 1 ທ່ານ, ຜູ້ຕາງຫນ້າພະແນກ ການເງິນແຂວງ 1 ທ່ານ, ຜູ້ຕາງຫນ້າຜູ້ຈັດຊື້ ຫລືເຈົ້າຂອງໂຄງກການ 1ທ່ານ ຫລືຜູ້ຕາງຫນ້າຂະແຫນງວິຊາການ ກ່ຽວຂ້ອງບ່ອນລະ 1 ທ່ານ.
       
    • ຫົວຫນ້າຫ້ອງການກະຊວງ ຫລືຫົວຫນ້າຫ້ອງວ່າການແຂວງມີສິດມອບຫມາຍໃຫ້ຜູ້ຈັດຊື້ ຫລືເຈົ້າ ຂອງໂຄງການເປັນຜູ້ຮັບຜິດຊອບໃນການແຕ່ງຕັ້ງຄະນະກຳມະການສົມທຽບລາຄາ.
       
  4. ສຳລັບວິສາຫະກິດຂອງລັດ, ຄະນະກຳມະການປະມູນ ແຕ່ລະຮູບການປະມູນ ຕ້ອງປະກອບດ້ວຍ 3 ຫາ 5 ທ່ານໂດຍແມ່ນອຳນວຍການວິສາຫະກິດ ຫລືຜູ້ໄດ້ຮັບການມອບສິດເປັນຜູ້ແຕ່ງຕັ້ງ, ຊື່ງປະກອບດ້ວຍພາກ ສ່ວນຕ່າງໆທີ່ມີການພົວພັນ ໃນວິສາຫະກິດຂອງ ລັດນັ້ນ. ໃນກໍລະນີນຳໃຊ້ເງິນກູ້ຢືມຕໍ່ຈາກກະຊວງການເງິນ ຕ້ອງມີຜູ້ຕາງຫນ້າຈາກກະຊວງການເງິນເຂົ້າຮ່ວມນຳ 1ທ່ານ.

ມາດຕາ 22: ການພິຈາລະນາຮັບຮອງເອົາຜົນການປະມູນ.

  1. ສັນຍາມູນຄ່າສູງກ່ວາ 50ຕື້ກີບພາຍຫລັງສຳເລັດການປະເມີນການປະມູນແລ້ວ, ຜູ້ຈັດຊື້ຈະສະເຫນີບົດລາຍ ງານການປະເມີນການປະມູນຂອງຄະນະກຳມະການຫາລັດຖະມົນຕີວ່າການກະຊວງກ່ຽວຂ້ອງ ຫລືຜູ້ທີ່ໄດ້ຮັບ ການມອບຫມາຍ. ລັດຖະມົນຕີກະຊວງກ່ຽວຂ້ອງຕ້ອງໄດ້ຈັດກອງປະຊຸມ ໂດຍເຊີນເອົາຜູ້ຕາງຫນ້າຈາກກະ ຊວງການເງິນ, ຫ້ອງການ ຄູ້ມຄອງຕິດຕາມການຈັດຊື້ ເພື່ອຮັບຮອງເອົາການປະເມີນການປະມູນເບື້ອງຕົ້ນ. ຫລັງຈາກນັ້ນລັດຖະມົນຕີກະຊວງກ່ຽວຂ້ອງສະເຫນີລາຍງານຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີເພື່ອພິຈາລະນາຮັບ ຮອງເອົາຜົນການປະມູນສຸດທ້າຍ.  

  2. ສັນຍາມູນຄ່າສູງກ່ວາ 10ຕື້ ຫາ 50ຕື້ກີບ, ຢູ່ຂັ້ນສູນກາງ, ພາຍຫຼັງສຳເລັດການປະເມີນ ການປະມູນ
    ແລ້ວ,ຜູ້ຈັດຊື້ຈະສະເຫນີບົດລາຍງານການປະເມີນການປະມູນຂອງ ຄະນະກຳມະການຫາລັດຖະມົນ
    ຕີວ່າການກະ ຊວງກ່ຽວຂ້ອງ ຫລືຜູ້ທີ່ໄດ້ຮັບການມອບ ຫມາຍເພື່ອຕັດສີນແລະຮັບຮອງເອົາຜົນການ
    ປະມູນສຸດທ້າຍ. ລັດ ຖະມົນຕີກະຊວງກ່ຽວ ຂ້ອງຕ້ອງໄດ້ຈັດກອງປະຊຸມ ໂດຍເຊີນເອົາ ຜູ້ຕາງ ຫນ້າ
    ຈາກກະຊວງການເງິນ, ຫ້ອງ ການຄູ້ມຄອງຕິດຕາມການ ຈັດຊື້ເພື່ອຮັບຮອງເອົາຜົນການປະມູນສຸດທ້າຍ.  

  3. ສັນຍາມູນຄ່າສູງກ່ວາ 1 ຕື້ ຫາ 10ຕື້ກີບ, ພາຍຫຼັງສຳເລັດການປະເມີນການປະມູນແລ້ວ ຂັ້ນສູນກາງ
    ຕ້ອງ ແມ່ນລັດຖະມົນຕີຊ່ວຍວ່າການ ຫລືຜູ້ທີ່ໄດ້ຮັບການມອບສິດ ເປັນຜູ້ຕົກ ລົງຮັບຮອງເອົາຜົນ
    ການປະມູນສຸດ ທ້າຍ. ຢູ່ຂັ້ນແຂວງ ຕ້ອງ ແມ່ນເຈົ້າແຂວງ ຫລືຜູ້ໄດ້ຮັບ ການມອບສິດ ເປັນຜູ້ຕົກ
    ລົງຮັບຮອງເອົາຜົນການ ປະມູນ.  

  4. ສຳລັບສັນຍາມູນຄ່າບໍ່ເກີນ 1ຕື້ກີບ, ພາຍຫຼັງສຳເລັດການປະເມີນການປະມູນແລ້ວ ຂັ້ນສູນກາງຕ້ອງແມ່ນ ຫົວຫນ້າຫ້ອງການກະຊວງ ຫລືຜູ້ທີ່ໄດ້ຮັບການມອບສິດເປັນຜູ້ຕົກລົງຮັບຮອງເອົາຜົນການປະມູນ. ຂັ້ນແຂວງ ຫົວຫນ້າ ຫ້ອງວ່າການແຂວງ ຫລືຜູ້ໄດ້ ຮັບການມອບສິດເປັນຜູ້ຕົກລົງຮັບຮອງເອົາຜົນ
    ການປະມູນ.  

  5. ສຳລັບວິສາຫະກິດຂອງລັດແມ່ນອຳນວຍການ ຫລືຜູ້ໄດ້ຮັບການມອບສິດເປັນຜູ້ຕົກລົງຮັບຮອງເອົາຜົນການ ປະມູນ.

ມາດຕາ23: ຄະນະກຳມະການປະມູນສຳລັບການປະມູນທີ່ນຳໃຊ້ທືນຊ່ວຍເຫຼືອລ້າ ຫລືກູ້ຢືມຈາກຕ່າງ ປະເທດ.

ໃນກໍລະນີນຳໃຊ້ທືນຊ່ວຍເຫລືອລ້າ ຫລືກູ້ຢືມຈາກຕ່າງປະເທດ, ຖ້າວ່າສົນທິສັນຍາ ຫລືໃນ ຮູບແບບສັນຍາ
ອື່ນໆລະ ຫວ່າງລັດຖະບານ ກັບຜູ້ໃຫ້ທືນ ບໍ່ໄດ້ກຳນົດກ່ຽວກັບການແຕ່ງຕັ້ງ ຄະນະກຳມະການປະມູນ ແລະການ
ຮັບຮອງເອົາ ຜົນການປະມູນ ເປັນການສະເພາະນັ້ນ ຈະຕ້ອງໄດ້ມີການຕົກລົງກັນລະຫວ່າງລັດຖະບານກັບຜູ້
ໃຫ້ທືນທີ່ກ່ຽວຂ້ອງ. ຖ້າຫາກບໍ່ມີ ການຕົກລົງໃນສັນຍານັ້ນ ຕ້ອງໄດ້ປະຕິບັດຕາມຂໍ້ກຳນົດຂອງດຳລັດ ເລກທີ 03/ນຍ, ລົງ ວັນທີ 9ມັງ ກອນ 2004 ແລະລະບຽບການຈັດຕັ້ງປະຕິບັດສະບັບນີ້

ມາດຕາ 24: ສິດ ແລະຫນ້າທີ່ຂອງຄະນະກຳມະການປະມູນ.

ຄະນະກຳມະການປະມູນທຸກຂັ້ນມີສິດ ແລະໜ້າທີ່ໃນການກະກຽມເອກະສານປະມູນ, ດຳເນີນ ແລະປະເມີນການ
ປະມູນ ເພື່ອສະເຫນີຮັບຮອງເອົາຜົນການປະມູນ ແລະຜູ້ຊະນະການປະມູນ. ຄະນະກຳມະການປະມູນ ຕ້ອງໄດ້ແຈ້ງ
ໃຫ້ຜູ້ທີ່ບໍ່ ໄດ້ຮັບໄຊຊະນະຊາບ ແລະຜົນຂອງການຮັບຮອງເອົາຜູ້ຊະນະການປະມູນ ແລະຕ້ອງສົ່ງເງິນຄ້ຳປະ
ກັນການປະມູນຄືນ ພາຍໃນ 7ວັນ, ພາຍຫຼັງໄດ້ຕົກລົງຮັບຮອງເອົາຜົນການປະມູນໂດຍກະຊວງກ່ຽວຂ້ອງ ແລະໄດ້ເຊັນສັນຍາກັບຜູ້ທີ່ຊະ ນະການປະມູນແລ້ວ. ຄະນະກຳມະການປະມູນຕ້ອງໄດ້ ເກັບ ຮັກສາທຸກໆການບັນ
ທຶກກ່ຽວກັບການດຳເນີນການປະມູນ ແລະເອກະສານກ່ຽວກັບການປະມູນຈັດຊື້ດັ່ງກ່າວນີ້ໄວ້ເປັນແຟມເອກະສານ, ຖ້າຫາກກະຊວງການເງິນ, ຫ້ອງການຄູ້ມ ຄອງຕິດຕາມການຈັດຊື້ ຕ້ອງການກໍສາມາດຕອບສະຫນອງໃຫ້ໄດ້. ພາຍຫລັງ ເຊັນສັນຍາກັບຜູ້ທີ່ຊະນະການປະມູນ ແລ້ວ, ຄະນະກຳມະການປະມູນຕ້ອງໄດ້ເຜີຍແຜ່ຜົນກ່ຽວກັບ
ການປະມູນດັ່ງກ່າວໃນກະດານຂ່າວຢູ່ຫ້ອງການຂອງຜູ້ຈັດ ຊື້ ຫລືເຈົ້າຂອງໂຄງການເພື່ອໃຫ້ມວນຊົນຮັບຮູ້ນຳ.

ມາດຕາ 25: ການພິຈາລະນາ ແລະປະເມີນການປະມູນ.

ຄະນະກຳມະການປະມູນຕ້ອງພິຈາລະນາ, ປະເມີນການປະມູນໃຫ້ສຳເລັດພາຍໃນ 15ວັນໂດຍເລີ້ມຈາກມື້ຍື່ນຊອງ ປະມູນ ແລະສົ່ງບົດລາຍງານຫາຜູ້ຈັດຊື້ເພື່ອເຫັນດີ ແລະຕົກລົງຮັບຮອງເອົາຜົນການປະມູນ. ຖ້າມີຄວາມຈຳເປັນ
ຕ້ອງ ໄດ້ໃຊ້ເວລາໃນການພິຈາລະນາແລະ ປະເມີນການປະມູນເກີນກວ່າເວລາທີ່ກຳນົດໄວ້ ຄະນະກຳ
ມະ
ການປະມູນຕ້ອງໄດ້ ສະເຫນີຂໍອະນຸມັດຈາກຜູ້ທີ່ມີສິດ ຫລືຜູ້ໄດ້ຮັບການມອບຫມາຍໂດຍສອດຄອງກັບມາດຕາ 22.

ມາດຕາ 26: ການຮັກສາຄວາມລັບ.

ທຸກໆຂໍ້ມູນກ່ຽວກັບການພິຈາລະນາ, ການປະເມີນການປະມູນ ແລະຂໍ້ສະເຫນີຕ່າງໆໃນການພິຈາລະນາ ແລະປະ ເມີນເອົາຜູ້ຊະນະການປະມູນ, ຄະນະກຳມະການປະມູນຕ້ອງໄດ້ຮັກສາເປັນຄວາມລັບ ແລະບໍ່ເປີດເຜີຍໃຫ້ຜູ້ເຂົ້າແຂ່ງ ຂັນປະມູນ ຫລືບຸກຄົນທີ່ບໍ່ມີຫນ້າ ທີ່ກ່ຽວຂ້ອງຮູ້ໄດ້ຈົນກວ່າໄດ້ມີົການຕົກລົງຮັບຮອງເອົາຜູ້ຊະນະການປະມູນ ແລະໄດ້ ຕອບຕົກລົງເຊັນສັນຍາແລ້ວ.

ມາດຕາ 27: ການປະຕິເສດການປະເມີນການປະມູນ.

ໃນກໍລະນີການປະເມີນການປະມູນຖືກປະຕິເສດນັ້ນ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການບໍ່ມີສິດດັດແປງຫລືໃຫ້ຄຳ
ແນະນຳ ຕໍ່ການປະເມີນດັ່ງກ່າວ, ແຕ່ສາມາດສະເຫນີໃຫ້ຄະນະກຳມະການປະມູນທົບທວນຄືນຫາສາຍເຫດຕົ້ນ
ຕໍທີ່ການປະເມີນ ການປະມູນດັ່ງກ່າວນັ້ນ ບໍ່ໄດ້ຖືກຮັບຮອງເອົາ ເພື່ອລາຍງານຄືນໃຫມ່ຫາຜູ້ກ່ຽວຂ້ອງທີ່ມີສິດ
ຕົກລົງຮັບຮອງເອົາ. ຖ້າ ວ່າການປະເມີນດັ່ງກ່າວ ບໍ່ສາມາດຮັບຮອງເອົາໄດ້ໃນຄັ້ງທີສອງນີ້, ກະຊວງຫລືອົງການ
ທຽບເທົ່າທີ່ເປັນຜູ້ຈັດຊື້ ຫລື ເຈົ້າຂອງໂຄງການຕ້ອງໄດ້ສົ່ງບົດປະເມີນດັ່ງກ່າວນີ້ຫາອົງການກວດກາແຫ່ງລັດ, ສຳນັກງານນາຍົກລັດຖະມົນຕີເພື່ອ ກວດກາຄື່ນ.

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
  ພາກທີ I ບົດບັນຍັດທົ່ວໄປ
  ພາກທີ II ຮູບການປະມູນ
  ພາກທີ III ການບໍລິການທີ່ປຶກສາ ຫຼືຊ່ຽວຊານ
  ພາກທີ IV ການຄັດເລືອກເອົາຜູ້ ເຂົ້າແຂ່ງຂັນປະມູນ
ພາກທີ V ການຈັດຕັ້ງ, ສິດແລະ ໜ້າທີ່ຂອງຄະນະການປະມູນ
ພາກທີ VI ເງື່ອນໄຂໃນການຕົກ ລົງເຊັນສັນຍາ
  ພາກທີ VII ສັນຍາ
  ພາກທີ VIII ການກວດກາ, ມາດ ຕະການຕໍ່ຜູູ້ລະເມີດ ແລະການ ແກ້ໄຂຂໍ້ຂັດແຍ່ງ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia