www.smepdo.org       
 
Lao Eng
 

ໂອກາດທາງທຸລະກິດ > ການຈັດຊື້ຂອງລັດຖະບານ

 
 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງການເງິນ
ເລກທີ 0063 / ກງ
ນະຄອນຫລວງວຽງຈັນ, ວັນທີ 12 ມິນາ2004
 
ລະບຽບການຈັດຕັ້ງປະຕິບັດດຳລັດ
ວ່າດ້ວຍ
ການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ສ້ອມແປງ ແລະການບໍລິການດ້ວຍທືນ ຂອງລັດ

 
  • ອີງຕາມດຳລັດວ່າດ້ວຍການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະການບໍລິການດ້ວຍທືນຂອງ ລັດ(ສະບັບປັບປຸງ ) ເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004.
     

  • ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໃຫວຂອງກະຊວງການເງິນ, ສະບັບເລກທີ 127/ນຍ, ລົງວັນທີ 3 ຕຸລາ 2000.


ລັດຖະມົນຕີວ່າການ ກະຊວງການເງິນ ອອກລະບຽບການຈັດຕັ້ງປະຕິບັດດັ່ງນິ້:


ພາກທີ I
ບົດບັນຍັດທົ່ວໄປ


ມາດຕາ 1: ຈຸດປະສົງ

ລະບຽບການຈັດຕັ້ງປະຕິບັດດຳລັດເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ວ່າດ້ວຍ ການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ສ້ອມແປງ ແລະການບໍລິການ ດ້ວຍທືນຂອງລັດ ( ສະບັບປັບປຸງ ) ມີຈຸດປະສົງເພື່ອ:

  1. ຮັບປະກັນຄວາມໂປ່ງໃສໃນການປະມູນຈັດຊື້ຂອງລັດ ຕາມຮູບການທີ່ກຳນົດໄວ້ໃນ ດຳລັດວ່າດ້ວຍການປະ ມູນ ຈັດຊື້ສີນຄ້າ,ການກໍ່ສ້າງ, ສ້ອມແປງ ແລະການບໍລິການ ດ້ວຍທືນຂອງລັດ ແລະລະບຽບການຈັດຕັ້ງປະ ຕິບັດດຳ ລັດສະບັບນີ້;
     
  2. ຮັບປະກັນຄວາມຖືກຕ້ອງ ແລະເປັນເອກະພາບໃນການປະມູນຈັດຊື້ ຂອງບັນດາອົງການ ຈັດຕັ້ງຂອງລັດ
    ແລະ ວິສາຫະກິດຂອງລັດ;
     
  3. ຮັບປະກັນດ້ານປະສິດທິຜົນ ແລະປະຍັດທຶນຮອນຂອງລັດ ໃນການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ສ້ອມ ແປງ ແລະການບໍລິການ;
     
  4. ເປີດກ້ວາງ ແລະສົ່ງເສີມໃຫ້ທຸກໆພາກສ່ວນເສດຖະກິດ ມີສິດສະເຫມີພາບ ແລະເທົ່າທຽມກັນໃນການເຂົ້າປະ ມູນແຂ່ງຂັນເພື່ອສະຫນອງສີນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະການບໍລິການໃຫ້ແກ່ອົງການຈັດຕັ້ງຂອງ ລັດ ແລະວິສາຫະກິດຂອງລັດ.

ມາດຕາ 2: ຄວາມຫມາຍຂອງຄຳສັບ

ຄຳສັບ ທີ່ນຳໃຊ້ໃນລະບຽບການຈັດຕັ້ງປະຕິບັດ ສະບັບນີ້ ມີຄວາມໝາຍ ດັ່ງຕໍ່ໄປນີ້ :

ການປະມູນໝາຍເຖີງ ການແຂ່ງຂັນທາງດ້ານລາຄາ ແລະຄຸນນະພາບໃນການສະໜອງສີນຄ້າ, ການ ກໍ່ສ້າງ, ການສ້ອມ ແປງ ແລະການບໍລິການ ດ້ວຍຫລາຍຮູບການ ແລະຂັ້ນຕອນທີ່ກຳ ນົດໄວ້.

ເງິນຄ້ຳປະກັນການປະມູນ:
´ຫມາຍເຖີງການຄ້ຳປະກັນຂອງຜູ້ເຂົ້າແຂ່ງຂັນປະມູນ,ເພື່ອຮັບປະກັນວ່າຂໍ້ສະເໜີປະມູນຈະມີອາຍຸ ໃຊ້ໄດ້ຈົນຮອດມື້ ທີ່ມີການ ເຊັນສັນຍາ ຫລືຈົນຄົບກຳນົດວັນໝົດອາຍຸຂອງການຄ້ຳປະກັນ ໂດຍແມ່ນທະນາຄານເປັນຜູ້ ອອກໃຫ້. ພາຍຫລັງທີ່ ມີການເຊັນສັນຍາກັບຜູ້ຊະນະການປະມູນແລ້ວ, ເງິນຄ້ຳປະກັນການປະມູນຕ້ອງປ່ຽນແທນດ້ວຍເງິນ ຄ້ຳປະກັນການປະຕິບັດສັນຍາ.ຄຳວ່າ"ເງິນຄ້ຳປະກັນການປະມູນ"ເງິນຝາກມັດຈຳການປະມູນ" ແລະ "ການຄ້ຳປະກັນການ ປະມູນ " ແມ່ນມີຄວາມໝາຍໃກ້ຄຽງກັນ, ເຖີງວ່າກົນໄກໃນທາງປະຕິບັດອາດຈະແຕກຕ່າງກັນ ຕົວຢ່າງ "ການຄ້ຳປະກັນ" ແມ່ນອອກໂດຍທະນາຄານ, ສ່ວນ "ເງິນຝາກມັດຈຳ" ແມ່ນອອກໃຫ້ໂດຍສະຖາບັນ ປະກັນໄພ.

ຜູ້ເຂົ້າແຂ່ງຂັນປະມູນ: ໝາຍເຖີງ ນິຕິບຸກຄົນ, ບໍລິສັດ, ວິສາຫະກິດ, ບໍລິສັດ‎ຮ່ວມ ຫລືບໍລິສັດສາກົນທີ່ມີຄວາມສົນໃຈ ຫລື ມີຄຸນນະ ວຸດທິເຂົ້າຮ່ວມປະມູນແຂ່ງຂັນຕາມຮູບການໃດນື່ງທີ່ຜູ້ຈັດຊື້ ຫລືເຈົ້າຂອງໂຄງການເປັນຜູ້ກຳນົດ.

ຮູບການປະມູນ: ຫມາຍເຖີງນື່ງໃນວິທີການທີ່ກຳນົດໃນພາກທີ II ແລະ III ຂອງລະບຽບການຈັດ ຕັ້ງປະຕິບັດສະບັບນີ້.

ສັນຍາ : ໝາຍເຖີງ ການຕົກລົງເປັນລາຍລັກອັກສອນລະຫວ່າງ ຜູ້ຈັດຊື້ ຫລືເຈົ້າຂອງໂຄງການແລະຜູ້ຊະນະການປະມູນ ຕາມເນື້ອໃນ ແລະເງື່ອນໄຂທີ່ເປັນເອກະພາບກັນທັງສອງຝ່າຍ ແລະສອດຄ່ອງກັບເອກະສານປະມູນ.

ການຕົກລົງເຊັນສັນຍາ: ໝາຍເຖີງ ການຕົກລົງເປັນລາຍລັກອັກສອນຂອງຜູ້ຈັດຊື້ ຫລືເຈົ້າຂອງໂຄງການທີ່ຈະເຊັນສັນ ຍາກັບຜູ້ຊະນະການປະມູນ ຕາມຮູບການປະມູນໃດນື່ງ ແລະຕ້ອງໄດ້ແຈ້ງໃຫ້ຜູ້ຊະນະການປະມູນຮັບຮູ້.

ການຮັບຮອງສັນຍາ: ໝາຍເຖີງການແຈ້ງການເປັນລາຍລັກອັກສອນໂດຍຜູ້ຈັດຊື້ ຫລືເຈົ້າຂອງໂຄງການແລະຜູ້ຊະນະ ການປະມູນໄດ້ຕອບຮັບແລ້ວນັ້ນຖືວ່າສັນຍານັ້ນໄດ້ມີການຕົກລົງກັນ, ເພື່ອເປັນສິ່ງຜູກມັດທາງດ້ານກົດໝາຍໂດຍສອດ ຄ່ອງກັບ ມາດຕາ 12 ຂອງກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາສະບັບເລກທີ 02/90/ສປສ, ວັນທີ 10 ກໍລະ ກົດ 1990.

ຜູ້ຮັບເໝົາຫລືຜູ້ສະຫນອງ: ໝາຍເຖີງ ນິຕິບຸກຄົນ,ບໍລິສັດທີ່ມີຖານະຖືກຕ້ອງຕາມກົດຫມາຍທີ່ໄດ້ເຊັນສັນຍາກັບຜູ້ຈັດຊື້ ຫລືເຈົ້າຂອງໂຄງການໃນການສະຫນອງສີນຄ້າ ຫລືຮັບເຫມົາການກໍ່ສ້າງສ້ອມແປງ ແລະການບໍລິການໃຫ້ອົງ

ການຈັດຕັ້ງຂອງລັດ.ຜູ້ໃຫ້ທືນ: ໝາຍເຖີງ ປະເທດໃດນື່ງ ຫລືສະຖາບັນການເງິນສາກົນທີ່ໃຫ້ເງິນກູ້ຢືມ ແລະ/ຫລື ການຊ່ວຍ ເຫຼືອລ້າທາງດ້ານເຕັກນິກ ຫລືດ້ານການເງິນເພື່ອສົ່ງເສີມການພັດທະນາທາງດ້ານເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ.

ສີນຄ້າ :ໝາຍເຖີງ ວັດຖຸໃດນຶ່ງທີ່ເປັນທາດແຂງ, ແຫລວ ຫລືເປັນອາຍທີ່ມີມູນຄ່າດ້ານເສດ ຖະກິດຊື່ງສາມາດແລກປ່ຽນ ແລະຊື້ຂາຍໄດ້ ເຊັນ: ອຸປະກອນ, ເຄື່ອງປະກອບ, ເຄື່ອງຈັກ, ພາຫານະ ແລະຜະລິດຕະພັນອື່ນໆ.

ອົງການຈັດຕັ້ງຂອງລັດ: ໝາຍເຖີງ ທຸກໆຂະແໜງການຂອງລັດຖະບານ ແຫ່ງ ສ ປ ປ ລາວ ຢູ່ຂັ້ນສູນກາງ ຫລື ທ້ອງຖີ່ນ, ລວມທັງອົງການຈັດຕັ້ງທີ່ຕາງຫນ້າລັດຖະບານແຫ່ງ ສປປ ລາວ ຢູ່ ຕ່າງປະເທດ, ຊື່ງນຳໃຊ້ງົບປະມານ ຂອງລັດ.

ໜັງສືເຊີນປະມູນ/ການປະກາດ :ໝາຍເຖີງໜັງສືທີ່ຜູ້ຈັດຊື້ ຫລືເຈົ້າຂອງໂຄງການພີມເຜີຍແຜ່ ຫລືປະກາດຜ່ານຊື່ມວນຊົນ ຫລືແຈ້ງການເພື່ອໃຫ້ບັນດາຜູ້ສະຫນອງ ຫລືຜູ້ຮັບເຫມົາໃຫ້ຮູ້ວ່າຈະມີ ການປະມູນຈັດຊື້.

ທຶນຂອງລັດ: ໝາຍເຖີງ ທືນພາຍໃນ ແລະທືນທີ່ລັດໄດ້ມາຈາກການຊ່ວຍເຫຼືອລ້າ ແລະການກູ້ຢືມຈາກຕ່າງປະເທດ ແລະສະຖາບັນການເງິນຕ່າງໆ.

ຄວາມລັບຂອງຊາດ: ໝາຍເຖີງສິ່ງທີ່ເປັນຄວາມສ່ຽງທີ່ກະທົບຕໍ່ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມສະຫງົບຂອງ ຊາດເຊັ່ນ:ອາວຸດ, ພາຫານະ ແລະອຸປະກອນສົງຄາມ, ສິ່ງປຸກສ້າງທີ່ຮັບໃຊ້ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບໂດຍກົງ.

ການປະເມີນດ້ານຄຸນນະວຸດທິກ່ອນ ແລະການປະເມີນຄຸນນະວຸດທິພາຍຫລັງ: ໝາຍເຖີງ ການປະເມີນຄວາມສາມາດຂອງຜູ້ທີ່ ຈະມາເປັນຄູ່ສັນຍາເພື່ອຮັບປະກັນໃຫ້ສັນຍານັ້ນມີຜົນສຳເລັດ ໂດຍຕ້ອງປະເມີນ (i) ປະສົບການ ແລະຜົນ ສຳເລັດຜ່ານມາໃນ ສັນຍາທີ່ຄ້າຍຄືກັນນີ້, (ii) ຄວາມສາມາດຂອງບຸກຄະລາກອນ, ອຸປະກອນ, ການກໍ່ສ້າງ ແລະສີ່ງ ອຳນວຍຄວາມ ສະດວກໃນ ການຜະລິດ ແລະ (iii) ຖານະການເງິນ.

ຜູ້ຈັດຊື້ຫລືເຈົ້າຂອງໂຄງການ: ໝາຍເຖີງ ອົງການຈັດຕັ້ງຂອງລັດ ແລະວິສາຫະກິດຂອງລັດທີ່ນຳໃຊ້ທືນ ຂອງລັດ.

ການບໍລິການ: ໝາຍເຖີງການບໍລິການທາງດ້ານວິຊາການຂອງບໍລິສັດທີ່ປຶກສາ ຫລືຊ່ຽວຊານເປັນບຸກຄົນໃນວຽກງານສຶກ ສາຄົ້ນຄ້ວາ, ສຳຫຼວດອອກແບບ, ຄວບຄຸມກວດກາກິດຈະການຕ່າງໆ ແລະການບໍລິການອື່ນໆ.

ວິສາຫະກິດຂອງລັດ: ໝາຍເຖີງຫົວໜ່ວຍທຸລະກິດ ທີ່ສ້າງຕັ້ງຂື້ນໂດຍລັດ ແລະລັດເປັນຜູ້ຄູ້ມຄອງ ຫລືລັດຮຸ້ນສ່ວນກັບ ຫົວໜ່ວຍ ທຸລະກິດອື່ນໆ, ຊື່ງໃນນັ້ນລັດຕ້ອງຖືຮຸ້ນຢ່າງໜ້ອຍ 51%.

ເອກະສານປະມູນ: ໝາຍເຖີງ ເອກະສານທີ່ຜູ້ຈັດຊື້ ຫລືເຈົ້າຂອງໂຄງການອອກໃຫ້ບັນດາຜູ້ເຂົ້າແຂ່ງຂັນ ປະມູນ, ຊື່ງໄດ້ ກຳນົດ ເນື້ອໃນ ແລະເງື່ອນໄຂຂອງການປະມູນຈັດຊື້; ເອກະສານນີ້ລວມມີ: ຫນັງສືເຊີນປະມູນ, ຂໍ້ແນະນຳສຳລັບຜູ້ເຂົ້າ ແຂ່ງຂັນປະມູນ, ເງື່ອນໄຂທົ່ວໄປ, ເງື່ອນໄຂ ສະເພາະ, ຫລັກການໃນການປະເມີນ, ຕົວແບບໃບປະມູນ, ແລະຕາຕະລາງ ສະເຫນີລາຄາ, ມາດຕະຖານເຕັກນິກຂອງສີນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະການບໍລິການ, ຕົວແບບໃບສັງ ລວມລາຄາ ແລະເງື່ອນ ໄຂຂອງສັນຍາ, ຕົວແບບໃບຄ້ຳປະກັນການປະມູນທີ່ຕ້ອງການ ແລະ ການຄ້ຳ ປະກັນ ອື່ນໆ.

ຄະນະກຳມະການປະມູນ,: ໝາຍເຖີງ ຄະນະກຳມະການທີ່ແຕ່ງຕັ້ງຂື້ນ ໂດຍສອດຄ່ອງກັບ ພາກທີ V ຂອງລະບຽບການ ຈັດຕັ້ງ ປະຕິບັດ ສະບັບນີ້ ແລະຕາມຂະຫນາດຂອງມູນຄ່າ ສຳລັບສີນຄ້າ, ການກໍ່ສ້າງສ້ອມແປງ ແລະການບໍລິການ ທີ່ໃຫ້ຮັບຜິດ ຊອບ ແລະກວດກາການ ປະມູນຈັດຊື້, ຊື່ງສອດຄ່ອງກັບຮູບການປະມູນ ທີ່ກຳນົດໄວ້ໃນພາກທີ II, III, IV, VI, VII ແລະ VIII ຂອງລະບຽບການຈັດຕັ້ງປະຕິບັດ ສະບັບນີ້.

ມູນຄ່າວົງເງິນ: ໝາຍເຖີງ ຈຳນວນເງິນກີບ ທີ່ໃຊ້ເປັນບ່ອນອີງໃນການກຳນົດຮູບການປະມູນ.\ການປະມູນ

ແບບສອງຂັ້ນ ຕອນ: ໝາຍເຖີງ ການດຳເນີນການປະມູນ ດ້ວຍສອງຂັ້ນຕອນທີ່ແຕກຕ່າງກັນ ຄື: ຂັ້ນຕອນທີນື່ງສະເໜີ ໃຫ້ຜູ້ ທີ່ສົນ ໃຈໃນການປະມູນ ຍື່ນຂໍ້ສະເໜີດ້ານເຕັກນິກ ແລະວິທີ ການປະຕິບັດກ່ອນ ເພື່ອປະເມີນຄັດ ເລືອກກ່ອນ. ຂັ້ນຕອນ ທີສອງຜູ້ເຂົ້າແຂ່ງຂັນປະມູນ ທີ່ໄດ້ຜ່ານການຄັດເລືອກແລ້ວນັ້ນຍື່ນຊອງປະມູນ.

ການກໍ່ສ້າງ -ສ້ອມແປງ :: ໝາຍເຖີງ:

  1. ວຽກງານກໍ່ສ້າງສ້ອມແປງ: ກິດຈະການໃດນື່ງ ເຊັ່ນ: ການກໍ່ສ້າງ, ການສ້ອມແປງ, ການປົວແປງ, ການປະດັບ ປະດາ ຕົບແຕ່ງ, ການຕິດຕັ້ງ, ການປຸກສ້າງ, ການຂຸດຈົກເທີ່ງບົກ ຫລືໃນນ້ຳ ແລະກິດ ຈະການອື່ນໆ ທີ່ຄ້າຍ ຄືກັນນັ້ນ ທີ່ກ່ຽວກັບຖະໜົນຫົນທາງ, ຂົວ, ຊົນ ລະປະທານ, ເຮືອນ,ຕຶກຫ້ອງ ການ, ໂຮງໝໍ, ໂຮງຮຽນ ຫລື ກິດຈະການອື່ນໆ ທີ່ມີການ ນຳໃຊ້ແຮງານ, ເຄື່ອງກົນຈັກ, ອຸປະກອນ ແລະເຕັກໂນໂລຢີໄປພ້ອມໆກັນ.  

  2. ການກໍ່ສ້າງສ້ອມແປງກົນຈັກ ແລະວຽກງານຂະແໜງໄຟຟ້າ: ໝາຍເຖີງ ກິດຈະການໃດນຶ່ງເຊັ່ນ: ການສ້ອມແປງ , ການຕິດຕັ້ງ, ການປຸກສ້າງ ແລະກິດຈະການອື່ນໆທີ່ຄ້າຍຄືກັນໃນຂະແໜງການກົນຈັກ ຫລືໄຟ ຟ້າໃນໂຄງ ການ ໃດນື່ງ ຫລືທີ່ພົວພັນກັບກົງຫັນ, ເຄື່ອງກຳເນີດໄຟຟ້າ, ເຄື່ອງແປງໄຟ ຫລື ເຄື່ອງອຸປະກອນໄຟຟ້າໃນສະ ຖານນີ ໄຟຟ້າ ຫລືກິດຈະການອື່ນໆທີ່ມີການນຳໃຊ້ແຮງງານ, ເຄື່ອງກົນຈັກ, ອຸປະກອນ ແລະເຕັກໂນໂລຢີໄປ ພ້ອມໆກັນ.

ມາດຕາ 3: ການນຳໃຊ້

  1. ທຸກໆການປະມູນຈັດຊື້ດ້ວຍທືນ ຂອງລັດໂດຍກະຊວງ, ອົງການທຽບເທົ່າ ແລະທ້ອງຖີ່ນລວມທັງອົງການຈັດຕັ້ງ ທີ່ຕາງ ຫນ້າລັດຖະບານແຫ່ງ ສປປ ລາວ ຢູ່ຕ່າງປະເທດທີ່ນຳໃຊ້ງົບປະມານຂອງລັດ, ບັນດາວິສາຫະກິດຂອງ ລັດ ແລະ ວິສາຫະກິດປະສົມທີ່ລັດຮຸ້ນສ່ວນຕ້ອງໄດ້ປະຕິບັດໃຫ້ສອດຄ່ອງກັບຂໍ້ກຳນົດຂອງລະບຽບການຈັດຕັ້ງ ປະຕິບັດສະບັບ ນີ້. ຍົກເວັ້ນກໍລະນີການປະຕິບັດຕາມມາດຕາ 3 (2)ແລະມາດຕາ 12. 

  2. ລະບຽບການຈັດຕັ້ງປະຕິບັດສະບັບນີ້ ຈະບໍ່ມີຜົນບັງຄັບໃຊ້ຕໍ່ການປະມູນຈັດຊື້ດັ່ງລຸ່ມນີ້:
  1. ສີນຄ້າ ແລະອຸປະກອນທີ່ຮັບໃຊ້ໃນວຽກງານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບໂດຍກົງ.

  2. ວຽກງານກໍ່ສ້າງສ້ອມແປງ ຫລືການບໍລິການທີ່ເປັນຄວາມລັບຫລືໃນການຈັດຕັ້ງປະຕິບັດຕ້ອງ ການນຳໃຊ້ມາດຕະການຮັກສາຄວາມປອດໄພເປັນພິເສດຫລືເພື່ອປົກປັກຮັກສາສິດຜົນປະໂຫຍດ
    ອັນພື້ນຖານຂອງລັດ.

  3. ນອກຈາກສອງກໍລະນີຂ້າງເທີ່ງນີ້ (ຂໍ້ ກ ແລະ ຂ ) ແມ່ນຕ້ອງໄດ້ປະຕິບັດຕາມລະບຽບການຈັດ
    ຕັ້ງປະຕິບັດ ສະບັບນີ້ເຊັ່ນ: ສີນຄ້າອຸປະກອນ ແລະພາຫະນະສຳລັບວຽກບໍລິຫານປົກກະຕິ ແລະ ວຽກກໍ່ສ້າງ, ສ້ອມແປງອາຄານ, ສຳນັກງານ, ຫ້ອງການ, ເຮືອນຢູ່, ໂຮງໝໍ ທີ່ຂື້ນກັບຂະ ແໜງ ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ. 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
  ພາກທີ I ບົດບັນຍັດທົ່ວໄປ
  ພາກທີ II ຮູບການປະມູນ
  ພາກທີ III ການບໍລິການທີ່ປຶກສາ ຫຼືຊ່ຽວຊານ
  ພາກທີ IV ການຄັດເລືອກເອົາຜູ້ ເຂົ້າແຂ່ງຂັນປະມູນ
ພາກທີ V ການຈັດຕັ້ງ, ສິດແລະ ໜ້າທີ່ຂອງຄະນະການປະມູນ
ພາກທີ VI ເງື່ອນໄຂໃນການຕົກ ລົງເຊັນສັນຍາ
  ພາກທີ VII ສັນຍາ
  ພາກທີ VIII ການກວດກາ, ມາດ ຕະການຕໍ່ຜູູ້ລະເມີດ ແລະການ ແກ້ໄຂຂໍ້ຂັດແຍ່ງ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia