| |
|
|
| |
ພາກທີ VII
ສັນຍາ
ມາດຕາ 30: ການເຊັນສັນຍ
-
ຫຼັງຈາກໄດ້ຕົກລົງເຊັນສັນຍາ ກັບຜູ້ຊະນະການປະມູນ ຕາມຮູບການປະມູນໃດນື່ງໃນມາດຕາ 4 ຫາ
12, ຄູ່ສັນ ຍາຕ້ອງເຊັນສັນຍາເປັນລາຍລັກອັກສອນ ເພື່ອເປັນການຜູກມັດທັງສອງຝ່າຍ.
ກ່ອນການເຊັນສັນຍາ, ຜູ້ຈັດຊື້
ຫລື ເຈົ້າຂອງໂຄງການຕ້ອງໄດ້ກວດກາຄືນວ່າຜູ້ຊະນະການປະມູນບໍ່ໄດ້ມີການປ່ຽນແປງຫຍັງ (ສະພາບທາງດ້ານຄຸນນະ
ວຸດທິ)ເລີ້ມຈາກເວລາທີ່ໄດ້ຍື່ນສະເຫນີປະມູນວ່າຍັງມີຄວາມສາມາດແລະມີຄຸນນະວຸດທິພຽງພໍໃນການຈັດຕັ້ງປະຕິບັດ
ສັນຍາໄດ້. ຖ້າຫາກມີການປ່ຽນແປງດ້ານຄຸນວຸດທິ, ຄະນະກຳມະການປະມູນຈະຕ້ອງໄດ້ພິຈາລະນາແລະສະເຫນີຕົກ
ລົງປະກາດຜູ້ຊະນະການປະມູນຄືນໃຫມ່ໂດຍແມ່ນ ບໍລິສັດທີ່ໄດ້ລະດັບຖັດລົງມາ.
-
ເອກະສານສັນຍາຕ້ອງເຊັນໂດຍຜູ້ຕາງໜ້າທີ່ໄດ້ຮັບການມອບຫມາຍຈາກອົງການຈັດຕັ້ງປະຕິບັດໂຄງການ ( ກະ ຊວງ, ອົງການທຽບເທົ່າ ຫລືແຂວງ ) ແລະຜູ້ຕາງຫນ້າບໍລິສັດ
ທີ່ໄດ້ມອບຫມາຍຈາກບໍລິສັດ ຕາມລາຍລະອຽດ ດັ່ງນີ້:
ສຳລັບສັນຍາມູນຄ່າສູງກ່ວາ 10ຕື້ກີບຂື້ນໄປ, ແມ່ນລັດຖະມົນຕີວ່າການ
ຫລືຜູ້ໄດ້ຮັບການມອບສິດເປັນຜູ້ ເຊັນສັນຍາ
-
ສຳລັບສັນຍາມູນຄ່າສູງກວ່າ 5ຕື້ຫາ 10ຕື້ກີບ,
ຂັ້ນສູນກາງຕ້ອງແມ່ນລັດຖະມົນຕີຊ່ວຍວ່າການ ຫລືຜູ້ໄດ້ ຮັບການມອບສິດ, ຂັ້ນແຂວງແມ່ນເຈົ້າແຂວງ ຫລືຜູ້ໄດ້ ຮັບການ
ມອບສິດເປັນຜູ້ເຊັນສັນຍາ.
-
ສຳລັບສັນຍາມູນຄ່າສູງກວ່າ 500ລ້ານຫາ 5ຕື້ກີບ, ຂັ້ນສູນກາງຕ້ອງແມ່ນຫົວຫນ້າຫ້ອງການ
ຫລືຜູ້ໄດ້ຮັບ ການມອບສິດ, ຂັ້ນແຂວງ ແມ່ນຫົວຫນ້າຫ້ອງວ່າການ ແຂວງ
ຫລືຜູ້ໄດ້ຮັບການມອບສິດເປັນຜູ້ເຊັນສັນຍາ.
-
ສຳລັບສັນຍາມູນຄ່າບໍ່ເກີນ 500ລ້ານກີບ, ຂັ້ນສູນກາງແມ່ນຫົວຫນ້າກົມກ່ຽວຂ້ອງ
ຫລືຜູ້ໄດ້ຮັບການມອບ ສິດເປັນຜູ້ເຊັນສັນຍາ, ຂັ້ນແຂວງແມ່ນຫົວຫນ້າຂະແຫນງການກ່ຽວຂ້ອງຂອງແຂວງ
ຫລືຜູ້ໄດ້ຮັບການມອບ ສິດເປັນຜູ້ເຊັນສັນຍາ.
-
ສຳລັບວິສາຫະກິດຂອງລັດ ແມ່ນອຳນວຍການ ຫລືຜູ້ໄດ້ຮັບການມອບສິດເປັນຜູ້ ເຊັນສັນຍາ.
- ໃນກໍລະນີ ຄູ່ສັນຍາບໍ່ສາມາດເຊັນສັນຍາໃນເວລາດຽວກັນໄດ້:
- ຜູ້ຈັດຊື້ ຫລືເຈົ້າຂອງໂຄງການຕ້ອງສົ່ງເອກະສານສັນຍາທັງໝົດທີ່ໄດ້ຕົກລົງກັນໃຫ້ຜູ້ສະຫນອງ ຫລືຜູ້ຮັບ ເຫມົາສະບັບຕົ້ນສອງສະບັບພ້ອມກັບໜັງສືຕອບຮັບ (Letter of Acceptance)
ວັນທີມື້ໃສ່ພ້ອມ; ເອກະ ສານແຕ່ລະສະບັບຕ້ອງເຊັນ ໂດຍຜູ້ຕາງຫນ້າທີ່ໄດ້ຮັບການມອບໝາຍ ແລະລົງວັນທີມື້ເຊັນໃສ່ພ້ອມ;
- ໜັງສືຕອບຮັບ ຕ້ອງລະບຸກຳນົດເວລາໃນການຕອບຮັບ, ຊື່ງຕາມປົກກະຕິບໍ່ໃຫ້ກາຍ 30 ວັນ;
- ຖ້າຫາກຜູ້ສະຫນອງ ຫລືຜູ້ຮັບເຫມົາໄດ້ຕົກລົງເຊັນສັນຍາແລ້ວ, ເຂົາເຈົ້າຕ້ອງໄດ້ເຊັນ ແລະລົງວັນທີມື້ ເຊັນໃສ່ສັນຍາ
ແລະໜັງສືຕອບຮັບສະບັບຕົ້ນ ແລະສັນຍາຢ່າງລະສະ ບັບຕ້ອງສົ່ງຄືນຫາຜູ້ຈັດຊື້
ຫລືເຈົ້າ
ຂອງໂຄງການກ່ອນກຳນົດເວລາທີ່ລະບຸໄວ້ໃນ ຫນັງສືຕອບຮັບ.
- ການຈົດທະບຽນສັນຍາ: ສັນຍາທຸກໆປະເພດພາຍຫລັງເຊັນສັນຍາແລ້ວ, ຜູ້ສະຫນອງ ຫລື
ຜູ້ຮັບເຫມົາຕ້ອງໄດ້
ຈົດທະບຽນສັນຍາໂດຍສອດຄ່ອງກັບ ດຳລັດວ່າດ້ວຍການຈົດທະບຽນ ເອກະສານ, ເລກທີ
52/ນຍ, ລົງວັນທີ
13ມິນາ 1993.
ມາດຕາ 31: ເອກະສານສັນຍາ
ສັນຍາແມ່ນເອກະສານທາງການ, ຊື່ງກຳນົດຂໍ້ຕົກລົງທັງໝົດຂອງຄູ່ສັນຍາ ເພາະສະນັ້ນ
ສັນຍາຕ້ອງລະບຸຂໍ້ກຳນົດ ແລະ ເງື່ອນໄຂຂອງສັນຍາ, ສິດ ແລະພັນທະຂອງຄູ່ສັນຍາ ແລະ
ຕ້ອງປະກອບມີເອກະສານຕ່າງໆທີ່ຈຳເປັນໃນການຈັດຕັ້ງປະຕິ ບັດສັນຍາໃຫ້ຖືກຕ້ອງ.
ສັນຍາຕ້ອງມີລາຍເຊັນ ແລະວັນທີພ້ອມທັງລະບຸ ຫລືອ້າງອີງເຖີງເອກະສານເຫຼົ່າ
ນັ້ນຢ່າງຈະແຈ້ງ, ຖ້າຫາກຄູ່ສັນຍາຕົກລົງເພີ່ມເຕີມເງື່ອນໄຂອື່ນໆ ຫລືມາດຕະຖານສັນຍາໃຫ້ເພີ້ມ ເງື່ອນໄຂອື່ນໆ,
ເງື່ອນໄຂເຫຼົ່ານີ້ຕ້ອງອີງໃສ່ ເງື່ອນໄຂ “ພິເສດ” ຂອງສັນຍາ. ທຸກໆສັນຍາ ໂດຍພາຍໃຕ້ຂໍ້ກຳນົດ
ຂອງລະບຽບການ ຈັດຕັ້ງປະຕິບັດສະບັບນີ້ຕ້ອງປະ ກອບດ້ວຍຂໍ້ກຳ ນົດຕ່າງໆ ດັ່ງນີ້ :
- ຈຸດປະສົງຂອງສັນຍາ ຕ້ອງຈະແຈ້ງ, ຊັດເຈນສອດຄ່ອງກັບລະບຽບກົດໝາຍ ແລະສາມາດຈັດຕັ້ງປະຕິບັດໄດ້;
- ລາຄາ, ສະກຸນເງິນ, ຮູບແບບການຊຳລະ ແລະວິທີການຊຳລະຊຶ່ງຕ້ອງປະກອບດ້ວຍຂໍ້ກຳນົດກ່ຽວກັບຄວາມເປັນ
ໄປໄດ້ຂອງການຊຳລະເງິນລ່ວງໜ້າ ແລະການທົດແທນເງິນ
ກົນໄກອື່ນໆທີ່ພົວພັນກັບການທົດແທນເງິນຄືນ ແລະ
ເງິນຄ້ຳປະກັນສັນຍາ;
- ລາຄາ: ຕາມປົກກະຕິລາຄາ ໃນສັນຍາຕ້ອງອີງໃສ່ນື່ງໃນວິທີການລຸ່ມນີ້:
- ລາຄາຂາດຕົວ ຫລືມອບເໝົາ ແມ່ນລາຄາທັງໝົດ ໄດ້ຕົກລົງລ່ວງໜ້າແລ້ວ, ການ
ຊຳລະເງິນແມ່ນພາຍ
ຫລັງສຳເລັດວຽກ ຫລືໃນເວລາອື່ນຕາມການຕົກລົງຂອງຄູ່ສັນຍາ ຫລືຈ່າຍເປັນແຕ່ລະໄລຍະຂື້ນກັບຄວາມ ຄືບໜ້າຂອງວຽກ ຫລືການບໍລິການ;
- ລາຄາຫົວໜ່ວຍ ແມ່ນລາຄາຂອງລາຍການລະອຽດ(ຫົວໜ່ວຍ)ຂອງວຽກ ແລະສີນຄ້າ,
ຊື່ງຄູ່ສັນຍາໄດ້ຕົກ
ລົງກັນ ໂດຍອີງໃສ່ຈຳນວນຫົວໜ່ວຍຄາດຄະເນຢູ່ໃນເອກະສານບໍລິມາດວຽກ ແລະລາຄາທັງໝົດເທົ່າກັບ ລາຄາຫົວໜ່ວຍຄູນ
ໃຫ້ ບໍລິ ມາດວຽກຕົວຈີງຂອງຫົວຫນ່ວຍທີ່ກຳນົດ;
ການຊຳລະເງິນຕ້ອງຊຳລະພາຍ ໃນກຳນົດເວລາທີ່ຕົກລົງກັນຕາມ ທຳມະດາແມ່ນ 45 ວັນ
ຫຼັງຈາກໄດ້ຮັບໃບເກັບເງິນ;
- ມູນຄ່າບວກຄ່າບໍລິການ, ໃຊ້ສຳລັບສັນຍາ ກ່ຽວກັບການບໍລິການ,
ຊື່ງລາຄາລວມອີງໃສ່ລາຄາຕາມຫົວ
ໜ່ວຍເວລາ (ຕົວຢ່າງ : ຊົ່ວໂມງ, ມື້ , ເດືອນ) ຄູນໃຫ້ຈຳນວນຫົວໜ່ວຍເວລາທີ່ເຮັດວຽກຕົວຈີງບວກກັບ ຄ່າໃຊ້ຈ່າຍທົດແທນ ຄືນຕ່າງໆທີ່ໄດ້ຄາດຄະເນໄວ້ຢູ່ໃນສັນຍາ; ສັນຍາປະເພດນີ້ ຄວນກຳນົດກ່ຽວກັບຄ່າ ໃຊ້ຈ່າຍສູງສຸດໝາຍຄວາມວ່າ ຜູ້ສະໜອງການບໍລິການຕ້ອງ ສຳເລັດວຽກໂດຍໃຊ້ຈ່າຍບໍ່ ໃຫ້ກາຍຈຳ ນວນເງິນ
ສູງສຸດທີ່ໄດ້ ຕົກລົງກັນໄວ້. ການ ຊຳລະເງິນຄ່າບໍລິການຕ້ອງ ຈ່າຍເປັນແຕ່ລະໄລຍະ (ຕົວ ຢ່າງ:
ທຸກໆອາທິດ ຫລືທຸກໆເດືອນ ) ຂື້ນກັບຄວາມຄືບ ໜ້າຂອງວຽກງານ. ການຊຳລະຕາມໃບເກັບເງິນ,
ຊື່ງລະບຸລາຍລະອຽດກ່ຽວກັບການບໍລິການທີ່ໄດ້ສະໜອງໃຫ້ຕາມ ກຳນົດເວລາຕົວຈີງ; ສ່ວນການຊຳລະ
ເງິນຕາມມູນຄ່ານັ້ນກໍຄືກັນ ໝາຍວ່າ ຫຼັງຈາກທີ່ໄດ້ຮັບໃບ ສະເໜີຈ່າຍ, ຊື່ງ ລວມມີໃບບີນຕ່າງໆດັ່ງທີ່ໄດ້ ລະບຸໄວ້ໃນສັນຍາ.
- ຂໍ້ກຳນົດທີ່ພົວພັນ ແລະວິທີການດັດແກ້ລາຄາຈະຕ້ອງລະບຸໄວ້ໃນສັນຍາ.
ການອະນຸຍາດໃຫ້ດັດແກ້ລາຄາ
ໃນກໍລະ ນີສັນຍາກໍ່ສ້າງສ້ອມແປງທີ່ມີກຳນົດເວລາເກີນກ່ວາ12ເດືອນ, ການດັດແກ້ນີ້ ສາມາດດັດແກ້ໄດ້ ສະເພາະແຕ່ຄ່າແຮງ ງານ ແລະລາຄາວັດຖຸກໍ່ສ້າງເທົ່ານັ້ນ.
ຖ້າຫາກຝ່າຍໃດນື່ງຕ້ອງການດັດແກ້ລາຄາ ກໍສາມາດສະເຫນີໄດ້, ແຕ່ຕ້ອງມີ ເອກະສານຢັ້ງຢືນລາຄາໃນຕະຫຼາດ.
- ສະກຸນເງິນໃນການຊຳລະ:ການກຳນົດສະກຸນເງິນໃນການຊຳລະຕ້ອງອີງໃສ່ພື້ນຖານສັນຍາທີ່ໄດ້ເຊັນກັບນິຕິບຸກ
ຄົນ ຫລືບໍລິສັດພາຍໃນຕ້ອງຊຳລະເປັນເງິນກີບ, ສ່ວນສັນ
ຍາຊື້ສີນຄ້າ, ການກໍ່ສ້າງສ້ອມແປງ ແລະການບໍລິການ ຈາກຕ່າງປະເທດ, ຊື່ງແມ່ນ
ບໍລິສັດຕ່າງປະເທດເປັນຜູ້ສະຫນອງ ຫລືຜູ້ຮັບເໝົານັ້ນ ຕ້ອງປະຕິບັດຕາມລັດຖະ ບັນຍັດວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະວັດຖຸມີຄ່າ, ສະບັບເລກທີ 01/ສປ ປ, ລົງວັນທີ
9 ສີງຫາ 2002.
- ຮູບແບບການຊຳລະ: ສັນຍາການປະມູນຈັດຊື້ສີນຄ້າ, ການກໍ່ສ້າງŒສ້ອມແປງ ແລະການບໍລິການ,ຖ້າໄລຍະການ ຈັດຕັ້ງປະຕິິບັດບໍ່ເກີນ1ປີນັ້ນແມ່ນໃຫ້ກຳນົດມູນຄ່າ ແລະສະກຸນເງິນຊຳລະຄົງຕົວຕາມສັນຍາໂດຍນຳໃຊ້ຮູບແບບການ
ຊຳລະດັ່ງນີ້:
- ສັນຍາສະຫນອງສີນຄ້າ, ລວມທັງມູນຄ່າການຕິດຕັ້ງ ສາມາດຊຳລະເປັນງວດດຽວ ຫລືຫລາຍງວດກໍ່ໄດ້,
ແຕ່ ຕ້ອງລະບຸໄວ້ໃນສັນຍາ.
- ສັນຍາການກໍ່ສ້າງ - ສ້ອມແປງ ສາມາດຊຳລະໄດ້ຕາມຮູບແບບໃດນື່ງ ດັ່ງນີ້:
- ຕາມລາຄາມອບເໝົາຂາດຕົວ ສຳລັບກິດຈະການຂະໜາດນ້ອຍ;
- ຕາມການຢັ້ງຢືນບໍລິມາດວຽກ, ຊື່ງໄດ້ກຳນົດລາຄາຫົວໜ່ວຍ ແລະ ບໍລິມາດວຽກຢູ່ໃນສັນຍາ
- ຕາມໃບຢັ້ງຢືນເກັບເງິນ ສຳລັບວຽກທີ່ບໍ່ສາມາດຄິດໄລ່ໃນເບື້ອງຕົ້ນໄດ້ແນ່ນອນເຊັ່ນ:
ການສ້ອມ ແປງບຳລຸງຮັກສາ, ການຂຸດຄົ້ນດິນ, ການສຳ ຫຼວດພື້ນດີນ, ການທຳຄວາມສະອາດຄອງເໝືອງ
ຫລືແລວນ້ຳຕ່າງໆ.
- ສັນຍາບໍລິການທີ່ປຶກສາ ຫລືຊ່ຽວຊານ ສາມາດຊຳລະຕາມລາຄາແບບມອບເໝົາ ຕາມຫນ້າວຽກ
ຫລືຕາມ
ເວລາ (ຄົນ/ເດືອນ), ໃນກໍລະນີນີ້ ຕ້ອງໄດ້ກຳນົດໜ້າວຽກ ໃຫ້ຊັດເຈນເທົ່າທີ່ຈະເຮັດໄດ້.
- ວິທີການຊຳລະ ທຸກໆວິທີການຊຳລະໃນສັນຍາຕ້ອງໄດ້ປະຕິບັດຕາມລະບຽບການ ດັ່ງນີ້:
- ການຊຳລະຄ່າສີນຄ້າທີ່ຊື້ນຳບຸກຄົນ ຫລືບໍລິສັດຢູ່ພາຍໃນປະເທດຕ້ອງຊຳລະພາຍຫຼັງທີ່ໄດ້ຮັບສີນ ຄ້າເຂົ້າສາງຂອງ ຜູ້ຈັດຊື້
ຫລືເຈົ້າຂອງໂຄງການບົນພື້ນຖານມີເອກະສານຢັ້ງຢືນມອບຮັບຢ່າງຄົບ ຖ້ວນ.
- ການຊຳລະຄ່າສີນຄ້າ ທີ່ຊື້ຈາກຕ່າງປະເທດ, ຊື່ງຕ້ອງໄດ້ໂອນເງິນໄປຕ່າງ ປະເທດນັ້ນ, ໃຫ້ຊຳ ລະຜ່ານທະນາ
ຄານດ້ວຍການອອກຈົດໝາຍສີນເຊື່ອທີ່ ສາກົນຮັບຮູ້ ຫລືຮູບການອື່ນໆຖ້າມີ.
- ການຊຳລະເງິນລ່ວງຫນ້າ ປະຕິບັດໄດ້້ສ່ວນໃດສ່ວນໜຶ່ງພາຍຫລັງເຊັນສັນຍາ,
ການຊຳລະນີ້ບໍ່
ເກີນ15% ຂອງ ມູນຄ່າຕາມສັນຍາ, ຊຶ່ງຜູ້ສະຫນອງ
ຫລືຜູ້ຮັບເໝົາຕ້ອງມີໃບຄ້ຳປະກັນຈາກທະ ນາຄານໃນມູນຄ່າເທົ່າກັນຫລືບໍ່ເກີນ 20%
ຂອງມູນຄ່າສັນຍາ, ຖ້າຫາກຜູ້ຮັບເຫມົາໄດ້ນຳເອົາກົນ ຈັກ, ອຸປະກອນ ແລະແຮງງານມາຮອດສະຫນາມ ແລ້ວໂດຍໄດ້ຮັບການຢັ້ງຢືນຈາກຜູ້ຈັດຊື້
ຫລື ພາກສ່ວນທີ່ກ່ຽວຂ້ອງ. ຫລັງຈາກນັ້ນແມ່ນໃຫ້ຊຳລະຕາມຄວາມຄືບ ໜ້າຂອງວຽກ.
- ການຊຳລະຕາມຄວາມຄືບຫນ້າຂອງວຽກແມ່ນໃຫ້ອີງໃສ່ເອກະສານຢັ້ງຢືນ
ການກວດກາບໍລິມາດ ວຽກທີ່ສຳເລັດຕົວ ຈີງຂອງຜູ້ຈັດຊື້ ຫລືເຈົ້າຂອງໂຄງການ ໂດຍສົມທົບກັບວິສະວະກອນຄວບຄຸ້ມ ການກໍ່ສ້າງສ້ອມແປງນັ້ນເປັນຜູ້ຢັ້ງຢືນ.
- ການຊຳລະຄ່າທີ່ປຶກສາ ຫລືຊ່ຽວຊານແມ່ນອີງໃສ່ມູນຄ່າສັນຍາອາດຊຳລະຕາມເວລາທີ່ໃຊ້,
ເພື່ອ ສຳເລັດວຽກທີ່ກຳ ນົດຫນ້າທີ່ຫລືຊຳລະແບບມອບເຫມົາ.
- ກຳນົດເວລາຈັດຕັ້ງປະຕິບັດ, ສະຖານທີ່ປະຕິບັດ, ເວລາ ແລະສະຖານທີມອບ-ຮັບ ສຳລັບ
ສັນຍາກໍ່ສ້າງ-ສ້ອມ ແປງລວມມີດັ່ງນີ້:
- ກຳນົດເວລາຈັດຕັ້ງປະຕິບັດສັນຍາຫລືກຳນົດເວລາໃນການສົ່ງຕາຕະລາງຫລືແຜນການລະອຽດທີ່ໄດ້ລະບຸ ວິ
ທີການສະເພາະທີ່ຜູ້ຮັບເໝົາຈະນຳໃຊ້ໃນການຈັດຕັ້ງ ປະຕິບັດສັນຍາ ແລະການສະເໜີແຜນກໍ່ສ້າງ ແລະວິທີດຳເນີນງານ;
- ມື້ເລີ້ມຕົ້ນ ແລະສີ້ນສຸດໂດຍສະເພາະໃນກໍລະນີໂຄງການທີ່ມີລັກສະນະສັບສົນທີ່ແບ່ງອອກເປັນຫຼາຍໄລຍະ ຫລືຫຼາຍຂັ້ນຕອນ;
- ຂອບເຂດ, ປະລິມານ ແລະ ຄຸນນະພາບຂອງຂໍ້ຜູກພັນ: ນີ້ແມ່ນເງື່ອນໄຂພື້ນຖານຂອງສັນຍາຊຶ່ງປະກອບດ້ວຍ:
- ການກຳນົດອົງປະກອບອັນສຳຄັນຂອງສັນຍາເຊັ່ນ: ຄູ່ສັນຍາ,ໜ້າວຽກແລະຈຳນວນວຽກກໍ່ສ້າງ-ສ້ອມແປງ, ສີນຄ້າ ຫລືການບໍລິການທີ່ກ່ຽວຂ້ອງ, ມາດຕະຖານເຕັກນິກທີ່ນຳໃຊ້
ແລະອື່ນໆ;
- ມາດຕະຖານເຕັກນິກຕ້ອງອີງໃສ່ໜ້າວຽກ, ໃນເວລາປະມູນ ຖ້າຫາກບໍ່ອ້າງອີງເຖີງ
ມາດຕະຖານເຕັກນິກ ຫ້າມ ບໍ່ໃຫ້ອ້າງອີງເຖີງຊື່ສີນຄ້າ, ເລກລະຫັດຕາມປື້ມສັ່ງເຄື່ອງ
ຫລືວິທີການອື່ນໆທີ່ພາໃຫ້ຜູ້ສະໜອງຮູ້
ໄດ້ຍົກເວັ້ນກໍລະ ນີບໍ່ມີວິທີທາງອື່ນທີ່
ຈະອະທິບາຍສີນຄ້ານັ້ນໄດ້ແທ້ໆ. ຖ້າມີການອ້າງອີງເຖີງມາດຕະຖານ ເຕັກນິກທີ່ລະອຽດນັ້ນຈະ ຕ້ອງຕື່ມຄຳວ່າ “ຫລືທຽບເທົ່າ“ ເພື່ອໃຫ້ສາມາດນຳໃຊ້ສີນຄ້າອື່ນທີ່ຮັບປະກັນ ແລະມີຄວາມໄວ້ວາງໃຈເທົ່າທຽມກັນ;
- ມາດຕະຖານຂອງສີນຄ້າ, ອຸປະກອນ ຫລືວັດຖຸ ຫລືມາດຕະຖານຂອງວຽກງານ, ສິ່ງ ເຫຼົ່ານີ້ຈະຕ້ອງໄດ້ ມີການກຳນົດເວລາປະມູນ ແລະໃນເວລາເຮັດສັນຍາໂດຍອີງໃສ່ ມາດຕະຖານສາກົນ,
ຖ້າບໍ່ມີມາດຕະ ຖານສາກົນກໍ່ໃຫ້ ໃຊ້ມາດຖານຂອງປະເທດ, ໃນທຸກໆກໍລະນີຜູ້ຈັດຊື້
ຫລືເຈົ້າຂອງໂຄງການຕ້ອງຮັບເອົາ ທຸກໆມາດຖານທີ່ມີຄຸນນະພາບເທົ່າທຽມກັນ
ຫລືສູງກ່ວາມາດຖານທີ່ໄດ້ກຳນົດໄວ້;
- ຄວາມຮັບຜິດຊອບຂອງແຕ່ລະຝ່າຍ;
- ຂໍ້ກຳນົດກ່ຽວກັບການຮັບປະກັນສີໄມ້ລາຍມືແລະວັດຖຸຕ່າງໆສຳລັບເວລາໃດນຶ່ງຫຼັງຈາກການຈັດຕັ້ງປະຕິ
ບັດ ສັນຍາສຳເລັດ ແລະຂໍ້ຮຽກຮ້ອງໃຫ້ຜູ້ຮັບເໝົາ ຫລືຜູ້ສະໜອງຮັບຜິດຊອບຄ່າເສັຍຫາຍໃນໄລຍະຮັບປະກັນ;
- ຂໍ້ກຳນົດທີ່ພົວພັນເຖີງຄ່າໃຊ້ຈ່າຍປະກັນໄພ ແລະຄ່າຂົນສົ່ງ;
- ຂໍ້ກຳນົດທີ່ພົວພັນເຖິງ ການໃຊ້ແທນຄ່າເສຍຫາຍໃຫ້ຜູ້ຈັດຊື້ ຫລືເຈົ້າຂອງໂຄງການ,
ຊື່ງການເສັຍຫາຍ ດັ່ງກ່າວ ເກິດຂື້ນຍ້ອນການຊັກຊ້າໃນການກໍ່ສ້າງ ຫລືການສົ່ງ ສີນຄ້າ ແລະເຮັດໃຫ້ຄ່າໃຊ້ຈ່າຍຂອງຜູ້
ຈັດຊື້
ຫລືເຈົ້າຂອງ ໂຄງການເພີ່ມຂື້ນ, ເຮັດໃຫ້ຂາດລາຍຮັບ ຫລືຂາດທືນ;
- ຂໍ້ກຳນົດໃຫ້ນຳໃຊ້ແຮງງານ ແລະວັດຖຸພາຍໃນປະເທດຕາມກົດໝາຍ;
- ຂໍ້ກຳນົດທີ່ພົວພັນເຖິງການຮັບປະກັນການດຳເນີນການກໍ່ສ້າງŒສ້ອມແປງ
ຫລືການສະໜອງໃຫ້ສຳເລັດ,
ຮັບປະກັນການຕິດຕັ້ງ ແລະຄຸນະພາບຂອງສີນຄ້າ ແລະເພື່ອປ້ອງກັນຜູ້ຈັດຊື້
ຫລືເຈົ້າຂອງໂຄງການຈາກ ສະພາບທີ່ຜູ້ຮັບ ເໝົາ ຫລືຜູ້ສະ ໜອງບໍ່ປະຕິບັດຕາມພັນທະຂອງຕົນ;
ການຮັບປະກັນນັ້ນ ອາດເຮັດໃນ ຮູບການວາງເງິນ ສົດສຳລັບ ກຳນົດເວລາຂອງສັນຍາ
ຫລືໃນຮູບການເງິນມັດຈຳ ຫລືໜັງສືຄ້ຳປະກັນ ຈາກທະນາຄານມູນຄ່າ ຂອງການຄ້ຳປະກັນບໍ່ ໃຫ້ຫຼຸດ
10% ຂອງມູນຄ່າສັນຍາ;
- ເງື່ອນໄຂໃນການປ່ຽນແປງສັນຍາ ແລະການສີ້ນສຸດກ່ອນກຳນົດເວລາ ຊຶ່ງປະກອບມີ:
- ລາຍລະອຽດກ່ຽວກັບສະພາບທີ່ອະນຸຍາດໃຫ້ມີການດັດແກ້ຂໍ້ກຳນົດ ແລະເງື່ອນໄຂຂອງສັນຍາໂດຍສະ
ເພາະແມ່ນມູນຄ່າຂອງສັນຍາ ແລະວິທີການໃນການດັດແກ້.
- ຂໍ້ກຳນົດກ່ຽວກັບເງື່ອນໄຂທຳມະຊາດ, ຊຶ່ງກຳນົດວ່າຖ້າຫາກຄູ່ສັນຍາບໍ່ສາມາດເຮັດສຳເລັດຕາມສັນຍາ ເນື່ອງຈາກສາຍເຫດນອກຕົວ
ຊື່ງບໍ່ສາມາດຄາດຄະເນໄດ້ຈະບໍ່ຖືວ່າເປັນການລະເມີດສັນຍາ;
ຂໍ້ກຳນົດນີ້ ຕ້ອງເວົ້າເຖິງຜົນຕາມ ມາຂອງເຫດການ ດັ່ງກ່າວ;
- ວິທີການແກ້ໄຂຂໍ້ຂັດແຍ່ງ ຊື່ງຈະຕ້ອງກຳນົດລາຍລະອຽດໃນກໍລະນີຝ່າຍໃດນື່ງລະເມີດ ສັນຍາ;
ລາຍລະອຽດດັ່ງ ກ່າວປະກອບມີ:
- ພາສາທີ່ນຳໃຊ້ໃນການຕີຄວາມໝາຍສັນຍາ;ໃນກໍລະນີຫາກໃຊ້ຫຼາຍກ່ວານື່ງພາສາຕ້ອງໄດ້ກຳນົດວ່າພາ
ສາ
ໃດເປັນ
ພາສາຕັດສີນ;
- ກົດໝາຍທີ່ນຳໃຊ້ ແລະສະຖານທີ່ດຳເນີນການແກ້ໄຂຂໍ້ຂັດແຍ່ງ, ກົດໝາຍທີ່ຈະ
ນຳໃຊ້ຈະຕອ້ງແມ່ນກົດ ໝາຍຂອງ ສປປ ລາວ; ສຳນັກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໂດຍສອດຄ່ອງກັບດຳລັດວ່າ ດ້ວຍການແກ້ໄຂຂໍ້ຂັດ
ແຍ່ງທາງ ດ້ານເສດຖະກິດ ເລກທີ106/ນຍ, ລົງວັນທີ 15 ກໍລະກົດ 1994 ຫລື ອົງການໄກ່ເກັ່ຍ
ຫລືແກ້ໄຂຂໍ້ຂັດ ແຍ່ງທີ່ຄູ່ສັນຍາເລືອກເອົາ ແລະຕົກລົງກັນ;
- ຂໍ້ກຳນົດທີ່ບັງຄັບໃຫ້ຄູ່ສັນຍາຕ້ອງພະຍາຍາມແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີກ່ອນຈະສົ່ງຄະດີຂື້ນສານຫລື
ອົງການຕຸລາການອື່ນໆ;
|
|
| |
|
|
|
| |
| |
ຫົວຂໍ້ |
 |
| |
ເອກະສານກ່ຽວຂ້ອງ: |
 |
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້ |
|
| |
ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ: |
 |
|