|
ອັດຕາອາກອນຕົວເລກທຸລະກິດ
(ເນື້ອໃນເອກະສານນີ້ແມ່ນຄັດມາຈາກກົດໝາຍວ່າດ້ວຍການສ່ວຍສາອາກອນເລກທີ
04/95/ສພຊ, ມາດຕາ 12)
ອັດຕາອາກອນຕົວເລກທຸລະກິດໄດ້ກຳນົດໄວ້ດັ່ງນີ້:
ກ. ອັດຕາສາມສ່ວນຮ້ອຍ (3%)
ສຳລັບທຸລະກິດ:
-
ການນຳເຂົ້າ, ການຂາຍ:
-
ຜະລິດຕະພັນກະສິກຳເຊັ່ນ: ເຂົ້າສານ,
ແປ້ງເຂົ້າ, ຮຳ, ແປ້ງມັນ ແລະ ແປ້ງສາລີເປັນຕົ້ນ
-
ຜະລິດຕະພັນອາຫານ
-
ວັດຖຸດິບ,
ຜະລິດຕະພັນເຄິ່ງສຳເລັດຮູບ, ເຄມີຮັບໃຊ້ການຜະລິດກະສິກຳ,
ອຸດສາຫະກຳ ແລະ ກະສິກຳ
-
ປຸຍ ແລະ ອາຫານສັດ
-
ເຄື່ອງມື, ເຄື່ອງຈັກ ແລະ
ອຸປະກອນຮັບໃຊ້ການປູກຝັງ, ການລ້ຽງສັດ ແລະ ການຜະລິດ (
ກະສິກຳ, ອຸດສາຫະກຳ ແລະ ຫັດຖະກຳ)
-
ເຄື່ອງຈັກ ແລະ
ພາຫະນະຮັບໃຊ້ການບຸກເບີກ, ລາກແກ່, ການຂຸດຄົ້ນບໍ່ແຮ່,
ບໍ່ນ້ຳມັນ, ອາຍແກັສ, ການກໍ່ສ້າງວັດຖຸເຕັກນິກ ເຊັ່ນ:
ຂົວທາງ, ຊົນລະປະທານ, ເຂື່ອນ, ທ່າເຮືອ, ເດີ່ນບິນ
ລວມທັງເຄື່ອງອາໄຫລຂອງພາຫະນະດັ່ງກ່າວ
-
ແຮ່ທາດຕ່າງຯ ເຊັ່ນ : ແຮ່ເຫຼັກ,
ແຮ່ກົ່ວ, ແຮ່ຊືນ, ແຮ່ຂາງ, ແຮ່ທອງແດງ ແລະ
ອື່ນຯທີ່ຄ້າຍຄຽງ
-
ຫີນກາວ, ລິກໄນ, ຖ່ານຫີນ,
ອາຍແກັສ ແລະ ອື່ນຯ ທີ່ຄ້າຍຄຽງ
-
ນ້ຳປະປາ
-
ຢາປົວຄົນ, ອຸປະກອນການແພດ ແລະ
ການສຶກສາ
-
ລົດພະຍາບານ, ລົດດັບເພີງ ແລະ
ລົດວິຊາສະເພາະອື່ນຯ
-
ລົດຖີບ, ລົດສາມລໍ້ຖີບ
-
ເສັ້ນຝ້າຍ, ເສັ້ນໄໝ, ເສັ້ນໄຍຕ່າງຯ
-
ຜະລິດຕະພັນວິຈິດຕະກຳ, ສິນລະປະກຳ
ແລະ ຫັດຖະກຳ
-
ເຄື່ອງຫລີ້ນເດັກນ້ອຍ
-
ອຸປະກອນການກິລາ ແລະ ກາຍຍະກຳ
-
ການບໍລິການ
-
ການບໍລິການດ້ານກະສິກຳດ້ວຍເຄື່ອງຈັກ
-
ການວິໄຈດິນປູກຝັງ, ດິນກໍ່ສ້າງ,
ປ່າໄມ້ ແລະ ວິໄຈແຮ່ທາດຕ່າງຯ
-
ການອານາໄມຕົວເມືອງ
-
ໂຮງຂ້າສັດ ແລະ ການຂ້າສັດທົ່ວໄປ
-
ການບໍລິການຕັດຜົມ ແລະ ເສີມສວຍ
-
ກິດຈະການປິ່ນປົວຄົນ ແລະ ສັດ
-
ກິດຈະການສະແດງລະຄອນ, ລຳເລື່ອງ,
ສິນລະປະວັນນະຄະດີ, ກິລາ ເຊັ່ນ: ບານເຕະ, ບານສົ່ງ,
ບານບ້ວງ, ຕີມວຍ, ເຕ່ນນິດ ແລະ ກາຍຍະກຳ
-
ກິດຈະການກາຍຍະບຳບັດ
-
ການຕີເງິນ ແລະ ຄຳ
-
ການເຈຍລະໄນເພດ, ນິນ, ພອຍ ແລະ
ແກ້ວ.
|