|
ທ່ານສາມາດຊອກຫາໂອກາດດ້ານການເຮັດທຸລະກິດ ໂດຍເຂົ້າຫາແຫລ່ງຂໍ້ມູນຈຳນວນໜຶ່ງ
ທີ່ໄດ້ຊີ້ແນະໂອກາດ
ດັ່ງກ່າວ ບໍ່ວ່າທາງກົງ ຫລື ທາງອ້ອມ. ການຈັດຊື້ ຫລື
ການປະມູນຂອງລັດຖະບານກໍ່ແມ່ນໂອກາດໃນການເຮັດ
ທຸລະກິດ ຫລື ສະໜອງການບໍລິການ ຂອງທ່ານ ເຊິ່ງຖ້າຫາກທ່ານ
ສາມາດກຳລະບຽບຫລັກການທີ່ກ່ຽວຂ້ອງ ກໍຈະໄດ້ປຽບ ແລະ ມີໂອກາດສູງ.
ແຫລ່ງຂໍ້ມູນ
ແຫລ່ງຂໍ້ມູນກ່ຽວກັບໂອກາດດ້ານການເຮັດທຸລະກິດ
ຢູ່ໃນ ສປປ ລາວ ສາມາດ ຊອກໄດ້ຈາກພະແນກການ ແລະ
ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຊັ່ນ: ສູນສົ່ງເສີມການຄ້າ, ສະພາການຄ້າ,
ກະຊວງການຄ້າ ແລະ ກົມຄຸ້ມ
ຄອງການລົງທຶນພາຍໃນ ແລະ ຕ່າງປະເທດ, ເປັນຕົ້ນ.
ການຈັດຊື້ຂອງລັດຖະບານ
ການຈັດຊື້ ແລະ ປະມູນຕ່າງໆ ຂອງລັດຖະບານ
ກໍ່ເປັນໂອກາດດ້ານ ທຸລະກິດຢ່າງໜຶ່ງ ຂອງນັກທຸລະກິດ.
ລັດຖະບານຈະມີຄະນະກຳມະ ການຈັດຊື້ສະເພາະ ຢູ່ໃນຂັ້ນສູນກາງ ແລະ
ຂັ້ນແຂວງ. ສາມາດກົດ ຢູ່ນີ້ເພື່ອເອົາ
ຂໍ້ມູນກ່ຽວກັບກົດລະບຽບໃນການຈັດຊື້ຂອງລັດຖະບານ (03/ນຍ).
ໂອກາດທາງທຸລະກິດອື່ນໆ
ນອກຈາກແຫລ່ງຂໍ້ມູນທີ່ເປັນອົງການຈັດຕັ້ງພາຍໃນແລ້ວ ທ່ານ
ອາດຊອກຫາໂອກາດດ້ານທຸລະກິດໄດ້ຈາກການ
ເຂົ້າຮ່ວມເວທີ ປະຊຸມພົບປະກັບກັບຜູ້ປະກອບການ ແລະ ເວທີສຳມະນາຕ່າງໆ, ເປັນຕົ້ນ.
ນອກຈາກນັ້ນ, ທ່ານ
ສາມາດຊອກຫາໂອກາດດ້ານ ທຸລະກິດ ຈາກສິ່ງພິມ ແລະ
ການປະກາດແຈ້ງໂດຍກົງຂອງອົງ ການຈັດຕັ້ງ
ທີ່ກ່ຽວຂ້ອງ.
|