| |
ພາກທີ IV
ການຄັດເລືອກເອົາຜູ້ເຂົ້າແຂ່ງຂັນປະມູນ
ມາດຕາ 17: ການຄັດເລືອກເອົາຜູ້ເຂົ້າແຂ່ງຂັນປະມູນ.
ຜູ້ເຂົ້າແຂ່ງຂັນປະມູນທຸກໆຄົນມີສິດສະເໝີພາບ ໃນການເຂົ້າຮ່ວມການປະມູນເປີດກ້ວາງ,
ການປະມູນວົງແຄບ, ການປະ ມູນສົມທຽບລາຄາພາຍໃນ, ການປະມູນສົມທຽບລາຄາສາ ກົນ ແລະການເຈລະຈາໂດຍກົງ
ບົນຫລັກການ ພື້ນຖານໃນການ ຄັດເລືອກ, ເພາະສະນັ້ນ ຜູ້ເຂົ້າແຂ່ງຂັນປະມູນອາດຖືກປະຕິເສດ
ບໍ່ໃຫ້ເຂົ້າຮ່ວມໃນການປະມູນແຂ່ງ ຂັນໃດນື່ງໄດ້, ຖ້າ ຫາກບໍ່ປະຕິບັດຕາມເງື່ອນໄຂອັນນື່ງ
ຫລືຫຼາຍອັນທີ່ຜູ້ຈັດຊື້ ຫລືເຈົ້າຂອງໂຄງການໄດ້ກຳນົດໄວ້.
ຖ້າຫາກມີການສະເຫນີ ຈາກຜູ້ເຂົ້າແຂ່ງຂັນປະມູນ. ຜູ້ຈັດຊື້ ຫລືເຈົ້າຂອງ ໂຄງການຕ້ອງແຈ້ງເຫດຜົນໃນການປະຕິ
ເສດໃຫ້ຜູ້ເຂົ້າແຂ່ງຂັນປະມູນຮັບຊາບເປັນລາຍລັກອັກສອນ.
ຂໍ້ມູນຕ່າງໆທີ່ເປັນມາດຕະຖານໃນການຄັດເລືອກເອົາຕ້ອງ ກຳນົດຢູ່ໃນຂອບເຂດ ເນື້ອໃນ
ຂອງເອກະສານປະມູນ. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ຈະຕ້ອງຮັກສາເປັນຄວາມລັບຂໍ້
ມູນທາງດ້ານເຕັກນິກ ແລະການຄ້າທີ່ຜູ້ເຂົ້າແຂ່ງຂັນ ປະມູນໄດ້ເປີດເຜີຍໃຫ້ຮູ້ໃນເວລາ
ດຳເນີນການປະມູນນັ້ນ.
- ຄວາມເຫມາະສົມຂອງຜູ້ເຂົ້າແຂ່ງຂັນປະມູນ :
1. ນິຕິບຸກຄົນ, ບໍລິສັດ, ວິສາຫະກິດ ທີ່ສ້າງຕັ້ງຂຶ້ນໃນ ສປປ ລາວ ໂດຍຖືກຕ້ອງຕາມກົດຫມາຍ
ແລະປະຕິບັດ ພັນທະດ້ານ ພາສີ - ອາກອນ ເປັນປົກກະຕິ ແລະຄົບຖ້ວນ. ຖ້າວ່າ ວິສາຫະ
ກີດຂອງລັດ ຕ້ອງແມ່ນວິສາຫະກິດ ທີ່ສ້າງຕັ້ງຂື້ນຖືກຕ້ອງຕາມກົດຫມາຍ, ເປັນເຈົ້າຕົນ ເອງດ້ານການເງິນ
ແລະດຳເນີນທຸລະກິດຕາມກົດຫມາຍວ່າດ້ວຍ ທຸລະກິດ ແລະການຄູ້ມ
ຄອງບໍ່ໄດ້ຂື້ນກັບອົງການຈັດຕັ້ງປະຕິບັດໂຄງການນັ້ນ.
2. ບໍລິສັດສາກົນ ທີ່ບໍ່ໄດ້ຂື້ນທະບຽນວິສາຫະກິດຢູ່ ສປປ ລາວ, ບໍລິສັດດັ່ງກ່າວນີ້
ຕ້ອງສ້າງ ຕັ້ງຂື້ນໂດຍຖືກ ຕ້ອງຕາມກົດຫມາຍຂອງປະເທດທີ່ບໍລິສັດນັ້ນຈົດທະບຽນ ແລະປະຕິບັດພັນ
ທະດ້ານພາສີ - ອາກອນ ເປັນປົກກະຕິ ແລະຄົບຖ້ວນ. ໃນກໍລະນີ ບໍລິສັດດັ່ງກ່າວນີ້ຖືກ
ຮັບຮອງເອົາເປັນຜູ້ຊະນະການປະມູນໃດນື່ງນັ້ນ, ບໍລິສັດດັ່ງກ່າວນີ້ ຕ້ອງໄດ້ປະຕິບັດຕາມ
ລະບຽບກ່ຽວກັບການຂື້ນທະບຽນອາກອນ ແລະຄູ້ມຄອງຜູ້ເສັຍອາກອນ, ສະບັບເລກທີ 2349 /ກງ,
ລົງວັນທີ 30 ທັນວາ 2003.
3. ບໍລິສັດຮ່ວມ ແມ່ນການຮ່ວມກັນຂອງຜູ້ເຂົ້າແຂ່ງຂັນປະມູນໃນຂໍ້ 1 ຫລື/ແລະ 2
ຕາມການຕົກລົງ ແລະສັນ ຍາຮ່ວມດັ່ງນີ້:
ກ. ທຸກໆຝ່າຍຮ່ວມກັນ ແລະມີຄວາມຮັບຜິດຊອບຮ່ວມກັນ ຫລືແບ່ງສ່ວນກັນຮັບຜິດຊອບ;
ຂ. ບໍລິສັດຮ່ວມ ຕ້ອງຄັດເລືອກບໍລິສັດທີ່ຮັບຜິດຊອບໃນການດຳເນີນວຽກງານ ເພື່ອຕາງຫນ້າໃຫ້ທຸກໆຝ່າຍໃນການ ເຂົ້າຮ່ວມປະມູນແຂ່ງຂັນ ແລະເປັນຜູ້ຊະນະການປະມູນ
ລວມທັງຮັບຜິດຊອບການຈັດຕັ້ງປະຕິບັດສັນຍາ.
- ເງື່ອນໄຂໃນການຄັດເລືອກ :
1. ຄຸນສົມບັດທົ່ວໄປ
ກ. ຜູ້ເຂົ້າແຂ່ງຂັນປະມູນຕ້ອງບໍ່ມີການຂັດດ້ານຜົນປະໂຫຍດທີ່ກຳນົດໃນຂອບເຂດຂອງ
ການສະເຫນີສັນຍາ.
ຖາ້ຫາກກວດກາເຫັນວ່າຜູ້ເຂົ້າແຂ່ງຂັນປະມູນນັ້ນ ມີການຂັດດ້ານ
ຜົນປະໂຫຍດ ຈະຕ້ອງໄດ້ຕັດອອກຈາກ
ການປະມູນເລີຍ. ການຂັດດ້ານຜົນ ປະໂຫຍດ
ສາມາດພິຈາລະນາຕາມນື່ງ ຫລືຫລາຍກໍລະນີ, ຊື່ງບໍ່ໄດ້ຈຳກັດ
ພຽງແຕ່ຜູ້ເຂົ້າແຂ່ງຂັນ
ປະມູນເທົ່ານັ້ນ ດັ່ງນີ້:
. ມີຮູ້ນສ່ວນຮ່ວມກັນກັບຜູ້ເຂົ້າແຂ່ງຂັນປະມູນອື່ນໆ;
. ຮັບ ຫລືໄດ້ຮັບການຊຸກຍູ້ໃນທາງກົງ ຫລືທາງອ້ອມຈາກຜູ້ເຂົ້າແຂ່ງຂັນປະມູນຜູ້ໃດ ຜູ້ນື່ງ;
. ມີຖານະດ້ານກົດຫມາຍດຽວກັນກັບຜູ້ເຂົ້າແຂ່ງຂັນປະມູນອື່ນສຳລັບການປະມູນນີ້;
. ມີການພົວພັນກັບແຕ່ລະຄົນ, ໃນທາງກົງ ຫລືຜ່ານບຸກຄົນທີສາມເພື່ອໃຫ້ຕົນເອງສາມາດເຂົ້າໄປເຖີງຂໍ້ມູນກ່ຽວ
ກັບການປະມູນ ຫລືການໃຊ້ອຳນາດບັງຄັບ ຜູ້ນີ້ຕໍ່ຜູ້ ອື່ນ
ຫລືໃຊ້ອຳນາດບັງຄັບໃນການຕັດສີນຂອງຜູ້ຈັດຊື້
ຫລືເຈົ້າຂອງໂຄງການທີ່ພົວ ພັນ
ກັບຂັ້ນຕອນການປະມູນດັ່ງກ່າວ;
. ຍື່ນຊອງປະມູນ ຫລາຍກ່ວານື່ງ (1) ຊອງໃນການປະມູນນີ້, ຍົກເວັ້ນກໍລະນີ ອກະສານປະມູນໄດ້ລະບຸກ່ຽວກັບ
ການອະນຸບາດໃຫ້ສະເຫນີຫລາຍທາງເລືອກໄດ້;
. ໂດຍການມີສ່ວນຮ່ວມຂອງທີ່ປຶກສາ ທີ່ເປັນຜູ້ກະກຽມໃນການອອກແບບ ຫລືການກຳນົດມາດຕະຖານເຕັກນິກ
ຂອງສີນຄ້າ ແລະການບໍລິການ ທີ່ເປັນເນື້ອໃນຂອງ ການປະມູນ.
ຂ. ຜູ້ເຂົ້າແຂ່ງຂັນປະມູນ ຕ້ອງໄດ້ຕັດອອກຈາກການປະມູນ, ຖ້າວ່າ:
. ວິສາຫະກິດຢູ່ໃນສະພາວະຈະຫລົ້ມລະລາຍ, ຊື່ງສັບສີນຂອງວິສາຫະກິດດັ່ງກ່າວ
ຖືກຄວບຄຸມໂດຍຄະນະກຳ
ມະການ, ຊື່ງແມ່ນສານເປັນຜູ້ແຕ່ງຕັ້ງ; ຫລືວິສາຫະກິດ ຖືກລົ້ມລະລາຍ ແລະສານໄດ້ແຕ່ງຕັ້ງຄະນະຊຳລະ
ສະສາງເພື່ອຊຳລະໜີ້ສີນ
ຫລືວິ ສາຫະກິດໄດ້ເຊັນສັນຍາ ກັບເຈົ້າໜີ້ເພື່ອໃຊ້ຫນີ້ຄືນ; ຫລືມີສະພາບແນວ
ອື່ນທີ່ຄ້າຍຄືກັນນີ້ຈາກການປະຕິບັດກົດໝາຍ ແລະລະບຽບການຂອງປະເທດທີ່ວິສາຫະກິດນັ້ນໄດ້ຈົດທະບຽນ.
. ມີຄວາມຜິດທາງດ້ານວິຊາສະເພາະ ທີ່ຢັ້ງຢືນຈາກອົງການວິຊາສະເພາະທີ່ກ່ຽວ ຂ້ອງ;
. ບໍ່ປະຕິບັດພັນທະເສັຽພາສີ, ອາກອນ, ເງິນປະກັນໄພສັງຄົມ ຫລືພັນທະອື່ນໆ ຕາມກົດໝາຍ
ຂອງປະເທດ
ທີ່ຕົນສ້າງຕັ້ງຂື້ນ;
. ລາຍງານຂໍ້ມູນຜິດພາດ ຊື່ງຂໍ້ມູນດັ່ງກ່າວ ແມ່ນຂໍ້ມູນທີ່ຕ້ອງການໃນພາກທີ IV
ອົງການຕຸລາການ ຫລືບໍລິ
ຫານທີ່ມີອຳນາດ ກ່ຽວຂ້ອງຢູ່ໃນປະເທດທີ່ຜູ້ເຂົ້າແຂ່ງຂັນ
ປະມູນໄດ້ຈົດທະບຽນ ຕ້ອງເປັນຜູ້ອອກເອກະສານ
ທາງການຢັ້ງຢືນວ່າບໍ່ມີກໍລະນີ ຂ້າງເທິ່ງນັ້ນ.
ສຳລັບປະເທດທີ່ ຮັບຮູ້ການສາບານຕົວຜູ້ເຂົ້າແຂ່ງຂັນປະມູຸນ
ຕອ້ງສາບານຕົວຕໍ່ໜ້າອົງການດ້ານກົດຫມາຍ ຫລື ອົງການບໍລິຫານ;
. ມີຄວາມຕັ້ງໃຈໃນການກະທຳຜິດ ຫລືມີພືດຕິກຳສໍ້ກົງ.
2. ຖານະການເງິນ:
ຜູ້ຈັດຊື້ ຫລືເຈົ້າຂອງໂຄງການສາມາດຮຽກຮ້ອງໃຫ້ຜູ້ເຂົ້າແຂ່ງຂັນປະມູນແຈ້ງກ່ຽວກັບຖານະ
ການເງິນ ເພື່ອຕອບສະ ໜອງຕາມຄວາມຕ້ອງການໃນສັນຍາ. ຜູ້ຈັດຊື້ ຫລືເຈົ້າຂອງໂຄງ
ການຕ້ອງໄດ້ແນະນຳໃນເອກະສານປະມຸູນກ່ຽວກັບ
ລະດັບຄວາມສາມາດດ້ານການເງິນທີ່ຕົນຕ້ອງການຈາກຜູ້ເຂົ້າແຂ່ງຂັນປະມູູນ.
ການຢັ້ງຢືນດັ່ງກ່າວອາດເຮັດໃນຮູບ ການໃດນື່ງ ດັ່ງ ຕໍ່ໄປນີ້:
ກ.ໃບຢັ້ງຢືນຈາກທະນາຄານ ລວມມີ, ລາຍລະອຽດໃນການສະຫນັບສະຫນູນດ້ານສີນ ເຊື່ອ
ຖ້າຫາກຕ້ອງການ;
ຂ.ໃບດຸ່ນດ່ຽງລາຍຮັບ - ລາຍຈ່າຍ ຫລືບົດສະຫຼຸບຫຍໍ້ຂອງໃບດຸ່ນດ່ຽງໃນໄລຍະ 3 ປີ ຜ່ານ ມາ;
ຄ.ຕົວເລກທຸລະກິດລວມ ແລະຕົວເລກທຸລະກິດ ກ່ຽວກັບການກໍ່ສ້າງສ້ອມແປງ, ການ ສະໜອງ
ຫລືການບໍລິການ
ທີ່ມີລັກຊະນະຄ້າຍຄືກັນກັບສິ່ງທີ່ລະບຸໄວ້ໃນເອກະສານປະມູນສຳລັບ 3 ປີ
ຜ່ານມາ. ຜູ້ຈັດຊື້ຫລືເຈົ້າຂອງໂຄງການ
ຕ້ອງລະບຸຢູ່ໃນເອກະສານ ປະມູນ.
3. ຄວາມສາມາດທາງດ້ານເຕັກນິກ
ໂດຍຂື້ນກັບລັກສະນະ, ປະລິມານ ແລະຈຸດປະສົງຂອງສີນຄ້າ, ການບໍລິການ ຫລືການ
ກໍ່ສ້າງ-ສ້ອມແປງ, ການຢັ້ງ ຢືນກ່ຽວກັບຄວາມສາມາດທາງດ້ານເຕັກນິກອາດເຮັດໃນຮູບ
ການໃດນື່ງດັ່ງຕໍ່ໄປນີ້ :
ກ. ວິຊາສະເພາະ ແລະລະດັບການສຶກສາຂອງຜູ້ເຂົ້າແຂ່ງຂັນປະມູນ ແລະ/ຫລື ຂອງ
ພະນັກງານຝ່າຍຈັດການ
ແລະຄຸ້ມຄອງໂດຍສະເພາະຂອງບຸກຄົນ ທີ່ຮັບຜິດຊອບວຽກ ງານກໍ່ສ້າງ-
ສ້ອມແປງ ຫລືບໍລິການສະເພາະໃດນື່ງ;
ຂ. ໃນກໍລະນີ ການກໍ່ສ້າງ-ສ້ອມແປງ ຕ້ອງສະເໜີບັນດາວຽກງານຕ່າງໆ ທີ່ເຄີຍເຮັດໃນ ໄລຍະ 3 ປີ
ຜ່ານມາພ້ອມ
ທັງໃບຢັ້ງຢືນຜົນສຳເລັດໃນການປະຕິບັດວຽກງານດັ່ງກ່າວ ໂດຍສະເພາະ ແມ່ນວຽກງານທີ່ສຳຄັນກ່ວາໝູ່,
ຊຶ່ງ
ອອກໃຫ້ໂດຍລູກຄ້າເກົ່າ. ໃບຢັ້ງຢືນ ດັ່ງກ່າວນັ້ນ ຈະຕ້ອງບົ່ງບອກເຖີງມູນຄ່າ, ວັນທີ,
ສະຖານທີ່ ແລະຕ້ອງບອກ
ແຈ້ງວ່າວຽກງານກໍ່ສ້າງ - ສ້ອມແປງນັ້ນສຳເລັດໄປດ້ວຍດີ ຫລືບໍ່.
ຄ. ໃນກໍລະນີສີນຄ້າ ແລະການບໍລິການ ບັນຊີສີນຄ້າ ຫລືການບໍລິການທີ່ໄດ້ ສະໜອງ ໃນໄລຍະ 3
ປີຜ່ານມາ,
ພ້ອມທັງຈຳນວນເງິນ, ວັນທີ ແລະຊື່ (ລັດ ຫລືເອກະຊົນ) ບັນຊີດັ່ງກ່າວນັ້ນ
ຕ້ອງມີໃບຢັ້ງຢືນອອກໃຫ້
ຫລືເຊັນໂດຍຜູ້ຊື້.
ງ. ບັນຊີກົນຈັກ ແລະອຸປະກອນຜູ້ເຂົ້າແຂ່ງຂັນປະມູນ ເປັນຕົ້ນເຄື່ອງມື, ໂຮງງານ ແລະ
ອຸປະກອນເຕັກນິກນັບທັງລະ
ບົບກວດກາຄຸນນະພາບທີ່ດຳເນີນເອງ ຫລືເຊັນສັນຍາໃຫ້ ຜູ້ອື່ນເຮັດ;
ຈ. ໃນກໍລະນີສີນຄ້າ: ລາຍການລະອຽດແລະ/ຫຼືປະເພດຂອງສີນຄ້າທີ່ຈະສະໜອງ, ຖ້າວ່າ ຜູ້ຈັດຊື້
ຫລືເຈົ້າຂອງ ໂຄງການຕ້ອງການການຢັ້ງຢືນເຖີງຄວາມຖືກຕ້ອງຂອງສີນຄ້າ ເຫຼົ່າ ນັ້ນ
ກໍຕ້ອງໄດ້ມີການຢັ້ງຢືນ;
ສ. ກໍລະນີສີນຄາ້ທີ່ນຳໃຊ້ໃນການກໍ່ສ້າງ-ສ້ອມແປງ ຕ້ອງມີໃບຢັ້ງຢືນກວດກາຄຸນນະພາບ
ຈາກສະຖາບັນ ຫລືອົງການທີ່ຖືກຮັບຮູ້, ຊື່ງຢັ້ງຢືນເຖີງຄວາມຖືກຕ້ອງສອດຄ່ອງກັບ
ມາດຕະຖານເຕັກນິກ ຫລືມາດຕະຖານຂອງສີນຄ້າ. ຜູ້ຈັດຊື້ື້ ຫລືເຈົ້າຂອງໂຄງການຈະ
ຕ້ອງໄດ້ຊື້ແຈງໃນເອກະສານປະມູນ ເຖີງຂໍ້ມູນພື້ນຖານທີ່ຕົນຕ້ອງການ.
ມາດຕາ 18 : ການຈັດບັນຊີລາຍຊື່ ບໍລິສັດ
1. ກະຊວງການເງິນ ໂດຍສົມທົບກັບອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງຈັດບັນຊີລາຍຊື່ ບໍລິ
ສັດ, ວິສາຫະກິດ, ບໍລິສັດຮ່ວມ ຫລືນິຕິບຸກຄົນ ແລະລວມທັງບໍລິສັດສາກົນ ທີ່ເຂົ້າຮ່ວມ ໃນການປະມູນເປີດກວ້າງ
ທີ່ມີຄວາມສາມາດ, ມີປະສົບການ ແລະຖານະການເງິນດີ ອອກໃນທຸກໆປີ;
2. ຫລັກການຄັດເລືອກເອົານິຕິບຸກຄົນ, ບໍລິສັດ, ວິສາຫະກິດ, ບໍລິສັດສາກົນ ລວມທັງ
ບໍລິສັດຮ່ວມ ເຂົ້າໃນບັນຊີລາຍຊື່ບໍລິສັດນັ້ນ ຕ້ອງໃຫ້ສອດຄ່ອງກັບເງື່ອນໄຂຂອງມາດຕາ 17
ຂ້າງເທີ່ງນີ້;
3. ການຈັດບັນຊີລາຍຊື່ຂອງຜູ້ຮັບເຫມົາ ແລະຜູ້ສະຫນອງ ແມ່ນເພື່ອສືບຕໍ່ຮັກສາຜູ້ສະຫນອງ ແລະຮັບເໝົາທີ່ມີຄວາມສາມາດໂດຍສອດຄອງກັບດຳລັດວ່າດ້ວຍການປະມູນຈັດຊື້ສີນຄ້າ,
ການກໍ່ສ້າງສ້ອມແປງ ແລະບໍລິການດ້ວຍທືນຂອງລັດ. ແຕ່ເຖີງຢ່າງໃດກໍຕາມ ການຈັດບັນ ຊີລາຍຊື່
ບໍ່ມີລັກສະນະຈຳກັດ, ຜູ້ສະຫນອງ ຫລືຜູ້ຮັບເຫມົາອື່ນໆທີ່ມີຄວາມສົນໃຈ ແລະ
ມີຄວາມສາມາດມີສິດສະເຫມີພາບໃນການເຂົ້າຮ່ວມປະມູນແຂ່ງຂັນໄດ້ເຫນືອນກັນ. ກ່ອນ
ການຕົກລົງເຊັນສັນຍາກັບຜູ້ທີ່ໄດ້ຮັບຮອງເປັນຜູ້ຊະນະການປະມູນ ຕ້ອງໄດ້ດຳເນີນການ
ປະເມີນດ້ານຄຸນະວຸດທິພາຍຫລັງຕື່ມອີກ.
ມາດຕາ 19: ການຈັດບັນຊີລາຍຊື່
ກະຊວງການເງິນໂດຍການສະເໜີຈາກຫົວໜ້າຫ້ອງການຄຸ້ມຄອງຕິດຕາມການຈັດຊື້ ເປັນຜູ້ຈັດ
ບັນຊີລາຍຊື່ ແລະສາມາດກຳນົດຕາມວິທີການລຸ່ມນີ້:
1. ກະຊວງ ຫລືອົງການທີ່ກ່ຽວຂ້ອງ ຕ້ອງການຈັດບັນຊີລາຍຊື່ ຜູ້ຮັບເຫມົາ ຫລືຜູ້ສະຫນອງ
ຕ້ອງ ສົ່ງບົດລາຍງານຫາຫົວໜ້າຫ້ອງການຄຸ້ມຄອງຕິດຕາມການຈັດຊື້.
2. ຜູ້ຕາງໜ້າຂອງກະຊວງ ຫລືອົງການທີ່ກ່ຽວຂ້ອງນັ້ນ ແລະຫ້ອງການຄຸ້ມຄອງຕິດຕາມການຈັດຊື້
ຕ້ອງປະຊຸມປຶກສາ ຫາລືກ່ຽວກັບຄວາມເຫມາະສົມໃນການຈັດບັນຊີລາຍຊື່ີດັ່ງກ່າວ;
3. ພາຍຫລັງການກະກຽມມາດຕະຖານໃນການຄັດເລືອກສຳເລັດແລ້ວ, ຫ້ອງການຄຸ້ມຄອງຕິດ ຕາມການຈັດຊື້
ຕ້ອງໄດ້ປະກາດເຊີນເອົາຜູ້ສະຫນອງ ຫລືຜູ້ຮັບເຫມົາ ເພື່ອສະຫມັກຈັດບັນຊີ ລາຍຊື່ດັ່ງກ່າວ
ໃນໜັງສືພິມລາວ ຫລືໃນບາງກໍລະນີ ຕ້ອງປະກາດໃນໜັງສືພີມພາສາອັງກິດ ທີ່ ພີມຢູ່ໃນ ສປປ ລາວ;
4. ໂດຍປະຕິບັດຕາມການປະກາດ, ການຈັດບັນຊີລາຍຊື່ ຈະເປີດຮັບເປັນເວລາ 2ເດືອນ.
5. ໂດຍການປະສານສົມທົບກັບຜູ້ຕາງຫນ້າຂອງກະຊວງ ຫລືອົງການກ່ຽວຂ້ອງ, ຫ້ອງການຄຸ້ມ
ຄອງຕິດຕາມການຈັດຊື້ຕ້ອງດຳເນີນການປະເມີນຄວາມເຫມາະສົມຂອງຜູ້ສະຫນອງ ຫລືຜູ້ຮັບ ເຫມົາພາຍໃນ
2ເດືອນ. ຫຼັງຈາກນັ້ນ ຫົວໜ້າຫ້ອງການຄຸ້ມຄອງຕິດຕາມການຈັດຊື້ນຳ ສະເຫນີ
ຫາລັດຖະມົນຕີວ່າການ ກະຊວງການເງິນ ເພື່ອຮັບຮອງເອົາບັນຊີລາຍຊື່ດັ່ງກ່າວນັ້ນ ເປັນທາງ
ການ;
6. ບັນຊີລາຍຊື່ີນີ້ ຈະຮັກສາໄວ້ຢູ່ຫ້ອງການຄຸ້ມຄອງຕິດຕາມການຈັດຊຶ້ ແລະກະຊວງທີ່ກ່ຽວຂ້ອງ
ສົນໃຈ ຫລືຕ້ອງການກໍສາມາດເຜີຍແຜ່ໄດ້.
7. ການສະເຫນີເພື່ອຈັດເຂົ້າໃນບັນຊີລາຍຊື່ ສາມາດຮັບເອົາໄດ້ທຸກໆເວລາ ແລະຈະພິຈາລະນາ
ຮັບຮອງເອົາພາຍໃນ 2 ເດືອນ. ບັນຊີລາຍຊື່ດັ່ງກ່າວ ສາມາດເພີ້ມເຕີມ ຫລືຫລຸດໄດ້ ໂດຍຫົວຫນ້າຫ້ອງການຄູ້ມຄອງຕິດຕາມການຈັດຊື້.
ລັດຖະມົນຕີ ວ່າການກະຊວງການເງິນ ຈະເປັນຜູ້ຮັບຮອງເອົາບັນຊີລາຍຊື່ີດັ່ງກ່າວ ໂດຍການສະເຫນີຂອງ
ຫົວຫນ້າຫ້ອງການຄູ້ມຄອງ ຕິດຕາມການຈັດຊື້ ໃນເດືອນ ກັນຍາ (9) ຂອງທຸກໆປີ;
|
|