| |
ພາກທີ III
ການບໍລິການທີ່ປຶກສາ ຫລືຊ່ຽວຊານ
ມາດຕາ 15: ການນຳໃຊ້ທີ່ປຶກສາ ຫລືຊ່ຽວຊານ.
ຜູ້ຈັດຊື້ ຫລືເຈົ້າຂອງໂຄງການສາມາດເຊັນສັນຍາກັບບໍລິສັດທີ່ປຶກສາ ຫລືຊ່ຽວຊານເປັນບຸກຄົນ
ເພື່ອໃຫ້ຄຳແນະ
ນຳ ຫລືການຊ່ວຍເຫຼືອທາງດ້ານການສ້າງຄວາມອາດສາມາດ ແລະການບໍລິການ
ທີ່ພົວພັນເຖີງການຈັດຕັ້ງປະ
ຕິບັດໂຄງ ການ, ວິສະວະກຳ ແລະການ ອອກແບບ.
ບໍລິສັດທີ່ປຶກສາຈະຖືກນຳໃຊ້ໃນວຽກງານທີ່ມີລັກສະນະ
ສັບສົນ, ຊຶ່ງຕ້ອງ ການບຸກຄົນທີ່ມີ
ຄວາມຮູ້ຫຼາຍດ້ານ ແລະມີບົດຮຽນ. ສ່ວນຊ່ຽວຊານເປັນບຸກຄົນຈະຖືກນຳ
ໃຊ້ສຳລັບວຽກ ສະເພາະໃດ
ນື່ງທີ່ຕ້ອງການຄົນທີ່ມີຄວາມຮູ້ ແລະບົດຮຽນສະເພາະໃດນື່ງອັນແນ່ນອນເທົ່າ ນັ້ນ ແລະບໍ່ມີຄວາມຈຳເປັນທີ່ຈະຕ້ອງນຳ
ໃຊ້ທີມງານ ຫລືຫ້ອງການໃຫຍ່ຊ່ວຍເຫລືອ.
ວິທີການຄັດເລືອກເອົາທີ່ປຶກສາ ຫລືຊ່ຽວຊານຕ້ອງປະຕິບັດຕາມວິທີການຕົ້ນຕໍ ຄື ດ້ວຍວິທີ
ການພື້ນຖານໃນ
ການຄັດ ເລືອກດ້ານຄຸນນະພາບ ແລະລາຄາ.
ວິທີການພື້ນຖານໃນການຄັດເລືອກດ້ານຄຸນນະພາບ ແລະລາຄາວິທີການນີ້
ນຳໃຊ້ເພື່ອປະມູນແຂ່ງຂັນໃນຈຳນວນ
ບໍລິສັດທີ່ຈັດຢູ່ໃນບັນຊີສັ້ນ ເພື່ອສັງລວມ
ການສະເຫນີທາງດ້ານຄຸນນະພາບ ແລະລາຄາການບໍລິການໃນການ
ຄັດເລືອກ ເອົາບໍລິສັດ
ທີ່ຊະນະການປະມູນ. ລາຄາແມ່ນເງື່ອນໄຂນື່ງໃນການຄັດເລືອກ ຕ້ອງໄດ້ນຳໃຊ້ໃຫ້
ເຫມາະສົມ.
ການພົວ ພັນລະຫວ່າງນ້ຳຫນັກທີ່ກຳນົດໃຫ້ທາງດ້ານຄຸນນະພາບ ແລະລາຄາຕ້ອງໄດ້
ກຳນົດເປັນ
ແຕ່ລະກໍລະນີ ໂດຍຂື້ນກັບ ຫນ້າວຽກ. ຂັ້ນຕອນໃນການຄັດເລືອກປະກອບມີ ດັ່ງນີ້:
-
ກຳນົດໜ້າວຽກ: ຜູ້ຈັດຊື້ ຫລືເຈົ້າຂອງໂຄງການມີຫນ້າທີ່ໃນການກຳນົດຫນ້າວຽກທີ່ຕ້ອງ
ການບັນ
ຈຸຊ່ຽວ ຊານ. ກຳນົດກອບຂອງການບໍລິການໃນກຳນົດຫນ້າວຽກຕ້ອງໃຫ້ສອດຄ່ອງ
ກັບງົບປະມານ
ທີ່ມີໄວ້. ການກຳ ນົດຫນ້າວຽກຕ້ອງໄດ້ກຳນົດແຈ້ງຈຸດປະສົງ, ເປົ້າຫມາຍ ແລະກອບຫນ້າທີ່
ແລະສັງ
ລວມຂໍ້ມູນໂດຍຫຍໍ້ ( ລວມມີລາຍລະອຽດຂອງຫນ້າ ວຽກທີຈະໃຫ້ສຶກສາ ແລະຂໍ້ມູນພື້ນຖານ )ເພື່ອສ້າງ
ຄວາມສະດວກໃຫ້ແກ່ທີ່ ປຶກສາໃນ ການກະກຽມຂໍ້ສະເຫນີ.
ຖ້າເປັນວຽກທີ່ມີເປົ້າຫມາຍກ່ຽວກັບການທ່າຍທອດຄວາມຮູ້ ຫລືການ ອົບ ຮົມນັ້ນຕ້ອງໄດ້ກຳນົດລາຍລະ
ອຽດຂອງຈຳນວນພະນັກງານທີ່ຕ້ອງການໃຫ້ຝຶກອົບຮົມ ແລະເພື່ອໃຫ້ຊ່ຽວ ຊານສາມາດປະເມີນຄວາມ
ຕ້ອງການດ້ານຊັບພະຍາກອນໄດ້. ການກຳ ນົດຫນ້າວຽກຕ້ອງກຳນົດລາຍການ ກ່ຽວກັບການບໍລິການ ແລະການສຳຫລວດ
ທີ່ຈຳເປັນ ເພື່ອໃຫ້ເຫັນໄດ້ຫນ້າວຽກ ແລະຄາດຄະເນຜົນທີ່ຈະ ໄດ້ຮັບ(ຕົວຢ່າງ
ເຊັ່ນ:ບົດລາຍງານ, ຂໍ້ມູນ, ແຜນທີ່, ການສຳຫລວດ). ແຕ່ເຖີງຢ່າງໃດກໍດີ ການກຳນົດ ຫນ້າວຽກ
ບໍ່ຈຳເປັນ ຈະຕ້ອງໃຫ້ລະອຽດຈົນເກີນໄປ ແລະບໍ່ໂຍະ ຍານເກີນໄປ, ເພື່ອໃຫ້ທີ່ປຶກສາທີ່ເຂົ້າແຂ່ງ ຂັນສາມາດສະເຫນີວິທີການ ແລະບຸກຄະລາກອນຂອງເຂົາເຈົ້າ. ຊຸກຍູ້ໃຫ້ບໍ ລິສັດສາມາດ
ສະເຫນີຄຳ
ຄິດ ຄຳເຫັນຕໍ່ການກຳນົດຫນ້າວຽກຢູ່ໃນຂໍ້ສະເຫນີຂອງເຂົາເຈົ້າ. ຊ່ຽວຊານທີ່
ຕ້ອງການ ຕ້ອງກຳນົດ
ໃຫ້ລະອຽດ ຢູ່ໃນການກຳນົດຫນ້າວຽກ.
-
ການຄາດຄະເນລາຄາ (ງົບປະມານ): ການກະກຽມຄາດຄະເນລາຄາ(ງົບປະມານ)ໄດ້ດີ ແມ່ນປັດໃຈສຳ
ຄັນ ນື່ງ,
ງົບປະມານທີ່ເຫມາະສົມຕ້ອງໃກ້ກັບລາຄາຕະລາດ. ລາຄາຄາດ
ຄະເນແມ່ນອີງໃສ່ການປະ
ເມີນຂອງ ຜູ້ຈັດຊື້ ຫລືເຈົ້າ ຂອງໂຄງການຈາກແຫລ່ງຄວາມຕ້ອງ
ການໃນຫນ້າວຽກ: ກຳນົດເວລາ
ເຮັດວຽກ, ການສະຫນັບສະຫນູນດ້ານວິຊາການ ແລະຕອບສະຫນອງດ້ານວັດຖຸ( ເຊ່ນ: ພາຫະນະ, ອຸປະກອນຫ້ອງທົດ ລອງ ). ລາຄາຕ້ອງແຍກ ໃຫ້ເຫັນ
ສອງສ່ວນທີ່ສຳຄັນ ຄື: (ກ). ຄ່າແຮງງານ ຫລືເງິນເດືອນ (ຂື້ນກັບປະ ເພດສັນຍາ ທີ່ນຳໃຊ້) ແລະ(ຂ)ຈ່າຍທົດແທນ ຄືນໃຫ້ແລະຖ້າມີຄວາມ
ຈຳເປັນກໍຕ້ອງແຍກເປັນມູນຄ່າ ທີ່ໃຊ້ ຈ່າຍຕ່າງປະເທດ ແລະພາຍໃນ.
ມູນຄ່າທີ່ຕ້ອງຈ່າຍສຳລັບພະນັກ
ງານຕ້ອງຄາດຄະເນໃຫ້ເຫມາະສົມ ສຳ ລັບຊ່ຽວຊານຕ່າງປະເທດ ແລະພາຍໃນ.
-
ບັນຊີສັ້ນ: ບັນຊີສັ້ນ ຕ້ອງຄັດເລືອກເອົາສູງສຸດບໍ່ເກີນ 6 ແລະບໍ່ໃຫ້ຫລຸດ
3ບໍລິສັດທີ່ ຄັດມາຈາກແຫຼ່ງ
ຂໍ້ມູນ ຕ່າງໆເປັນຕົ້ນຈາກຜູ້ທີ່ສົ່ງຊື່ໃຫ້ພາຍຫຼັງການປະກາດແຈ້ງການໃນໜັງສືພີມລາວ ແລະໜັງສືພິມ
ພາສາອັງ ກິດ, ຈາກບັນດາຊ່ຽວຊານພາຍໃນ ແລະຕ່າງປະເທດທີ່ຂື້ນທະບຽນດຳເນີນທຸລະກິດຢູ່ ສປປ ລາວ. ບັນດາ ຊ່ຽວຊານທີ່ສະມາຄົມ ບໍລິສັດທີ່ປຶກສາ ຫລືອົງການຈັດຕັ້ງສາກົນ ແລະສະຖາບັນການ
ເງິນຕ່າງໆເປັນຜູ້ຊອກ ຊ່ວຍ. ໃນການກຳນົດບັນຊີສັ້ນ
ຂອງບໍລິສັດທີ່ປຶກສາ ຫລືຊ່ຽວຊານ; ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງອີງ ໃສ່ເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 17.
-
ຫນັງສືເຊີນຍື່ນຂໍ້ສະເຫນີ: ຜູ້ຈັດຊື້
ຫລືເຈົ້າຂອງໂຄງການຕ້ອງສົ່ງຫນັງສືເຊີນພ້ອມດ້ວຍ ຄວາມຕ້ອງ
ການ
ຂອງຂໍ້ສະເຫນີລວມມີມາດຕະຖານໃນການປະເມີນ ແລະກຳນົດໜ້າວຽກ ຫາບໍລິສັດທີ່ປຶກສາຫລື
ຊ່ຽວຊານທີ່ ມີຊື່ໃນບັນ ຊີສັ້ນ; ຈົດຫມາຍເຊີນນັ້ນຈະເຊີນບັນດາ ບໍລິສັດ
ຫລືຊ່ຽວຊານໃຫ້ຍື່ນຂໍ້ສະເໜີ
ພາຍໃນກຳນົດເວ ລາບໍ່ໃຫ້ຫຼຸດ 30ວັນ; ຫນັງສືເຊີນ
ຕ້ອງສະເໜີໃຫ້ບໍລິສັດທີ່ປຶກສາ ຫລືຊ່ຽວຊານກະ
ກຽມ ແລະຍື່ນຂໍ້ສະເໜີ ສອງຊອງ, ນື່ງແມ່ນດ້ານເຕັກນິກ
ວິຊາການ ແລະອີກຊອງນື່ງແມ່ນດ້ານການ
ເງິນ.
ຂໍ້ສະເໜີດ້ານເຕັກນິກວິ ຊາການຕ້ອງລະບຸຂໍ້ມູນກ່ຽວກັບຄວາມສາມາດ ທາງດ້ານວິຊາການ ແລະວິທີການຈັດຕັ້ງ
ປະຕິບັດ.ຂໍ້ສະເໜີ ດ້ານການເງິນຕ້ອງລະບຸລາຄາໃນສັນຍາ ແລະເປີດຫຼັງ ຈາກການປະເມີນ
ຂໍ້ສະເໜີດ້ານເຕັກນິກວິຊາການ ແລ້ວ. ຂໍ້ສະເໜີຕ້ອງເອົາໃສ່ຊອງສອງອັນແຍກກັນ, ປິດ ແລະສະ
ຫຼັກຊອງຢ່າງຈະແຈ້ງແລ້ວສົ່ງໃນເວລາ ດຽວກັນ.
-
ການປະເມີນຂໍ້ສະເໜີ: ຈຸດປະສົງຂອງການປະເມີນແມ່ນເພື່ອຄັດເລືອກເອົາຂໍ້ສະເໜີທີ່ ເໝາະສົມ
ກ່ວາໝູ່ບົນ ພື້ນ ຖານໜ້າວຽກທີ່ກຳນົດອອກ.
ຫຼັງຈາກໄດ້ຮັບຂໍ້ສະເໜີແລ້ວຕ້ອງມີ ການວິໄຈ ແລະສົມ
ທຽບຂໍ້ສະເຫນີ ດ້ານວິທີການ,
ຕາຕະລາງເຮັດວຽກ, ປະສົບການຂອງ ບໍລິສັດ, ປະສົບການ ແລະຄວາມສາມາດຂອງຊ່ຽວ ຊານທີ່ສະເຫນີ,
ຄຸນນະ ພາບດ້ານການ ຄຸ້ມຄອງ ແລະເຄື່ອງມື, ອຸປະກອນເຕັກນິກທີ່ມີ. ພາຍຫລັງການປະ ເມີນ ແລະໄດ້ຮັບຮອງເອົາການ ສະເຫນີທາງດ້ານເຕັກນິກ, ບໍລິສັດທີ່ຕອບສະຫນອງ ຄາດຫມາຍຕ່ຳສຸດ ທີ່ກຳ
ນົດໄວ້ຢູ່ໃນເອກສານສະເຫນີໃຫ້ຍື່ນ ຂໍ້ສະເຫນີ, ຈື່ງເຊີນເຂົ້າຮ່ວມໃນການເປີດຊອງ ການ
ສະເຫນີ ດ້ານການເງິນ. ການສະເຫນີດ້ານການເງິນຕ້ອງໄດ້ ປະເມີນຕິດພັນກັບການປະເມີນດ້ານຄຸນນະພາບ
ແລະ ປະສົມປະສານການປະເມີນດ້ານເຕັກນິກ ແລະດ້ານລາຄາ ລວມເຂົ້າກັນ.
ຄະແນນລວມຕ້ອງໄດ້ລວມເອົານ້ຳ ຫນັກຂອງຄະແນນດ້ານຄຸນນະພາບ ແລະຄະແນນດ້ານລາຄາບວກ ເຂົ້າກັນ.
ນ້ຳຫນັກຂອງຄະແນນທີ່ກຳນົດ ສຳລັບ " ລາຄາ" ຕ້ອງເລືອກ
ເວັ້ນເພື່ອຄິດໄລ່ອັດຕາສ່ວນປະກອບທີ່ສະລັບ ຊັບຊ້ອນ
ແລະການພົວພັນທີ່ ສຳຄັນກັບດ້ານຄຸນນະພາບ
ໃຫ້ເຫມາະສົມ.
ນ້ຳຫນັກຂອງຄະແນນລາຄາຕາມປົກກະຕິ ຕ້ອງ ກຳນົດ ຢູ່ໃນ ຂອບເຂດແຕ່ 10 ຫາ 20 ຈຸດ ແລະສຳລັບກໍລະນີອື່ນໆນັ້ນ
ແມ່ນບໍ່ໃຫ້ເກີນ 30 ຈຸດຂອງ 100 ຈຸດ. ການ ສະເຫນີນ້ຳຫນັກຂ
ອງຄະແນນລະຫວ່າງຄຸນນະພາບ ແລະລາ
ຄາຕ້ອງໄດ້ກຳນົດຢູ່ໃນເອກະສານສະເຫນີ ໃຫ້ຍື່ນຂໍ້ສະເຫນີ. ບໍລິສັດໃດ ທີ່ມີຄະແນນລວມ ສູງສຸດ
ຈື່ງເຊີນເຈລະຈາເຊັນສັນຍາ.
-
ລາຄາ ແລະການເຈລະຈາສັນຍາ:ໃນກໍລະນີນຳໃຊ້ການປະເມີນດ້ວຍວິທິການພື້ນຖານໃນການຄັດ
ເລືອກດ້ານ
ຄຸນນະພາບ ແລະລາຄາ, ການເຈລະຈາຕ້ອງຢູ່ໃນຂອບເຂດຈຳ ກັດໃນການປຶກສາຫາລື
ກ່ຽວກັບການກຳນົດ ຫນ້າວຽກ, ວີທີການຈັດຕັ້ງປະຕິບັດ, ບຸກຄະລາກອນ ແລະເງື່ອນໄຂສັນຍາ. ໃນການເຈລະຈາຈະບໍ່ສາມາດ ປ່ຽນແປງເນຶ້ອໃນກອບຂອງການບໍລິການ ແລະບໍ່ກະທົບຕໍ່ການປະ
ເມີນເບື້ອງຕົ້ນທີກ່ຽວຂ້ອງ.
ການຫລຸດຫນ້າ ວຽກຕົ້ນຕໍລົງບໍ່ແມ່ນເພື່ອໃຫ້ບໍລິສັດດຽວນັ້ນເຫມາະ
ສົມກັບງົບປະມານ.
ການເຈລະຈາທາງດ້ານການເງິນ ຕ້ອງລວມເອົາຄວາມເຫມາະສົມສຳລັບເງິນເດືອນ ແລະຫົວຫນ່ວຍລາຄາ,
ພັນທະດ້ານອາກອນຂອງທີ່ປຶກສາ ແລະການກະທົບ ດ້ານອາກອນທີ່ມີຕໍ່ສັນຍາ.
ການເຫນີຫົວ ຫນ່ວຍລາຄາ
ສຳລັບບຸກຄະລາກອນຕໍ່ເດືອນ ແລະການຈ່າຍທົດແທນຄືນຈະບໍ່ສາມາດ
ເຈລະຈາໄດ້ເພາະວ່າມັນແມ່ນເງື່ອນໄຂນື່ງໃນການຄັດເລືອກຂໍ້ສະ ເຫນີດ້ານລາຄາ,
ນອກຈາກກໍລະ
ນີມີການອະນຸຍາດສະເພາະ.
ຜູ້ຕາງຫນ້າຂອງບໍລິສັດທິປຶກສາມີສິດໃນການ ຕົກລົງເຊັນສັນຍາແລະຕ້ອງ
ກະກຽມບົດບັນທຶກການປຶກສາຫາລືກ່ຽວກັບມູນຄ່າສັນຍາ ແລະໃນກໍລະນີມີ ຄວາມຈຳເປັນກໍ່ ຕ້ອງໃຫ້ສະ
ເໜີເອກະສານເພື່ອຢັ້ງຢືນດ້ານ ການເງິນແລະບັນຫາອື່ນໆ.
-
ການເຈລະຈາບໍ່ມີຜົນສຳເລັດ: ຖ້າຫາກຄູ່ສັນຍາ ບໍ່ສາມາດຕົກລົງກັນໄດ້ກ່ຽວກັບດ້ານ
ການເງິນ ຫລື
ຂໍ້ກຳ ນົດຕ່າງໆຂອງສັນຍາ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ຕ້ອງຢຸດເຊົາການ ເຈລະຈາກັບບໍລິ
ສັດທີ່ປຶກສາ
ຫລືຊ່ຽວຊານ ທີ່ຄັດເລືອກມານັ້ນ ແລະເຊີນບໍລິສັດທີ່ປຶກສາ ຫລືຊ່ຽວຊານທີ່ຈັດລະດັບ
ຖັດລົງມາເພື່ອເຈລະ ຈາສັນຍາກັບບໍລິສັດ ທີ່ປຶກສາ ຫລືຊ່ຽວຊານ ນັ້ນ.
ມາດຕາ 16: ວິທີການອື່ນໆໃນການຄັດເລືອກທີ່ປຶກສາ ຫລືຊ່ຽວຊານໃນບາງກໍລະນີ,
ການຄັດເລືອກດ້ວຍວິທີ
ການ ພື້ນຖານໃນການຄັດເລືອກດ້ານຄຸນນະພາບ ແລະລາຄາ
ອາດຈະບໍ່ເຫມາະສົມກັບການຄັດເລືອກທີ່ປຶກ
ສາດ້ານອື່ນໆ. ວິທີ ການເຫລົ່ານີ້
ສາມາດນຳໃຊ້ຕາມຂອບເຂດທີ່ກຳນົດໄວ້ລູ່ມນີ້:
-
ການຄັດເລືອກດ້ວຍພື້ນຖານດ້ານຄຸນນະພາບ ແມ່ນວິທີການຄັດເລືອກນື່ງ ສຳລັບວຽກ ຄົບຊຸດແລະຕ້ອງ
ການ
ດ້ານວິຊາການສູງເພຶື່ອເຮັດວຽກ, ພ້ອມທັງມີຄວາມຫຍູ້ງຍາກໃນ ການ ກຳນົດຫນ້າຫວຽກ
ໄດ້ແນ່ນອນ ແລະຕ້ອງການ
ນຳໃຊ້ທີ່ປຶກສາເພື່ອລົງເລິກດ້ານວິຊາສະເພາະ ແລະມີປະສົບການສູງ ແລະມີຄວາມສາມາດ ຄົ້ນຄິດໄດ້ຫລາຍວິທີ
ທາງ. ໃນການຄັດເລືອກດ້ວຍພື້ນຖານຄຸນນະພາບ ການສະເຫນີໃຫ້ຍື່ນຂໍ້ສະເຫນີດ້ານ ເຕັກນິກແລະການເງິນໃນເວລາ
ດຽວກັນ, ແຕ່ແຍກເປັນແຕ່ລະ
ຊອງຕ່າງຫາກ. ຫລັງ ຈາກການປະເມີນຂໍ້ສະ ເຫນີດ້ານເຕັກນິກແລ້ວ,
ການເປີດຊອງ ດ້ານການເງີນ ຈະເປີດ ແຕ່ສະເພາະຊອງຂໍ້ສະເຫນີດ້ານການເງິນ ຂອງບໍລິສັດທີ່ປຶກສາ
ຫລືຊ່ຽວຊານ ທີ່ໄດ້ຈັດ ລະດັບການປະເມີນດ້ານເຕັກນິກສູງກ່ວາໝູ່ເທົ່ານັ້ນ ແລະ ສ່ວນທີ່ເຫລືອແມ່ນສົ່ງຄື່ນ ໂດຍບໍ່ເປີດຊອງ,
ພາຍຫລັງໄດ້ ຮັບຮອງເອົາການເຈລະຈາ. ໃນກໍລະນີການເຈລະ ຈາບໍ່ມີຜົນສຳເລັດກັບບໍລິສັດ
ທີມີຄະແນນສູງກ່ອນຫມູ່ນັ້ນ,
ຊອງຂໍ້ສະ ເຫນີການເງິນຂອງ ບໍລິສັດທີ່ມີລະດັບ ຖັດລົງມາ ຈະໄດ້ເປີດ ເພື່ອເຈລະຈາ ແລະຕົກລົງເຊັນສັນຍາ.
-
ການຄັດເລືອກດ້ວຍການກຳນົດງົບປະມານຂາດຕົວ ແມ່ນວິທີການຄັດເລືອກ ສະເພາະ ວຽກງາຍດາຍ
ແລະ ສາມາດກຳນົດຫນ້າວຽກໄດ້ແນ່ນອນ ແລະງົບປະມານຂາດຕົວ. ການ ສະເຫນີໃຫ້ຍື່ນຂໍ້ສະເຫນີ
ຕ້ອງໄດ້ລະ ບຸງົບປະ ມານທີ່ມີ ແລະສະເຫນີໃຫ້ບໍລິສັດທີ່ ປຶກສາ
ຫລືຊ່ຽວຊານສະເຫນີຂໍ້ສະເຫນີ
ດ້ານເຕັກນິກທີ່ດີທີສຸດ ຂອງເຂົາເຈົ້າ ແລະ ຂໍ້ສະ ເຫນີການເງິນທີ່ຢູ່ໃນກອບງົບປະມານໃນສອງຊອງ
ແຍກກັນ.
ຂໍ້ສະເຫນີດ້ານເຕັກ ນິກ ຕ້ອງໄດ້ປະເມີນທຸກໆອັນ ແລະຫລັງຈາກນັ້ນຈື່ງເປີດຊອງການເງິນ
ໂດຍເປີດ
ຕໍ່ຫນ້າ ມະຫາຊົນ ແລະບໍ ລິສັດທີ່ປຶກສາ ຫລືຊ່ຽວຊານ ທີ່ສະເຫນີ ດ້ານເຕັກນິກດີກວ່າຫມູ່
ແລະ ຂໍ້ສະເຫນີດ້ານການເງິນ ຢູ່ໃນຂອບ ເຂດງົບປະມານທີ່ກຳນົດໄວ້ ຈື່ງພິຈາລະນາຕົກລົງເຊັນສັນ
ຍາ.
-
ການຄັດເລືອກຕາມລາຄາຕ່ຳ ແມ່ນວິທີການຄັດເລືອກທີ່ປຶກສາໃນວຽກທີ່ເປັນມາດຕະຖານແລ້ວ
ຫລື
ເປັນວຽກ ປະຈຳ (ການກວດສອບບັນຊີ, ອອກແບບວິສາວະກຳສຳລັບວຽກທີ່ບໍ່ທັນສຳເລັດ
ຫລືວຽກຮິບ
ດ່ວນ)
ແລະມູນ ຄ່າສັນ ຍາບໍ່ເກີນ 300ລ້ານກີບ. ສຳລັບວິທີການນີ້ແມ່ນຕ້ອງໄດ້ວາງເງື່ອນໄຂ ລະດັບຕ່ຳສຸດຂອງຄຸນນະວຸດ ທິເພື່ອຄັດເລືອກ ເອົາ.
ສະຫນີໃຫ້ບໍລິສັດທີ່ປຶກສາ ຫລືຊ່ຽວຊານ
ສອງຊອງໂດຍເຊີນເອົາບໍລິສັດທີ່ມີຊື່ຢູ່ ໃນບັນຊີສັ້ນ. ຂໍ້ສະເຫນີທາງ ດ້ານເຕັກນິກຕ້ອງໄດ້ເປີດກ່ອນ ແລະປະເມີນ, ຂໍ້ສະເຫນີ ໃດທີ່ຫລຸດຈາກ
ຄາດ ຫມາຍຕ່ຳສຸດທີ່ກຳນົດໄວ້ຈະຖືກ ຕັດອອກ ແລະ ຊອງການເງິນທີ່ ເຫລືອຈະເປີດ
ຕໍ່ຫນ້າມະຫາຊົນ. ບໍລິ ສັດ ຫລືຊ່ຽວຊານໃດມີລາຄາຕ່ຳຈະພິຈາລະ ນາຕົກລົງເຊັນສັນຍາ.
-
ການຄັດເລືອກຕາມພື້ນຖານຄວາມສາມາດຂອງຊ່ຽວຊານ ແມ່ນວິທີການທີ່ໃຊ້ສຳລັບ ວຽກໃນໄລຍະສັ້ນ,
ມູນ ຄ່າຕ່ຳກວ່າ 50ລ້ານກີບໂດຍບໍ່ມີຄວາມຈຳເປັນໃນການກຳນົດ ໃຫ້ຍື່ນຂໍ້ສະເຫນີເພື່ອແຂ່ງຂັນ
ແລະປະເມີນ. ບໍລິສັດທີ່ປຶກສາ ຫລືຊ່ຽວຊານທີ່ມີປະສົບການໃນວຽກທີ່ກ່ຽວຂ້ອງ ແລະເຫມາະສົມຈາກ
ບັນຊີສັ້ນຈະສະເຫນີ ໃຫ້ຍື່ນຂໍ້ສະເຫນີ ທາງດ້ານເຕັກນິກ ແລະການເງິນລວມກັນ ແລະຄັດເລືອກເອົາບໍລິິສັດທີ່ປຶກສາ
ຫລື ຊ່ຽວຊານທີ່ເຫັນວ່າເຫມາະສົມ ກັບຫນ້າວຽກນັ້ນ ເພື່ອຕົກລົງເຊັນສັນຍາ.
-
ການຄັດເລືອກຈາກແຫລ່ງດຽວ ຈະນຳໃຊ້ໂດຍຕ້ອງໄດ້ຮັບການອະນຸຍາດເປັນ ແຕ່ລະ ກໍລະນີີ: (i)
ຂັ້ນສູນ ກາງແມ່ນລັດຖະມົນຕີວ່າການ ຫລືຜູ້ໄດ້ຮັບການມອບຫມາຍ; (ii) ຂັ້ນນະຄອນຫລວງວຽງຈັນ
ຫລືແຂວງ ແມ່ນເຈົ້າ ແຂວງ ຫລືຜູ້ໄດ້ຮັບການມອບຫມາຍ ຕາມສະພາບເພື່ອເພື່ອການປະຍັດ ແລະມີປະສິດທິຜົນ.
ການຄັດເລືອກຈາກ ແຫລ່ງ ດຽວສາມາດນຳໃຊ້ສະເພາະ,
ຖ້າວ່າຈະດຳເນີນ
ການແຂ່ງຂັນໃນເວລານີ້ອາດ ບໍ່ມີຄວາມ ຈຳເປັນ ຄື: (ກ)
ສຳລັບຫນ້າວຽກທີ່ເຮັດແມ່ນຄືເກົ່າຕາມ ທີ່ບໍລິສັດດັ່ງກ່າວ ນີ້ໄດ້ເຮັດ
ສຳເລັດ ມາແລ້ວ ແລະເວລາທາບທາມມອບ ວຽກ
ຕ້ອງຮັບຮອງ
ຕາມພື້ນຖານທີ່ໄດ້ມີການ ແຂ່ງຂັນແລ້ວ; (ຂ) ມີ ຄວາມຈຳເປັນຮີບດ່ວນທີ່ສຳຄັນ ( ເຊ່ນ
ມີຄວາມ ຈຳເປັນອັນຮີບດ່ວນທີ່ຈະຕ້ອງໄດ້ປະຕິບັດ); (ຄ) ສຳລັບ ວຽກທີ່ມີມູນຄ່າຫລຸດ
50ລ້ານກີບລົງມາ; ຫລື (ງ) ກໍລະນີມີ ແຕ່ບໍລິສັດດຽວທີ່ມີປະສົບການ
ຫລືມີປະສົບ ການສະເພາະວຽກນີ້ເປັນພິເສດ.
|
|