-
ການນຳເຂົ້າແນວພັນພືດ, ແນວພັນສັດ ແລະ
ຢາປາບສັດຕູພືດ
-
ການນຳເຂົ້າວັດຖຸ, ອຸປະກອນ ແລະ ເຄມີສຳລັບການຄົ້ນຄ້ວາ,
ວິໄຈວິທະຍາສາດ
-
ການນຳເຂົ້າຄຳ ເພື່ອສະຖາບັນພິມຈຳໜ່າຍທະນະບັດ
-
ການນຳເຂົ້າທະນະບັດເປັນເຈ້ຍ ຫລື ເປັນໂລຫະ
-
ການນຳເຂົ້າ ຫລື
ກິດຈະກຳກ່ຽວກັບສະແຕມອາກອນ ຫລື ສະແຕມໄປສະນີ
-
ການນຳເຂົ້າເຮືອບິນ ຫລື
ອຸປະກອນການຮັບໃຊການຂົນສົ່ງສາກົນທາງອາກາດ
-
ການນຳເຂົ້າສິນຄ້າເຄື່ອງຂອງ ເພື່ອປະກອບໃສ່ເຮືອບິນ
ທີ່ດຳເນີນການຂົນສົ່ງສາກົນ
-
ການນຳເຂົ້າສິນຄ້າເຄື່ອງຂອງ ເພື່ອຈຳໜ່າຍໃຫ້ແກ່ນັກການທູດ,
ສະຖານທູດ ແລະ ອົງການຈັດຕັ້ງສາກົນຢູ່ ສ ປ ປ ລາວ
ຕາມການອະນຸຍາດຂອງກະຊວງການຕ່າງປະເທດ
-
ການນຳເຂົ້າສິນຄ້າເຄື່ອງຂອງ
ທີ່ໄດ້ຮັບການຍົກເວັ້ນ ຫລື ງົດເກັບພາສີຂາເຂົ້າຊົ່ວຄາວ
-
ການນຳເຂົ້າແລະການຂາຍຢາປົວພະຍາດສັດ
-
ການຂາຍຜະລິດຕະຜົນກະສິກຳ;
ຜະລິດຕະພັນກະສິກຳ ໂດຍລັດຖະກອນ ຫລືສະມາຊິກສະຫະກອນ
ທີ່ຢູ່ໃນຂອບເຂດເສດຖະກິດຄອບຄົວ
-
ກິດຈະການກ້າເບັ້ຍໄມ້,
ປູກໄມ້ໃຫ້ເປັນປ່າ, ຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ກິນໝາກ
-
ການຂາຍສິນຄ້າເຄື່ອງຂອງອອກນອກປະເທດ
ລວມທັງຄ່າບໍລິການທີ່ ຕິດພັນກັບການສົ່ງອອກ.
-
ການຂາຍປ້ມຕຳລາຮຽນ, ໜັງສືພິມ ແລະ
ວາລະສານຕ່າງຯ ທີ່ໄດ້ຮັບອະນຸຍາດ
-
ການຂົນສົ່ງສາກົນ ແລະ
ການບໍລິການທີ່ຕິດພັນໂດຍກົງກັບການຂົນສົ່ງດັ່ງກ່າວ.
-
ການຂົນສົ່ງສາກົນ
ໝາຍເຖິງການຂົນສົ່ງຄົນໂດຍສານ ຫລື ສິ່ງຂອງຈາກຕ່າງປະເທດ ຫລື ໄປຕ່າງປະເທດໂດຍບໍ່ຈຳແນກທາງບົກ,
ທາງນ້ຳ ແລະ ທາງອາກາດ
-
ການຂົນສົ່ງໂດຍແຮງງານຄົນ, ແຮງງານສັດທຸກປະເພດ
ແລະ ເຮືອທີ່ບໍ່ມີເຄື່ອງຈັກ
-
ການໃຫ້ເຊົ່າຊັບຄົງທີ່ ເຊັ່ນ: ທີ່ດິນ,
ເຮືອນ ຫລື ຊັບອື່ນຯ ຂອງຜູ້ທີ່ບໍ່ໄດ້ດຳເນີນທຸລະກິດ
-
ການບໍລິການສົ່ງອອກໄປຕ່າງປະເທດ
-
ການເຄື່ອນໄຫວອາຊີບອິດສະຫລະດ້ວຍຕົນເອງ
-
ກິດຈະການກ່ຽວກັບການສຶກສາ ເຊັ່ນ: ໂຮງຮຽນອະນຸບານ,
ປະຖົມ, ມັດທະຍົມ, ອຸດົມ, ມະຫາວິທະຍາໄລ ແລະ ວິຊາຊີບທົ່ວໄປ
-
ກິດຈະການຫາລາຍໄດ້ ເພື່ອການກຸສົນ
ຊຶ່ງຈັດຂຶ້ນໂດຍອົງການຈັດຕັ້ງຂອງລັດ ແລະ
ອົງການຈັດຕັ້ງສັງຄົມ ທີ່ໄດ້ຮັບການອະນຸຍາດຢ່າງຖືກຕ້ອງ
-
ກິດຈະການທະນາຄານ ແລະ ການປະກັນໄພ.