www.smepdo.org       
 
Lao Eng
 

ນະໂຍບາຍສົ່ງເສີມທຸລະກິດ 

 
 
ເພື່ອເປັນການສົ່ງເສີມທຸລະກິດ ລັດຖະບານໄດ້ມີນະໂຍບາຍຕ່າງໆ ລວມເຖິງ ດ້ານສ່ວຍສາອາກອນ ແລະ ການ
ຍົກເວັ້ນພາສີ ນຳເຂົ້າ, ແລະ ອື່ນໆ ທີ່ບາງຂະແໜງການທຸລະກິດຈະໄດ້ຜົນປະໂຫຍດໂດຍກົງ.

ນະໂຍບາຍດ້ານອາກອນ

ນະໂຍບາຍດ້ານສ່ວຍສາອາກອນ ລວມມີ ນະໂຍບາຍຍົກເວັ້ນອາກອນ ແລະ ຫລື ເກັບອາກອນໃນອັດຕາຕ່ຳສຸດ ສຳລັບກິດຈະການບາງປະ ເພດ ທີ່ຈຳເປັນຕ້ອງນຳເຂົ້າສິນຄ້າ ເພື່ອແປຮູບພາຍໃນປະເທດ ໂດຍສະເພາະຂະ
ແໜງກະສິກຳ ເປັນຕົ້ນຕໍ.

ການຍົກເວັ້ນພາສີນຳເຂົ້າ

ມີບາງລາຍການຂອງກິດຈະການທີ່ອາກອນຕົວເລກທຸລະກິດທີ່ໄດ້ຮັບການຍົກເວັ້ນ, ແລະ ອັດຕາອາກອນຕົວ
ເລກທຸລະກິດສຳລັບການນຳ ເຂົ້າ ແລະ ການຂາຍຜະລິດຕະພັນ ທີ່ຕ່ຳກວ່າໝູ່ ເຊິ່ງສ່ວນ ຫລາຍກ່ຽວກັບຂະ
ແໜງກະສິກຳ.

ນະໂຍບາຍອື່ນໆ

ລັດຖະດຳລັດຂອງປະທານປະເທດ (ເລກທີ 01/ສປປລາວ) ວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນ
ພາຍໃນ ແລະ ຕ່າງປະເທດ ໄດ້ກຳນົດນະໂຍບາຍສົ່ງເສີມການລົງທຶນ ໂດຍອິງໃສ່ການແບ່ງເຂດການລົງ
ທຶນເປັນ 3 ເຂດຄື: (1) ເຂດພູດອຍ, ພູພຽງ, ທົ່ງຮາບ ຫ່າງໄກສອກຫລີກ ທີ່ບໍ່ທັນມີພື້ນຖານໂຄງລ່າງ ເສດຖະກິດ ເອື້ອອຳນວຍແກ່ການລົງທຶນ, (2) ເຂດພູດອຍ, ພູພຽງ, ທົ່ງຮາບ ຫ່າງໄກສອກຫລີກ ທີ່ບໍ່ທັນມີພື້ນ
ຖານໂຄງລ່າງ ເສດຖະກິດ ເອື້ອອຳນວຍແກ່ການລົງທຶນສ່ວນໃດສ່ວນໜຶ່ງ ແລະ (3) ບັນດາເມືອງ ຢູ່ແຂວງ, ກຳແພງນະຄອນ ແລະ ເຂດເສດຖະກິດພິເສດ ທີ່ມີໂຄງລ່າງພື້ນຖານຮອງຮັບການລົງທຶນໄດ້ດີແລ້ວ. ນອກນັ້ນ, ລັດຖະດຳລັດ ຍັງກຳນົດນະໂຍບາຍດ້ນພາສີອາກອນ ສຳລັບການລົງທຶນຢູ່ເຂດທີ່ໄດ້ຈັດແບ່ງດັ່ງກ່າວ ສຳລັບ
ການລົງທຶນ ພາຍໃນ ແລະ ຕ່າງປະເທດ. ທ່ານສາມາດດຶງເອົາຂໍ້ມູນກ່ຽວກັບ ລັດຖະບັນຍັດຢູ່ຟາກຂວາມື.  

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia