www.smepdo.org       
 
Lao Eng
 

ໂອກາດທາງທຸລະກິດ > ກາຈັດຊື້ຂອງລັດຖະບານ

 
 

 ພາກທີ II
ຮູບການປະມູນ

ມາດຕາ 4: ການປະມູນເປີດກ້ວາງ.

ການປະມູນເປີດກ້ວາງ ແມ່ນຮູບການພື້ນຖານນື່ງຂອງການປະມູນຈັດຊື້ດ້ວຍທືນຂອງລັດທີ່ ນຳໃຊ້ທົ່ວໄປ, ຍົກເວັ້ນກໍ ລະນີມີເງື່ອນໄຂອື່ນ ທີ່ຈຳເປັນຕ້ອງນຳໃຊ້ຮູບການປະມູນສະເພາະ ດນື່ງເທົ່ານັ້ນ. ໃນການປະມູນເປີດກ້ວາງນິຕິບຸກ ຄົນ, ບໍລິສັດ, ວິສາຫະກິດ, ບໍລິສັດຮ່ວມ ຫລືບໍລິສັດສາກົນທັງຫລາຍທີ່ມີຖານະ ຖືກຕ້ອງຕາມກົດຫມາຍ, ມີຄວາມ ສາມາດ ໃນການ ສະໜອງສີນຄ້າ, ການກໍ່ສ້າງ, ສ້ອມແປງ ແລະການບໍລິການ ຕ້ອງໄດ້ຮັບສິດເທົ່າທຽມກັນໃນການ ເຂົ້າຮ່ວມປະມູນແຂ່ງຂັນໂດຍສອດຄ່ອງກັບມາດຕາ 17ຂອງລະບຽບການຈັດຕັ້ງ ປະຕິບັດ ສະບັບນີ້.

ການປະມູນເປີດກ້ວາງ ດຳເນີນຕາມຂັ້ນຕອນ ດັ່ງນີ້:

  1. ເອກະສານປະມູນ: ເອກະສານປະມູນຕ້ອງກຳນົດແຈ້ງຂໍ້ມູນທີ່ຈຳເປັນ ເພື່ອໃຫ້ຜູ້ເຂົ້າແຂ່ງຂັນປະມູນສາມາດ ກະກຽມເອກສານໃຫ້ຖືກຕ້ອງ ແລະຄົບຖ້ວນ ແລະເປັນບ່ອນອີງໃຫ້ແກ່ຜູ້ ເຂົ້າແຂ່ງຂັນປະມູນສາມາດຕັດສີນ ໃຈດ້ວຍຕົນເອງວ່າຈະເຂົ້າຮ່ວມການປະມູນນີ້ ຫລືບໍ່. ເອກະສານປະມູນຕ້ອງໃຊ້ຂໍ້ຄວາມຈະແຈ້ງ ແລະຊັດ ເຈນ. ເອກະສານປະມູນໂດຍທົ່ວໄປ ຕ້ອງມີລາຍລະອຽດດັ່ງນີ້: ຫນັງສືເຊີນປະມູນ, ຂໍ້ແນະນຳສຳລັບຜູ້ເຂົ້າ ແຂ່ງຂັນປະມູນ, ຫລັກ ການໃນການປະເມີນ ແລະຄັດເລືອກ, ຕົວແບບໃບປະມູນ, ຕາຕະລາງ ສະເຫນີລາ ຄາ, ຕົວແບບສັນຍາ, ເງື່ອນໄຂທົ່ວໄປ ແລະເງື່ອນໄຂສະເພາະຂອງສັນຍາ, ມາດຕະຖານເຕັກນິກ ແລະຮູບ ແບບແຜນວາດ, ລາຍການສີນຄ້າ ຫລືລາຍການບໍລິມາດວຽກ, ກຳນົດເວລາສົ່ງມອບ ຫລື ເວລາສຳເລັດ ວຽກ ແລະເອກະສານຄັດຕິດອື່ນໆ ທີ່ຈຳເປັນເຊັ່ນ: ຕົວແບບ ເງິນຄ້ຳປະກັນການປະມູນທີ່ຕ້ອງການ. ຫລັກ ການພື້ນຖານໃນການປະເມີນ ແລະການ ຄັດເລືອກເອົາຜູ້ຊະນະການປະມູນທີ່ໄດ້ປະເມີນວ່າລາຄາຕ່ຳສົມເຫດ ສົມຜົນ ແລະມີຄວາມ ສາມາດຕ້ອງໄດ້ລະບຸແຈ້ງຢູ່ໃນຂໍ້ແນະນຳທົ່ວໄປ ແລະ/ຫລືຂໍ້ ແນະນຳສະເພາະສຳລັບ ຜູ້ເຂົ້າ ແຂ່ງຂັນປະມູນ. ການຂາຍເອກະສານປະມູນ, ລາຄາຕ້ອງສົມເຫດສົມຜົນ ຕາມການໃຊ້ຈ່າຍໃນການ ພິມ, ການນຳສົ່ງ ແລະການໃຊ້ຈ່າຍອື່ນໆທີ່ຈຳເປັນເທົ່ານັ້ນ. ກະຊວງການເງິນ, ຫ້ອງການຄູ້ມຄອງຕິດຕາມ ການຈັດຊື້້ ຕ້ອງສ້າງເອກະສານປະມູນທີ່ເປັນມາດຕະຖານ ແລະ ເອກະສານ ປະເມີນການປະມູນເພື່ອນຳ ໃຊ້. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການທັງຫລາຍຕ້ອງໄດ້ນຳໃຊ້, ໃນເມື່ອເອກະສານເຫລົ່ານີ້ຫາກໄດ້ຮັບຮອງ ເອົາແລ້ວ.
     

  2. ເງິນຄ້ຳປະກັນການປະມູນ: ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ອາດສະເຫນີໃຫ້ ຜູ້ເຂົ້າແຂ່ງຂັນປະມູນຕ້ອງມີ ເງິນຄ້ຳປະກັນການປະມູນ ເປັນເລກມົນທຽບເທົ່າບໍ່ໃຫ້ຫຼຸດ 2% ຂອງມູນຄ່າ ສັນຍາທີ່ຄາດຄະເນໄວ້ ຫລື ຕາມການກຳນົດ ຢູ່ໃນເອກະສານປະມູນ. ຖ້າເອກະສານປະມູນໄດ້ກຳນົດໃຫ້ມີເງິນຄ້ຳປະກັນການປະ ມູນ, ເງິນຄ້ຳປະກັນການປະມູນດັ່ງກ່າວ ຕ້ອງ ໃຫ້ສອດຄ່ອງກັບຕົວແບບ ທີ່ກຳນົດໃນເອກສານປະມູນ ແລະ
    ອອກໃຫ້ໂດຍ ທະນາຄານ ພາຍໃນ ຫລືຕ່າງປະເທດ ຫລືຕາມການກຳນົດຢູ່ໃນເອກະສານປະມູນ. ໄລຍະ ເວລາໃນ ການຄ້ຳປະກັນການປະມູນ ຕ້ອງມີໄລຍະເວລາ ຫລາຍກ່ວາໄລຍະເວລາການປະມູນມີົນໃຊ້ໄດ້ 30 ວັນ. ຖ້າວ່າເງິນຄ້ຳປະກັນການປະມູນ ໄດ້ກຳນົດສະກຸນເງິນຕາມການປະມູນ ຫລືເປັນສະກຸນເງິນອື່ນໆທີ່ສາ ມາດແລກປ່ຽນໄດ້, ອັດຕາແລກປ່ຽນຕ້ອງນຳໃຊ້ອັດຕາແລກ ປ່ຽນຂອງທະນາຄານແຫ່ງ ສປປ ລາວໃນ ອັດຕາຊື້ ກ່ອນວັນເປີດຊອງປະມູນ ເຈັດ (7)ວັນ. ເງິນຄ້ຳປະກັນການປະມູນຕ້ອງໄດ້ສົ່ງຄືນໃຫ້ຜູ້ເຂົ້າແຂ່ງ ຂັນປະມູນພາຍໃນ ເຈັດ (7)ວັນ, ພາຍຫລັງທີ່ໄດ້ເຊັນສັນຍາ ແລະຜູ້ຊະນະການປະມູນໄດ້ຍື່ນເງິນຄ້ຳປະກັນ ສັນຍາ, ຫລືບໍ່ໃຫ້ ເກີນ ເຈັດ (7) ວັນພາຍຫລັງທີ່ເງິນຄ້ຳປະກັນການປະມູນໄດ້ຫມົດໄລຍະຄ້ຳປະກັນແລ້ວ ຫລືສົ່ງຄືນກ່ອນນີ້ກໍໄດ້. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ຈະສົ່ງເງິນຄ້ຳປະກັນການປະມູນໃຫ້ຜູ້ຊະນະການ ປະມູນໃນເວລາເຊັນສັນຍາ. ຖ້າຫາກວ່າ ຜູ້ຊະນະການປະມູນປະຕິເສດ ການເຊັນສັນຍາ ແລະບໍ່ຍື່ນເງິນຄ້ຳ ປະກັນສັນຍາ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ຕ້ອງຢຶດ ເງິນຄ້ຳປະກັນການປະມູນນັ້ນ ແລະດຳເນີນການເຈ ລະຈາ ກັບຜູ້ເຂົ້າແຂ່ງຂັນປະມູນອັນດັບ ສອງທີ່ໄດ້ປະເມີນວ່າລາຄາຕ່ຳສົມເຫດສົມຜົນ ແລະມີຄຸນນະວຸດທິ ເຫມາະສົມ ເພື່ອຕົກລົງ ເຊັນສັນຍາ. ໃນກໍລະນີຢູ່ໃນເອກະສານປະມູນ ບໍ່ໄດ້ກຳນົດໃຫ້ ມີເງິນຄ້ຳປະກັນການ ປະມູນ ແລະຜູ້ຊະນະການປະມູນຖອນຕົວ ແລະປ່ຽນແປງໃນການປະມູນດັ່ງກ່າວໃນ ຊ່ວງໄລຍະເວລາທີ່ການ ປະມູນມີຜົນໃຊ້ໄດ້ ຫລືປະຕິເສດການເຊັນສັນຍາ ຫລືບໍ່ຍື່ນເງິນຄ້ຳປະກັນສັນຍາຕາມເວລາທີ່ກຳນົດໄວ້, ຜູ້ເຂົ້າແຂ່ງຂັນປະມູນຕ້ອງໄດ້ຈ່າຍຄ່າເສັຍຫາຍໃຫ້ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ໃນມູນຄ່າເທົ່າກັບສອງເປີ ເຊັນ (2%) ຂອງມູນຄ່າທີ່ສະເຫນິປະມູນ, ກະຊວງການເງິນ ຫ້ອງການຄູ້ມຄອງ ຕິດຕາມການຈັດຊື້ຕ້ອງປະ ກາດຫ້າມບໍ່ໃຫ້ຜູ້ເຂົ້າ ແຂ່ງຂັນປະມູນນັ້ນ ບໍ່ໃຫ້ເຂົ້າຮ່ວມປະມູນແຂ່ງຂັນໃດໆໃນກຳນົດ ນື່ງ(1)ປີ.
     

  3. ການປະມູນມີຜົນໃຊ້ໄດ້: ຜູ້ເຂົ້າແຂ່ງຂັນປະມູນ ຕ້ອງໄດ້ສະເຫນີການປະມູນມີຜົນໃຊ້ໄດ້ ຕາມໄລຍະເວລາ ທີ່ໄດ້ກຳນົດຢູ່ໃນເອກະສານປະມູນ, ຊື່ງຕ້ອງກວມເອົາເວລາສຳລັບ ພິຈາລະນາ ແລະປະເມີນການປະມູນ. ການຮັບຮອງເອົາຜູ້ຊະນະການປະມູນ ແລະການຕົກ ລົງເຊັນສັນຍາຕ້ອງນອນຢູ່ໃນໄລຍະເວລາດັ່ງກ່າວນີ້. ຖ້າມີການຕໍ່ໄລຍະການປະມູນ ມີຜົນ ໃຊ້ໄດ້ ຕ້ອງໄດ້ທົບທວນ ແລະເຫັນດີຈາກກະຊວງການເງິນ ( ຫ້ອງ ການຄູ້ມຄອງຕິດຕາມ ການຈັດຊື້ )ເປັນແຕ່ລະກໍລະນີ. ການຕໍ່ໄລຍະການປະມູນມີຜົນໃຊ້ໄດ້ຕ້ອງສະເຫນີ
    ເປັນ ລາຍລັກອັກສອນຫາຜູ້ເຂົ້າແຂ່ງຂັນປະມູນທຸກໆຄົນ ກ່ອນໄລຍະເວລາການປະມູນມີຜົນໃຊ້ໄດ້ຫມົດອາ ຍຸ. ການຕໍ່ໄລຍະເວລາການປະມູນມີຜົນໃຊ້ໄດ້ ຕ້ອງແມ່ນໄລຍະເວລາສັ້ນໆ ທີ່ຈຳເປັນເພື່ອສຳເລັດການປະ ເມີນການປະມູນ, ຊື່ງລວມເອົາການຮັບຮອງເອົາຜູ້ຊະນະ ການປະມູນ ແລະຕົກລົງເຊັນສັນຍາ.ໃນກໍ ລະນີ ສັນຍາທີ່ກຳນົດລາຄາຄົງຕົວການຕໍ່ໄລຍະ ເວລາການປະມູນມີຜົນໃຊ້ໄດ້ເທື່ອທີສອງ ແລະເທື່ອຕໍ່ໄປນັ້ນຈະ ອະນຸຍາດໄດ້ກໍຕໍ່ເມື່ອ ມີກົນໄກເພີ້ມເຕີມ ທີ່ສອດຄ່ອງໃນການປ່ຽນແປງລາຄາດັ່ງກ່າວ ທີ່ສອ່ງແສງເຖີງການ ປ່ຽນ ແປງມູນຄ່າສັນຍາໃນຊ່ວງທີ່ຕໍ່ໄລຍະເວລາການປະມູນມີຜົນໃຊ້ໄດ້.ແຕ່ເຖີງຢ່າງໃດກໍດີການສະເຫນີຕໍ່ ໄລຍະເວລາການປະມູນມີຜົນໃຊ້ໄດ້, ຜູ້ເຂົ້າແຂ່ງຂັນປະມູນຈະບໍ່ສາມາດ ສະເຫນີ ຫລືອະນຸຍາດໃຫ້ປ່ຽນແປງ ລາຄາທີ່ສະເຫນີ ຫລືເງື່ອນໄຂຕ່າງໆຂອງການປະມູນໄດ້. ຜູ້ເຂົ້າແຂ່ງຂັນປະມູນມີສິດໃນການບໍ່ຕໍ່ໄລຍະເວ ລາດັ່ງກ່າວໄດ້ໂດຍບໍ່ແມ່ນສາຍເຫດຍ້ອນການ ຄ້ຳປະກັນການປະມູນ, ແຕ່ວ່າຜູ້ທີ່ເຫັນດີຕໍ່ໄລ
     ຍະເວລາ ການປະມູນມີຜົນໃຊ້ໄດ້ຂອງເຂົາ ເຈົ້ານັ້ນຕ້ອງໄດ້ ສະເຫນີຕໍ່ໄລຍະເວລາການຄ້ຳປະກັນການປະ ມູນໃຫ້ສອດຄ່ອງກັນ.

  4. ໜັງສືເຊີນປະມູນ/ການປະກາດ: ຫນັງສືເຊີນປະມູນ ຕ້ອງໄດ້ປະກາດຜ່ານຊື່ມວນຊົນ ຢ່າງ ກ້ວາງຂວາງ ແລະສົ່ງຫາບຸກຄົນ ຫລືບໍລິສັດທີ່ສົນໃຈຢາກເຂົ້າຮ່ວມການປະມູນຈັດຊື້ໂດຍ ສອດຄ່ອງກັບມາດຕາ 14ຂອງ ລະບຽບການຈັດຕັ້ງປະຕິບັດ ສະບັບນີ້.

  5. ການຂາຍເອກະສານປະມູນ: ເອກະສານປະມູນຕ້ອງໃຫ້ແລ້ວສົມບູນນັບແຕ່ມື້ປະກາດແຈ້ງ ການເພື່ອຂາຍໂດຍ ບໍ່ມີເງື່ອນໄຂຈຳກັດໃຫ້ບຸກຄົນ ຫລືບໍລິສັດທີ່ສົນໃຈໄດ້ໂລດຕາມລາຄາ ທີ່ຕັ້ງໄວ້(ລາຄາຂອງເອກະສານປະ ມູນເທົ່ານັ້ນ)

  6. ກຳນົດເວລາ: ຜູ້ເຂົ້າແຂ່ງຂັນປະມູນຕ້ອງມີເວລາພຽງພໍເພື່ອກະກຽມ ແລະຍື່ນຊອງປະມູນ ຂອງເຂົາເຈົ້າ. ການກຳນົດ ເວລາຕ່ຳສຸດສຳລັບຜູ້ເຂົ້າແຂ່ງຂັນປະມູນທຸກໆຄົນ ຕ້ອງເທົ່າກັນຕາມທີ່ກຳນົດໄວ້ໃນມາດຕາ14 ຂອງລະບຽບຈັດຕັ້ງປະຕິບັດສະບັບນີ້. ຖ້າຫາກຜູ້ເຂົ້າແຂ່ງຂັນປະມູນຕ້ອງ ການຄວາມກະຈ່າງແຈ້ງຈະຕ້ອງ ສະເຫນີເປັນລາຍລັກອັກສອນ ແລະຜູ້ຈັດຊື້ື້ ຫລືເຈົ້າຂອງໂຄງການຕ້ອງຮິບຮ້ອນຕອບເປັນລາຍລັກອັກສອນ ຄືນໃຫ້ ແລະສົ່ງສຳເນົາ ພ້ອມກັບສຳເນົາຂອງການສະເຫນີນັ້ນໃຫ້ຜູ້ ເຂົ້າແຂ່ງຂັນປະມູນທຸກໆຄົນຮູ້ນຳ. ການ ກຳນົດເວລາຕ້ອງລວມເອົາເວລາທີ່ຕ້ອງການເພື່ອໄປສັງເກດເບີ່ງ ສະຖານທີ່ຕົວຈີງ ແລະກອງປະຊູມກ່ອນ ການຍື່ນຊອງປະມູນທີ່ຈຳເປັນສຳລັບການກະກຽມເອກະສານປະມູນ.

  7. ກອງປະຊຸມກ່ອນການຍື່ນຊອງປະມູນ: ໃນກໍລະນີ ການປະມູນຈັດຊື້ ທີ່ມີລັກສະນະຄົບຊຸດ ແລະມູນຄ່າສູງນັ້ນ ຄວນຕ້ອງມີກອງປະຊຸມກ່ອນການຍື່ນຊອງປະມູນເພື່ອແນະນຳ ແລະ ຕອບຂໍ້ຂ້ອງໃຈໃຫ້ແກ່ຜູ້ເຂົ້າແຂ່ງຂັນປະ ມູນເຂົ້າໃຈລະອຽດ ແລະຖືກຕ້ອງຕາມເອກະສານ ປະມູນ. ວັນ, ເວລາ ແລະສະຖານທີ່ໃນການຈັດກອງປະ ຊູມ ຕ້ອງໄດ້ລະບຸຢູ່ໃນເອກະສານ ປະມູນ. ຖ້າຫາກຢູ່ໃນເອກະສານປະມູນບໍ່ໄດ້ລະບຸກ່ຽວກັບກອງປະຊູມກ່ອນ ການຢື່ນຊອງ ປະມູນ ແລະຖ້າຫາກຜູ້ເຂົ້າແຂ່ງຂັນປະມູນໄດ້ມີການສະເຫນີ ທີ່ສາມາດຈັດຕັ້ງໄດ້, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຄວນຕ້ອງໄດ້ກຳນົດເວລາໃຫ້ເຫມາະສົມເພື່ອໃຫ້ຜູ້ເຂົ້າແຂ່ງຂັນປະມູນສາມາດເຂົ້າຮ່ວມ ນຳໄດ້.

  8. ການຍື່ນຊອງປະມູນ: ຊອງປະມູນຕ້ອງຍື່ນພາຍໃນກຳນົດເວລາ ແລະຕາມຮູບການທີ່ກຳ ນົດໄວ້ຢູ່ໃນເອກະ ສານປະມູນ. ຊອງປະມູນດັ່ງກ່າວຕ້ອງນຳໄປສົ່ງດ້ວຍຕົນເອງ, ດ້ວຍຄົນ ສົ່ງຫນັງສື, ດ້ວຍບຸກຄົນທີ່ນຳສົ່ງ ຫລືຝາກທາງໄປສະນີລົງທະບຽນ ແລະປິດຊອງພ້ອມທັງ ຈ່າຫນ້າຊອງສະຖານທີ່ສົ່ງ ແລະໝາຍໃສ່ ວ່າ " ປິດລັບ, ຫ້າມບໍ່ໃຫ້ເປີດກ່ອນ..." ຊອງປະ ມູນໃດທີ່ໄດ້ຮັບ ພາຍຫລັງເວລາທີ່ກຳນົດຈະຖືກປະຕິ ເສດ ແລະ ສົ່ງຄື່ນໃນທັນທີທັນໃດໂດຍ ບໍ່ເປີດຊອງ. ໂດຍຄຳນືງເຖີງ ມາດຕາ 26 ພາຍຫລັງຊອງປະມູນໄດ້ເປີດຕໍ່ ຫນ້າມວນຊົນແລ້ວ, ຂໍ້ມູນທີ່ພົວພັນ ກັບການ ພິຈາລະນາ, ຄວາມກະຈ່າງແຈ້ງ ແລະການປະເມີນການປະ ມູນ ແລະການສະເຫນີຄັດເລືອກເອົາຜູ້ຊະນະການປະມູນບໍ່ໃຫ້ເປິດເຜີຍໃຫ້ຜູ້ເຂົ້າແຂ່ງຂັນປະມູນ ຫລືບຸກຄົນ ທີ່ບໍ່ມີຫນ້າທີ່ກ່ຽວຂ້ອງຮູ້ໄດ້ຈົນກ່ວາຜູ້ຊະນະການປະມູນຖືກປະກາດຮັບຮອງເອົາເພື່ອຕົກລົງ ເຊັນສັນຍາແລ້ວ.

  9. ການເປີດຊອງປະມູນ: ຊອງປະມູນທຸກໆຊອງຕ້ອງເປີດຕໍ່ຫນ້າມວນຊົນໂດຍທັນທີທັນໃດໂລດໃນວັນທີ່ກຳນົດ ສຸດທ້າຍໃຫ້ຍື່ນຊອງປະມູນ ຕາມວັນ, ເວລາ ແລະສະຖານທີ່ ທີ່ກຳນົດ ໄວ້ຢູ່ໃນເອກະສານປະມູນ. ຊອງ ປະມູນຕ້ອງເປີດຕໍ່ຫນ້າມວນຊົນ ໂດຍມີຜູ້ເຂົ້າແຂ່ງຂັນປະ ມູນ ຫລືຜູ້ຕາງໜ້າ ຫລືຕົວແທນຈາກມວນຊົນກໍ ສາມາດເຂົ້າຮ່ວມໃນການເປີດຊອງປະ ມູນໄດ້. ຄະນະກຳມະການປະມູນຕ້ອງໄດ້ປະກາດ ຊື່ຂອງຜູ້ເຂົ້າແຂ່ງ ຂັນປະມູນ ແລະລາຄາ ທີ່ສະເໜີໂດຍຜູ້ເຂົ້າແຂ່ງຂັນປະມູນແຕ່ລະຄົນ. ການບັນທຶກການເປີດຊອງປະມູນທີ່ ຈະຕ້ອງໄດ້ກະກຽມ ແລະຕ້ອງປະກອບດ້ວຍ: ຊື່ຂອງຜູ້ເຂົ້າແຂ່ງຂັນປະມູນ, ລາຄາປະມູນ, ການຫລຸດລາຄາ ແລະຊື່ຂອງບຸກຄົນ ທີ່ເຂົ້າຮ່ວມໃນການເປີດຊອງປະມູນ ແລະຊື່ຂອງອົງ ການຈັດຕັ້ງທີ່ສັງກັດຢູ່.

  10. ການພິຈາລະນາຊອງປະມູນ: ໂດຍສືບຕໍ່ຈາກການເປີດຊອງປະມູນ, ຊອງປະມູນຕ້ອງໄດ້ ພິຈາລະນາໄປແຕ່ ລະອັນເພື່ອເບີ່ງວ່າ: (i) ຜູ້ເຂົ້າແຂ່ງຂັນປະມູນມີຄວາມເຫມາະສົມຕາມ ທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 17 ຫລື ບໍ່. (ii) ຊອງປະມູນດັ່ງກ່າວຕອບສະໜອງຕາມມາດ ຕະຖານ ແລະເງື່ອນໄຂທີ່ກຳນົດໄວ້ຢູ່ໃນເອ ກະສານປະ ມູນຫລືບໍ່. (iii) ຊອງປະມູນດັ່ງກ່າວ ຕອບສະໜອງຕາມກຳນົດມາດຕະຖານເຕັກນິກ ຫລືບໍ່ ແລະ (iv) ໃນ ເມື່ອເອກະສານປະມູນ ໄດ້ກຳນົດໃຫ້ມີໃບອະນຸຍາດດຳເນີນທຸລະກິດ, ໃບຄ້ຳປະກັນການປະມູນຕ້ອງຖືກຕ້ອງ ຄົບ ຖ້ວນ ຫລືລາຍເຊັນແທ້ຂອງຜູ້ທີ່ມີສິດເຊັນ, ຄະນະກຳມະການປະມູນ ຕ້ອງໄດ້ກວດ ກາຄວາມຖືກຕ້ອງ ແລະບັນທຶກສີ່ງທີ່ຕ້ອງການນັ້ນຕອບສະຫນອງຄົບຖ້ວນ ຫລືບໍ່. ໃນກໍລະນີບໍ່ມີຊອງປະມູນໃດ ຕອບສະໜອງ ຕາມເງື່ອນໄຂຂ້າງເທີ່ງນີ້, ຄະນະກຳມະການປະມູນສາມາດຕັດສີນວ່າບໍ່ມີຊອງ ປະມູນໃດທີ່ຕອບສະຫນອງໄດ້ ແລະປະຕິບັດຕາມຂໍ້ກຳນົດຂອງວັກ (ບ) ລຸ່ມນີ້

  11. ຄວາມກະຈ່າງແຈ້ງ: ພາຍຫລັງທີ່ໄດ້ເປີດຊອງປະມູນແລ້ວ, ຫ້າມບໍ່ໃຫ້ມີການເຈລະຈາໃດໆ ກັບຜູ້ເຂົ້າແຂ່ງ ຂັນປະມູນທາງດ້ານເນີ້ອໃນພື້ນຖານຂອງການປະມູນ ທີ່ກະທົບຕໍ່ຫຼັກການ ສະເໝີພາບໃນການປະມູນແຂ່ງຂັນ ໂດຍສະເພາະກ່ຽວກັບລາຄາ. ເວັ້ນເສັຍແຕ່ ຄະນະກຳ ມະການປະມູນຕ້ອງການຄວາມກະຈ່າງແຈ້ງ, ຄວາມ ກະຈ່າງແຈ້ງທີ່ຕ້ອງການນີ້ ຕ້ອງໄດ້ ສະເຫນີ ເປັນລາຍລັກອັກສອນຫາຜູ້ເຂົົ້າແຂ່ງປະມູນທີ່ກ່ຽວ ຂ້ອງນັ້ນ.

  12. ການປະເມີນຊອງປະມູນ: ຊອງປະມູນທຸກໆອັນທີ່ຕອບສະໜອງຕາມເງື່ອນໄຂທີ່ກຳນົດໄວ້ ໃນມາດຕາ 28 ຈື່ງຈະດຳເນີນການປະເມີນຕາມທີ່ກຳນົດໄວ້ຢູ່ໃນມາດຕາ 29, ການປະ ເມີນຕ້ອງໃຫ້ສຳເລັດພາຍໃນ 15 ວັນ. ສຳລັບສັນຍາທີ່ສຳຄັນ ແລະ/ຫລືຄົບຊຸດ ຖ້າຫາກ ຕ້ອງໃຊ້ເວລາເພື່ອສຳເລັດການປະເມີນເກີນກວ່າ 15 ວັນ, ຄະນະກຳມະການປະມູນຈະຕ້ອງໄດ້ກຳນົດເວລາທີ່ເຫມາະສົມສຳລັບການປະເມີນການປະມູນຢູ່ໃນ ເອກະສານປະມູນ.

  13. ການຮັບຮອງຜູ້ຊະນະການປະມູນ: ຜູ້ເຂົ້າແຂ່ງຂັນປະມູນທີ່ໄດ້ປະເມີນວ່າລາຄາຕ່ຳສົມເຫດ ສົມຜົນ ແລະມີ ຄຸນນະວຸດທິເຫມາະສົມຕາມທີ່ກຳນົດໄວ້ຢູ່ໃນເອກະສານປະມູນນັ້ນຈະຖືກຮັບຮອງ ແລະປະກາດເປັນຜູ້ຊະນະ ການປະມູນ. ພາຍຫລັງຮັບຮອງ ແລະໄດ້ຕອບຮັບຈາກ ຜູ້ຊະນະການປະມູນແລ້ວ, ຜູ້ຈັດຊື້ ຫລືເຈົ້າຂອງ ໂຄງການ ຕ້ອງໄດ້ແຈ້ງໃຫ້ຜູ້ທີ່ບໍ່ຊະນະການ ປະມູນຊາບພາຍໃນ 7 ວັນ.

  14. ການປະຕິເສດຊອງປະມູນ: ຖ້າຫາກບໍ່ມີຊອງປະມູນໃດທີ່ຕອບສະໜອງຕາມເງື່ອນໄຂໃນວັກ(ຕ) ຂ້າງເທີ່ງ ຫລືຕາມ ວັກນີ້, ຊອງປະມູນບາງຊອງ ຫລືທັງໝົດສາມາດປະຕິເສດໄດ້. ຍ້ອນວ່າຂາດການແຂ່ງຂັນໂດຍ ບໍ່ແມ່ນສາຍເຫດຍ້ອນຈຳນວນຜູ້ເຂົ້າແຂ່ງຂັນປະມູນມີພຽງຜູ້ດຽວເມື່ອທຽບໃສ່ຈຳນວນພຶ້ນຖານຂອງຜູ້ເຂົ້າແຂ່ງ ຂັນປະມູນ. ຖ້າຫາກວ່າ ຊອງປະມູນທັງຫມົດ ຖືກປະຕິເສດ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງໄດ້ທົບ ທວນຂໍ້ກຳນົດ ແລະເງື່ອນໄຂຂອງສັນຍາ, ການ ອອກແບບ ແລະມາດຕະຖານເຕັກນິກ, ແລະປັບປູງໃຫ້ ສອດຄ່ອງກ່ອນ ຈື່ງດຳເນີນການ ປະມູນຄືນໃຫມ່. ຖ້າຫາກຊອງປະມູນທັງຫມົດຖືກປະຕິເສດ, ຍ້ອນ ວ່າການ ແຂ່ງຂັນບໍ່ມີປະສິດທິຜົນ ແລະການປະຕິເສດດັ່ງກ່າວ ແມ່ນຍ້ອນບໍ່ມີຜູ້ເຂົ້າແຂ່ງຂັນປະມູນໃດທີ່ຕອບສະຫນອງ ຄວາມເຫມາະສົມໂດຍເກິດຈາກ ເບື້ອງຂອງຜູ້ເຂົ້າແຂ່ງຂັນປະມູນທັງຫມົດ ບໍ່ຕອບສະ ຫນອງຕາມເງື່ອນໄຂ ທີ່ກຳນົດໄວ້ຢູ່ໃນເອກະສານປະມູນ, ການປະກາດປະມູນຄື່ນໃຫມ່ ກໍສາມາດດຳເນີນ ໄດ້. ຖ້າຫາກວ່າຜູ້ເຂົ້າ ແຂ່ງຂັນປະມູນມີພຽງແຕ່ຜູ້ດຽວເທົ່ານັ້ນ, ແຕ່ ວ່າລາຄາທີ່ສະເຫນີພັດລື່ນເກີນງົບ ປະມານທີ່ປະເມີນໄວ້, ຜູ້ ຈັດຊື້ ຫລືເຈົ້າຂອງໂຄງການ ຕ້ອງໄດ້ຊອກຫາສາຍເຫດຕົ້ນຕໍ ທີ່ພາໃຫ້ລື່ນເກີນ ງົບປະມານທີ່ໄດ້ປະເມີນ ໄວ້ ແລະສະເຫນີດຳເນີນ ການປະມູນຄືນໃຫມ່ ຫລືວິທີນື່ງອີກ, ຜູ້ຈັດຊື້ ຫລືເຈົ້າ ຂອງໂຄງການອາດສາ ມາດເຈລະຈາກັບຜູ້ເຂົ້າຮ່ວມແຂ່ງຂັນປະມູນທີ່ໄດ້ປະເມີນວ່າ ລາຄາຕ່ຳສົມເຫດສົມຜົນນັ້ນເພື່ອຮັບຮອງເປັນ ຜູ້ຊະນະການປະມູນໂດຍຫລຸດຫນ້າວຽກ ແລະ/ຫລື ປັບຄວາມ ສ່ຽງລົງ ແລະໃຫ້ເຫມາະສົມກັບການຫຼຸດມູນ ຄ່າສັນຍາລົງ. ຕາມຫລັກການແລ້ວ, ຖ້າຫາກ ຫລຸດຫນ້າວຽກ ຫລືປ່ຽນແປງເອກະສານສັນຍາຕ້ອງໄດ້ດຳ ເນີນການປະມູນຄືນໃຫມ່ ແລະ ກ່ອນດຳເນີນການເຈລະຈານັ້ນ ຕ້ອງໄດ້ທົບ ທວນແລະເຫັນດີຈາກກະຊວງ ການເງິນ (ຫ້ອງ ການຄູ້ມຄອງຕິດຕາມການຈັດຊື້) ເສັຍກ່ອນ, ຈື່ງສາມາດ ດຳເນີນການໄດ້.

ມາດຕາ 5: ການປະມູນວົງແຄບ.

ການປະມູນພາຍໄຕ້ຮູບການນີ້ແມ່ນສາມາດດຳເນີນໄດ້ໃນກໍລະນີມູນຄ່າສັນຍາບໍ່ສູງຕາມທີ່ກຳນົດໄວ້ຢູ່ໃນມາດຕາ 13 ຫລືຜູ້ສະຫນອງ ຫລືຜູ້ຮັບເຫມົາ ມີຈຳນວນ ຈຳກັດ. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຈະເຊີນເອົາຜູ້ສະໜອງຫລືຜູ້ຮັບ ເຫມົາທີ່ຢູ່ໃນລາຍຊື່ທີ່ຄາດວ່າ ເປັນຜູ້ທີ່ມີຄວາມສາມາດ ແລະຮັບປະກັນການ ແຂ່ງຂັນທາງດ້ານລາຄາຕາມແຕ່ລະ ປະເພດຂອງ ການປະມູນຈັດຊື້ ຫລືຖ້າຫາກວ່າຜູ້ສະຫນອງ ຫລືຜູ້ຮັບ ເຫມົາມີຈຳນວນຈຳກັດນັ້ນ ແມ່ນຕ້ອງເຊີນທຸກ ໆຄົນ ແລະຕ້ອງຮັບປະກັນດ້ານຄວາມສາມາດ ໂດຍສອດຄ່ອງຕາມທີ່ກຳນົດໄວ້ໃນມາດຕາ 14. ການປະມູນວົງແຄບ ແມ່ນດຳເນີນຕາມຂັ້ນຕອນທີ່ກຳນົດໄວ້ຢູ່ໃນມາດ ຕາ 4 ຂໍ້ (ກ) - (ຄ) ແລະ (ຈ) - (ບ) ຂ້າງເທີ່ງ ຍົກເວັ້ນຂໍ້ (ງ) ຈະບໍ່ມີການປະກາດ ປະມູນ, ເອກະສານປະມູນພ້ອມກັບການແຈ້ງການປະມູນ ຈະສົ່ງໃຫ້ຜູ້ເຂົ້າແຂ່ງຂັນປະມູນ. ສຳລັບ ກໍລະນີອື່ນໆນອກຈາກນີ້, ແມ່ນຕ້ອງໄດ້ການປະກາດປະມູນ.

ມາດຕາ 6: ການປະມູນສົມທຽບລາຄາ.

ການປະມູນສົມທຽບລາຄາ ປະກອບມີ ຮູບການປະມູນສົມທຽບລາຄາພາຍໃນ ຫລືການສົມທຽບລາຄາສາກົນ:

  1. ການປະມູນສົມທຽບລາຄາພາຍໃນຮູບການນີ້ແມ່ນອານຸຍາດໃຫ້ຜູ້ຈັດຊື້ ຫລືເຈົ້າຂອງໂຄງການປະມູນສົມທຽບ ລາຄາທີ່ໄດ້ມາຈາກຢ່າງໜ້ອຍ 3ບໍລິສັດ ຫລືບຸກຄົນພາຍໃນປະເທດທີ່ມີຄຸນນະວຸດທິ ແລະຮັບຮອງຕົກລົງ ເຊັນສັນຍາກັບຜູ້ໃດຜູ້ ນື່ງຂອງຈຳນວນຜູ້ຮັບເຫມົາ ຫລືຜູ້ສະຫນອງດັ່ງກ່າວ. ການປະມູນສົມທຽບລາຄາພາຍ ໃນປະກອບມີ ຂັ້ນຕອນດັ່ງຕໍ່ໄປນີ້ :


  2.  
    1. ເຊີນເອົາຜູ້ສະຫນອງ ຫລືຜູ້ຮັບເຫມົາພາຍໃນປະເທດຢ່າງໜ້ອຍ 3 ບໍລິສັດ ຫລືບຸກຄົນສົ່ງໃບສະ ເໜີລາຄາໂດຍແຈ້ງໃຫ້ຮູ້ກ່ຽວກັບ ຈຳນວນທີ່ຕ້ອງການ, ມາດຕະຖານເຕັກນິກ ແລະເງື່ອນໄຂສັນຍາ; ແລະ
    2. ໃບສະເໜີລາຄາຕ້ອງປະເມີນ, ສົມທຽບ ແລະຮັບຮອງຕົກລົງເຊັນສັນຍາ ດ້ວຍພື້ນຖານທີ່ໄດ້ປະເມີນ ວ່າລາຄາຕ່ຳສົມເຫດສົມຜົນ.
       
  3. ການປະມູນສົມທຽບລາຄາສາກົນ
    ຮູບການປະມູນີ້ອະນຸຍາດໃຫ້ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ປະມູນສົມທຽບລາຄາຈາກຢ່າງໜ້ອຍ 03ບໍລິສັດ ຫລືບຸກຄົນທີ່ມີຄຸນນະວຸດທິ ຈາກຢ່າງໜ້ອຍ 2 ປະເທດ ແລະຮັບຮອງຕົກລົງເຊັນສັນຍາ ດ້ວຍພື້ນຖານທີ່ໄດ້ ປະເມີນວ່າລາຄາຕ່ຳສົມເຫດສົມຜົນ. ການປະມູນສົມທຽບລາຄາສາກົນ ປະກອບ ມີຂັ້ນຕອນດັ່ງຕໍ່ໄປນີ້ :
    1. ເຊີນເອົາຜູ້ສະໜອງ ຫລືຜູ້ຮັບເຫມົາຢ່າງໜ້ອຍ 3 ບໍລິສັດ ຫລື 3 ບຸກຄົນ ທີ່ມີຄຸນນະວຸດທິຈາກຢ່າງ ໜ້ອຍ 2 ປະເທດ ສົ່ງໃບສະເໜີລາຄາ ໂດຍແຈ້ງໃຫ້ຮູ້ກ່ຽວກັບຈຳນວນ ທີ່ຕ້ອງການ, ມາດຕະຖານ ເຕັກນິກ, ຂໍ້ກຳນົດ ແລະເງື່ອນໄຂສັນຍາ ຕ້ອງຄັດຕິດກັບ ຫນັງສືເຊີນ.
    2. ໃບສະເໜີລາຄາຈາກຜູ້ສະໜອງ ຫລືຜູ້ຮັບເຫມົາທີ່ບໍ່ໄດ້ຖືກເຊີນນັ້ນກໍຕ້ອງໄດ້ຮັບເອົາເພື່ອພິຈາລະ ນາເຫມືອນກັນ.
    3. ໃບສະເໜີລາຄາຕ້ອງປະເມີນ, ສົມທຽບ ແລະຮັບຮອງຕົກລົງເຊັນສັນຍາຕາມເງື່ອນໄຂທີ່ກຳນົດໄວ້ໃນ ມາດຕາ 29.

ມາດຕາ 7: ການປະມູນດ້ວຍການເຈລະຈາໂດຍກົງ.

ຮູບການນີ້ ອະນຸຍາດໃຫ້ຜູ້ຈັດຊື້ ຫລືເຈົ້າຂອງໂຄງການເຈລະຈາກ່ຽວກັບມາດຕະຖານ ແລະ ເງື່ອນໄຂ ການຈັດຊື້ ໂດຍກົງກັບຜູ້ສະໜອງ ຫລືຜູ້ຮັບເໝົາໃດນື່ງໄດ້, ໂດຍສອດຄ່ອງກັບເງື່ອນໄຂທີ່ກຳນົດໄວ້ໃນມາດຕາ 8 (4).

ການປະມູນດ້ວຍການເຈລະຈາໂດຍກົງ ປະກອບມີຂັ້ນຕອນດັ່ງຕໍ່ໄປນີ້ :

  1.  ສຳລັບສີນຄ້າ, ການກໍ່ສ້າງສ້ອມແປງ ແລະການບໍລິການທີ່ມີມູນຄ່າ ຕາມການກຳນົດມູນຄ່າວົງເງິນໃນມາດ ຕາ 13, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການອາດສາມາດຊື້ໂດຍກົງກັບຜູ້ສະຫນອງ ຫລືຜູ້ຮັບເຫມົາຜູ້ ດຽວ. ຈຳນວນທີ່ຕ້ອງການ, ມາດຕະຖານເຕັກນິກ, ຂໍ້ ກຳນົດ ແລະເງື່ອນໄຂສັນຍາຕ້ອງຄັດຕິດກັບ ຫນັງສືເຊີນ.

  2. ໃບສະເໜີລາຄາທີ່ໄດ້ຮັບນັ້ນ ຕ້ອງໄດ້ກວດກາຄືນເບີ່ງວ່າສອດຄ່ອງກັບ ມາດຕະຖານ ເຕັກນິກ, ຂໍ້ກຳນົດ ແລະເງື່ອນໄຂສັນຍາທີ່ຄັດຕິດກັບຫນັງສືືເຊີນ.

  3. ການສະເຫນີຕອບສະໜອງຕາມເງື່ອນໄຂຂ້າງເທີ່ງແລ້ວ, ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງປະເມີນວ່າລາ ຄາເໝາະສົມ ແລະມີລັກສະນະແຂ່ງຂັນ. ຖ້າຫາກວ່າລາຄາທີ່ສະ ເຫນີລື່ນເກີນງົມປະມານທີ່ ຄາດຄະເນໄວ້. ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ອາດສາມາດ ເຈລະຈາຕໍ່ລອງລາຄາໄດ້.

  4. ສັນຍາຈະຮັບຮອງເອົາບົນພື້ນຖານເງື່ອນໄຂທີ່ກຳນົດໄວ້ໃນມາດຕາ 29.

ມາດຕາ 8: ເງື່ອນໄຂໃນການນຳໃຊ້ຮູບການປະມູນຕ່າງໆ.

  1. ການປະມູນວົງແຄບຮູບການປະມູນນີ້ສາມາດນຳໃຊ້ໃນກໍລະນີໄດ້ຮັບອະນຸຍາດຕາມທີ່ກຳນົດໄວ້ໃນມາດ ຕາ
     8 (4) ດັ່ງຕໍ່ໄປນີ້ :

    1. ມູນຄ່າສີນຄ້າ ຫລືການກໍ່ສ້າງສ້ອມແປງບໍ່ເກີນມູນຄ່າວົງເງິນ ທີ່ກຳນົດໄວ້ໃນມາດຕາ 13 ຫລື;

    2. ຜູ້ສະຫນອງ ແລະຜູ້ຮັບເຫມົາມີຈຳນວນຈຳກັດ ຫລື;

    3. ຍ້ອນບໍ່ມີເວລາພຽງພໍເພື່ອດຳເນີນການປະມູນເປີດກ້ວາງ. ແຕ່ຄວາມຈຳເປັນອັນຮີບ ດ່ວນນີ້ບໍ່ມີສາຍ ເຫດມາຈາກຜູ້ຈັດຊື້ ຫລືເຈົ້າຂອງໂຄງການມີຄວາມຊັກຊ້າ ແລະຍັງ ຈຳເປັນຕ້ອງໃຫ້ມີການແຂ່ງຂັນ. ຖ້າຫາກຮູບການນີ້ບໍ່ໄດ້ຜົນສາມາດດຳເນີນການເຈລະ ຈາໂດຍກົງ ຕາມມາດຕາ 7;

  2. ການປະມູນສົມທຽບລາຄາພາຍໃນ
    ຮູບການດັ່ງກ່າວນີ້ ແມ່ນໃຊ້ສຳລັບການຊື້ສີນຄ້າທີ່ຕ້ອງການນຳໃຊ້ໃນວຽກງານປະຈຳວັນ ແລະມີມູນຄ່າບໍ່ເກີນ ມູນຄ່າວົງເງິນທີ່ກຳນົດໄວ້ໃນມາດຕາ 13.


  3. ການປະມູນສົມທຽບລາຄາສາກົນ
    ຮູບການນີ້ແມ່ນໃຊ້ສຳລັບການປະມູນຈັດຊື້ສິນຄ້າ, ຊື່ງມີມູນຄ່າວົງເງິນ ທີ່ກຳນົດໄວ້້ໃນ ມາດຕາ 13.

  4.  ການປະມູນດ້ວຍການເຈລະຈາໂດຍກົງ
    ຮູບການນີ້ສາມາດປະຕິບັດໄດ້ໂດຍຕ້ອງໄດ້ຮັບອະນຸຍາດເປັນກໍລະນີສະເພາະ ແລະສອດຄ່ອງກັບກໍລະນີດັ່ງ ລູ່ມນີ້ :
    1. ເນື່ອງຈາກເຫດຜົນທີ່ພົວພັນກັບການປົກປ້ອງລິຄະສິດ ຫລືອຸດສາຫະກຳ ຫລືຊັບສີນທາງປັນຍາ ແລະ ບໍ່ມີຕົວແທນ, ສັນຍາຕ້ອງໄດ້ຮັບຮອງຕົກລົງເຊັນ ກັບຜູ້ສະໜອງ ຫລືຜູ້ ຮັບເໝົາຜູ້ດຽວເທົ່າ ນັ້ນ;

    2. ສີນຄ້າເພື່ອປ່ຽນແທນສ່ວນໃດນື່ງຂອງອຸປະກອນໃດນື່ງ ຫລືເພື່ອສ້ອມແປງອຸປະກອນ ດັ່ງກ່າວ;

    3. ໃນກໍລະນີເປັນວຽກເພີ້ມເຕີມ ການກໍ່ສ້າງສ້ອມແປງ ທີ່ມີລັກສະນະຄ້າຍຄືເກົ່າ, ຊື່ງໄດ້ຈັດຕັ້ງປະຕິບັດ ມາແລ້ວ ແລະຄາດວ່າຈະບໍ່ສາມາດ ຊອກໄດ້ລາຄາຕ່ຳກວ່ານີ້ໄດ້, ຖ້າ ຫາກດຳເນີນການປະມູນອີກ. ມູນຄ່າຂອງວຽກເພີ້ມນີ້ບໍ່ໃຫ້ເກີນ 20% ຂອງມູນຄ່າ ໃນສັນຍາເກົ່າ;

    4. ຍ້ອນຄວາມຈຳເປັນອັນຮີບດ່ວນທີ່ສຸດ ເຊັ່ນ:ໄພທຳມະຊາດ ຫລືໂດຍທີ່ຜູ້ຈັດຊື້ ຫລືເຈົ້າຂອງໂຄງ ການບໍ່ສາມາດຄາດຄະເນໄດ້ລ່ວງໜ້າ, ເວລາມີຈຳກັດບໍ່ສາມາດຈະດຳເນີນ ການປະມູນເປີດກ້ວາງ ຫລືວົງ ແຄບໄດ້;

    5. ໂຄງການ ແລະກິດຈະການຢູ່ເຂດຫ່າງໄກສອກຫລີກ, ມີລັກຊະນະພິເສດຂອງທ້ອງຖີ່ນຫລືລະບົບຄົມ ມະນາຄົມ ບໍ່ສະດວກ;

    ການປະມູນດ້ວຍການເຈລະຈາໂດຍກົງ ແລະການປະມູນວົງແຄບຕາມມາດຕາ 8.1 ແລະ 8.4 ສາມາດດຳ ເນີນໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດເປັນແຕ່ລະກໍລະນີ ດັ່ງນີ້:

    • ຂັ້ນສູນກາງ ຕ້ອງແມ່ນ ລັດຖະມົນຕີວ່າການ ຫລືຜູ້ໄດ້ຮັບການມອບຫມາຍ.
    • ຂັ້ນນະຄອນຫລວງວຽງຈັນ ຫລືແຂວງຕ້ອງແມ່ນເຈົ້າແຂວງ ຫລືຜູ້ໄດ້ຮັບການມອບຫມາຍ,

ມາດຕາ 9: ການປະມູນສາກົນ.

ການປະມູນສາກົນ ສາມາດດຳເນີນໄດ້ຕາມຮູບການທີ່ໄດ້ກຳນົດໄວ້ໃນມາດຕາ 4 ຫາ 12 ໂດຍສອດຄ່ອງກັບມູນ ຄ່າວົງເງິນທີ່ກຳນົດໄວ້ໃນມາດຕາ13. ຫນັງສືເຊີນປະມູນຕ້ອງໄດ້ສົ່ງຫາຜູ້ສະຫນອງ ຫລືຜູ້ຮັບເຫມົາທັງພາຍໃນປະ ເທດ ແລະຕ່າງ ປະເທດ. ໜັງສືເຊີນປະມູນ/ການປະກາດ ຕ້ອງປະຕິບັດໃຫ້ສອດຄ່ອງກັບ ມາດຕາ14. ໃນກໍລະນີ ການສົມທຽບລາຄາສາກົນ, ໜັງສືເຊີນປະມູນ/ການປະກາດຈະຕ້ອງໄດ້ສົ່ງໃຫ້ຜູ້ສະໜອງ ແລະຜູ້ຮັບເໝົາຢ່າງຫນ້ອຍ 2 ປະເທດ. ສຳລັບການປະມູນສາກົນ, ການແຈ້ງການຕ້ອງໄດ້ແຈ້ງຫາ ປະເທດຕ່າງໆ, ການຮັບຮອງເຊັນສັນຍາ ນັ້ນຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 29. ຜູ້ຊະນະການປະມູນ ອາດແມ່ນບໍລິສັດພາຍໃນ ຫລຶ ບໍລິສັດຕ່າງປະເທດການໃຫ້ສິດທິພິເສດຕໍ່ພາຍໃນ. ສຳລັບການປະມູນສາກົນ ແລະການປະມູນສົມທຽບລາຄາສາກົນ ເພື່ອສົ່ງເສີມຜູ້ຜະລິດ ພາຍໃນ ແລະຜະ ລິດຕະພັນພາຍໃນ, ຂອບເຂດໃນການໃຫ້ສິດທິພິເສດ ຄວນລະບຸໄວ້ໃນ ການປະເມີນການປະມູນຄື:

  1. ສຳລັບສີນຄ້າທີ່ຜະລິດໃນ ສປປ ລາວ ໃນກໍລະນີມີການສົມທຽບການສະເຫນີລາຄາ ຂອງສິນຄ້າປະເພດ ດຽວກັນ ທີ່ຜະລິດຢູ່ຕ່າງປະເທດ; ແລະ

  2. ສຳລັບການກໍ່ສ້າງໃນກໍລະນີມີການສົມທຽບການປະມູນຂອງຜູ້ຮັບເຫມົາພາຍໃນທີ່ມີ ຄວາມສາມາດກັບຜູ້ຮັບ ເຫມົາທີ່ເປັນບໍລິສັດຕ່າງປະເທດ.
    ໃນກໍລະນີນຳໃຊ້ການໃຫ້ສິດທິພິເສດສຳລັບສີນຄ້າທີ່ຜະລິດພາຍໃນ ຫລືຜູ້ຮັບເຫມົາພາຍ ໃນ, ວີທີການ ແລະຂັ້ນຕອນຕ່າງໆທີ່ກຳນົດຂ້າງລູ່ມນີ້ ຕ້ອງກຳນົດໄວ້ຢູ່ໃນການປະເມີນ ແລະການສົມທຽບການປະມູນ ແລະກຳນົດໃຫ້ຖືກຕ້ອງຢູ່ໃນເອກະສານປະມູນ. ຂໍ້ກຳ ນົດກ່ຽວກັບ ລາຄາຫນ້າໂຮງງານ (EXW), ລາຄາ ບວກກັບຄ່າຂົນສົ່ງ, ການປະກັນໄພ ແລະສະຖານທີ່ສົ່ງປາຍທາງ (CIP), ລາຄາຮອດສະຖານທີ່ສົ່ງປາຍ ທາງ ແລະລວມທັງການຈ່າຍພາສີອາກອນ(DDP)ຕ້ອງໃຫ້ສອດຄ່ອງກັບຂໍ້ກຳນົດຂອງການຄ້າສາກົນ (Incoterms).
ການໃຫ້ສິດທິພິເສດສຳລັບສີນຄ້າທີ່ຜະລິດພາຍໃນ
  1. ຂອບເຂດຂອງສິດທິພິເສດຄວນຕ້ອງພິຈາລະນາຢູ່ໃນການປະເມີນການປະມູນ ຂອງຜູ້ເຂົ້າແຂ່ງຂັນປະມູນທີ່ ສະເຫນີສີນຄ້າທີ່ຜະລິດຢູ່ພາຍໃນ, ເມື່ອປຽບທຽບກັບການສະ ເຫນີສີນຄ້າ ທີ່ຜະລິດຢູ່ບ່ອນ ອື່ນໆ. ໃນກໍລະ ນີນີ້, ເອກະສານປະມູນຕ້ອງໄດ້ລະບຸລະ ອຽດໃນການໃຫ້ສິດທິພິເສດແກ່ສີນຄ້າທີ່ຜະ ລິດຢູ່ພາຍໃນ ແລະຂໍ້ ມູນທີ່ຕ້ອງການເພື່ອ ຢັ້ງຢືນຄວາມເຫມາະສົມສຳລັບການໃຫ້ສິດທິພິເສດດັ່ງກ່າວ. ສັນຊາດຂອງຜູ້ຜະລິດ ຫລືຜູ້ສະຫນອງ ບໍ່ແມ່ນເງື່ອນໄຂໃນການໃຫ້ສິດທິພິເສດດັ່ງກ່າວ. ວີທີການ ແລະຂັ້ນຕອນທີ່ກຳນົດໃນຂ້າງ ລູ່ມນີ້ ຕ້ອງປະຕິບັດຕາມທີ່ໄດ້ກຳນົດໄວ້ຢູ່ໃນການປະເມີນ ແລະການ ສົມທຽບການປະມູນ:

  2. ການສົມທຽບຂໍ້ສະເຫນີປະມູນ ທີ່ຕອບສະຫນອງໄດ້ຕາມເງື່ອນໄຂທີ່ກຳນົດໄວ້ ຕ້ອງຈັດເຂົ້າຫນື່ງໃນ ສາມຫມວດ ດັ່ງນີ້:
    • ຫມວດ ກ: ແມ່ນຂໍ້ສະເຫນີີສິນຄ້າທີ່ຜະລິດຢູ່ພາຍໃນ, ຖ້າຫາກວ່າ ຜູ້ເຂົ້າແຂ່ງຂັນປະມູນໄດ້ຢັ້ງຢືນ ທີ່ຫນ້າເຊື່ອຖືວ່າ: (i) ນຳໃຊ້ແຮງງານ ແລະ, ວັດຖຸ ພາຍໃນ ແລະສ່ວນປະກອບແມ່ນກວມເອົາ ຫລາຍກວ່າ 30% ຂື້ນໄປ ຂອງ ລາຄາ EXW ຕໍ່ຜະລິດຕະພັນທີ່ສະເຫນີ, ແລະ (ii)ສີ່ງອຳນວຍ ຄວາມສະດວກ ໃຫ້ແກ່ການຜະລິດ ເພື່ອຜະລິດ ຫລືປະກອບສີນຄ້ານັ້ນໄດ້ຖືກ ນຳໃ&#