www.smepdo.org       
 
Lao Eng
 

ໂອກາດທາງທຸລະກິດ > ກາຈັດຊື້ຂອງລັດຖະບານ

 
 

 ພາກທີ IV
ການຄັດເລືອກເອົາຜູ້ເຂົ້າແຂ່ງຂັນປະມູນ

ມາດຕາ 17: ການຄັດເລືອກເອົາຜູ້ເຂົ້າແຂ່ງຂັນປະມູນ.

ຜູ້ເຂົ້າແຂ່ງຂັນປະມູນທຸກໆຄົນມີສິດສະເໝີພາບ ໃນການເຂົ້າຮ່ວມການປະມູນເປີດກ້ວາງ, ການປະມູນວົງແຄບ, ການ ປະມູນສົມທຽບລາຄາພາຍໃນ, ການປະມູນສົມທຽບລາຄາສາ ກົນ ແລະການເຈລະຈາໂດຍກົງ ບົນຫລັກການ ພື້ນຖານໃນການ ຄັດເລືອກ, ເພາະສະນັ້ນ ຜູ້ເຂົ້າແຂ່ງຂັນປະມູນອາດຖືກປະຕິເສດ ບໍ່ໃຫ້ເຂົ້າຮ່ວມໃນການປະມູນແຂ່ງ ຂັນໃດນື່ງໄດ້, ຖ້າ ຫາກບໍ່ປະຕິບັດຕາມເງື່ອນໄຂອັນນື່ງ ຫລືຫຼາຍອັນທີ່ຜູ້ຈັດຊື້ ຫລືເຈົ້າຂອງໂຄງການໄດ້ກຳນົດໄວ້.
ຖ້າຫາກມີການສະເຫນີ ຈາກຜູ້ເຂົ້າແຂ່ງຂັນປະມູນ. ຜູ້ຈັດຊື້ ຫລືເຈົ້າຂອງ ໂຄງການຕ້ອງແຈ້ງເຫດຜົນໃນການປະຕິ ເສດໃຫ້ຜູ້ເຂົ້າແຂ່ງຂັນປະມູນຮັບຊາບເປັນລາຍລັກອັກສອນ.
 ຂໍ້ມູນຕ່າງໆທີ່ເປັນມາດຕະຖານໃນການຄັດເລືອກເອົາຕ້ອງ ກຳນົດຢູ່ໃນຂອບເຂດ ເນື້ອໃນ ຂອງເອກະສານປະມູນ. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ຈະຕ້ອງຮັກສາເປັນຄວາມລັບຂໍ້ ມູນທາງດ້ານເຕັກນິກ ແລະການຄ້າທີ່ຜູ້ເຂົ້າແຂ່ງຂັນ ປະມູນໄດ້ເປີດເຜີຍໃຫ້ຮູ້ໃນເວລາ ດຳເນີນການປະມູນນັ້ນ.

- ຄວາມເຫມາະສົມຂອງຜູ້ເຂົ້າແຂ່ງຂັນປະມູນ :

  1. ນິຕິບຸກຄົນ, ບໍລິສັດ, ວິສາຫະກິດ ທີ່ສ້າງຕັ້ງຂຶ້ນໃນ ສປປ ລາວໂດຍຖືກຕ້ອງຕາມກົດຫມາຍແລະປະຕິບັດ ພັນທະດ້ານພາສີ - ອາກອນ ເປັນປົກກະຕິ ແລະຄົບຖ້ວນ. ຖ້າວ່າ ວິສາຫະ ກີດຂອງລັດ ຕ້ອງແມ່ນວິສາ ຫະກິດທີ່ສ້າງຕັ້ງຂື້ນຖືກຕ້ອງຕາມກົດຫມາຍ, ເປັນເຈົ້າຕົນເອງດ້ານການເງິນ ແລະດຳເນີນທຸລະກິດຕາມກົດ ຫມາຍວ່າດ້ວຍ ທຸລະກິດ ແລະການຄູ້ມ ຄອງບໍ່ໄດ້ຂື້ນກັບອົງການຈັດຕັ້ງປະຕິບັດໂຄງການນັ້ນ.

  2. ບໍລິສັດສາກົນ ທີ່ບໍ່ໄດ້ຂື້ນທະບຽນວິສາຫະກິດຢູ່ ສປປ ລາວ, ບໍລິສັດດັ່ງກ່າວນີ້ ຕ້ອງສ້າງ ຕັ້ງຂື້ນໂດຍຖືກ ຕ້ອງຕາມກົດຫມາຍຂອງປະເທດທີ່ບໍລິສັດນັ້ນຈົດທະບຽນ ແລະປະຕິບັດພັນ ທະດ້ານພາສີ - ອາກອນເປັນ ປົກກະຕິ ແລະຄົບຖ້ວນ. ໃນກໍລະນີ ບໍລິສັດດັ່ງກ່າວນີ້ຖືກ ຮັບຮອງເອົາເປັນຜູ້ຊະນະການປະມູນໃດນື່ງນັ້ນ, ບໍລິສັດດັ່ງກ່າວນີ້ຕ້ອງໄດ້ປະຕິບັດຕາມລະບຽບກ່ຽວກັບການຂື້ນທະບຽນອາກອນ ແລະຄູ້ມຄອງຜູ້ເສັຍອາກອນ, ສະບັບເລກທີ 2349 /ກງ, ລົງວັນທີ 30 ທັນວາ 2003.

  3. ບໍລິສັດຮ່ວມແມ່ນການຮ່ວມກັນຂອງຜູ້ເຂົ້າແຂ່ງຂັນປະມູນໃນຂໍ້ 1 ຫລື/ແລະ 2ຕາມການຕົກລົງ ແລະສັນຍາ ຮ່ວມດັ່ງນີ້:
     

    • ທຸກໆຝ່າຍຮ່ວມກັນ ແລະມີຄວາມຮັບຜິດຊອບຮ່ວມກັນ ຫລືແບ່ງສ່ວນກັນຮັບຜິດຊອບ;
       

    • ບໍລິສັດຮ່ວມຕ້ອງຄັດເລືອກບໍລິສັດທີ່ຮັບຜິດຊອບໃນການດຳເນີນວຽກງານເພື່ອຕາງຫນ້າໃຫ້ທຸກໆຝ່າຍ ໃນການເຂົ້າຮ່ວມປະມູນແຂ່ງຂັນ ແລະເປັນຜູ້ຊະນະການປະມູນລວມທັງຮັບຜິດຊອບການຈັດຕັ້ງປະຕິບັດ ສັນຍາ.  

    - ເງື່ອນໄຂໃນການຄັດເລືອກ: 
          
    1. ຄຸນສົມບັດທົ່ວໄປ
      1. ຜູ້ເຂົ້າແຂ່ງຂັນປະມູນຕ້ອງບໍ່ມີການຂັດດ້ານຜົນປະໂຫຍດທີ່ກຳນົດໃນຂອບເຂດຂອງການສະ
        ເຫນີສັນຍາ. ຖາ້ຫາກກວດກາເຫັນວ່າຜູ້ເຂົ້າແຂ່ງຂັນປະມູນນັ້ນມີການຂັດດ້ານຜົນປະໂຫຍດ ຈະຕ້ອງໄດ້ຕັດອອກຈາກການປະມູນເລີຍ. ການຂັດດ້ານຜົນປະໂຫຍດສາມາດພິຈາລະນາ ຕາມນື່ງ ຫລືຫລາຍກໍລະນີ, ຊື່ງບໍ່ໄດ້ຈຳກັດພຽງແຕ່ຜູ້ເຂົ້າແຂ່ງຂັນປະມູນເທົ່ານັ້ນດັ່ງນີ້: 
         
      • ມີຮູ້ນສ່ວນຮ່ວມກັນກັບຜູ້ເຂົ້າແຂ່ງຂັນປະມູນອື່ນໆ;
      • ຮັບ ຫລືໄດ້ຮັບການຊຸກຍູ້ໃນທາງກົງ ຫລືທາງອ້ອມຈາກຜູ້ເຂົ້າແຂ່ງຂັນປະມູນຜູ້ໃດ ຜູ້ນື່ງ;
      • ມີຖານະດ້ານກົດຫມາຍດຽວກັນກັບຜູ້ເຂົ້າແຂ່ງຂັນປະມູນອື່ນສຳລັບການປະມູນນີ້;
         
      • ມີການພົວພັນກັບແຕ່ລະຄົນ,ໃນທາງກົງ ຫລືຜ່ານບຸກຄົນທີສາມເພື່ອໃຫ້ຕົນເອງສາມາດເຂົ້າ ໄປເຖີງຂໍ້ມູນກ່ຽວກັບການປະມູນ ຫລືການໃຊ້ອຳນາດບັງຄັບຜູ້ນີ້ຕໍ່ຜູ້ອື່ນ ຫລືໃຊ້ອຳນາດບັງ ຄັບໃນການຕັດສີນຂອງຜູ້ຈັດຊື້ ຫລືເຈົ້າຂອງໂຄງການທີ່ພົວພັນກັບຂັ້ນຕອນການປະມູນດັ່ງ ກ່າວ;
         
      • ຍື່ນຊອງປະມູນຫລາຍກ່ວານື່ງ (1) ຊອງໃນການປະມູນນີ້, ຍົກເວັ້ນກໍລະນີເອກະສານປະມູນ ໄດ້ລະບຸກ່ຽວກັບການອະນຸບາດໃຫ້ສະເຫນີຫລາຍທາງເລືອກໄດ້;
      • ໂດຍການມີສ່ວນຮ່ວມຂອງທີ່ປຶກສາທີ່ເປັນຜູ້ກະກຽມໃນການອອກແບບ ຫລືການກຳນົດມາດ ຕະຖານເຕັກນິກຂອງສີນຄ້າ ແລະການບໍລິການທີ່ເປັນເນື້ອໃນຂອງການປະມູນ.
         
    2. ຜູ້ເຂົ້າແຂ່ງຂັນປະມູນ ຕ້ອງໄດ້ຕັດອອກຈາກການປະມູນ, ຖ້າວ່າ:
        
      • ວິສາຫະກິດຢູ່ໃນສະພາວະຈະຫລົ້ມລະລາຍ, ຊື່ງສັບສີນຂອງວິສາຫະກິດດັ່ງກ່າວຖືກຄວບ ຄຸມໂດຍຄະນະກຳມະການ, ຊື່ງແມ່ນສານເປັນຜູ້ແຕ່ງຕັ້ງ; ຫລືວິສາຫະກິດຖືກລົ້ມລະລາຍ ແລະ ສານໄດ້ແຕ່ງຕັ້ງຄະນະຊຳລະສະສາງເພື່ອຊຳລະໜີ້ສີນ ຫລືວິສາຫະກິດໄດ້ເຊັນສັນ ຍາກັບເຈົ້າໜີ້ເພື່ອໃຊ້ຫນີ້ຄືນ;ຫລືມີສະພາບແນວອື່ນທີ່ຄ້າຍຄືກັນນີ້ຈາກການປະຕິບັດກົດໝາຍ ແລະລະບຽບການຂອງປະເທດທີ່ວິສາຫະກິດນັ້ນໄດ້ຈົດທະບຽນ.
         
      • ມີຄວາມຜິດທາງດ້ານວິຊາສະເພາະ ທີ່ຢັ້ງຢືນຈາກອົງການວິຊາສະເພາະທີ່ກ່ຽວ ຂ້ອງ;
         
      • ບໍ່ປະຕິບັດພັນທະເສັຽພາສີ, ອາກອນ, ເງິນປະກັນໄພສັງຄົມ ລືພັນທະອື່ນໆຕາມກົດໝາຍ ຂອງປະເທດທີ່ຕົນສ້າງຕັ້ງຂື້ນ;
      • ລາຍງານຂໍ້ມູນຜິດພາດ ຊື່ງຂໍ້ມູນດັ່ງກ່າວແມ່ນຂໍ້ມູນທີ່ຕ້ອງການໃນພາກທີ IVອົງການຕຸລາ ການ ຫລືບໍລິຫານທີ່ມີອຳນາດ ກ່ຽວຂ້ອງຢູ່ໃນປະເທດທີ່ຜູ້ເຂົ້າແຂ່ງຂັນປະມູນໄດ້ຈົດທະບຽນ ຕ້ອງເປັນຜູ້ອອກເອກະສານທາງການຢັ້ງຢືນວ່າບໍ່ມີກໍລະນີ ຂ້າງເທິ່ງນັ້ນ. ສຳລັບປະເທດທີ່ ຮັບຮູ້ການສາບານຕົວຜູ້ເຂົ້າແຂ່ງຂັນປະມູຸນຕອ້ງສາບານຕົວຕໍ່ໜ້າອົງການດ້ານກົດຫມາຍ ຫລື ອົງການບໍລິຫານ;
         
      • ມີຄວາມຕັ້ງໃຈໃນການກະທຳຜິດ ຫລືມີພືດຕິກຳສໍ້ກົງ.
         
    3. ຖານະການເງິນ:
      ຜູ້ຈັດຊື້ຫລືເຈົ້າຂອງໂຄງການສາມາດຮຽກຮ້ອງໃຫ້ຜູ້ເຂົ້າແຂ່ງຂັນປະມູນແຈ້ງກ່ຽວກັບຖານະການເງິນ ເພື່ອຕອບສະໜອງຕາມຄວາມຕ້ອງການໃນສັນຍາ. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງໄດ້ແນະນຳ ໃນເອກະສານປະມຸູນກ່ຽວກັບລະດັບຄວາມສາມາດດ້ານການເງິນທີ່ຕົນຕ້ອງການຈາກຜູ້ເຂົ້າແຂ່ງຂັນປະ ມູູນ. ການຢັ້ງຢືນດັ່ງກ່າວອາດເຮັດໃນຮູບການໃດນື່ງດັ່ງຕໍ່ໄປນີ້:
      • ໃບຢັ້ງຢືນຈາກທະນາຄານ ລວມມີ, ລາຍລະອຽດໃນການສະຫນັບສະຫນູນດ້ານສີນເຊື່ອຖ້າ ຫາກຕ້ອງການ;
         
      • ໃບດຸ່ນດ່ຽງລາຍຮັບ -ລາຍຈ່າຍ ຫລືບົດສະຫຼຸບຫຍໍ້ຂອງໃບດຸ່ນດ່ຽງໃນໄລຍະ 3ປີຜ່ານມາ;
         
      • ຕົວເລກທຸລະກິດລວມ ແລະຕົວເລກທຸລະກິດກ່ຽວກັບການກໍ່ສ້າງສ້ອມແປງ, ການສະໜອງ ຫລືການບໍລິການທີ່ມີລັກຊະນະຄ້າຍຄືກັນກັບສິ່ງທີ່ລະບຸໄວ້ໃນເອກະສານປະມູນສຳລັບ 3 ປີ ຜ່ານມາ. ຜູ້ຈັດຊື້ຫລືເຈົ້າຂອງໂຄງການຕ້ອງລະບຸຢູ່ໃນເອກະສານ ປະມູນ.
         
    4. ຄວາມສາມາດທາງດ້ານເຕັກນິກໂດຍຂື້ນກັບລັກສະນະ, ປະລິມານ ແລະຈຸດປະສົງຂອງສີນຄ້າ,ການ ບໍລິການ ຫລືການກໍ່ສ້າງ-ສ້ອມ ແປງ, ການຢັ້ງຢືນກ່ຽວກັບຄວາມສາມາດທາງດ້ານເຕັກນິກອາດ ເຮັດໃນຮູບການໃດນື່ງດັ່ງຕໍ່ໄປນີ້ :
      • ວິຊາສະເພາະ ແລະລະດັບການສຶກສາຂອງຜູ້ເຂົ້າແຂ່ງຂັນປະມູນແລະ/ຫລືຂອງພະນັກງານ ຝ່າຍຈັດການ ແລະຄຸ້ມຄອງໂດຍສະເພາະຂອງບຸກຄົນ ທີ່ຮັບຜິດຊອບວຽກງານກໍ່ສ້າງ- ສ້ອມແປງ ຫລືບໍລິການສະເພາະໃດນື່ງ;
         
      • ໃນກໍລະນີ ການກໍ່ສ້າງ-ສ້ອມແປງ ຕ້ອງສະເໜີບັນດາວຽກງານຕ່າງໆທີ່ເຄີຍເຮັດໃນໄລຍະ 3 ປີຜ່ານມາພ້ອມທັງໃບຢັ້ງຢືນຜົນສຳເລັດໃນການປະຕິບັດວຽກງານດັ່ງກ່າວໂດຍສະເພາະ ແມ່ນວຽກງານທີ່ສຳຄັນກ່ວາໝູ່,ຊຶ່ງອອກໃຫ້ໂດຍລູກຄ້າເກົ່າ. ໃບຢັ້ງຢືນດັ່ງກ່າວນັ້ນຈະຕ້ອງ ບົ່ງບອກເຖີງມູນຄ່າ, ວັນທີ, ສະຖານທີ່ ແລະຕ້ອງບອກແຈ້ງວ່າວຽກງານກໍ່ສ້າງ -ສ້ອມແປງ ນັ້ນສຳເລັດໄປດ້ວຍດີ ຫລືບໍ່.
         
      •  ໃນກໍລະນີສີນຄ້າ ແລະການບໍລິການບັນຊີສີນຄ້າ ຫລືການບໍລິການທີ່ໄດ້ ສະໜອງໃນໄລ ຍະ3 ປີຜ່ານມາ, ພ້ອມທັງຈຳນວນເງິນ, ວັນທີ ແລະຊື່ (ລັດ ຫລືເອກະຊົນ) ບັນຊີດັ່ງກ່າວ ນັ້ນຕ້ອງມີໃບຢັ້ງຢືນອອກໃຫ້ ຫລືເຊັນໂດຍຜູ້ຊື້.
         

      •  ບັນຊີກົນຈັກ ແລະອຸປະກອນຜູ້ເຂົ້າແຂ່ງຂັນປະມູນເປັນຕົ້ນເຄື່ອງມື, ໂຮງງານ ແລະອຸປະ ກອນເຕັກນິກນັບທັງລະບົບກວດກາຄຸນນະພາບທີ່ດຳເນີນເອງ ຫລືເຊັນສັນຍາໃຫ້ຜູ້ອື່ນເຮັດ;
         

      • ໃນກໍລະນີສີນຄ້າ:ລາຍການລະອຽດແລະ/ຫຼືປະເພດຂອງສີນຄ້າທີ່ຈະສະໜອງ, ຖ້າວ່າຜູ້ຈັດ ຊື້ຫລືເຈົ້າຂອງໂຄງການຕ້ອງການການຢັ້ງຢືນເຖີງຄວາມຖືກຕ້ອງຂອງສີນຄ້າເຫຼົ່ານັ້ນກໍຕ້ອງ ໄດ້ມີການຢັ້ງຢືນ; 

      •  ກໍລະນີສີນຄາ້ທີ່ນຳໃຊ້ໃນການກໍ່ສ້າງ-ສ້ອມແປງ ຕ້ອງມີໃບຢັ້ງຢືນກວດກາຄຸນນະພາບຈາກ ສະຖາບັນ ຫລືອົງການທີ່ຖືກຮັບຮູ້, ຊື່ງຢັ້ງຢືນເຖີງຄວາມຖືກຕ້ອງສອດຄ່ອງກັບມາດຕະຖານ ເຕັກນິກ ຫລືມາດຕະຖານຂອງສີນຄ້າ. ຜູ້ຈັດຊື້ື້ຫລືເຈົ້າຂອງໂຄງການຈະຕ້ອງໄດ້ຊື້ແຈງໃນ ເອກະສານປະມູນເຖີງຂໍ້ມູນພື້ນຖານທີ່ຕົນຕ້ອງການ.

ມາດຕາ 18 : ການຈັດບັນຊີລາຍຊື່ ບໍລິສັດ

  1. ກະຊວງການເງິນ ໂດຍສົມທົບກັບອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງຈັດບັນຊີລາຍຊື່ ບໍລິສັດ, ວິສາຫະກິດ, ບໍລິສັດຮ່ວມ ຫລືນິຕິບຸກຄົນ ແລະລວມທັງບໍລິສັດສາກົນ ທີ່ເຂົ້າຮ່ວມ ໃນການປະມູນເປີດກວ້າງທີ່ມີຄວາມສາ ມາດ, ມີປະສົບການ ແລະຖານະການເງິນດີອອກໃນທຸກໆປີ;
     

  2. ຫລັກການຄັດເລືອກເອົານິຕິບຸກຄົນ, ບໍລິສັດ, ວິສາຫະກິດ, ບໍລິສັດສາກົນລວມທັງ ບໍລິສັດຮ່ວມເຂົ້າໃນບັນ ຊີລາຍຊື່ບໍລິສັດນັ້ນ ຕ້ອງໃຫ້ສອດຄ່ອງກັບເງື່ອນໄຂຂອງມາດຕາ 17 ຂ້າງເທີ່ງນີ້;
     

  3. ການຈັດບັນຊີລາຍຊື່ຂອງຜູ້ຮັບເຫມົາ ແລະຜູ້ສະຫນອງ ແມ່ນເພື່ອສືບຕໍ່ຮັກສາຜູ້ສະຫນອງ ແລະຮັບເໝົາທີ່ມີ ຄວາມສາມາດໂດຍສອດຄອງກັບດຳລັດວ່າດ້ວຍການປະມູນຈັດຊື້ສີນຄ້າ, ການກໍ່ສ້າງສ້ອມແປງແລະບໍລິການ ດ້ວຍທືນຂອງລັດ. ແຕ່ເຖີງຢ່າງໃດກໍຕາມ ການຈັດບັນ ຊີລາຍຊື່ ບໍ່ມີລັກສະນະຈຳກັດ, ຜູ້ສະຫນອງ ຫລືຜູ້ຮັບເຫມົາອື່ນໆທີ່ມີຄວາມສົນໃຈ ແລະມີຄວາມສາມາດມີສິດສະເຫມີພາບໃນການເຂົ້າຮ່ວມປະມູນແຂ່ງຂັນ ໄດ້ເຫນືອນກັນ.ກ່ອນການຕົກລົງເຊັນສັນຍາກັບຜູ້ທີ່ໄດ້ຮັບຮອງເປັນຜູ້ຊະນະການປະມູນຕ້ອງໄດ້ດຳເນີນການ ປະເມີນດ້ານຄຸນະວຸດທິພາຍຫລັງຕື່ມອີກ.

ມາດຕາ 19: ການຈັດບັນຊີລາຍຊື່
ກະຊວງການເງິນໂດຍການສະເໜີຈາກຫົວໜ້າຫ້ອງການຄຸ້ມຄອງຕິດຕາມການຈັດຊື້ເປັນຜູ້ຈັດບັນຊີລາຍຊື່ ແລະສາ ມາດກຳນົດຕາມວິທີການລຸ່ມນີ້:

  1. ກະຊວງ ຫລືອົງການທີ່ກ່ຽວຂ້ອງ ຕ້ອງການຈັດບັນຊີລາຍຊື່ ຜູ້ຮັບເຫມົາ ຫລືຜູ້ສະຫນອງຕ້ອງສົ່ງບົດລາຍ ງານຫາຫົວໜ້າຫ້ອງການຄຸ້ມຄອງຕິດຕາມການຈັດຊື້. 

  2. ຜູ້ຕາງໜ້າຂອງກະຊວງ ຫລືອົງການທີ່ກ່ຽວຂ້ອງນັ້ນ ແລະຫ້ອງການຄຸ້ມຄອງຕິດຕາມການຈັດຊື້ຕ້ອງປະຊຸມ ປຶກສາ ຫາລືກ່ຽວກັບຄວາມເຫມາະສົມໃນການຈັດບັນຊີລາຍຊື່ີດັ່ງກ່າວ;  

  3. ພາຍຫລັງການກະກຽມມາດຕະຖານໃນການຄັດເລືອກສຳເລັດແລ້ວ, ຫ້ອງການຄຸ້ມຄອງຕິດ ຕາມການຈັດຊື້ ຕ້ອງໄດ້ປະກາດເຊີນເອົາຜູ້ສະຫນອງ ຫລືຜູ້ຮັບເຫມົາເພື່ອສະຫມັກຈັດບັນຊີລາຍຊື່ດັ່ງກ່າວໃນໜັງສືພິມລາວ ຫລືໃນບາງກໍລະນີ ຕ້ອງປະກາດໃນໜັງສືພີມພາສາອັງກິດ ທີ່ ພີມຢູ່ໃນ ສປປ ລາວ;  

  4. ໂດຍປະຕິບັດຕາມການປະກາດ, ການຈັດບັນຊີລາຍຊື່ ຈະເປີດຮັບເປັນເວລາ 2ເດືອນ.  

  5. ໂດຍການປະສານສົມທົບກັບຜູ້ຕາງຫນ້າຂອງກະຊວງ ຫລືອົງການກ່ຽວຂ້ອງ,ຫ້ອງການຄຸ້ມຄອງຕິດຕາມການ ຈັດຊື້ຕ້ອງດຳເນີນການປະເມີນຄວາມເຫມາະສົມຂອງຜູ້ສະຫນອງ ຫລືຜູ້ຮັບເຫມົາພາຍໃນ 2ເດືອນ. ຫຼັງຈາກ ນັ້ນຫົວໜ້າຫ້ອງການຄຸ້ມຄອງຕິດຕາມການຈັດຊື້ນຳ ສະເຫນີ ຫາລັດຖະມົນຕີວ່າການ ກະຊວງການເງິນເພື່ອ ຮັບຮອງເອົາບັນຊີລາຍຊື່ດັ່ງກ່າວນັ້ນ ເປັນທາງ ການ;  

  6.  ບັນຊີລາຍຊື່ີນີ້ ຈະຮັກສາໄວ້ຢູ່ຫ້ອງການຄຸ້ມຄອງຕິດຕາມການຈັດຊຶ້ ແລະກະຊວງທີ່ກ່ຽວຂ້ອງສົນໃຈຫລືຕ້ອງ ການກໍສາມາດເຜີຍແຜ່ໄດ້.  

  7. ການສະເຫນີເພື່ອຈັດເຂົ້າໃນບັນຊີລາຍຊື່ ສາມາດຮັບເອົາໄດ້ທຸກໆເວລາ ແລະຈະພິຈາລະນາຮັບຮອງເອົາ ພາຍໃນ 2 ເດືອນ. ບັນຊີລາຍຊື່ດັ່ງກ່າວສາມາດເພີ້ມເຕີມ ຫລືຫລຸດໄດ້ ໂດຍຫົວຫນ້າຫ້ອງການຄູ້ມຄອງ ຕິດຕາມການຈັດຊື້. ລັດຖະມົນຕີ ວ່າການກະຊວງການເງິນ ຈະເປັນຜູ້ຮັບຮອງເອົາບັນຊີລາຍຊື່ີດັ່ງກ່າວ ໂດຍການສະເຫນີຂອງ ຫົວຫນ້າຫ້ອງການຄູ້ມຄອງ ຕິດຕາມການຈັດຊື້ໃນເດືອນກັນຍາ (9)ຂອງທຸກໆປີ;

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
  ພາກທີ I ບົດບັນຍັດທົ່ວໄປ
  ພາກທີ II ຮູບການປະມູນ
  ພາກທີ III ການບໍລິການທີ່ປຶກສາ ຫຼືຊ່ຽວຊານ
  ພາກທີ IV ການຄັດເລືອກເອົາຜູ້ ເຂົ້າແຂ່ງຂັນປະມູນ
ພາກທີ V ການຈັດຕັ້ງ, ສິດແລະ ໜ້າທີ່ຂອງຄະນະການປະມູນ
ພາກທີ VI ເງື່ອນໄຂໃນການຕົກ ລົງເຊັນສັນຍາ
  ພາກທີ VII ສັນຍາ
  ພາກທີ VIII ການກວດກາ, ມາດ ຕະການຕໍ່ຜູູ້ລະເມີດ ແລະການ ແກ້ໄຂຂໍ້ຂັດແຍ່ງ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia